ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄົນສະໄໝນີ້ຍັງຮູ້ຈັກຄຳວ່າ ບາບ ຢູ່ບໍ

໒໘ ກະທູ້
໗໘ ໂພສ
ນັກການກະທູ້
ບາງຄົນທີ່ເຮັດສີ່ງບໍ່ດີລົງໄປ ແບບບໍ່ມີການລະອາຍໃຈ ແລະກໍ່ເຫັນແກ່ໂຕທຸກມື້ ນັບມື້ນັບຫລາຍຂື້ນ ເຮົາເຄີຍເວົ້າກັນວ່າ ບໍ່ຢ້ານບາບ ບໍເຮັດລົງໄປ
ເຂົາຕອບແບບໜ້າຕາເສຍວ່າ ບາບຫວາ ເປັນແນວໃດບໍ່ເຄີຍເຫັນ ບໍ່ມີດອກ ບໍ່ໄດ້ຂີ່ຊ້າງສູບຢາມາຕົວະເວີຍ
ທຸກທື້ນີ້ບໍ່ມີໃຜຢ້ານດອກຄຳວ່າ ບາບ
ເພື່ອນໆ ຄິດແນວໃດ ກັບເລື້ອງນີ້


໑໒ ກະທູ້
໕໑໖ ໂພສ
ຊຳນານການເວັບບອດ
bab bor hu wa pen to neo dai..... tae xuea wa mi...

NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)

໙ ກະທູ້
໒໒໕ ໂພສ
ນັກການກະທູ້
song
noi t ja my khon kit yan barb

khon hao

World change human also change = =

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໓ ກະທູ້
໒໐໑ ໂພສ
ນັກການກະທູ້
Bo hou dork


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ເຮີເຮີ.......... ບໍ່ແມ່ນວ່າບໍ່ເຊຶ່ອ..........ຍຸກນີ້ຍຸກໂລກາພິວັດ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂພຈເຮັດຫັຍງລົງໄປກະຢ້ານບາບຢູ່

ຄົນຄິດຮອດບ້ານ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊື່ອ ເພາະ ຂພຈ ເຄີຍພົບເຫັນມາແລ້ວ ສຳລັບຄົນທທີ່ເຮັດບາບ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດດີໄດ້ ເຮັດບໍ່ດີກະໄດ້ບໍດີເດີ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຊື່ອຢູ່ໃດ໋ລະ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໕໓ ໂພສ
ຂາປະຈຳເວັບບອດ
ຄັນບໍ່ເຫັນໂລງສົບຄືຊິບໍ່ລັ່ງນ້ຳຕາດ໋ອກ
ຄັນບໍ່ໄດ້ເຈິກັບໂຕເອງ ກະຄືຊິບໍ່ຮູ້ດ໋ອກວ່າບາບມີຈິງ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າວ່າບາບ ຂີ່ຊ້າງສູບຢາມາ ນະຂ້ອຍບໍ່ຢ້ານຈັກໜ້ອຍ ເພາະວ່າເຮົາເຫັນເປັນຕົວເປັນຕົນມາ ເຮົາກະປົບມັນໄດ້.
ແຕ່ຂ້ອຍຢ້ານອັນທີ່ບາບ(ຜົນກຳບໍ່ດີ)ມັນບໍ່ເຫັນຕົວຕົນນີ້ຕີ ແລະ ບໍ່ຮູ້ວ່າມັນຈະມາຮອດມື້ໃດຊື່ງເຮົາບໍ່ສາມາດຫລີກໜີໄດ້.
- ທຸກໆການກະທຳ (ດີ-ຊົ່ວ,ບາບ-ບຸນ) ເມື່ອທຳລົງໄປແລ້ວຍ່ອມມີຜົນແກ່ຕົນແນ່ນອນ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເວົ້າຫຍັງນຳດອກ ຢ້ານບາບ!


