ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເກີດມາຊາດນີ້ຂໍໃຫ້ທຳແຕ່ກຳດີ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິເລດຄືຕັນຫາ ຕັນຫາຄືຄວາມວ່າງ ລຸດພົ້ນກິເລດ ຈົ່ງເດີນສາຍກາງ ທະເລທຸກບໍ່ມີຂອບເຂດຈົ່ງກັບຕົວກັບໃຈ
ຄວາມຕາຍເປັນສິ່ງທີ່ປາສະຈາກບໍ່ໄດ້ ຊີວິດນີ້ເປັນພຽງສັງຂານ ບໍ່ມີຫຍັງທີ່ຈະໜ້າເສຍດາຍ ແຕ່ກ່ອນຕາຍ ຂໍໃຫ້ກະທຳແຕ່ຄວາມດີ
ບໍ່ວ່າຊາດນີ້ຫຼືຊາດໜ້າ ຈົ່ງພາກັນຫັນເຂົ້າສູ່ສີລທັມ ເພື່ອປັດແຜ້ວຫົວໃຈໃຫ້ສະອາດ ປັດສະຈາກໄຟຣາຄະແຫ່ງກິເຣດທັງຫຼາຍເພື່ອບັນລຸມັກຜົນ ພະນິບພານດິບ ກໍຄື ບັນລຸມັກຜົນແຫ່ງຄວາມສຸກໃນຄາວຍັງມີຊີວິດຢູ່ ຄວາມສຸກທີ່ແທ້ຈິງຄືການລະເລີກ ຄວາມໂກດ ຄວາມຫຼົງ ບໍ່ເມົາມົວນຳຕັນຫາຣາຄະ ກອງໄຟມະໄລກັນຈຶ່ງບໍ່ໝົກໄໝ້ຢູ່ໃນຫົວໃຈ ເພື່ອເສບສຸກໃນນິບພານ ເມື່ອດັບຂັນໄປແລ້ວ.
ຮ່າງກາຍສັງຂານລ້ວນເປັນສິ່ງທີ່ວ່າງເປົ່າ ເຫດໃດຕ້ອງຢຶດໝັ້ນກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນວ່າງເປົ່າ ແນວແນ່ກັບຄວາມຮັກຈົນກາຍເປັນຄວາມຫຼົງການຮູ້ຈັກປ່ອຍວາງຄືຫົນທາງແກ້ໄຂ ຈົ່ງຕັດອົກຕັດໃຈຈະພົບແຕ່ທາງສຸກນິຣັນ
ສຸກແລະທຸກເປັນພຽງພາບລວງຕາ ມີພຽງແຕ່ຫາຄວາມສະຫງົບໄດ້ເທົ່ານັ້ນ ຈຶ່ງຈະເອີ້ນວ່າເປັນຄວາມສຸກທີ່ແທ້ຈິງ
ກິເລດນັ້ນບໍ່ມີຕົວຕົນ ຫາກຜູ້ໃດຕົກເປັນທາດຂອງກິເລດ ຈະກໍ່ໃຫ້ເກີດຕັນຫາ ຕັນຫາຄືຄວາມວ່າງເປົ່າ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
man dai noy va theuk22

ຄົນຄິດຮອດບ້ານ

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມະນຸດທີ່ຫລຸດພົ້ນຈາກກິເລດໄດ້ ຄືມະນຸດທີ່ມີພຽງຮ່າງກາຍທີ່ໄຮ້ວິນຍານ(ມໍລະນະພາບ)

~Vਕਆpïrєی™~

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ມະນຸດທີ່ຫລຸດພົ້ນຈາກກິເລດໄດ້ ຄືມະນຸດທີ່ມີພຽງຮ່າງກາຍທີ່ໄຮ້ວິນຍານ(ມໍລະນະພາບ)


ອູ່ຍບໍ່ແມ່ນດອກ ອ້າຍກອດຮູດ ເຮົາວ່າຕ້ອງຍັງມີຢູ່ຕີ້ເບາະ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າປານພະເລີຍເນາະ
ເວົ້າໄດ້ກິນໃຈຂະຫນາດ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືວ່າກິເລດຄືຕັນຫາ ຕັນຫາຄືຄວາມວ່າງ
ກິເລດຄືຕັນຫາ ຕັນຫາຄືຄວາມຢາກ ແບບນີ້ຄືຢູ່ຫວາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໙ ກະທູ້
໗໑໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ amay ຂຽນວ່າ...
ເວົ້າປານພະເລີຍເນາະ
ເວົ້າໄດ້ກິນໃຈຂະຫນາດ


ກິນໃຈຂະໜາດສຳໃດເດ ອິອິ ຢາກຮູ້ຈັງ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິນໄປຫມົດໃຈແລ້ວ


໒໘ ກະທູ້
໗໘ ໂພສ
ນັກການກະທູ້
ສາທຸນຳເດີ


໑ ກະທູ້
໒໒໐ ໂພສ
ນັກການກະທູ້


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິຕິປິໂສ ພະຄະວາ ອະຣະຫັງ ອະຣະຫັງ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ສັມມາສັມພຸດໂທ ສັມມາສັມພຸດໂທ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ວິຊຊາຈະຣະນະສັມປັນໂນ ວິຊຊາຈະຣະນະສັມປັນໂນ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ສຸຄະໂຕ ສຸກຄະໂຕ ວັຈຈະໂສ ພະຄະວາ
ອິຕິປິໂສ ພະຄະວາ ໂລກາວິທູນ ໂລກາວິທູນ ວັຈຈະໂສ ພະຄະວາ ສາທຸ ສາທຸ

