ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ເຣື່ອງຈາກສຽນພຣະພຸດທະຮູບປູນປັ້ນສະໄໜບູຮານ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ຄັນແມ່ນຍາດພີ່ນ້ອງຈາກບ້ານນອກມາຢາມ ຫຼືໝູ່ກອງຍາດພີ່ນ້ອງມາຈາກຕ່າງປະເທດກໍຕາມ ສິ່ງທໍາທີ່ເຂົາຢາກໃຫ້ພາໄປ ແມ່ນ ໄປນະມັດສະການພຣະທາດຫຼວງ, ເມື່ອໄປນະມັດສະການພຣະທາດຫຼວງຄັ້ງໃດກໍຕ້ອງມັກຈະວຽງຂວາໄວ້ພຣະສີ່ມູມ ແລ້ວເດີນ ຮອບກົມມະລຽນ ຈະເຫັນສຽນພຣະພຸດທະຮູບປຸນປັ້ນບູຮານ ທີ່ກົມມະລຽນພຣະທາດດ້ານຕາເວັນຕົກ ເຍື້ອງໄປທາງວັດທາດ ຫຼວງໃຕ້ ແລະໄປຄັ້ງໃດກໍມີແຕ່ຄົນຖາມວ່າ “ສຽນນີ້ເອົາມາແຕ່ໃສ ?, ເປັນຫຍັງຈຶ່ງມີແຕ່ຄໍ ? ຫຼືເພີ່ນເຮັດແຕ່ພຽງຄໍ ? ແລະຄຳຖາມອື່ນໆຕາມມາຫຼວງຫຼາຍ” ຜູ້ຖືກຖາມກໍໄດ້ຕອບວ່າ “ບໍ່ຮູ້ປະຫວັດຄັກ ແຕ່ວ່າລາວເຮົາເມື່ອກ່ອນເປັນເມືອງແຫ່ງພຣະພຸດທະສາສນາຮຸ່ງເຮືອງມາເຫິງນານ ບໍ່ເປັນເຣື່ອງແປກປາຫຼາດທີ່ຈະພົບເຫັນສຽນພຣະ, ບັນລັງພຣະ, ອົງພຣະພຸດທະຮູບເກົ່າແກ່ເພພັງ ຫຼົງເຫຼືອຢູ່ຫຼວງຫຼາຍທັງທີ່ຢູ່ພື້ນດິນ ແລະຕາມວັດວາອາຮາມຕ່າງໆ, ກໍຍ້ອນໄພສົງຄາມໃນໄລຍະໜຶ່ງ ຈຶ່ງເຮັດໃຫ້ສະພາບພຣະພຸດທະຮູບຫັກພັງຈົນສ້ອມແປງບໍ່ໄດ້ເຊັ່ນທີ່ພົບເຫັນ ໃນທີ່ສຸດກໍຕ້ອງສະຫຼຸບວ່າ “ນີ້ແລ້ວໄພຂອງສົງຄາມ ແມ່ນແຕ່ພຣະກໍຍັງຖືກ ທໍາລາຍ” ແທນທີ່ທີ່ຈະສະຫຼຸບກັບໄປເກີດຫົວເລື່ອງໃໝ່ອີກວ່າ ສົງຄາມຕອນໃດ ? ຄົນຕ່າງປະເທດທີ່ເວົ້າພາສາຄ້າຍລາວນີ້ ມັກຈະຖາມ ບໍ່ຮູ້ວ່າເຂົາແກ້ງຖາມ ຫຼືບໍ່ຮູ້ຈັກອີ່ຫຼີ ເຂົາມັກຈະຖາມວ່າ “ສົງຄາມຄອມມູນິດບໍ ?” ເມື່ອໄດ້ຍິນຄໍາຖາມຄໍາບໍ່ຢາກ ຕອບກໍຈໍາເປັນຕ້ອງຕອບ ຄື “ສົງຄາມສະຫຍາມ-ລາວ ແລະວຽງຈັນຖືກຮ້າງບໍ່ມີຄົນຕັ້ງ ໖໐ ປີ ບໍ່ວ່າແຕ່ພຣະສິ່ງໃດ ? ກໍສູນເສັຍ ພັງທະລາຍໝົດ”.
