ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ບໍ່ພໍໃຈໃນສິ່ງທີ່ຕົນມີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ມີກົບຢູ່ຕົວຫນຶ່ງມີທີ່ພັກພິງຢູ່ຂ້າງວັດແຫ່ງຫນຶ່ງ ວັນເຫັນພຣະອອກບິນທະບາດ ກໍນຶກຂື້ນມາວ່າເປັນພຣະແສນສະບາຍຕື່ນເຊົ້າມາກໍອຸ້ມບາດອອກໄປບິນທະບາດ ກໍນຶກຢາກເປັນພຣະຂຶ້ນມາທັນທີ ພໍພຣະກັບມາສັນເຂົ້າແລ້ວ ມີອາຫານເຫຼືອກໍເທໃຫ້ໄກ່ກິນ ກົບເຫັນພຣະເທອາຫານໃຫ້ໄກ່ກິນ ກົບກໍຄິດວ່າ ແມ້...ເປັນພຣະແສນຈະລຳບາກ ກວ່າຈະໄດ້ກິນຕ້ອງຍ່າງໄປໄກ ແຕ່ເປັນໄກ່ບໍຕ້ອງເຮັດຫຍັງກໍ່ໄດ້ກິນ ກົບມັນກໍນຶກຢາກເປັນໄກ່ຂຶ້ນມາທັນທີ ແຕ່ຢູ່ທີ່ວັດມີຫມາອີກຕົວຫນຶ່ງ ຫມາມັນເຫັນໄກ່ກິນເຂົ້າ ມັນກໍແລ່ນເຂົ້າມາ ໄກ່ຢ້ານມັນກໍຫນີໄປ ກົບເຫັນແນວນັ້ນ ກໍອຸທານຂຶ້ນວ່າ..ອຸ໊ບ..ເປັນໄກ່ທີ່ວ່າແນ່ ສູ້ເປັນຫມາກໍ່ບໍໄດ້ ກົບມັນກໍ່ເລີຍຢາກເປັນຫມາຂື້ນມາທັນທີ ເດັກວັດເຫັນຫມາເຂົ້າໄປຍາດກິນອາຫານຂອງໄກ່ສຸດທີ່ຮັກ ອົດບໍ່ໄດ້ກໍຍ່າງໄປເຕະຫມາ ກົບເຫັນເຂົ້າ ກົບກໍອຸທານຂື້ນອີກວ່າ..ວາວວວວ ເປັນຫມາທີ່ວ່າເຈ໋ງ ຍັງສູ້ເປັນເດັກວັດບໍ່ໄດ້ ກົບມັນກໍເລີຍຢາກເປັນເດັກວັດອີກ...ມີແມງວັນຕົວຫນຶ່ງບິນມາຈັບຫນ້າຜາກຂອງເດັກວັດ(ສັງກາລີວັດ) ເດັກວັດລຳຄານ ຍົກມືຂື້ນຕົບລົງຫນ້າຜາກສຽງດັງປາບບບບບບບ ແຕ່ແມງວັນບິນຫລົບທັນ ກົບເຫັນເປັນເຊັ່ນນັ້ນກໍນຶກຢາກເປັນແມງວັນຂື້ນມາທັນທີ ແຕ່ຢູ່ໆແມງວັນກໍບິນມາຈັບຫົວກົບ ດ້ວຍສັນຊາດຕະຍານກົບມັນກໍແລ໊ບຫຼິນໄປຈັບແມງວັນມາກິນ ພໍແມງວັນຕົກເຖິງທ້ອງ ມັນກໍໄດ້ສະຕິ....ເປັນອີຫຍັງກໍບໍດີເທົ່າເປັນ....ກູ...

