ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຂໍຄຳຄິດເຫັນຈາກເພື່ອນໆພັນລາວກ່ຽວກັບຄຳສອນບົດນີ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າງກາຍສັງຂານເປັນສິ່ງທີ່ວ່າງເປົ່າ ເຫດໃດຈຶ່ງຢຶດໜ່ຽວກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນແຕ່ວ່າງເປົ່າ ແນ່ວແນ່ກັບຄວາມຮັກຈົນກາຍເປັນຄວາມຫຼົງ ການທີ່ຮູ້ຈັກປ່ອຍວາງເປັນຫົນທາງແກ້ໄຂຈົ່ງຕັດອົກຕັດໃຈ ຈະພົບແຕ່ທາງສຸກນິລັນ


ໝູ່ເພື່ອນຄິດວ່າຄຳສອນບົດນີ້ຖືກຕ້ອງຫຼືຜິດ?
DNA ຢາກຈະຂໍຄຳຄິດເຫັນຈາກໝົດທຸກຄົນ ຂອບໃຈທຸກໆຄົນທີ່ເຂົ້າມາຕອບ


໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິເລດທັງນ້ານໆໆ

~Vਕਆpïrєی™~

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກີດມາແຕ່ໂຕ ຕາຍໄປກໍ່ໄປແຕ່ໂຕ

~Vਕਆpïrєی™~

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວເຈົ້າເວົ້າຖືກ godhood ຄົນເຮົາເກີດມາເຖິງຈະລ້ຳຣວຍມາກມີເງິນທອງກໍ່ຕາມ ແຕ່ເມື່ອຈາກໂລກນີ້ໄປກໍ່ເອົາໄປນຳບໍ່ໄດ້ ດັ່ງນັ້ນເຮົາກໍ່ຄວນຈະສ້າງແຕ່ຄວາມດີແລະກິເລດນັ້ນກໍ່ແມ່ນອີກສິ່ງໜຶ່ງທີ່ຄວນຈະປະລະຢ່າໄດ້ໝົກມຸ້ນກັບມັນ

ກິເລດຄືຕັນຫາ ຕັນຫາຄືກິເລດ ຫາກໃຜຕົກເປັນທາດຂອງກິເລດຈະກໍ່ໃຫ້ເກີດຕັນຫາ ຕັນຫາຄືຄວາມວ່າງເປົ່າ


໐ ກະທູ້
໓໓໓ ໂພສ
ຊຳນານການເວັບບອດ
ເວົ້າຖືກ



໒ ກະທູ້
໑໘໘ ໂພສ
ນັກການກະທູ້

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເຮົາໄປຢຶດຕິດກັບສິ່ງໃດສິ່ງໜຶ່ງມັນກໍ່ຈະເປັນທຸກ ບາງຄັ້ງຄາວເຮົາກະຄວນປ່ອຍວາງມັນໄປແດ່


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວທ່ານ Noukipເວົ້າຖືກຕ້ອງແລ້ວ ຖ້າເຮົາໄປຢຶດຕິດກັບສິ່ງໃດສິ່ງໜຶ່ງມັນກໍ່ຈະເປັນທຸກບາງຄັ້ງຄາວເຮົາກະຄວນປ່ອຍວາງມັນໄປແດ່
ທຸກສັບພະສິ່ງໃນໂລກນີ້ລ້ວນແຕ່ເກີດຈາກເຫດແລະກໍ່ຕ້ອງຈົບລົງດ້ວຍເຫດ