ພຣະປະຕິມາກັມປູນປັ້ນພຣະພຸດທະຮູບໃນເມືອງລາວນັ້ນມີມາຕັ້ງແຕ່ບູຮານະການ “ຫຼັກຖານອັນເປັນເຣື່ອງເປັນລາວ ແທ້ໆນັ້ນແມ່ນແມ່ນຫາຍສາບສູນໄປໃນປາງສົມຄາມລ້າງຜານຂອງສັກດີນາຕ່າງດ້າວ ແຕ່ເທົ່າທີ່ພົບຫຼັກຖານທາງວັດຖຸທີຍັງເຫຼືອຢູ່ມີຄວາມນິຍົມກັນເຮັດພໍໆກັນເຮັດດ້ວຍທອງຄໍາ, ເງິນ, ໄມ້ ແລະວັດຖຸອື່ນໆ ເຊີ່ງໃນຮູບກໍເປັນອີກຫຼັກຖານໜຶ່ງທີ່ຕ້ອງສຶກສາ

ເມື່ອໄດ້ທ່ອງອິນເຕີເນັດ ຈຶ່ງໄດ້ເຫັນພາບພຣະທາດຫຼວງເກົ່າໆ ນ້ອຍໆແຜ່ນໜຶ່ງມາມີຂອງແຖມມາຄືພຣະພຸດທະຮູບເຂົ້າໃຈວ່າເປັນປາງມາຣະວິໄຊ ປິ່ນພຣະພັກສະຫຼຽງໃຫ້ພຣະທາດຫຼວງ ຍັງບໍ່ເປັນທີ່ແນ່ນອນວ່າ ຕັ້ງຢູ່ທິດໃດຂອງອົງພຣະທາດ ຫຼວງ.(ດັ່ງຮູບ)
ພຣະພຸດທະຮູບອົງນີ້ ສັນນິຖານວ່າເປັນພຣະປາງມາຣະວິໄຊ(ຊະນະມານ) ເນື່ອງຈາກວ່າພຣະຫັດ(ແຂນ) ດ້ານ ທີ່ເຮົາ ເຫັນນີ້ ໄດ້ວາງກົກພະຫັດຊື່ກົງລົງມາ ແລ້ວກໍວາງພຣະຫັດໜ້າຊື່ອອກໄປດ້ານໜ້າ ເຊິ່ງລັກສະນະເຊັ່ນນີ້ ມີແຕ່ພຣະພຸດທະຮູບ ປາງມາຣະວິໄຊເທົ່ານັ້ນ, ເທົ່າທີ່ພໍທຽບຄຽງກັນໄດ້ ກໍແມ່ນໄດ້ເອົາຮູບນີ້ໄປທຽວຄຽງກັບພຣະເຈົ້າອົງຕື້ແລ້ວ ເຫັນວ່າມີລັກສະນະ ດຽວກັນນີ້ ພຣະພຸດທະຮູບປາງອື່ນແມ່ນບໍ່ມີ ແມ່ນແຕ່ພຣະປາງສະມາທິເອງ ເຊິ່ງມີລັກສະນະນັ່ງ ແຕ່ປາຍພຣະຫັດຂວາ ແລະ ຊ້າຍຈັກບໍ່ຍື່ນອອກໄປເລີຍ, ຖ້າເປັນດັ່ງການສັນນິຖານແລ້ວ ພຣະຫັດທີ່ເຮົາເຫັນນີ້ ຕ້ອງແມ່ນພຣະຫັດຂວາແນ່ນອນ.
ເມື່ອເຮົາຮູບນີ້ມາແລທຽບກັບ ສຽນພຣະພຸດທະຮູບທີ່ທາງພິພິດທະພັນພຣະທາດຫຼວງນໍາມາປະດິດສະຖານໄວ້ ທີ່ກົມມະລຽນນັ້ນ ເຫັນວ່າມີລັກສະນະຄ້າຍກັນ (ເບິ່ງພາບດ້ານຂ້າງ) ເມື່ອເປັນເຊັ່ນນັ້ນຈຶ່ງມີຄໍາຕອບຢ່າງຖືກຕ້ອງວ່າ “ສຽນພຣະພຸດທະຮູບທີ່ກົມມະລຽນພຣະທາດຫຼວງນັ້ນ ກໍໄດ້ຈາກເດີ່ນພຣະທາດຫຼວງນີ້ເອງ.
