ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄຸດແລະນາກ ວັດທະນະທັມສອງແຫຼ່ງມອງໃນດ້ານຄວາມເຊື່ອ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ວັດທະນະທຳສອງແຫຼ່ງສະທ້ອນໃຫ້ເຫັນສາຍພົວພັນຄວາມເຊື່ອ ສາສນາ ວັດທະນະທຳ ແລະການສ້າງຕັ້ງຊຸມຊົນຂອງຄົນຜູ້ເປັນເຈົ້າຂອງສອງແຫ່ຼງພູມສາດ ແລະວິວັດທະນາການທາງວັດທະນະທັມ ເຊື້ອຊາດ ພາສາ ສາສນາ ແລະຄວາມເຊື່ອດັ່ງໃນປັດຈຸບັນຢ່າງເຫັນໄດ້ຈຳແຈ້ງ ແຕ່ຫຼັກຖານທີ່ພົບ ເຮົາເຫັນຮູບຄຸດ ແລະນາກມີສ່ວນກ່ຽວຂອງກັນຂ້ອງກັນ ແລະສຳພັນກັນຢ່າງໃກ້ຊິດທາງຄວາມເຊື່ອ ແລະອາຣະຍະທັມໃນອະດີດ.
ັ- ປະເທດລາວ-ຫວຽດນາມ ໄດ້ພັດທະນາມາພ້ອມໆກັນ ເປັນຊົນຊາດທີ່ເກົ່າແກ່ເໝືອນກັນ ເຖິງວ່າເປັນປະເທດທີ່ມີຊາຍແດນຕິດຕໍ່ກັນກ​ຕາມ ປະເທດລາວ ແລະຫວຽດນາມ ມີພາສາ, ສາສນາ, ຄວາມເຊື່ອ, ປະເພນີ ແລະການປະຕິບັດຕົນກ່ຽວກັບຊີວິດຕ່າງໆຫຼາຍຢ່າງທີ່ມີຄວາມແຕກຕ່າງກັນ.