ຂອບໃຈກັບທຸກໆຄົນທີ່ມາໃຫ້ຂໍ້ຄິດກັບຄຳກອນບົດນີ້


໕ ກະທູ້
໑໙໐ ໂພສ
ນັກການກະທູ້
ການທີ່ມີເງີນທອງບໍ່ແມ່ນຄວາມສຸກທີ່ແທ້ຈິງ ຄວາມສຸກທີ່ແທ້ຈິງຄືຄວາມຈີງໃຈຕໍ່ກັນ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ແຕ່ຄວາມຮັກ ກັບ ກິເລດຕັນຫາມັນແຕກຕ່າງກັນບໍ່ແມ່ນ ຫວາ ຄວາມຮັກມີຫລາຍຮູບແບບ ອີກຢ່າງ ຂພຈ ຄິດວ່າ ຄວາມຮັກເປັນສິ່ງທີ່ດີງາມ ການຍຶດໜຽວກັບຄວາມຮັກບໍ່ແມ່ນ ສິ່ງທີ່ຊົ່ວຮ້າຍ
ໂລກນີ້ຈະເປັນແນວໃດຖ້າຄົນບໍ່ຍຶດໜຽ່ວກັບຄວາມຮັກ ຖ້າເປັນ ຄວາມຮັກແບບ ຍິງຊາຍ ກໍຄືຈະມີແຕ່ຄົນ ຢ່າຈາກກັນ ຖ້າເປັນໃນວົງກ້ວາງ ສັງຄົມຄືຈະແຕກແຍກອອກຈາກກັນ ເພາະບໍ່ມີໃຜຢຶດໜັ້ນໃນຄວາມຮັກຄວາມສາມັກຄີ
ບັນຫາທີ່ເກີດຂຶ້ນບໍ່ແມ່ນ ເກີດຈາກການທີ່ຄົນເຮົາໄປຍຶດໝັ້ນກັບຄວາມຮັກ ແຕ່ເກີດຈາກຄົນເຮົາຂາດຄວາມອົດທົນທີ່ຈະຍຶດໝັ້ນກົບຄວາມຮັກ
ຕົວຢ່າງກໍລະນີ້ ບ່າວສາວ ຖ້າ ທັງສອງຄົນ ຍຶດໝັ້ນໃນຄວາມຮັກຂອງກັນແລະກັນ ບັນຫາກໍ່ຈະບໍ່ເກີດຂຶ້ນ
ກໍລະນີ ການຢູ່ນຳກັນໃນສັງຄົມ ຖ້າຄົນເຮົາຢຶດໝັ້ນໃນຄວາມຮັກແພງຄວາມຮັກສາມັກຄີຕໍ່ກັນ ເອົາຄວາມຮັກຍຶດໝັ້ນກັນໄວ້ເປັນອັນໜຶ່ງອັນດຽວ
ແນ່ນອນວ່າ ສັງຄົມຈະມີແຕ່ຄວາມສະຫງົບ.
ໃນໂລກເຮົາຍັງມີຄວາມຮັກສະນິດໜຶ່ງ ທີ່ຍຶດໝັ້ນໃນສິ່ງໜຶ່ງບໍ່ປຽ່ນແປງ ນັ້ນກະຄືຄວາມຮັກຂອງພໍ່ແມ່ ເຖິງວ່າລູກຈະເປັນຄົນແນວໃດ ຊົ່ວຊ້າພຽງໃດ ຄວາມຮັກທີ່ພໍ່ແມ່ຍຶດໜ່ຽວກັບລູກນັ້ນບໍ່ເຄີຍປຽ່ນແປງ ແຕ່ຄວາມຮັກທີ່ລູກຈະຍຶດໝັ້ນໃນຄວາມຮັກຕໍ່ພໍ່ແມ່ນັ້ນ ພັດບໍ່ໜຽວແໜ້ນພໍ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວທ່ານເຫດຜົນແລະສິ່ງທີ່ທ່ານເວົ້າມານັ້ນກໍ່ຖືກຕ້ອງວ່າຖ້າຄົນເຮົາບໍ່ຢຶດໜ່ຽວກັບຄວາມຮັກກໍ່ຈະບໍ່ມີຄວາມສະຫງົບ, ແລະແນ່ນອນຄວາມຮັກຂອງພໍ່ແລະແມ່ທີ່ມີຕໍ່ລູກບໍ່ມີວັນເຊື່ອມຄາຍຂ້າພະເອງກໍ່ເຂົ້າໃຈ. ແຕ່ວ່າຄຳກອນຂ້າງເທິງນັ້ນແມ່ນສອນໃຫ້ຄົນເຮົາຮູ້ວ່າ
ການຢຶດໜ່ຽວກັບຄວາມຮັກຈົນກາຍເປັນຄວາມຫຼົງແລະບໍ່ມີການປ່ອຍວາງໃນທີ່ສຸດກໍ່ຈະກາຍເປັນທຸກ.
ຄວາມສຸກແລະຄວາມທຸກໃນໂລກນີ້ເປັນພຽງພາບລວງຕາ ມີພຽງແຕ່ຫາຄວາມສະຫງົບໃຫ້ພົບເທົ່ານັ້ນຈຶ່ງຈະເປັນຄວາມສຸກທີ່ແທ້ຈິງ.