ແຕ່ຄໍາພຽງເທົ່ານັ້ນ ຍັງບໍ່ເປັນທີ່ຈະແຈ້ງຄັກ ເພາະຈັກຕ້ອງຊອກຫາຫຼັກຖານວ່າ ພຣະພຸດທະຮູບອົງນີ້ຕັ້ງຢູ່ດ້ານໃດຂອງອົງພຣະທາດຫຼວງ, ພຣະທາດຫຼວງເຮົາຕາມຫຼັກຖານປະຫວັດສາດວ່າ ມີວັດຢູ່ທັງ ໔ ດ້ານ, ແລະອົງພຣະທາດຫຼວງນັ້ນ ກໍເປັນ ພຣະທາດອົງດຽວ ທີ່ຕ່າງຈາກພຣະທາດຫຼາຍອົງ ໃນພູມີພາກນີ້ ຄືວ່າ ທ່ານຈະມອງພຣະທາດຫຼວງດ້ານໃດ ກໍຈັກເຫັນພຣະທາດ ຫຼວງເໝືອນກັນໄປໝົດ ສະນັ້ນຈຶ່ງຈໍາປັນຢ່າງຍິ່ງ ທີ່ຈັກຕ້ອງວິເຄາະນໍາກັນ ດັ່ງນີ້:
ຫຼັກຖານທີ່ພົບໃນຮູບນີ້ ບໍ່ປາກົດເຫັນຫຍັງໝົດພໍທີ່ຈະໃຫ້ຮູ້ວ່າພຣະພຸດທະຮູບຕັ້ງຢູ່ດ້ານໃດ ? ຂອງພຣະທາດຫຼວງ ຖ້າເຮົາຈະວິເຄາະຕາມຫຼັກຖານສະພາບແວດລ້ອມປັດຈຸບັນ ຍິ່ງບໍ່ມີຫຍັງຫຼົງເຫຼືອໃຫ້ຊາບແລ້ວ, ສໍາລັບສິມວັດທາດຫຼວງເໜືອຫຼັງ ໃຫຍ່ໆນີ້ ກໍສ້າງໃນຊຸມປີ ໖໐ ໂດຍສົມເດັດພຣະອັກຄະມະຫາບັນດິດລູກແກ້ວ (ຄູນ ມະນີວົງ) ໃນສະໄໝພຣະເຈົ້າແຜ່ນດິນສີ ສະຫວ່າງວົງ ແລະພຣະສັງຄະຣາດບຸນທັນທັມມະຍານະມະຫາເຖຣະ, ສ່ວນສີມເດີມຂອງວັດພຣະທາດຫຼວງເໜືອ ນັ້ນແມ່ນຕັ້ງຢູ່ຂ້າງຕົ້ນໂພເກົ່າ ຄືຕໍ່ໜ້າກັບສິມໃຫຍນັ້ນເລີຍ, ແລະແຕ່ກ່ອນພຣະພຸດທະຮູບປາງປະທັບຢືນ ສິນລະປະສີໂຄດ ກໍຢູ່ໃນສິມນັ້ນ ເມື່ອສ້າງສິມໃຫຍ່ແລ້ວ ເພີ່ນກໍມ້າງ ແລະສູດຖອດສິນເກົ່າ ຈຶ່ງນໍາພຣະພຸດທະຮູບອົງນັ້ນໄປໄວ້ກົມມະລຽນພຣະທາດຫຼວງ (ພໍ່ ເຖົ້ານວນແດງບ້ານທາດຫຼວງເໜືອເວົ້າໃຫ້ຟັງເມື່ອປີ ໑໙໙໒), ສ່ວນສິມວັດທາດຫຼວງໃຕ້ນັ້ນ ແມ່ນສ້າງກ່ອນໜ້ານັ້ນໃນໄລຍະດຽວກັນໂດຍຍາຄຣູຄໍາດີ ແລະໄດ້ສ້າງກວາມສິມເກົ່າ, ສ່ວນວັດທີ່ດ້ານຕາເວັນຕົກ ແລະດ້ານທິດຕາເວັນອອກນັ້ນ ແມ່ນຖືກຍຸບ ເລີຍ, ອັນນີ້ກໍຄິດວ່າເປັນຈິງດັ່ງວ່າ “ເພາະປີ ໒໐໐໕ ເພີ່ນເຮັດເດີ່ນພຣະທາດຫຼວງນັ້ນ ກໍມີຄົນໄດ້ພຣະພຸດທະຮູບທອງຄໍາບຸອົງ ໜຶ່ງ, ເມື່ອເຂົາໄປເອົາດິນທີ່ດຸດອອກຈາກທີ່ນັ້ນມາປູເດີ່ນບ້ານ.

