ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ວິຖີແຫ່ງຄວາມຮູ້ແຈ້ງ ຕອນທີ່ ໑ ແດ່ເຈົ້າຜູ້ມາໃຫມ່

໘ ກະທູ້
໒໔໑ ໂພສ
ນັກການກະທູ້
໑. ແດ່ເຈົ້າຜູ້ມາໃໝ່ ລຽບລຽງງ່າຍແລະທັມມະດາ ທີ່ເອີ້ນກັນວ່າ ທັມມະ

ຖອດຄວາມໂດຍ ນັດ love4nut
comment : ພິມຍາກແທ້ເດ້ ຈິ້ມເທ່ຍລະຕົວເພື່ອມາໃຫ້ຄົນລາວໄດ້ອ່ານນຳກັນ
.........................................................................................................................
ແທ້ຈິງແລ້ວ
ຄວາມທຸກຂອງຄົນເຮົາ
ຢູ່ໃນກາຍໃນຈິດຂອງຕົນນັ່ນເອງ
ສະໜາມສຶກສາທັມມະຂອງເຮົາ
ຈຶ່ງຢູ່ທີ່ກາຍທີ່ຈິດນີ້
ແທນທີ່ເຮົາຈະທ່ຽວຮຽນຮູ້
ອອກໄປພາຍນອກ
ກໍ່ໃຫ້ເຮົາຍ້ອນເຂົ້າມາສຶກສາ
ຢູ່ໃນກາຍໃຈຈິດຂອງເຮົານີ່ລ່ະ




ເປັນການຍາກທີ່ເຮົາຈະເຫັນໄດ້ວ່າ ທັມມະເປັນເລື່ອງລຽບງ່າຍແລະທັມມະດາທີ່ສຸດ ເພາະພາບລັກຂອງສາສນາຫຼືຂອງທັມມະ ທີ່ເຮົາຮູ້ຈັກນັ້ນ ເບີ່ງແນວໃດ໋ກໍ່ບໍ່ທັມມະດາເລີຍ ເລີ່ມຕັ້ງແຕ່ພາສາທີ່ເຮົາໃຊ້ ມີແຕ່ພາສາບາລີ ມີສັບທີ່ມີຄວາມໝາຍສະເພາະອີກຫຼາຍ ແຄ່ເຮັດຄວາມເຂົ້າໃຈສັບກໍ່ຍາກຄັກຫຼາຍແລ້ວ

ພໍຮູ້ສັບແລ້ວລົງມືສຶກສາຕຳລາອີຫຼີໆ ກໍ່ພໍ້ຄວາມຍາກອີກຄື ທັມມະທີ່ພະພຸດທະເຈົ້າຊົງສອນໄວ້ມີຫຼວງຫຼາຍຊະເຫຼືອເກີນ ແລະຕຳລາທີ່ພະລຸ່ນຫຼັງລົງມາທ່ານຂຽນໄວ້ ກໍ່ມີອີກຫຼວງຫຼາຍ

ບາງທ່ານພໍໃຈທີ່ຈະລົງມືປະຕິບັດ ກໍ່ມີບັນຫາອີກວ່າ ສຳນັກປະຕິບັດມີຫຼວງຫຼາຍ ທຸກສຳນັກບອກວ່າແນວທາງຂອງເຈົ້າຂອງຖືກຕ້ອງທີ່ສຸດ ຕາມຫຼັກມຫາສຕິປັດຖານ ບາງເທ່ຍກໍ່ທັບຖົມສຳນັກອື່ນໜ່ອຍໆ ວ່າສອນບໍ່ຖືກທາງ

ຄວາມຍາກລຳບາກນີ້ ພົບກັນທຸກຄົນ ເຮັດໃຫ້ຂ້າພະເຈົ້າຕ້ອງນັ່ງຖາມເຈົ້າຂອງວ່າ ເປັນໄປໄດ້ຫຼືບໍ່ ທີ່ເຮົາຈະສຶກສາທັມໄດ້ຢ່າງງ່າຍໆໂດຍບໍ່ຕ້ອງຮູ້ສັບບາລີ ຫຼືບໍ່ຕ້ອງອ່ານປຶ້ມ ຫຼືເຂ້າສຳນັກປະຕິບັດໃດໆ ເລີຍ