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ເຈົ້າຂອງກະທູ້ຫາຄວາມສະຫງົບພົບແລ້ວບໍ ບອກວິທີແດ່ເດີ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວທ່ານຖ້າເຈົ້າຂອງກະທູ້ຍັງຫາຄວາມສະຫງົບບໍ່ທັນພົບກໍ່ຄົງຈະບໍ່ນຳເອົາຄຳເວົ້າເລົ່ານີ້ມາເລົ່າສູ່ກັນຟັງ ເພື່ອໃຫ້ຮູ້ເຖິງວ່າການທີ່ເຮົາບໍ່ຍອມປ່ອຍວາງກັບສິ່ງໃດໜຶ່ງແລ້ວ ໃນທີ່ສຸດກໍ່ຈະເປັນທຸກຕາມມາ, ການທາງທີ່ຈະແກ້ໄຂບັນຫານີ້ໄດ້ກໍ່ຄືການຮູ້ຈັກຕັດອົກຕັດໃຈຈະພົບທາງສຸກ.
ທະເລທຸກກ້ວາງໄກຈົ່ງກັບເຂົ້າຝັ່ງ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳມະລ້ວນໆ
ຮັກຫຼາຍຈົນເກີນໄປໂດຍທີ່ບໍ່ຈຳແໜກຄວາມຖືກຕ້ອງຂອງຮັກ ເຮັດໃຫ້ເປັນຜິດເປັນໄພອັນນີ້ ມັນເປັນສີ່ງທີ່ຫຼົງ ໜ້າມືດຕາມົວໃນຄວາມຮັກ
ເປັນສິ່ງທີ່ບໍ່ດີຢູ່ແລ້ວ
ຖ້າເຮົາຮັກໃຫ້ຖືກຕ້ອງກໍ່ເຮັດໃຫ້ເຮົາມີຄວາມສຸກໄດ້

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າເກີດມາ ມີອັນໃດມາກັບເຈົ້າ
ຊິມົວເມົາ ໂລບມາກ ໄປຮອດໃສ
ເວລາຕາຍ ກໍບໍ່ໄດ້ ອັນໃດໄປ
ເຈົ້າກໍໄປ ແຕ່ໂຕເປົ່າ ເຫມືອນເຈົ້າມາ ......

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
easy to say but not easy to do it.
why people wish to have better life? why people like to be rich?
because every body need all kine that thing in they life ok. if you not need those thing you not human.you not on earth.
its feeling.




໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
what about ຕອນຍັງມີຊີວິດຢູ່ນີ້ເດຊັ້ນນະ ຈະບອກວ່າໃຫ້ຢູ່ໄປວັນໆ ຊ້ຳເບາະລະ...?

Sin tu amor en mi vida, mi vida no se
como podre yo vivir

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຂອງ
easy to say but not easy to do it.
why people wish to have better life? why people like to be rich?
because every body need all kine that thing in they life ok. if you not need those thing you not human.you not on earth.
its feeling.