ຈົງພາກພູມໃຈໃນສິງສິ່ງທີ່ຕົນມີ ....ແລະທະນຸຖະນອມສິ່ງນັ້ນໃຫ້ດີທີ່ສຸດ....ຢ່າດິນລົນຫາໃນສິ່ງໄກເກີນເອື້ອມຈົນເກີນກຳລັງ


໓ ກະທູ້
໒໐໑ ໂພສ
ນັກການກະທູ້
:


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມ່ວນ ແລະ ມີສາລະດີ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໖໔໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

° ° ° Believe iN DestinY ° ° °

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອກົບຕົວນັ້ນຈົ່ມພື່ມພ່ຳກັບຕົວເອງຢູ່ຄົນດຽວ ດັງ ອ໋ອບໆໆໆ ຢູ່ ພໍດີມີຊາວນາຄົນໜື່ງກຳລັງຊອກຫາອາຫານຢູ່ກາງນາ ພັດມາພົບກົບຕົວນັ້ນ ແລະ ເຂົາກໍ່ຈັບເອົາກົບຕົວນັ້ນໃສ່ຂ້ອງເມືອບ້ານເພື່ອຈະເອົາໄປເຮັດປົ່ນກິນເປັນອາຫານ ໃນຂະນະທີ່ຕົນເອງ(ກົບ)ຢູ່ໃນຂອງຫັ້ນໄດ້ຈົ່ມວ່າ “ຖ້າກູບໍ່ມາຝັນເຝື້ອງລົມໆແລ້ງໆຈົນລືມຕົນເອງກູກໍ່ບໍ່ຖຶກຈັບໄດ້ດອກ ຍ້ອນຕົນເອງນີ້ແລ້ວບໍ່ມີສະຕິ ຕາຍກູໆໆບາດ ອີ່ແມ່ກູຢູ່ໃສນໍມາຊ່ອຍລູກແນ່ ອ໋ອບອ໋ອບໆໆໆໆແອ໋ບໆໆໆ”

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວໆໆໆໆໆໆໆຄັກດີເຮົາເປັນເຮົາດີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ມັນເປັນເລື່ອງທຳມະດາຂອງທຳມະຊາດ


໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ເອົາມາເລົ່າອີກເດີ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນໂຕຂອງເຮົາເອງດີທີ່ສຸດ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຢູ່ກັບສິ່ງທີ່ໂຕເອງມີ ມັນຈຶ່ງຈະມີຄວາມສຸກ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໒໘ ກະທູ້
໗໘ ໂພສ
ນັກການກະທູ້
ຖ້າສິ່ງທີ່ເຮົາເປັນມັນດີພ ໍກໍ່ບໍ່ມີໃຜຢາກຊອກສະແຫວງຫາຢາກເປັນອັນອື່ນດອກ ກະຍ້ອນມັນບໍ່ເປັນດັ່ງທີ່ຄິດຫັນລະ
ສົມມຸດວ່າ ເປັນຂໍທານເດ ຍັງຢາກເປັນໃນສິ່ງທີ່ເປັນອີກບໍ 555


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Juan ຂຽນວ່າ...
ເມື່ອກົບຕົວນັ້ນຈົ່ມພື່ມພ່ຳກັບຕົວເອງຢູ່ຄົນດຽວ ດັງ ອ໋ອບໆໆໆ ຢູ່ ພໍດີມີຊາວນາຄົນໜື່ງກຳລັງຊອກຫາອາຫານຢູ່ກາງນາ ພັດມາພົບກົບຕົວນັ້ນ ແລະ ເຂົາກໍ່ຈັບເອົາກົບຕົວນັ້ນໃສ່ຂ້ອງເມືອບ້ານເພື່ອຈະເອົາໄປເຮັດປົ່ນກິນເປັນອາຫານ ໃນຂະນະທີ່ຕົນເອງ(ກົບ)ຢູ່ໃນຂອງຫັ້ນໄດ້ຈົ່ມວ່າ “ຖ້າກູບໍ່ມາຝັນເຝື້ອງລົມໆແລ້ງໆຈົນລືມຕົນເອງກູກໍ່ບໍ່ຖຶກຈັບໄດ້ດອກ ຍ້ອນຕົນເອງນີ້ແລ້ວບໍ່ມີສະຕິ ຕາຍກູໆໆບາດ ອີ່ແມ່ກູຢູ່ໃສນໍມາຊ່ອຍລູກແນ່ ອ໋ອບອ໋ອບໆໆໆໆແອ໋ບໆໆໆ”