ຄວາມຈິງທັມມະທີ່ພະພຸດທະເຈົ້າສອນໄວ້ ເປັນເລື່ອງງ່າຍໆ ທັມມະດາໆ ດັງທີ່ຜູ້ໄດ້ຟັງທັມຈາກພະໂອດ ມັກຈະຮ້ອງວ່າ “ແຈ່ງແຈ້ງຫຼາຍພະເຈົ້າຂ້າ ທັມທີ່ຊົງສະແດງຄືດັ່ງເປຶດຂອງຄວ່ຳໃຫ້ຫງາຍຂຶ້ນ” ຊຶ່ງກໍ່ບໍ່ແປກໃຈຫຍັງທີ່ຜູ້ຟັງຈະຮູ້ສຶກແນວນັ້ນ ກໍ່ເພາະຜູ້ຟັງເອງ ເກິດມາກັບທັມມະ ຢູ່ກັບທັມມະ ຈົນຕາຍໄປກັບທັມມະ ເປັນແນວນັ້ນມາແຕ່ດົນນານແລ້ວ ພຽງແຕ່ມອງບໍ່ເຫັນວ່າທັມໄດ້ສະແດງຕົວຢູ່ບ່ອນໃດ໋ ເມື່ອພະພຸດທະເຈົ້າຊົງຊີ້ແນະ ກໍ່ສາມາດຮູ້ເຫັນຕາມໄດ້ໂດຍງ່າຍ

ອີກປະການໜຶ່ງ ພະຜູ້ມີພະພາກເຈົ້າຊົງຖຶງພ້ອມແລ້ວໃນຄວາມຮູ້ທັ້ງຫຼາຍ ສາມາດອະທິບາຍທັມອັນຍຸ່ງຍາກຊັບຊ້ອນໃຫ້ຍົ່ນຍໍ່ເຂົ້າໃຈໄດ້ງ່າຍ ສາມາດຂະຍາຍຄວາມທັມອັນຍົ່ນຍໍ່ໃຫ້ກວ້າງຂວາງພໍເໝາະແດ່ຜູ່ຟັງ ຊົງເຮັດໃຫ້ບໍ່ມີອຸປສັກທາງພາສາ ຄືສາມາດສື່ທັມດ້ວຍພາສາທີ່ຜູ້ຟັງເຂົ້າໃຈໄດ້ງ່າຍໆ ບໍ່ຄືຜູ້ສຶກສາແລະສອນທັມຈຳນວນຫຼາຍໃນລຸ່ນຫຼັງ ທີ່ເຮັດທັມມະຊຶ້ງເປັນເລື່ອງໃກ້ຕົວແລະແສນສິທັມມະດາ ໃຫ້ກາຍເປັນເລື່ອງຍຸ່ງຍາກຊັບຊ້ອນ ແລະໄກຕົວໄປຫຼາຍຄັກ ຈົນເກີນຄວາມຈຳເປັນເພື່ອຄວາມພົ້ນທຸກ ແລະສັ່ງສອນໂດຍພາສາທີ່ຜູ້ຟັງບໍ່ສາມາດເຂົ້າໃຈໄດ້ໂດຍງ່າຍ

ທີ່ຈິງແລ້ວ ທັມມະເປັນເລື່ອງໃກ້ຕົວ ໃກ້ຈົນເຖີງຂະໜາດທີ່ຕ້ອງເອີ້ນວ່າ ເປັນເລື່ອງກ່ຽວກັບຕົວເຮົາເອງ ແລະຂອບເຂດຂອງທັມມະກໍ່ມີພຽງໜ່ອຍດຽວ ຄື ເຮັດຈັ່ງໃດ໋ຈຶ່ງຈະບໍ່ເກີດຄວາມທຸກ

ຖ້າຈະສຶກສາທັມມະ ກໍ່ສຶກສາລົງໄປເລີຍວ່າ “ຄວາມທຸກຢູ່ບ່ອນໃດ ເກີດຂຶ້ນໄດ້ແນວໃດ ແລະສິດັບໄປໄດ້ຈັ່ງໃດ໋” ແລະຄວາມສຳເລັດຂອງການສຶກສາທັມມະ ຢູ່ທີ່ປະຕິບັດຂົນເຂົ້າຖຶງຄວາມພົ້ນທຸກ ບໍ່ແມ່ນເພື່ອຄວາມຮອບຮູ້ຮົກສະໝອງ ຫຼືເພື່ອຄວາມສາມາດໃນການອະທິບາຍແຈກແຈງທັມໄດ້ຢ່າງວິຈິດພິສດານ