ແມ່ນແລ້ວລ່ະເລື່ອງນີ້ເປັນການງ່າຍທີ່ຈະເວົ້າແຕ່ເປັນການຍາກທີ່ຈະເຮັດເພາະວ່າຄົນເຮົາເກີດມາແລ້ວບໍ່ມີວັນພໍ ສະນັ້ນແຫຼະການທີ່ຮູ້ຈັກປົງກັບສິ່ງໃດໜຶ່ງຢ່າຢຶດຕິດຈົນເກີນໄປຈະເຮັດໃຫ້ເຮົາພົບກັບຄວາມສຸກທີ່ແທ້ຈິງ.

ຜູ້ໃດຫາກເຮັດໃຈໃຫ້ເປັນກາງໄດ້ ຜູ້ນັ້ນຈະພົບພຣະພຸດທະອົງທ່ານທັນທີໂດຍບໍ່ມີກາລະ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຊາທຸ ຊາທຸ ນະໂມຕະຊາ ອາຍຸວັນໂນ ສຸຂັງ ພະລັງ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິຕິປິໂສ ພະຄະວາ ອະຣະຫັງ ອະຣະຫັງ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ສັມມາສັມພຸດໂທ ສັມມາສັມພຸດໂທ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ວິຊຊາຈະຣະນະສັມປັນໂນ ວິຊຊາຈະຣະນະສັມປັນໂນ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ສຸຄະໂຕ ສຸກຄະໂຕ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ໂລກາວິທູນ ໂລກາວິທູນ ວັຈຈະໂສ ພະຄະວາ ສາທຸ ສາທຸ

ພຣະຣັດຕະນະໄຕຣ ໄດ້ແກ່ແກ້ວອັນປຣະເສີດທັງສາມດວງ ໄດ້ແກ່ ພຣະພຸທ ພຣະທຳ ແລະ ພຣະສົງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເຈົ້າເກີດມາ ມີອັນໃດມາກັບເຈົ້າ
ຊິມົວເມົາ ໂລບມາກ ໄປຮອດໃສ
ເວລາຕາຍ ກໍບໍ່ໄດ້ ອັນໃດໄປ
ເຈົ້າກໍໄປ ແຕ່ໂຕເປົ່າ ເຫມືອນເຈົ້າມາ ......



ນ້ຳນີ້ງໄຫຼເລີກ!!

ຫາກວ່າຍາມຍັງມີຊີວີດຢູ່ ມີພໍຢູ່ພໍກິນ
ກ່ອນຕາຍ ກະພໍຍັງມີໃຫ້ລູກຫຼານໄດ້ໃຊ້ເລັກໆນ້ອຍໆ ກະຍັງດີ
ພໍວ່າຍັງຈະພາກັນໄປ ແຈກໄປ ສ້າງບຸນທຳທານນຳ!!!


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
thuek22222222 lery

ຄົນຄິດຮອດບ້ານ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວ່ມາຕັດສະລູ້......

~Vਕਆpïrєی™~

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ແວ່ມາຕັດສະລູ້......

ເອົາໃຈຊ່ວຍນຳເດີ່ ອ້າຍກອດຮູດ ອິອິອິ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ແວ່ມາຕັດສະລູ້......


ຮູ້ທາງໄປລະບໍ່? ອີອີອີ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າ ກິເລດຕັນຫານັ້ນມັນຖ້ວມຫົວມັນກະພາໃຫ້ ທຸກໃນໃຈແທ້.
ແຕ່ຢາກຮູ້ນຳຜູ່ທີ່ພົ້ນຜ່ານແລ້ວ ວ່າ ເປັນຫຍັງ ຜູ່ທີ່ຖືທຳທັງຫຼາຍຈຶ່ງມີແນວໂນ້ມອ່ຽງໄປທາງວັດຖຸໄປເປັນສ່ວນໃຫຍ່?
ຫຼືວ່າເປັນສິ່ງລໍ້ໃຈຈາກເຜດຜີ!!


