ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ທັມມະໃນວັນມາຄຳບູຊາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວັນນີ້ ເປັນວັນມາຄະບູຊາ ເປັນວັນປຸນນະມີບູຊາ ຄືວັນເພັງເຕັມດວງ
- ຄຳວ່າ ມາຄະບູຊາ ແມ່ນຊື່ຕາມດາວຣືກໜຶ່ງໃນຊາວ ໒໗ ດວງທີ່ພົວພັນກັບໂລກ ມີຊື່ວ່າ "ມາຄະ" ຄຳວ່າ "ບູຊາ" ແປວ່າໄຫວ້ ກໍໝາຍວ່າ ການທຳບຸນ ໄຫວ້ພຣະໃນວັນມາຄະ ໃນພາສາລາວແທ້ຮຽກວ່າ ເດືອນວສາາມເພັງ ຄຳວ່າເພັງ ອັນໝາຍເຖິງວັນພຣະຈັນເຕັມດວງ <Moon full day>, ໃນວັດ ທະນະທັມລາວວັນນີ້ ບາງຄັ້ງກໍວ່າວັນບຸນເຂົ້າຈີ່, ຄືຊາວພຸດຈະເອົາເຂົ້າຈີ່ມາໃສ່ບາດພຣະສົງ, ບາງທ້ອງຖິ່ນ ເຊັ່ນທາງຈຳປາສັກຮຽກວ່າ ບຸນເດືອນ ໓ ເພັງ, ບຸນກຸ້ມເຂົ້າ ຫຼືບຸນກອງເຂົ້າ, ບຸນວັດພູ, ສ່ວນທາງສະຫວັນກະວ່າບຸນພຣະທາດໂພ່ນ, ທາງສາລະວັນ ກໍແມ່ນບຸນໄຫວ້ພຣະບາດວັດພຣະບາດ ທາງທ່າແຂກ ແລະນະຄອນພະນົມ ບຸນວັດພຣະທາດສີໂຄດ ແລະບຸນພຣະທາດພນົມ ສ່ວນທາງເໜືອຂຶ້ນໄປກໍມີບຸນທ້ອງຖິ່ນຂອງຕົນໄປຕາມປະເພນີ,
- ສຳລັບທີ່ມາຂອງຄຳວ່າບຸນເຂົ້າຈີ່ ມີທີ່ມາດັ່ງນີ້
- ສະໄໝພຣະພຸດທະເຈົ້າຊົງພຣະຊົນຢູ່ນັ້ນ ມີນາງທາສີທຸກໄຮ້ເຂັນໃຈໄຮ້ຊັບອັບປັນຍາຄົນໜຶ່ງ ຊື່ ປຸນນະທາສີ ນຶກເຫັນວ່າຕົນເອງນີ້ ເປັນຄົນທຸກໃນຊາດນີ້ ອາດບໍ່ເຄີຍທຳບຸນມາກ່ອນໃນຊາດທີ່ແລ້ວ ຄວນເຮົາຈະຂົນຂວາຍຫາຂອງທານໃຫ້ໄດ້ແຕ່ນາງກໍຈົນປັນຍາທີ່ຈະຫາຂອງທານ ໄປທານແກ່ພຣະສົງ ພຽງແຕ່ລ້ຽງຊີວິດຕົນເອກໍຍັງບໍ່ມີອັນຈະກິນ ນາງວັນນັ້ນ ນາງໄດ້ເອົາເຂົ້າໜຽວໜຶ່ງປັ້ນ ໄປເກືອກກັບຮຳອ່ອນ ແລ້ວກໍເອົາມາຈີ່ໄຟ ແລ້ວກໍພົກໃສ່ຫົວສິ້ນໄວ້, ແລ້ວກໍອອກໄປເຮັດວຽກໃຫ້ເຈົ້າ ນາຍ ໃນຂະນະທີ່ກຳລັງເດີນທາງໄປຢູ່ນັ້ນ ນາງເຫັນຄົນສ່ວນຫຼາຍທບຸນກັນໃນວັນມາຄະ ນາງກໍໄດ້ແຕ່ຄິດຢາກທຳບຸນ ກໍຫາວິທີຄິດເຮັດຢູ່ກໍບໍ່ເຫັນ ທາງ ໃນຂະນະນັ້ນເອງພຣະພຸດທະເຈົ້າຮູ້ໂດຍພຣະຍານຂອງພຣະອົງແລ້ວວ່າ "ນາງທາສີຄົນນີ້ ຈັກໄດ້ສິ້ນຊີວິດໃນວັນນີ້ ດ້ວຍແຮງສັດທາຂອງນາງທີ່ຢາກທຳບຸນ ຫາກນາງໄດ້ທຳບຸນ ກໍຈະໄດ້ໄປເກີດໃນສະຫວັນ ພຣະອົງຈຶ່ງສະເດັດໄປໂຜດນາງ ຫາກໄດ້ທານເຂົ້າຈີ່ກ້ອນໜຶ່ງ ກໍຈະມີອານິສົງ ນຳຕົນຂື້ນສູ່ຫວັນ" ແລະແລ້ວທັນໃດນັ້ນພຣະພຸດທະເຈົ້າກໍສະເດັດມາເຊິ່ງໜ້ານາງ ທາງຕົກໃຈ ເຫັນພຣະພຸດທະເຈົ້າກໍາລັງເດິນບິນທະບາດ ນາງກໍຄິດວ່າພຣະພຸດທະເຈົ້າກໍຕ້ອງການອາຫານນາງກໍ ຄິດໄດ້ວ່າອາຫານເຮົາມີເຂົ້າຈີປັ້ນດຽວ ຫາກເຮົາທານເຮົາກໍຫິວ ແຕ່ຖ້າເຮົາທານໃຫ້ພຣະພຸດທະເຈົ້າ ເຮົາກໍຈັກໄດ້ບຸນ ເກີດຊາດໜ້າເຮົາຈະບໍຣິບູນດ້ວຍໂພຄະຊັບ ນາງຈຶ່ງຄິດວ່າ "ເຖິງຫິວໃນຊາດນີ້ ແຕ່ຊາດໜ້າເຮົາຈະບໍ່ຫິວ" ຈຶ່ງຕັດສິນໃຈເອົາກ້ອນເຂົ້າຈີ່ໃນພົກສິ້ນນາງຖວາຍສົງລົງໄປໃນບາດພຣະພຸດທເຈົ້າ ພຣະພຸດທະເຈົ້າ ຮັບແລ້ວໃຫ້ພອນນາງ ເມື່ອນາງໃຫ້ທານໄປແລ້ວກໍດີໃຈ ປິຕິໂສມະນັດ ໃນຂອງທານຕົນ ແຕ່ເມື່ອພຣະພຸດທະເຈົ້າຮັບແລ້ວ ນາງຄິດວ່າພຣະອົງຈະສັນຂອງເຮົາບໍນໍ ນາງຄິດເຊັ່ນນັ້ນ ພຣະພຸດທະອົງກໍຊົງຮູ້ຄວາມຄິດນາງ ຈຶ່ງສະໜອງສັດທານາງທາສີຄົນນັ້ນໃຫ້ບໍຣິບູນ ພຣະອົງກໍສະເດັດເຂົ້າໄປປະທັບນັ່ງທີ່ຕ້ອງຕົ້ນໄມ້ຂ້າງທາງນັ້ນ ນາງທາສີເຫັນແລ້ວກໍຊື່ນໃນ ກໍກັບເມື່ອຢູ່ທີ່ຢູ່ຂອງຕົນດ້ວຍຄວາມປິຕິ ວັນນັ້ນເອງ ນາງກໍໄດ້ມໍນະກັມຕາມກຳນົດ ພຣະພຸດທະອົງຊາບແລ້ວກໍເທດສະໜາບອກພິກຂູສົງວ່າ "ນາງທາສິຄົນນັ້ນໄດ້ໄປເກີດເປັນນາງເທວະດາ ຊື່ປຸນນະເທບພະດາ" ຢູ່ຊັ້ນຕາວະຕິງສາ.
- ນັບແຕ່ນັ້ນມາ ຊາວພຸດຈຶ່ງນະຍົມເອົາເຂົ້າຈີ່ມາທານໃນວັນເດືອນ ໓ ເພັງນີ້.