(ພຣະພຸດທະຮູບສິນລະປະສີໂຄດຕະບອງ ຫຼືສີລະຍຸກຈັນທະບູຣີ ເຂົ້າໃຈວ່າເປັນແບບມະຫາຍານນິກາຍຕັນຕະຣະ)
ເມື່ອເປັນເຊັ່ນນັ້ນ ຈໍາເປັນຕ້ອງອາໄສການວິເຄາະຫາຈຸດທີ່ປະດິດສະຖານພຣະພຸດທະຮູບອົງນີ້ນໍາກັນ ດ້ວຍການ ເອົາ ຮູບນີ້ໄປໄປແລເບິ່ງຕາມາສະຖານທີ່ຈິງ ໃນເວລາທີ່ຕ່າງກັນ ຈຶ່ງໄດ້ຂໍ້ສະຣູບຕາມສັນນິຖານ ດັ່ງນີ້:
ສິ່ງທີ່ພົບໃນຮູບນັ້ນແມ່ນເງົາຂອງພຣະພຸດທະຮູບ ແລະທາດປາລະມີ, ຕາມປົງກະຕິແລ້ວການສ້າງພຣະພຸດທະຮູບ ໄວ້ສະຖານທີ່ສໍາຄັນ ຫຼືຫາກແມ່ນທາງການສ້າງແລ້ວ ຕ້ອງປິ່ນພຣະພັກຂອງພຣະໄປດ້ານຕາເວັນອອກ, ຕາເວັນອອກສ່ຽງເໜືອ ເທົ່ານັ້ນ, ເວັ້ນແຕ່ມີຄວາມຈໍາເປັນຂອງສະຖານທີ່ຈະປິ່ນພຣະພັກລົງທິດໃຕ້ກໍໄດ້, ສ່ວນທິດຕາເວັນຕົກນັ້ນແມ່ນບໍ່ນິຍົມ ທິດທີ່ ຫັນພຣະພັກພຣະພຸດທະຮູບໄປນັ້ນ ນິຍົມທີ່ສຸດແມ່ນທິດຕາເວັນອອກ(ຣາຊາທິດ) ແລະທິດຕາເວັນອອກສ່ຽງເໜືອ(ເສດຖີທິດ) ນອກຈາກນັ້ນແມ່ນບໍ່ນິຍົມ ສໍາລັບພຣະພຸດທະຮູບອົງນີ້ ອີງຕາມເງົາຂອງພຣະພຸດທະຮູບ ແລະທາດປາຣະມີແລ້ວ ເຫັນວ່າເງົາ ພຣະພຸດທະຮູບ ແລະທາດປາລະມີຈະອຽງໄປຈັກໜ່ອຍ ສະນັ້ນບ່າຂວາຂອງພຣະພຸດທະຮູບຕ້ອງ ແມ່ນປິ່ນຫຼັງໃຫ້ກັບພຣະອາ ທິດ ເຊິ່ງພຣະອາທິດນັ້ນຈະຢູ່ທາງຕາເວັນອອກ ຫຼືຕາເວັນຕົກກໍໄດ້ ອິງຕາມເວລາຖ່າຍຮູບຂອງມືກ້ອງວ່າຖ່າຍຮູບນີ້ໃນເວລາໃດ ?
ເທົ່າທີ່ລົງສະໜາມຈິງ ໃນເວລາ ໑໕:໓໐ ໂມງໄດ້ເອົາກ້ອງໄປທົດລອງຖ່າຍ ທິດຕາເວັນຕົກ ດ້ານທາງເຂົ້າ ໂດຍຜູ້ຖ່າຍ ຈະຍືນຢູ່ຫຼັງພຣະເຈົ້າໄຊຍະເຊດຖາ ແລ້ວປັບມູມກ້ອງໃນຂະໜາດປົກກະຕິບໍ່ຊຸມ ແລ້ວໃຫ້ແບບຢືນປິ່ນໜ້າລົງທິດໃຕ້ ໂດຍຖືກ ເອົາຈຸດ ໃຫ້ກົງກັບປະຕູທາງເຂົ້າ ຈະເຫັນວ່າຮູບທີ່ຖ່າຍມາຄ້າຍກັບຮູບພຣະພຸດທະຮູບ ໃນຮູບນັ້ນ ທັງເງົາຂອງແບບກໍອ່ຽງໄປ ໃນທິດທາງດຽວກັນ ແຕ່ບໍ່ມີຫຼັກ ຖານວ່າ ທີ່ນີ້ມີພຣະພຸດທະຮູບມາກ່ອນ ເຖິງຢ່າງໃດກໍບໍ່ຄວນມອງຂ້າມ.
