ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຕາຍວັນພຣະ ວັນສິນ ແມ່ນຊັ້ນເບາະວ່າເປັນຄົນບາບ ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຍິນຜູ້ເຖົ້າຫລາຍໆຄົນເພີ່ນວ່າ ຖ້າວ່າບຸກຄົນຜູ້ໃດຫາກສິ້ນໃຈ ຫລື ຕາຍ ໃນວັນທີ່ເປັນວັນສິນ ວັນພຣະ ແມ່ນເປັນຄົນບາບ ວ່າຊັ້ນ
ພີ່ນ້ອງພັນລາວວ່າຈັ່ງໃດລະ ?

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄຶກັນ ແຕ່ຜູ້ເຖົ້າກະພາກັນວ່າຊັ້ນລະ
ຄັນຊິຕາຍໃກ້ວັນສິນ ເພິ່ນກະຍັງແຕ່ງຂັນຫ້າຂຶ້ນ ບໍ່ໃຫ້ຕາຍຖຶກວັນສິນ
ທີ່ຈິງແລ້ວມັນຄຶຊິບໍ່ແມ່ນ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ອື່ນຊິຕາຍ ພັດວ່າເປັນວັນສິນ ຊັ້ນຊິກັ້ນໃຈຕາຍມື້ນີ້

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
bor hoo na dai yin tea phou thao lao suu phung na

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ບໍ່ຮູ້ນະ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ກ່ຽວກັນຕີແບ້ງ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຂໍອັນເຊິນທ່ານ ariya ຖ້າຮູ້ກາມາຊ່ວຍຕອບແນ່ເດີ


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າບໍ່ບາບດອກເພາະຮອດມື້ຮອດວັນຂອງຜູ້ກຽ່ວແລ້ວບໍ່ອາດເວັ້ນໄດ້ດອກ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຕາຍວັນສິນແລ້ວເປັນຄົນບາບ ໃຜໆກະຄືສິບໍ່ຢາກຕາຍມື້ນັ້ນດອກ ແຕ່ການເກີດການຕາຍມັນກຳນົດບໍ່ໄດ້
ຖ້າຮອດມື້ຮອດວັນມາແລ້ວ ໃຜໆກະຕ້ອງໄດ້ຈາກກັນໄປ


໒ ກະທູ້
໑໘໘ ໂພສ
ນັກການກະທູ້
ແມ່ນໃຫ້ ທ່ານ ariya ມາຕອບ

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮວຍແບງຊິກັ້ນໃຈຕາຍເຮັດຫຍັງ ແມ່ນໃຜເຮັດໃຫ້ເສຍໃຈ ?

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕ້ອງໄດ້ອັງເຊີນທ່ານ ariya ມາຊີ້ແຈງລາຍລະອຽດກ່ອນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒ ກະທູ້
໑໐໗ ໂພສ
ນັກການກະທູ້
ການຕາຍນີ້ ມັນບໍ່ກ່ຽວກັບວັນສິນ ວັນພຣະ ສຸດແລ້ວແຕ່ພະຍາດກັມຂອງຜູ້ກຽວ.....ກັມ....ການຕາຍນີ້ມີຫຼາຍຢ່າງຕາຍດ້ວຍການມົດອາຍຸໄຂ ແຕ່ຍັງມີກັມ, ຕາຍໝົດກັມແຕ່ອະຍຸໄຂຍັງມີ ແຕ່ຕາຍດ້ວຍການໝົດກັມໝົດອາຍຸໄຂ ກະເລື່ອງໜຶ່ງ ຕາຍດ້ວຍການໝົດອາຍຸໄຂ ຕາຍດ້ວຍການໝົດກັມ ຕາຍດ້ວຍການໝົດລົມຫັ້ນໃຈພະຍາດຜູ້ດຽວກະເລື່ອງໜຶ່ງ ຕາຍດ້ວຍການໝົດກິເລດກະເລື່ອງໜຶ່ງ...............