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍຄວາມເຫັນຕື່ມແນ່ເນີ້ຂອບໃຈ ຂອບໃຈ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະໂມຕັດສະ ພະຄະວະໂຕ ອາລາຫະໂຕ ສັມມາສັມພຸທທັດສະ 3ເທື່ອ ຂາບລົງ 1ຄັ້ງ.

ໄດ້ຍິນເພີ່ນວ່າ ບ່ອນໃດມີຮັກ ບ່ອນນັ້ນມີທຸຂ(ຮັກແບບສູ້ບ່າວສາວເດີ)
ຖ້າຮັກຫລາຍ ກທຸຂຫລາຍ ຖ້າຮັກຫນ້ອຍກທຸຂຫນ້ອຍ.
ສາທຸ ສາທຸ.


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕືໂປ້ຍກ່າຍກະເລີຍບອກວ່າ: " ທີ່ໃດມີຣັກ ທີ່ນັ້ນມີທຸກ ໃຈຂື່ນຂົມ ລະທົມຊົ່ວນິຣັນ"


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ຂໍຄວາມເຫັນຕື່ມແນ່ເນີ້ຂອບໃຈ ຂອບໃຈ


ເພາະໄດ້ເຫັນໃນຫຼາຍໆບ່ອນທີ່ເຈົ້າອະທິການວັດ ຢາກມອງຂ້າມຜູ່ທີ່ມີສັດທານ້ອຍ(!)
ແຕ່ ເຫັນຜູ່ທີ່ມີຕົ້ນກະລະພຶກທີ່ດົກຫນານັ້ນເປັນຜູ່ທີ່ເຫຼື້ອມໃສກວ່າ.
ບໍ່ແມ່ນວ່າບໍ່ມີສັດທາແລະເຫຼື້ອມໃສໃນພາຣະກິດຂອງອາຈານໃດຫນຶ່ງດອກ.
ໄດ້ເຫັນບັນດາຈົວແຕ່ນ້ອຍໆພາກັນສູບຫວ້ານສູບຢາ!!
ອັນນີ້ຄິດວ່າບໍ່ສົມຄວນ ແຕ່ບໍ່ເຫັນມີການຫ້າມປາມກັນແຕ່ຢ່າງໃດ.
ຢາສູບກະເປັນຂອງຢ່າງຫນຶ່ງທີ່ໃນໂລກຂອງວັດຖຸນິຍົມທີ່ກຳລັງພາກັນລົດ
ແມ້ບາງປະເທດ ເຂົາຮອດບໍ່ຮັບຄົນທີ່ສູບຢາເຂົ້າເຮັດການໃນບໍຣິສັດຂອງເຂົາ.
ແລ້ວຂ້ອຍວ່າຄຳສອນເຫຼົ່ານີ້ມັນມີປະໂຫຍດແທ້ແກ່ຄົນຜູ່ທີ່ຫມາຍຫມັ້ນຢາກຝຶກຝົນຕົນໃນທຳແລະຄຳສອນແຕ່ສຳຫຼັບຜູ່ທີ່ຫາເຊົ້າກິນຄ່ຳນີ້ ຢາກວ່າຫມົດສັດທາແນ່ຫນ໋ອຍຫນຶ່ງ.
``ຕົນລະເປັນທີ່ເພິ່ງຂອງຕົນ``ທີ່ກ່າວໄວ້ມັນກະເລິກເຊິ່ງດີ
ແຕ່ ເຮົາບໍ່ອາຈຊ່ອຍເຮົາເອງໄດ້ທຸກຍາມແລະທຸກກໍຣະນີ.
ຍາມເຈັບເປັນຕ້ອງໄປຫາຫມໍຫາຢຸກຢາມາກິນແກ້ທີ່ເຮົາເອງເຮັດຫຍັງບໍ່ໄດ້!!
ອາຈລ່ວງເກິນຂອບເຂດຂອງຄວາມດີງາມເກິນໄປ ຕ້ອງຂໍໂທດເດິ.



ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>