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜບໍ່ເຊື່ອກະຢ່າ ແຕ່ຂພຈນິເຊື່ອ ເຮັດໃຫ້ພໍ່ກັບແມ່ເສຍຍັງຢ້ານຕາຍໄປເປັນເປດວັດຈອມທອງຢູ່ນິ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ໃຜບໍ່ເຊື່ອກະຢ່າ ແຕ່ຂພຈນິເຊື່ອ ເຮັດໃຫ້ພໍ່ກັບແມ່ເສຍຍັງຢ້ານຕາຍໄປເປັນເປດວັດຈອມທອງຢູ່ນິ


ຂ້ອຍຊິບໍ່ກ້າໄປເລາະກິນເຫຼົ້າຂ່າວແຖວນັ້ນລະນໍບາດນິ ຢ້ານເປດວັດຈອມທອງ
ຈັກກະວ່າຊິຮ້າຍກວ່າເປດວັດສຸທັດ ບໍ່ຈັກ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ໃຜບໍ່ເຊື່ອກະຢ່າ ແຕ່ຂພຈນິເຊື່ອ ເຮັດໃຫ້ພໍ່ກັບແມ່ເສຍຍັງຢ້ານຕາຍໄປເປັນເປດວັດຈອມທອງຢູ່ນິ


ຂ້ອຍຊິບໍ່ກ້າໄປເລາະກິນເຫຼົ້າຂ່າວແຖວນັ້ນລະນໍບາດນິ ຢ້ານເປດວັດຈອມທອງ
ຈັກກະວ່າຊິຮ້າຍກວ່າເປດວັດສຸທັດ ບໍ່ຈັກ

ມາໂລດນ່າາາາ ບໍ່ຕອ້ງຢ້ານ ເປດບ້ານນີ້ໃຈດີ ດີບໍ່ດີໄປເມົານຳຫັ້ນຕີ໋


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຄີຍເຊື່ອວ່າ..ບາບ..ເປັນພຽງກຸດສະໂລບາຍທີ່ເພິ່ນໄວ້ສັ່ງສອນຄົນ..

ແຕ່ຕອນນີ້..ຫຼັງຈາກທີ່ຂ້ອຍໄດ້ເຫັນນັກການເມືອງຄົນນຶ່ງໂກງບ້ານກິນເມືອງ..
ຈົນບໍ່ມີແຜ່ນດິນຢູ່..
ໄດ້ເຮັດໃຫ້ທັດສະນະຂອງຂ້ອຍປ່ຽນໄປ..
ແລະຮູ້ສຶກຢ້ານກົວ..ຕໍ່ຄຳວ່າ..ບາບ!


໐ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂ້ອຍຄິດວ່າຄົນເຮັດແນວໃດກະຕ້ອງໄດ້ຮັບແນວນັ້ນແທ້ ເພາະວ່າຈະຮູ້ເລື່ອງພວກນີ້ມາຫຼາຍຢູ່ ຈາກການອ່ານປື້ມ ປາກຕໍ່ປາກ ແລະເບິ່ງຈາກໂທລະທັດ. ບາບຈະຕິດໂຕເຮົາໄປຕະຫຼອດເຖິງ ບໍ່ໄດ້ເຫັນໃນຊາດນີ້ ແຕ່ມັນກໍນຳໄປໃນຊາດໜ້າ ສະນັ້ນ ຢາກໃຫ້ຄົນໝັ່ນເຮັດບຸນຫຼາຍໆ ແລະມີຈິດໃຈເມດຕາຕໍ່ເພື່ອນມະນຸດດ້ວຍກັນ ການເຮັດດີຫັ້ນເຮັດຍາກ ແຕ່ເຮັດຊົ່ວງ່າຍໜ້ອຍດຽວ (ໝົດເທົ່ານີ້ລະທີ່ຈະເວົ້າ ແລ້ວຈະບອກເພື່ອ? ຄິໆໆໆ )


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານສຸດໆເລີຍບາບນິ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຄືຊິໍ່ຮູ້ດອກ ເຫັນຂ້າກັນຢູ່ຕະຫຼອດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນກະຂຶ້ນນຳຄົນ
ສ່ວນຫຼາຍເປັນພວກມືຖືສາກປາກຖືສິນ
ເບື່ອຂະໜາດ

strawberry