ແລ້ວຈຶ່ງໄປທົດລອງທາງດ້ານທິດຕາເວັນອອກ (ສະຖານທີ່ປັດຈຸບັນຖືກອ້ອມຮອບໂດຍເຮືອນຄົນ) ຈຶ່ງໄດ້ແຕ່ເອົາໄມ່ໄປ ຕັ້ງໃນເວລາເຊົ້າປະມານ ໘-໙ ໂມງ, ໂດຍສົມມຸດໃຫ້ພຣະພຸດທະຮູບຫັນພຣະພັກໄປທາງເໜືອ, ເພື່ອຈະແລເຫັນບ່າຂວາ ພາບ ປາກົດອອກມາເປັນລັກສະນະດຽວກັບກັບທິດຕາເວັນເວັນຕົກທີ່ທົດລອງຖ່າຍ, ແລະເງົາຂອງກົມມະລຽນກໍອຽງໄປເໝືອນໃນ ຮູບ ສະຖານທີ່ດ້ານຕາເວັນອອກນີ້ ໜ້າຈະເປັນທີ່ຕັ້ງຂອງພຣະພຸດທະຮູບອົງນີ້ ເພາະດ້ານຕາເວັນອອກນີ້ ຕາມການເຫຼົ່າຂອງ ຜູ້ເຖົ້າຕັ້ງແຕ່ເຫິງນານມາແລ້ວກ່າວວ່າ “ຮອດຍາມບຸນພຣະທາດຫຼວງ ພຣະເຈົ້າຊີວິດຈະສະເດັດທາງນໍ້າໄປຂຶ້ນທີ່ສາລາຄໍາ ແລ້ວ ຈຶ່ງຂຶ້ນເຮືອສະເດັດທາງຊົນນະມາດຕາມບຶງທາດຫຼວງມາຂຶ້ນທີ່ຫົວຂົວດ້ານທາດຫຼວງ ແລ້ວຈຶ່ງສະເດັດມານະມັດສະການ ພຣະ ທາດຫຼວງທາງປະຕູເຂົ້າທິດຕາເວັນອອກ ແລ້ວຈຶ່ງສະເດັດໄປປະທັບທີ່ພຣະທີ່ນັ່ງທີ່ເດີນພຣະລານຫຼວງ(ສນາມຫຼວງ)” ແຕ່ທ່ານ ວັນວຸດສະຕົບ ທີ່ບັນທຶກໄວ້ໃນປື້ມຂອງທ່ານ ບໍ່ໄດ້ພັນລະນາກ່ຽວກັບເຣື່ອງນີ້ໄວ້ມີແຕ່ກ່າວວ່າ “ເມື່ອເຖິງເວລາແລ້ວພຮະເຈົ້າຊິວິດ ໄດ້ໃຫ້ແຕ່ງຊ້າງ).

(ພາບທົດສອບທີ່ຫາຄວາມເໝືອນດ້ານທິດຕາເວັນຕົກ ຢ່າງໃດກໍຕາມເງົາຂອງກົມມະລຽນຈະລົງຕໍ່າກວ່າພາບເກົ່າທີ່ເຮົາ ນໍາມາອ້າງ ຫາກຖ່າຍດ້ານຕາເວັນຕົກ ກໍຕ້ອງຢູ່ໃນເວລາ ໑໖:໓໐-໑໗:໐໐ ໂມງ, ຖ້າເປັນຕອນເຊົ້າທາງທິດຕາເວັນອອກ ຕ້ອງແມ່ນເວລາ ໐໗:໓໐-໐໘:໐໐ ຈຶ່ງໄດ້ເງົາກົມມະລຽນສູງຂຶ້ນ)

(ໃຫ້ແລເງົາຂອງພຣະອາທິດພາບເກົ່າ ກັບພາບໃໝ່ທີ່ມີການທົດສອບແລ້ວ)
ສ່ວນດ້ານທິດໃຕ້ ຄົງເປັນໄປບໍ່ໄດ້ ເພາະເປັນສິມເກົ່າຕັ້ງຢູ່, ສ່ວນທາງທິດເໜືອກໍເປັນໃນທໍານອງດຽວກັນ ທັງສອງທິດ ນີ້ເມື່ອຕາເວັນຂຶ້ນ ແລະຕົກເງົາຂອງອົງພຣະພຸດທະຮູບຈະ ແລະກົມມະລຽນຈະບໍ່ອຽງໄປດັ່ງທີ່ປາກົດໃນຮູບ.