5555555555
ແຕ່ງຕໍ່ໄດ້ສຸດຍອດດດດດດດດດ


໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Super ຂຽນວ່າ...
ຖ້າສິ່ງທີ່ເຮົາເປັນມັນດີພ ໍກໍ່ບໍ່ມີໃຜຢາກຊອກສະແຫວງຫາຢາກເປັນອັນອື່ນດອກ ກະຍ້ອນມັນບໍ່ເປັນດັ່ງທີ່ຄິດຫັນລະ
ສົມມຸດວ່າ ເປັນຂໍທານເດ ຍັງຢາກເປັນໃນສິ່ງທີ່ເປັນອີກບໍ 555


ສະແຫວງຫາໄດ້ແຕ່ງຢ່າເກີນຕົວ.....ກົບຢາກເປັນສິ່ງອື່ນ...ມັນເປັນໄປໄດ້ບໍ?
ແຕ່ເປັນຂໍທານ....ຢາກມີອາຊີບອື່ນ....ມັນເປັນໄດ້....ຈົ່ງສະແຫວງຫາຕໍ່ໄປ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກຕ້ອງທີ່ສຸດ ພູມໃຈໃນສິ່ງທີ່ຕົນເປັນຢູ່ ບໍ່ຕ້ອງທະເຍີທະຍານຫລາຍ


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆໆໆໆໆໆໆໆໆໆໆໆໆຖ້າຄົນຄິດແບບນີ້ຫມົດຄືຈະດີຫລາຍໆໆໆໆໆໆໆໆໆໆໆໆໆ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີສາລະດີເນາະ ມາຂຽນອີກເດີ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ແມ່ນແລ້ວ ພໍໃຈໃນສິ່ງທີ່ຕົນເອງມີ ພູມໃຈໃນສິ່ງທີ່ຕົນເອງເປັນ ດີທີ່ສຸດ

"no one is perfect"

໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ມ່ວນ ແລະ ມີສາລະດີ


ແມ່ນແລ້ວ........


໑ ກະທູ້
໒໑໓ ໂພສ
ນັກການກະທູ້
ຮ່າ ຮ່າ ໆໆໆ ຄັກດີ , ມີສາລະອີກ .... ເປັນໂຕຂອງໂຕເອງ

ກຳແພງສູງ ປີນບໍ່ເຖີງ ....... ມື້ອື່ນເອົາອີກ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກົບໂຕນິຮູ້ສຶກວ່າຈະສັບສົນກັບຄວາມຄິດໃນສິ່ງທີ່ໂຕຢາກເປັນຫຼາຍ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືກັບສາວສວນມອນເລີຍເນາະ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ຄືກັບສາວສວນມອນເລີຍເນາະ

ສາວສວນມອນບໍ່ໄດ້ສັບສົນເດີ້ ຍັງປົກກະຕິດີໝົ້ດ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ຄືກັບສາວສວນມອນເລີຍເນາະ

ສາວສວນມອນບໍ່ໄດ້ສັບສົນເດີ້ ຍັງປົກກະຕິດີໝົ້ດ


ຍັງຮັກບ່າວໄຊຍະຄືເກົ່າແມ່ນບໍ່

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ຄືກັບສາວສວນມອນເລີຍເນາະ

ສາວສວນມອນບໍ່ໄດ້ສັບສົນເດີ້ ຍັງປົກກະຕິດີໝົ້ດ


ຍັງຮັກບ່າວໄຊຍະຄືເກົ່າແມ່ນບໍ່

ອິອິອິ ກະຮັກຄືເກົ່າຫັ້ນແຫຼະ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ CadeTTe ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Fxaiyabouly ຂຽນວ່າ...
ຄືກັບສາວສວນມອນເລີຍເນາະ

ສາວສວນມອນບໍ່ໄດ້ສັບສົນເດີ້ ຍັງປົກກະຕິດີໝົ້ດ


ຍັງຮັກບ່າວໄຊຍະຄືເກົ່າແມ່ນບໍ່

ອິອິອິ ກະຮັກຄືເກົ່າຫັ້ນແຫຼະ


ລະກະຮັກຕະຫຼອດໄປເດີ່

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຊັ້ນຊະ ແທ້ບໍ່ນໍ້ ລະວັງເດີ້ ສາວພັນລາວລຸມຕື໊ບເຂົາແຫຼະ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທ້ ຂໍນອນຢັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊື່ອໆໆ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍດີແລ້ວ ອິອິ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງເວົ້າບໍ່ໝົດ ເຊື່ອໆຊະເມື່ອໄຫຼ່


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>