- ກ່ຽວກັບຄຸດ ແລະນາກນີ້ ໄດ້ປາກົດຕົວໃນບັນດາດິນແດນອາຊີຕາເວັນອອກສ່ຽງໃຕ້ເກືອບທຸກປະເທດ, ໂດຍສະເພາະແລ້ວທີ່ເຮົາພົບທົ່ວໄປມັກຈະເຫັນປາກົດ ໃນເທວະສະຖານອັນ ເກົ່າແກ່ຂອງຊຸມຊົນພື້ນເມືອງບູຮານໃນດິນແດນອາຊີຕາເວັນອອກສ່ຽງໃຕ້ ຫຼືສຸວັນນະພູມ ແຕ່ເປັນສີລປະແຕກຕ່າງຈາກປັດຈຸບັນ ນັກບູຮານຄະດີ ຈຶ່ງຮຽກນາກ ແລະຄຸດເຫຼົ່ານີ້ວ່າ "ສີລປະຂອມ", ຈາກ ແລະຄຸດສີລປະຂອມ ທີ່ເຮັດດ້ວຍຫີນມັກຈະມີຮູບຮ່າງໜ້າຕາ ແຕກຕ່າງໄປຈາກນາກ ແລະຄຸດໃນສີລປະລາວໃນລ່ອງແມ່ນຳ້ຂອງທົ່ວໄປເປັນຢ່າງຍຶ່ງ ຈຶ່ງເຮັດໃຫ້ມີ ການແຍກກັນອອກເປັນນາກແຕ່ລະສາຂາ ໂດຍສາມາດແຍກຄວາມເຊື່ອສັດທາໃນສາສນາ ແລະວັດທະນະທັມ ສາມາດແຍກຍຸກຂອງສີລປະ ແລະສາມາດຄົ້ນພົບເຖິງຊົນຊາດທີ່ເປັນເຈົ້າ ຂອງໄດ້.
- ເມື່ອຕົ້ນປີ ໒໐໐໘ ໄດ້ໄປທ່ຽວຫວຽດນາມພາກກາງ ເມືອງດານັງ ໄດ້ເຫັນຮູບຄຸດ ແລະນາກທີ່ສະຫຼັກດ້ວຍຫີນງົດງາມ ເຊິ່ງເຫັນເປັນຮູບທີ່ຄຸດກຳລັງຈັບນາກກິນເປັນອາຫານ, ກໍຖ່າຍມາໄວ້ ຕອນນັ້ນຄິດວ່າ "ໂອ ນາກກັບຄຸດນີ້ ມີຄວາມເປັນສັດຕູກັນມາຕັ້ງແຕ່ເຫິງແລ້ວເດນໍ ? ເນື່ອງຈາກມີການບັນທຶກໄວ້ວ່າ ນາກແລະຄຸດນັ້ນ ເປັນຮູບໂຄຣົບຂອງຊົນຊາດ ຈາມໃນອານຈັກ ຈາມປາ.