(ສະມະຊິກພັນລາວ ທ່ານໜຶ່ງເວົ້າວ່າ. ຄວາມຮູ້ເປັນແກ່ນ ຄະເເນນເປັນມອກ)
ຄວາມຮູ້ຕ້ອງຊອກ ສະແຫວງຫາ
ຕາມກະຕິກາ ຄະແນນຢູ່ທີ່ປາຍປາກາ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Juan ຂຽນວ່າ...
ຮວຍແບງຊິກັ້ນໃຈຕາຍເຮັດຫຍັງ ແມ່ນໃຜເຮັດໃຫ້ເສຍໃຈ ?


ຮາາາ ຈ່ວນ ເວົ້າເລື່ອງຕາຍ ບໍ່ວ່າວັນໃດກະບໍ່ຢາກຕາຍລະເຮີຍ...ຍັງບໍ່ທັນໄດ້ເມັຍ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
man! good person die de same. its not you bad or good very body end up in coffin soon or later.


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ແບ້ງລອງ**** ໃຫ້ເບິ່ງແລ້ວກັບມາບອກແດ່ວ່າແທ້ບໍ່ 55555555
ທິດສະດີບອກວ່າຢ່າເປັນຄົນຫູເບົາ ຟັງຫູໄວ້ຫູ ຕ້ອງເຫັນດ້ວຍຕາ ຄຳດ້ວຍມື ດົມດ້ວຍດັງ
ຈຶ່ງເຊື່ອ.


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ບໍ່ແມ່ນດອກ ມີບຸນຕ່າງຫາກ ບໍ່ອີ່ຫຼີໃຜສິຕາຍວັນສິນ

Sin tu amor en mi vida, mi vida no se
como podre yo vivir

໑ ກະທູ້
໑໙໖ ໂພສ
ນັກການກະທູ້
ຄືຊິບໍ່ກ່ຽວກັນດອກ ຮອດມື້ໄປລະເດ

Evil ໃຈດຽວຫຼາຍຄວາມຄິດ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ozone ຂຽນວ່າ...
ແບ້ງລອງ**** ໃຫ້ເບິ່ງແລ້ວກັບມາບອກແດ່ວ່າແທ້ບໍ່ 55555555
ທິດສະດີບອກວ່າຢ່າເປັນຄົນຫູເບົາ ຟັງຫູໄວ້ຫູ ຕ້ອງເຫັນດ້ວຍຕາ ຄຳດ້ວຍມື ດົມດ້ວຍດັງ
ຈຶ່ງເຊື່ອ.


ຮາາາ ຂອງແນວນີ້ ຖ້າໄດ້ເຫັນແລ້ວ ຄຳແລ້ວ ດົມແລ້ວ ກະຊິໄດ້ແຕ່ຮູ້ຜູ້ດຽວຫັ້ນແລ້ວເນາະ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍຮ່າ ແຮງເປັນຄົນບາບ ຮອດວັນສິນຊິໄດ້ລະແວງແທ້ໆແຫຼະບາດນິ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປສ້າງກຳບໍ່ດີອັນໃດມາ ສາວສວນມອນ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼາຍໂພດ ອັນກຳນິ ລະແວງຢູ່ທຸກມື້