- ທີ່ມາຂອງການປະກາດພຣະພຸດທະສາສນາໃນວັນນີ້
ວັນນີ້ ມີທີ່ມາສຳຄັນອີກວັນໜຶ່ງກ່ຽວກັບວັນມາຄພບູຊາ ຄືມີພຣະພິກຂຸສົງ ເປັນອໍຣະຫັນລ້ວນ ແລະເປັນພຣະພິກຂຸທີ່ພຣະອົງບວດໃຫ້ເອງດ້ວຍພຣະ ວາຈາວ່າ "ເອຫິພິກຂຸ ອຸປະສັມປາທາ..." ຫຼັງຈກາບວແລ້ວກໍໄປປະກາດພຣະສາສນາໃນທີ່ຕ່າງໆ ພຣະພິກຂຸທັງໝົດລ້ວນແຕ່ຄິດເຫັນພຣະພຸດ ທະເຈົ້າ ຈຶ່ງມາຍັງວັດພຣະເຊຕະວັນ ບັງເອີນວ່າພຣະພິກຂຸອໍຣະຫັນເຫຼົ່ານັ້ນມາພ້ອມກັບ ໂດຍບໍ່ໄດ້ນັດໝາຍ ມີຈຳນວນ ໑໒໕໐ ອົງ, ພຣະພຸດທະເຈົາ ເຫັນແລ້ວກໍມີພຣະໄທຊຶ່ນບານ ຈຶ່ງປາຣົບກັບພຣະອໍຣະຫັນເຫົ່ຼາ ໂດຍການສະຫຼຸບສູດຍອດຄຳສອນຂອງພຣະອົງລົງເປັນສາມຂໍ້ ໂດຍກ່າວເປັນພາສາປາລີວ່າ "
- ສັພພະປາປັສສາອະກາລະນັງ (ການບໍ່ກະທຳຄວາມຊົ່ວທັງປວງ)
- ກຸສລັສສຸສັມປາທັງ(ການກະທຳດີທັງຫຼາຍທັງປວງ)
- ສະຈິຕຕະປະຣິໂຍທະປານັງ(ການສຳຮະຈິດໃຈຂອງຕົນໃຫ້ຜ່ອງແຜ້ວ.
ເອຕັງ ພຸດທະສາສະນັງ (ນີ້ແລຄຳສອນຂອງພຣະພຸດທະສາສນ)
ເຊິ່ງສະຫຼຸບຫຍໍ້ລົງອີກວ່າ
໑. ລະຊົ່ວ
໒. ທຳດີ
໓. ທຳຈິດໃຈຂອງຕົນໃຫ້ຜ່ແງໃສ
ນີ້ຄືຫົວໃຈຂອງສາສນາ
ຄຳວ່າ ສາສນາ ໄດ້ປາກົດຄັ້ງແຮກໃນວັນນີ້, ດ້ວຍເຫດນັ້ນ ວັນມາຄະບູຊາ ຈຶ່ງມີຄວາມໝາຍໜຶ່ງອີດວ່າ "ວັນປະກາດພຣະພຸດທະສາສນາ" ນັ້ນເອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໒໙ ໂພສ
ນັກການກະທູ້
ຂໍ້ຄວາມນີ້ດີຫລາຍເດີ້..ຂໍອະນຸໂມທະນານຳ...ສາທຸສາທຸ
ສຸດຍອດເດີ້...ຂໍ້ຄວາມທັມມະ ຂພຈ ບໍ່ເຄີຍພາດຢູ່ແລ້ວ..ຂໍເປັນກຳລັງໃຈໃຫ້ທ່ານຜູ້ຂຽນວ່າດີຫລາຍ
ຂພຈ ຮູ້ສຶກວ່າຕົວເອງໂຊກດີທີ່ເກີດມາຢູ່ໃນປະເທດທີ່ນັບຖືສາສນາພຸດ..ຄືປະເທດລາວຂອງເຮົາ
ດັ່ງນັ້ນຢາກໃຫ້ຄົນລາວຂອງເຮົາໄດ້ນຳເອົາຄຳສອນຂອງເພິ່ນໄປໃຊ້ໃຫ້ເກີດດອກອອກຜົນ
ຄືລະຊົ່ວ..ທຳດີ...ທຳໃຈໃຫ້ບໍລິສຸດສະອາດ ນີ້ຄືຫົວໃຈຂອງຄົນດີຫົວໃຈພຣະສາສນາພຸດຂອງເຮົາ
ຂອບໃຈໃນຂໍ້ຄວາມໃນວັນສຳຄັນຂອງຊາດສາສນາຢ່າງແທ້ຈິງ


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ດີຫລາຍເດີ້.

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ດີຫລາຍ...

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຂໍອະນຸໂມທະນານຳ ສາທຸ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ຕິດຕາມອ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