- ເມື່ອວັນທີ ໑໖ ທັນວາ ໒໐໐໘ ນີ້ໄດ້ພົບຮູບຄຸດແລະນາກ (ເບິ່ງຮູບ) ທີ່ພົບໄດ້ໃນບ້ານໜອງເຮືອທອງ ອັນເປັນເມືອງບູຮານ ໃນເຂດລ່ອງນຳ້ເຊບັ້ງໄຟ(ຕາມຂ່າວທີ່ທ່ານຮູ້ແລ້ວ) ເປັນຮູບຄຸດທີ່ເຮັດດ້ວຍຄຳ ເຊິງຄຸດນັ້ນໄດ້ອູ້ມນາກສອງຕົວປິ່ນໜ້າອອກ ທຳທ່າບໍ່ແມ່ນວ່າຊິແຫ້ນຊຶກິນເໝືອນກັບ ຄຸດແລະນາກເມືອງດານັງ.
- ແຕ່ຢ່າງໃດກໍຕາມ ຕາມປະຫວັດລະຫວ່າງນາກກັບຄຸດນັ້ນ ພັດເປັນສັດຕູກັນມາຕັ້ງແຕ່ເຫິງແລ້ວ ເຊິ່ງເປັນທັດສະນະຂອງສານສາພຣາມ ແລະຮີນດູ, ສະນັ້ນຮູບຄຸດ ແລະນາກຄຳ ທີ່ພົບໃນບ້ານໜອງເຮືອທອງນັ້ນ ເຖິງວ່າເບິ່ງລັກສະນະແລ້ວ ຄ້າຍກັບວ່າບໍ່ເປັນສັດຕູກັນ ແຕ່ປະຫວັດຂອງນາກ ແລະຄຸດໃນຄະຕິຂອງສາສນາແຖນນັ້ນ ແມ່ນວ່າບໍ່ເຄີຍມີຍຸດໃດ ທີ່ສັດທັງສອງຈະເປັນສັດຕູກັນໄດ້ ດ້ວຍເຫດນີ້ ຄຸດຄຳ ທີ່ບ້ານໜອງເຮືອທອງ(ລາວ) ຈຶ່ງເປັນຮູບຄຸດທິກຳລັງຈັບນາກມາເປັນອາຫານ.
- ເມື່ອເຮົາພາບທັງສອງນີ້ ຢູ່ໃນຕ່າງທີ່ທາງດ້ານສາສນາ ພາສາ ແລະວັດທະນະທຳ ຕະຫຼອດເຊືອຊາດຕ່າງກັນໃດປັດຈຸບັນນີ(ລາວ-ຫວຽດນາມ) ແຕ່ໃນເມື່ອເມື່ອກ່ອນ ເຮົາສາມາດ ມອງໄດ້ວ່າ ຄົນໃນພູມີພານີ້ ຍ່ອມມີຄວາມເຊື່ອເລື່ອງລັດທິ ແລະສາສນາດຽວກັນ ຄືສາສນາພຣາມ ແລະຮີນດູ ເຊິ່ງທາງນັກປະຫວັດສາດ ແລະບູຮານ ຄະດີໄດ້ໃຫ້ທັດສະນະວ່າ "ເປັນດິນແດນຂອງອານາຈັກຈາມປາ ເຈນລະບົກ ແລະເຈນລະນຳ້" ອັນເປັນອານາຈັກເກົ່າແກ່ໃນສຸວັນນະພູມ, ເຊິ່ງຢູ່ໃນຍຸກຂອງານາຈັກສີໂຄຕະປູຣະຮຸ່ງ ເຮືອງ.
- ດ້ວຍເຫດນັ້ນ ເມືອງເກົ່າ ທີ່ຢູ່ບໍຣິເວນບ້ານໜອງທອງ ນີ້ມັນເປັນໄປໄດ້ວ່າ "ເຄີຍເປັນເມືອງທີ່ມີອຳນາດເກົ່າແກ່ ອາດເປັນເມືອງແຫ່ງສູນອຳນາດຂອງອານາຈັກສີໂຄຕະຕະບອງ ກໍເປັນໄດ້.
- ຫາກຈະມີການສົງໄສວ່າ ຫາກວ່າເປັນສູນກາງອຳນາດຂອງອານາຈັກສີໂຄດຕະບອງ ເປັນຫຍັງຈຶ່ງບໍ່ປາກົດຫຼັກຖານ ປາສາດຫີນ ອັນເປັນວັດທະນະທັມຂອມ ແລະຈາມ ເຊັ່ນດຽວກັບອານາຈັກ ເຊດຖາປຸຣະ(ຈຳປາສັກ) ແລະດິນແດນຫວຽດນາມ ຫຼືດິນແດນຂະເໝນ ເຊິ່ງເປັນສູນກາງຂອງຂອມ.