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ພຽງແຕ່ເກີດມາໃຊ້ເວນໃຊ້ກຳເນາະ ຍັງເກີດມາສ້າງເວນສ້າງກຳຕື່ມອີກ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິອິ ແມ່ນລະ ເທື່ອໜ້າໄປໃສຊິໄດ້ເອົາກະແຈເຮືອນໄປນຳດອ໋ກ ອີ່ຕົນພໍ່ແມ່ລຸກໄຂປະຕູໃຫ້ຕອນຂອ້ນແຈ້ງ
ດຽວບາບຫຼາຍກອ່ນນິ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາເປັນວ່າ ຄົນດີຫລືຄົນບໍ່ດີນັ້ນ ບໍ່ກ່ຽວກັບມື້ຈະຕາຍເນາະ..! ຕາຍມື້ໃດກະຄືຕາຍຫັ້ນລະ.
ສຳຄັນຢູ່ບ່ອນວ່າ ຈະເຮັດຫຍັງກ່ອນຕາຍ ແລະ ຫລັງຈາກຕາຍໄປແລ້ວມີຫຍັງເບື້ອງຫລັງໃຫ້ຄົນອ້ອມຂ້າງທີ່ຍັງຢູ່ຈົດຈຳ.
- ພຣະພຸດທະເຈົ້າ ສາສດາ ຂອງພວກເຮົາຊາວພຸດເພີ່ນກໍ່ດັບຂັນປະຣິນິພານ ໃນວັນສິນ15ຄ່ຳ.
ສະນັ້ນບໍ່ຕ້ອງກັງວົນອີກແລ້ວເນາະ ມີແຕ່ຕຽມຕົວກ່ອນຕາຍຫັ້ນລະ...!ອິອິອິ
-----------------------------------------------------------------------------------------------------------
ສາວສວນມອນເຈົ້າຊິວ່າຈັ່ງໃດ ຂ້ອຍກະວ່າຖືກຢູ່ຫວາ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາຍວັນສິນມັນຈຶ່ງຫ້ຽນໄດ້ໃຈ ເຮິເຮິ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- Juan ຂອບໃຈເນີ ທີ່ແນະນຳ, ແລະຂອບໃຈອີຕາແບ້ງ ທີ່ຕັ້ງກະທູນີ້ ແລະຂອບໃຈທຸກຄົນທີ່ກ່າວເຖິງ
- ທຸກທ່ານທີ່ຕອບໄປແລ້ວເຫັນວ່າເປັນຄວາມຮູ້ທີ່ຖືກຕ້ອງສົມຄວນ ຈຶ່ງຂໍເພີ່ມເຕີມດັ່ງນີ້.
------------------
- ເທົ່າທີ່ຫາຫັຼກຖານ ທີ່ຄວນເຊື່ອ ກໍຄືຫຼັກຖານ ໃນພຣະໄຕປິດົກນັ້ນ ພໍສະຫຼຸບສັ້ນ ເອົາເນື້ອຄວາມຄື "ການເກີດເປັນທຸກ/ການຕາຍກໍເປັນທຸກ" (ທັງສອງລ້ວນແຕ່ທຸກ)
ເຫດທີ່ກ່າວ່າ ເກີດກໍທຸກ ຕາຍກໍທຸກ ຄືເປັນດັ່ງນີ້:

ກ. ຄຳວ່າການເກີດເປັນທຸກ ໝາຍວ່າ ການເກີດໃນພົບພູມມະນຸດກໍຕາມ ເທວະໂລກ ແລະນິຍະໂລກ(ນະຣົກ)ກໍຕາມ ລ້ວຍແຕ່ເປັນທຸກ ທັງນັ້ນ ເພາະຫຍັງ ?

- ການໄປເກີດໃນເທວະໂລກກໍເປັນທຸກນັ້ນ ເຖິງແມ່ນວ່າການໄປເກີດໃນສະຫວັນນັ້ນ ແມ່ນການໄປສະເຫວີຍຜົນບຸນ ທີ່ເປັນສຸກຈາກ ບຸນທີ່ເປັນທິບ ແຕ່ກັບມາເປັນທຸກກໍຕອນ ທີ່ເທວະບຸດ ແລະເທວະດາເຫຼົ່ານັ້ນ ໄດ້ຮັບຄວາມທຸກຕອນທີ່ຈະຕ້ອງຕາຍອີກ ຈາກພາວະ ທີເປັນເທວະດາ ເທວະບຸດ, ຫາກກຸສົນຍັງດີ ເທວະດາເຫຼົ່ານັ້ນ ອາດໄປຕົກທີ່ສະຫວັນຊັ້ນອື່ນໆອັນນັ້ນ ກໍຖືວ່າຍັງດີ ແຕ່ ເທວະບຸດ ແລະເທວະດາເຫຼົ່ານັ້ນບໍ່ຍາກໄປຈາກພາວະທີ່ຕົນເປັນຢູ່ນັ້ນ. (ການບໍ່ຢາກຕາຍກໍເປັນທຸກ).