ແທ້ຈິງແລ້ວ ຄວາມທຸກຂອງຄົນເຮົາຢູ່ໃນກາຍໃນຈິດຂອງຕົນນັ່ນເອງ ສະໜາມສຶກສາທັມມະຂອງເຮົາ ຈຶ່ງຢູ່ບ່ອນກາຍບ່ອນໃຈນີ່ແຫຼ່ະ ແທນທີ່ເຮົາຈະທ່ຽວຮຽນຮູ້ອອກໄປພາຍນອກ ກໍ່ໃຫ້ເຮົາຍ້ອນເຂົ້າມາສຶກສາຢູ່ໃນກາຍໃນຈິດຂອງເຮົານີ່ລ່ະ ວິທີການກໍ່ບໍ່ມີອີສັງຫຼາຍ ຂໍພຽງໃຫ້ຫັດສັງເກດກາຍແລະຈິດຂອງເຮົາເອງໃຫ້ດີ ເລີ່ມຕົ້ນງ່າຍໆ ຈາກການສັງເກດຮ່າງກາຍກ່ອນກໍ່ໄດ້

ຂັ້ນທຳອິດ ທຳໃຈໃຫ້ສບາຍ ໆ ຢ່າງເຄັ່ງຄຽດ ຢ່າໄປຄິດວ່າເຮົາຈະປະຕິບັດທັມ ແຕ່ໃຫ້ຄິດພຽງວ່າ ເຮົາຈະສັງເກດເບີ່ງຮ່າງກາຍຂອງເຮົາເອງເທົ່ານັ້ນ ສັງເກດແລ້ວຈະຮູ້ໄດ້ຊຳໃດ໋ກໍ່ບໍ່ເປັນຫຍັງ ເອົາແຄ່ວ່າຈະເຝົ້າສັງເກດໃຫ້ໄດ້ເທົ່າທີ່ຈະເຮັດໄດ້ກໍ່ພໍແລ້ວ

ເມື່ອເຮົາທຳໃຈສບາຍໆ ແລ້ວ ລອງນຶກຖຶງຮ່າງກາຍຂອງເຮົາ ນຶກເຖີງໃຫ້ຮູ້ພ້ອມທັ້ງຕົວເລີຍກໍ່ໄດ້ ຄືເຮົາກຳລົງເບີ່ງຫຸ່ນຍົນຕ໌ຢູ່ຈົກຕົວໜຶ່ງ ທີ່ມັນຍ່າງໄດ້ ດິ້ນໄດ້ ຂຍັບປາກກະໄດ້ ກິນອາຫານອັນເປັນວັດຖຸເຂົ້າໄປໃນຮ່າງກາຍ ຂັບຖ່າຍກາກອາຫານອອກຈາກຮ່າງກາຍ



ຖ້າເຮົາເຫັນຫຸ່ນຍົນທີ່ຊື່ວ່າຕົວເຮົາ ມັນເຮັດແນວນັ້ນແນວນີ້ໄປເລື່ອຍໆ ເຮົາເປັນຄົນເບີ່ງຊື່ໆ ຖຶງຈຸດນັ້ນກໍ່ຈະເຫັນແຈ້ງປະຈັກໃຈເອງວ່າ ຣ່າງກາຍນີ້ບໍ່ແມ່ນຕົວເຮົາ ມັນເປັນວັດຖຸກ້ອນໜຶ່ງເທົ່ານັ້ນ ມີຄວາມບໍ່ຢຸດນິ່ງ ບໍ່ຄົງທີ່ ແມ້ແຕ່ວັດຖຸທີ່ປະກອບເປັນຫຸ່ນຕົວນີ້ກໍ່ຍັງມີຄວາມປ່ຽນແປງໄຫຼເຂົ້າໄຫຼອອກຢູ່ຕະຫຼອດເວລາ ເຊັ່ນ ຫາຍໃຈເຂົ້າແລ້ວກໍ່ຫາຍໃຈອອກ ກິນຂ້າວແລະນ້ຳແລ້ວຂັບຖ່າຍອອກບໍ່ແມ່ນສິ່ງທີ່ເປັນກ້ອນທາດທີ່ຄົງທີ່ຖາວອນ ຄວາມຍຶດຖືໂດຍຄວາມຫຼົງຜິດວ່າ ກາຍເປັນເຮົາ ກໍ່ຈະບັນເທົາເບົາບາງລົງໄດ້ ແລ້ວກໍ່ຈະເຫັນອີກວ່າ ຍັງມີທັມມະຊາດທີ່ເປັນຜູ້ຮູ້ຣ່າງກາຍ ອາສັຍຢູ່ໃນຮ່າງກາຍນີ້ເອງ