- ອັນນີ້ ມັນເປັນສິ່ງທີ່ງ່າຍຕໍ່ການຄົ້ນຄວ້າວ່າ ວັດທນະທຳປາສາດຫິນນັ້ນ ເປັນວັດທະນະທັມແຈນລະ ແລະວັດທະນະທັມອັງກໍ(ພະນະຄອນ) ເຊິ່ງເກີດຂຶ້ນໃນລະຫວ່າງ ພຸດທະສະວັດ ໑໑-໑໘ ເທົ່ານັ້ນ ແຕ່ວັດທະທັມຂອມສາສນາພຣາມໃນຈາມປາ ແລເຈນລະຍຸກກ່ອນນັ້ນ ຖືລັດທິພາມ ກໍຄືຖືພຣະພຣົມເປັນເທບພະເຈົ້າ ເທວະສະຖານມັກຈະເປັນ ເຈດີ ຫຼືຶອຸບມຸງ ກໍ່ດ້ວຍດີນຈີ່ ເຊັ່ນດັ່ງເຮົາຈະເຫັນວັດທະນະທັມພຣະທາດພຣະນະ ວັດທະນະທັມພຣະທາດອິງຮັງ ວັດທະນະທັມພະທາດເຊິງຊຸມໃນຍຸກກ່ອນລ້ານຊ້າງ ຈະເຫັນໂຄງ ສ້າງຂອງເທວະສະຖານຂອງເຊິ່ງເຮັດດ້ວຍຫິນອຸມຸງ ແລະຈະກໍ່ໂອບດ້ວຍດິນຈີ ພຣະທາດອີງຮັງ ແລະພຣະທາດເຊີງຊຸມສອງແຫ່ງນີ້ ມີລັກສະນະຄ້າຍກັບ ອຸມຸງປາສາດລອຍ ທີ່ເມືອງຊັນໂກ ກຳປົງຖົມ (ຂະເໝນຮຽກ ປາສາດພຣາມກ່ອນອັງກໍ) ເປັນເທວະສະຖາອນຂອງພຣາມ.
- ເມື່ອງເອົາພຣະທາດ ອີງຮັງ ພຣະທາດເຊິງຊຸມ ໄປສົມທຽບກັບພຣະທາດລອຍ ໃນຂະເໝນ ອັນເປັນຍຸກຂອງພຣາມ(ກ່ອນຮີນດູ) ເຊິ່ງຈະເຣີນຮູ່ງເຮືອງໃນກ່ອນພຸດທະການ ຫາກຕົ້ນຕົ້ນພຸດທະສະຕະວັດທີ ໕ ແລ້ວ, ເຮົາຈະເຫັນວ່າ ພູມີພາກນີິ້້ເຄີຍເປັນເມືອງບູຮານກ່ອນອັງກໍ(ຂອມ) ເພາະນອກຈາກພຣະທາດອິງຮັງ ແລະພຣະທາດເຊິ່ງຊຸມເກົ່າກ່ອນ ທີ່ຈະມາຖືກປະຕິສັງຂອນກວາມພຣະທາດອົງເດີມ ໃນຍຸກຂອງພຣະເຈົ້າໄຊຍະເຊດຖານີ້ ຍັງມີພຣະທາດເກົ່າ(ອຸມຸງເກົ່າ) ໃນຍຸກດຽວກັນກະຈາຍຢູ່ສອງຝາກຝັ່ງແມ່ນຳ້ຂອງ ເຊັ່ນ ທີ່ຍັງສົມບູນໃນລາວ ກໍຄືພຣະທາດໂພ່ນ, ເມືອງສຸຂຸມາ ກໍແມ່ນຜາສາດສາມປາ ທີ່ເມືອງມຸນ ກໍມີທາດນາງອີງ ແລະອື່ນໆ ອັນນັ້ນກໍສັນນິຖານວ່າເປັນສິລະໃນຍຸກດຽວກັນ ກັບພະທາດອິງຮັງ ແລະທາດເຊີງຊຸມ.
- ນອກຈາກນັ້ນ ກໍໄດ້ພົບສີມາຫິນໃນຍຸກສີໂຄຕະປຸຣະ(ໄທຍວ່າ ຍຸກທວາຣະວະດີ) ຫຼວງຫຼາຍຕາມວັດ ແລະປ່າເຂົາລຳເນົາໄພທີ່ນັ້ນ ເຊິ່ງພົບແລະຂຶ້ນທະບຽນແລ້ວ ແລະຍັງບໍ່ຂຶ້ນ ທະບຽນແລ້ວ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ເຊຍນາກເດີ້ຕົກລົງວ່ານາກກັບຂຸດເປັນສັດຕູກັນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ LiNDaLadY ຂຽນວ່າ...
ເຊຍນາກເດີ້ຕົກລົງວ່ານາກກັບຂຸດເປັນສັດຕູກັນ


ດີໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ LiNDaLadY ຂຽນວ່າ...
ເຊຍນາກເດີ້ຕົກລົງວ່ານາກກັບຂຸດເປັນສັດຕູກັນ


ດີໆໆ


ຕ້ອງເຊຍນາກຢູ່ແລ້ວນໍ່ຄ່ອຍມັກຂຸດ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນບໍ ນາກກັບຄຸດໃນຮູບເມື່ອ ໒໐໐໐ ປິ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໒໒໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ເຫັນບໍ ນາກກັບຄຸດໃນຮູບເມື່ອ ໒໐໐໐ ປິ


ເຫັນເປັນຕາຍ້ານນໍ້


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ເຊຍ ນາກ ແນ່ ນອນ ຄຸດ ແມ່ນ ໄທ ບໍ່ ມັກ ຄຸດ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ເຫັນດິນຳເດິມັກ ນາກ ມັນອົງອາດແລະງາມກວ່າຄຸຸດນະ
ແລະເປັນວັດທະນະທຳຂອງລາວອິກ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ໃດມາບ້ານເຮົາສ່ວນຫຼາຍແມ່ນເຊື່ອຖືນາກແມ່ນບໍ່?
ກະເລີຍບໍ່....ກ່ຽວກັບຄຸດ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ VS ຂຽນວ່າ...
ແຕ່ໃດມາບ້ານເຮົາສ່ວນຫຼາຍແມ່ນເຊື່ອຖືນາກແມ່ນບໍ່?
ກະເລີຍບໍ່....ກ່ຽວກັບຄຸດ


ທີ່ໜອງເຮືອທອງມີຄຸດ ກັບນາກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໔໔໘ ໂພສ
ຊຳນານການເວັບບອດ
ຮູບໂຕທີ ສອງກັບສາມນິມີອາຍຸຈັກປີລະ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຂອບໃຈບົດຄວາມດີໆຈາກ Ariya

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າທຽບໃສ່ຄຸດແມ່ນປະເທດໄທ,ນາກແມ່ນປະເທດລາວເດີໃຜມີຂໍ້ມູມໂຕນີ້ມາບອກແດ່

ບໍມີວັນໄດ້ຮັກກັນ

໓໙ ກະທູ້
໔໘໒ ໂພສ
ຊຳນານການເວັບບອດ
ອິອິ
ມັກນາກຫລາຍກ່ອນຄຸດ

ຫຼໍ່ລ່ຳ ປ້ຳງ່າຍ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນາກ ນາກ ແຕ່ວ່າຊື່ກະທູ້ນະ ຄຳວ່າມອງຫັນນະ ປ່ຽນເປັນເບິ່ງບໍ່ໄດ້ຫວາ

ຫລືວ່າເຮົາເຂົ້າໃຈຜິດ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ນາກ ນາກ ແຕ່ວ່າຊື່ກະທູ້ນະ ຄຳວ່າມອງຫັນນະ ປ່ຽນເປັນເບິ່ງບໍ່ໄດ້ຫວາ

ຫລືວ່າເຮົາເຂົ້າໃຈຜິດ


{ປ່ຽນ ມອງ ເປັນເບິ່ງບໍ່ໄດ້ ແນ່ນອນ}

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ poobaocanadian ຂຽນວ່າ...
ຖ້າທຽບໃສ່ຄຸດແມ່ນປະເທດໄທ,ນາກແມ່ນປະເທດລາວເດີໃຜມີຂໍ້ມູມໂຕນີ້ມາບອກແດ່


ຢູ່ໃນຮູບນີ້ ທັງຄຸດທັງນາກ ພົບທີ່ລາວ ແລະຫວຽດນາມ ບໍ່ໄດ້ພົບທີ່ໄທຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໙໐ ກະທູ້
໒໐໔໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ poobaocanadian ຂຽນວ່າ...
ຖ້າທຽບໃສ່ຄຸດແມ່ນປະເທດໄທ,ນາກແມ່ນປະເທດລາວເດີໃຜມີຂໍ້ມູມໂຕນີ້ມາບອກແດ່


ຢູ່ໃນຮູບນີ້ ທັງຄຸດທັງນາກ ພົບທີ່ລາວ ແລະຫວັດນາມ ບໍ່ໄດ້ພົບທີ່ໄທຍ


ບໍມີວັນໄດ້ຮັກກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kuanteen ຂຽນວ່າ...
ຮູບໂຕທີ ສອງກັບສາມນິມີອາຍຸຈັກປີລະ


ຮູບຄຳນັ້ນ ຄາດວ່າມິອາຍຸ ແຕ່ ໑໗໐໐ - ໒໕໐໐໐ ຂຶ້ນເມືອ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