- ການເກີດໃນມະນຸດສາໂລກນັ້ນ ແມ່ນເກີດມາແລ້ວຕ້ອງໃຊ້ກັມ (ຕາມຫຼັກທັມແລ້ວ ກ່າວ່າໃນພົບພູມມະນຸດນີ້ ເປັນທຸກ ຈະເກີດໃນພາວະໃດກໍເປັນທຸກ ທຸກເພາະການເກີດ, ທຸກເພາະການທຳມາຫາລ້ຽງຊີບ ການຫາຄວາມຮູ້ ການເຈັບປວດທັງກາຍທັງໃຈ ແລະອື່ນ-ໃນພາວະຄວາມເປັນມະນຸດນັ້ນ ພູມມະນຸດນີ້ທັງກະທຳກຳ ແລະສະເຫວີຍກັມ -ທັງກັມດີ ແລະຊົ່ວ) ແລະປະຕິບັດກັມຕ້ອງໄດ້ປະສົບພັບພໍ້ກັບທຸກ, ເວທະນາ, ສຫນຍາ, ສັງຂານ ວິນຍານ ແລະວິບາກກັມອື່ນໆ ທີ່ເກີດຈາກ ຕັນຫາ ໓ ທີ່ມະນຸດຕ້ອງໄດ້ຮັບ ໃນທີ່ທຸກກໍທຸກເພາະຈະຕ້ອງຕາຍ ເມື່ອຕາຍໄປແລ້ວ ກໍຕ້ອງໄດ້ຮັບທຸກອີກຫາກທຳບາບໃນເມື່ອເປັນມະນຸດ ແຕ່ຖ້າໄປສະຫວັນ ກໍຍັງດີກວ່າການຕົກນະຣົກ.
- ການເກີດໃນນິຍະ(ນະຣົກ)ນີ້ ທຸກເພາະໄດ້ຮັບຜົນທີ່ຈາກຊົ່ວ ຫຼືບາບ, ຈະຕ້ອງໄດ້ໄປຕົກນະຣົກໝົກໃໝ້ ໃນທີ່ອະກຸສົນກັມທີ່ຕົນທຳ.

- ສຳລັບຄົນທີ່ຕາຍກໍເຊັ່ນກັນ ຄືທຸກເພາະບໍ່ຢາກຕາຍ, ເມື່ອຕາຍໄປແລ້ວ ກໍຕ້ອງໄປສະເຫວີຍ ກັມຊົ່ວ, ການຕາຍນັ້ນ ນັບວ່າທຸກສຳລັບຄົນທີ່ຍັງ ເພາະເກີດການສູນເສັຍຄົນທີ່ຕົນຮັກ ສ່ວນຄົນທີ່ຕາຍ ນັບວ່າເຂົາຫຼຸດພົ້ນຈາກກອງ ທຸກໃນຄວາມເປັນມະນຸດ, ແຕ່ກໍເບິ່ງອີກວ່າຫາກເຂົາທຳຊົ່ວຕະຫຼອດຊີວິດ ເຂົາກໍຕ້ອງໄດ້ຮັບທຸກຫຼັງຄວາມຕາຍອີກຕໍ່ໜຶ່ງ ອັນນີ້ທຸກຊ້ຳຕື່ມ,(ເກີດມາເສັຍຊາດເກີດ-ຫຼຸບ) ແຕ່ເຂົາທຳດີ ແລະທຳບຸນມາຕລອດ ເຂົາຈະດີກວ່າ ເພາະເຂົາຈະໄດ້ສະເຫວີຍສຸກໃນໂລກສະຫວັນ ອັນນີ້ຄືໄດ້ກຳໄລ.