ພຣະຣັດຕະນະໄຕຣ ໄດ້ແກ່ແກ້ວອັນປຣະເສີດທັງສາມດວງ ອັນໄດ້ແກ່ ພຣະພຸທ ພຣະທຳ ແລະ ພຣະສົງ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ມະນຸດທີ່ຫລຸດພົ້ນຈາກກິເລດໄດ້ ຄືມະນຸດທີ່ມີພຽງຮ່າງກາຍທີ່ໄຮ້ວິນຍານ(ມໍລະນະພາບ)


ເວົ້າຜີດແລ້ວ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ godhood ຂຽນວ່າ...
ມະນຸດທີ່ຫລຸດພົ້ນຈາກກິເລດໄດ້ ຄືມະນຸດທີ່ມີພຽງຮ່າງກາຍທີ່ໄຮ້ວິນຍານ(ມໍລະນະພາບ)


ເວົ້າຜີດແລ້ວ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
``ທະເລທຸກກ້ວາງໄກຈົ່ງກັບເຂົ້າຝັ່ງ``
ເປັນຄຳເວົ້າຂອງເຈົ້າຂອງກະທູ້ນີ້ ໃນອີກ ກະທູ້ຫນື່ງ!
ເປັນຫຍັງຈື່ງອ້າງຄວາມເວົ້ານີ້ ມາ ປານວ່າ ພະເຍຊູ!
ຄົນທີ່ບໍ່ມີກິເລດຈັກນ້ອຍກະ ຢູ່ໄປຈັ່ງໃດ ຫຼືວ່າ ເປັນອຳມະພາດໄປແລ້ວ?
ຄົນທີ່ບໍ່ມີຄວາມຢາກໄດ້ຢາກດີ ມັນກະວ່າກັນຢາກໃດ໋.
ບໍ່ແມ່ນວ່າມາດູຫມິ່ນສິນທຳອັນໃດດອກ.
ແລ້ວຄວາມຢາກຮູ້ຢາກເຫັນດັ່ງນັກວິທຍາສາດຕ່າງໆທີ່ຄົ້ນພົບ ວິທີການປ້ອງກັນໃຫ້ຊີວີດຍາວນານໄດ້ ກະຫວ່າງເປົ່າບໍ?
ການຄົ້ນພົນຢຸກຢາປົວພະຍາດກະລ້ວນແລ້ວແຕ່ ຄວາມຢາກຮູ້ ..
ແຕ່ຫາກວ່າ ຕັນຫາ ແນໄປໃສ່ ທາງກາມມະເພດນັ້ນ ກະຍັງວ່າ ພາໃຫ້ຫົວໃຈເຕັ້ນແຮງ ກະຊ່ອຍການດັນໂລຫິດໃຫ້ໄປທົ່ວໃນຮ່າງກາຍເຖົ້າໆຫັ້ນໄດ້ຄືກັນ
ກະຊ່ອຍໃຫ້ ຍຶດຊີວີດອອກໄປ
ຫຼືວ່າ
ພາໃຫ້ຫົວໃຈວາຍໄປ!!!!


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
``ທະເລທຸກກ້ວາງໄກຈົ່ງກັບເຂົ້າຝັ່ງ``
ເປັນຄຳເວົ້າຂອງເຈົ້າຂອງກະທູ້ນີ້ ໃນອີກ ກະທູ້ຫນື່ງ!
ເປັນຫຍັງຈື່ງອ້າງຄວາມເວົ້ານີ້ ມາ ປານວ່າ ພະເຍຊູ!
ຄົນທີ່ບໍ່ມີກິເລດຈັກນ້ອຍກະ ຢູ່ໄປຈັ່ງໃດ ຫຼືວ່າ ເປັນອຳມະພາດໄປແລ້ວ?
ຄົນທີ່ບໍ່ມີຄວາມຢາກໄດ້ຢາກດີ ມັນກະວ່າກັນຢາກໃດ໋.
ບໍ່ແມ່ນວ່າມາດູຫມິ່ນສິນທຳອັນໃດດອກ.
ແລ້ວຄວາມຢາກຮູ້ຢາກເຫັນດັ່ງນັກວິທຍາສາດຕ່າງໆທີ່ຄົ້ນພົບ ວິທີການປ້ອງກັນໃຫ້ຊີວີດຍາວນານໄດ້ ກະຫວ່າງເປົ່າບໍ?
ການຄົ້ນພົນຢຸກຢາປົວພະຍາດກະລ້ວນແລ້ວແຕ່ ຄວາມຢາກຮູ້ ..
ແຕ່ຫາກວ່າ ຕັນຫາ ແນໄປໃສ່ ທາງກາມມະເພດນັ້ນ ກະຍັງວ່າ ພາໃຫ້ຫົວໃຈເຕັ້ນແຮງ ກະຊ່ອຍການດັນໂລຫິດໃຫ້ໄປທົ່ວໃນຮ່າງກາຍເຖົ້າໆຫັ້ນໄດ້ຄືກັນ
ກະຊ່ອຍໃຫ້ ຍຶດຊີວີດອອກໄປ
ຫຼືວ່າ
ພາໃຫ້ຫົວໃຈວາຍໄປ!!!!


ແຕ່ການຢາກໃນທີ່ນີ້ບໍ່ໝາຍຄວາມວ່າແມ່ນການຢາກໃນການສຶກສາ ແຕ່ມັນໝາຍເຖິງຄວາມຮູ້ຈັກພໍຄວາມຮູ້ຈັກປ່ອຍວາງຈາກກິເລດແລະຕັນຫາ