ຢ່າງໃດກໍຕາມ ທັງ ໔ ທິດຂອງອົງພຣະທາດຫຼວງ ກໍເປັນສິ່ງທີ່ພິສູດໄດ້ວ່າເປັນສະຖານທີ່ຕັ້ງພຣະພຸດທະຮູບອົງນີ້ໄດ້ ທັງນັ້ນ ແຕ່ຈະຊອກຫາຄວາມຖືກຕ້ອງແລ້ວ ມີແຕ່ພົບບັນທຶກຫຼັກຖານທາງລັດຖະການ ຫຼືໜັງສືພິມ ທີ່ຄົນສະໄໝກ່ອນຖິ້ມໄວ້ ຫຼືບໍ່ກໍຕ້ອງຫາຄົນທີ່ມີຊີວິດຢູ່ໃນສະໄໝນັ້ນມາຊີ້ຫຼັກຖານ ຈຶ່ງຈະຮູ້ປະຫວັດສາດຂອງພຣະພຸດທະຮູບອົງນີ້ໄດ້, ເພາະພຣະພຸດທະຮູບອົງນີ້ ຕ້ອງເປັນພຣະເກົ່າແກ່ທີ່ຫຼົງເຫຼືອຈາກປາງສົງຄາມສະຫຍາມ-ລາວ ແນ່ນອນ ແຕ່ພຣະພຸດທະຮູບອົງນີ້ປະດິດສະຖານຢູ່ທີ່ນີ້ມາຈົນຮອດຕົ້ນປີ ໓-໔-໕໐ ແນ່ນນອນ ເພາະອົງພຣະທາດຫຼວງພຽງກາບບົວຂື້ນໄປຮອດຍອດ ແມ່ນຖືກທໍາລາຍໃນປາງສົງ ຄາມສະຫຍາມ ແລະມາຊໍ້າຕື່ມອີກດ້ວຍນໍ້າມີຂອງພວກຫໍ້ ແຕ່ພຣະພຸດທະຮູບອົງນີ້ໄດ້ຖືກຖ່າຍໂດຍ ມືກ້ອງທັນສະໄໝຄຽງຄູ່ກັບພຣະທາດຫຼວງທີ່ສະຫງ່າອົງອາດ ນັບວ່າສຽນພຣະພຸດທະຮູບອົງນີ້ຍືນຍົງຈົນຮອດສະຕະວັດທີ ໒໐ ແນ່ນອນ.
ທັງໝົດນີ້ ຄືອໍານາດຂອງການສື່ສານ ແລະເຄື່ອງມືທີ່ທັນສະໄໝ ລວມໄປຮອດຈາຣືກ ເອກະສານ ລາຍລັກອັກສອນ ທີ່ເປັນເອະສານທາງຣັດຖະການ ໜັງສືອ່ານ ຕໍາລາຕ່າງໆ ຫາກເຮົາບໍ່ຖືສໍາຄັນ ແລະບໍ່ເຫັນຄວາມສໍາຄັນແລ້ວ ມັນກໍຈະເຮັດໃຫ້ພວກເຮົາມືດມົວ ດັ່ງທີ່ເຮົາພົບໃນເຣື່ອງສຽນພຣະນີ້ແລ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
>>>>><<<<<<


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ยาวววววววววววววววววววววววววววว


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ສົງຄາມບໍ່ໄດ້ເຮັດໃຫ້ຫຍັງດີຂື້ນ
ມີແຕ່ຄວາມສູນເສຍ ແລະ ເຈັບແຄ້ນ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຂ້ອຍບໍ່ເຂົ້າໃຈວ່າສຽນແມ່ນຫຍັງ ?
ໃຜຮູ້ອະທິບາຍດຸ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຽນ ພະພຸດທະຮູບ ກໍ່ໜ້າຈະຫມາຍເຖິງ ສວ່ນຫົວ

ອ່ານຈົນຈົບ ກະຍັງຫາຂໍ້ສະຫລຸບ ບໍ່ໄດ້ ງົງຫນັກກວ່າ ຕອນຍັງບໍ່ອ່ານອີກ
ແລະຮູບເດ ຄື ບໍ່ເອົາ ມາໃຫ້ເບີ່ງແນ່

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