- ຄົນເຮົານີ້ ເລືອກຕາຍບໍ່ໄດ້ ແຕ່ເລືອກທີ່ຈະທຳຄວາມດີໄດ້, ຄົນທີ່ຕາຍໃນວັນສິນນັ້ນ ຜູ້ຂຽນໄດ້ຍິນການຕອບຄຳຖາມຂອງພຣະຫຼັກ ຄຳແກ້ວ ເຈົ້າຄະນະແຂວງສີທັນດອນ, ພຣະຄຣູພຣົມມາ ວັດຫົວດອນຮີ ແລະພຣະຫຼັກຄຳທອງ ເຈົ້າຣາຊາຄະນແຂວງສີທັນດອນ ແລະເຈົ້າຄະນະເມືອງໂຂງ ຕອນນັ້ນ ຜູ້ຂຽນອາຍຸປະມານ ໑໐ ປີ ປະມານ ປີ(໑໙໗໖-໗໗) ນີ້ ບໍ່ຈື່ຄັກ ຕອນນັ້ນ ພໍ່ຂອງຜູ້ຂຽນເອງເປັນ ຜູ້ຕັ້ງຄຳຖາມສົນທະນາເລື່ອງນີ້(ເລື່ອງກາຍຕາຍໃນວັນສິນເປັນບາບບໍ ?) ພຣະອາຈານທັງ ໓ ອົງລ້ວນແຕ່ ຕອບເປັນຄຳດຽວກັນ, ວ່າ "ຄົນທີ່ຕາຍວັນສິນເປັນຄົນບຸນກໍມີ ເປັນຄົນບາບກໍມີ" ແລ້ວກໍມີການອະທິບາຍໄປຫຼາຍຢ່າງ ແຕ່ຜູ້ຂຽນບໍ່ຈື່ ຈື່ແຕ່ວ່າ "ບໍ່ບາບ". ພຣະພຸດທະເຈົ້າກໍຕາຍໃນວັນສິນ ພຣະອົງກໍໄປພຣະນິພພານ.

- ແຕ່ເມື່ອເມື່ອຜູ້ຂຽນໄດ້ພົບກັບເຈົ້າຄຸນປະຍຸດ ປະຍຸດໂຕ ຂອງໄທຍ ທີ່ບາງກອກ ເມື່ອປີ ໑໙໙໓ ກໍລອງຖາມເພິ່ນບອກວ່າ "ບາບກໍມີ ບໍ່ບາບກໍມີ" ເພິ່ນອະທິບາຍວ່າ "ຄົນທີ່ຕາຍວັນສິນຫາກທຳບາຍຕລອດຊີວິດກໍບາບ, ຫາກທຳບຸນຕລອດຊີວິດກໍບຸນ"

- ສ່ວນຜູ້ຂຽນເອງ ກໍຊອກຫາເບິ່ງຫຼັກຖານທາງໜັງສື ບໍ່ເຫັນໄດ້ເວົ້າເຖິງເລື່ອງການຕາຍວັນໃດເປັນບາບເລີຍ ແຕ່ຄົນລາວເຮົາເຊື່ອ ກັນຈັ່ງຊັ້ນ, (ຈຶ່ງເຫັນວ່າ ຄວາມເຊື່ອ ຫາກບໍ່ເປັນໄປຕາມທັມ ກໍເປັນຄວາມເຊື່ອທີ່ຜິດ).

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໍຂອບໃຈ ນຳອາຈານເປັນຢ່າງສູງ ທີ່ໄດ້ມາແວແລະອະທິບາຍຍະຫຍາຍໃຫ້ຄວາມຮູ້ເພີ່ມເຕີມແກ່ພວກຂະນ້ອຍ.


-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ຍັງບໍ່ຮູ້ເດ່ ຍັງບໍ່ທັນຕາຍ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈແລ້ວ ຂໍຂອບໃຈທ່ານອາຈານ ອະຣິຍະຫຼາຍໆ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>