ເມື່ອເຫັນຊັດແລ້ວວ່າ ກາຍນີ້ເປັນແຄ່ກ້ອນທາດ ບໍ່ຄົງທີ່ ບໍ່ແມ່ນຕົວເຮົາ ບັດນີ້ກໍ່ລອງມາສັງເກດສິ່ງທີ່ຊ່ອນເລັ້ນຢູ່ໃນຣ່າງກາຍນີ້ຕໍ່ໄປ ເປັນການຮຽນຮູ້ເລື່ອງຂອງເຮົາເອງໃຫ້ລະອຽດຫຼາຍຂຶ້ນໄປອີກ



ສິ່ງທີ່ແຝງຢູ່ໃນຮ່າງກາຍທີ່ເຫັນໄດ້ງ່າຍໆ ແມ່ນຄືຄວາມຮູ້ສຶກ ເປັນສຸກແດ່ ເປັນທຸກແດ່ ເສີຍໆແດ່ ເຊັ່ນ ເມື່ອເຮົາເຫັນຫຸ່ນຍົນຕ໌ຕົວນີ້ເຄື່ອນໄຫວໄປມາ ບໍ່ດົນກໍ່ຈະເຫັນຄວາມເມື່ອຍປວດ ຄວາມຫິວກະຫາຍ ຫຼືຄວາມທຸກຢ່າງນັ້ນຢ່າງນີ້ແຊກເຂົ້າມາເປັນໄລຍະໆ ພໍຄວາມທຸກນັ້ນຜ່ານໄປບັດໜຶ່ງ ກໍ່ຈະຮູ້ສຶກສະບາຍໄປອີກຊ່ວງໜຶ່ງ (ຮູ້ສຶກເປັນສຸກ) ເຊັ່ນ ຫິວນ້ຳ ເກີດເປັນຄວາມທຸກຂຶ້ນ ພໍໄດ້ກິນນ້ຳ ຄວາມທຸກເພາະຄວາມກະຫາຍກໍ່ດັບໄປ ຫຼືວ່ານັ່ງດົນໆ ເກິດຄວາມປວດເມື່ອຍ ຮູ້ສຶກເປັນທຸກ ພໍຂຍັບຕົວ ກໍ່ຫາຍປວດເມື່ອຍ ຮູ້ສຶກວ່າທຸກຫາຍໄປ (ຮູ້ສຶກເປັນສຸກ)

ບາງເທື່ອມີຄວາມເຈັບປ່ວຍ ກໍ່ຈະຮູ້ຄວາມທຸກທາງກາຍໄດ້ຕໍ່ເນື່ອງຍາວນານຂຶ້ນ ເຊັ່ນ ເກີດເຈັບແຂັ້ວຕິດຕໍ່ກັນດົນໆ ເປັນຫຼາຍມື້ ຖ້າຄອຍສັງເກດ ຮູ້ຄວາມທຸກທີ່ເກີດຂຶ້ນນັ້ນ ກໍ່ຈັດເຫັນຊັດວ່າ ຄວາມເຈັບນັ້ນເປັນສິ່ງທີ່ແຊກຢູ່ກັບເຫງືອກແລະແຂັ້ວ ແຕ່ເຫງືອກກັບແຂັ້ວມັນບໍ່ໄດ້ເຈັບນຳເລີຍ ພຽງແຕ່ມີຄວາມເຈັບເປັນອີກສິ່ງໜຶ່ງທີ່ຖືກແຝງຢູ່ໃນຮ່າງກາຍ

ເຮົາກໍ່ຈະຮູ້ຊັດວ່າ ຄວາມຮູ້ສຶກສຸກ ຮູ້ສຶກທຸກ ຫຼືຮູ້ສຶກເສີຍໆ ບໍ່ແມ່ນຮ່າງກາຍ ແຕ່ເປັນສິ່ງອີກສິ່ງໜຶ່ງທີ່ແຊກຢູ່ໃນຮ່າງກາຍ ແລະທີ່ສຳຄັນ ຄວາມຮູ້ສຶກພວກນັ້ນ ກໍ່ເປັນສິ່ງທີ່ກຳລັງຖືກຮູ້ ຖູກເບີ່ງຢູ່ ເຊັ່ນດຽວກັບຮ່າງກາຍນັ່ນເອງ

ຖັດຈາກນັ້ນ ເຮົາມາຮຽນຮູ້ເລື່ອງລາວຂອງຕັວເອງໃຫ້ລະອຽດຫຼາຍຂຶ້ນ ຄືຄອຍສັງເກດໃຫ້ດີວ່າ ເວລາທີ່ເກີດຄວາມທຸກຂຶ້ນນັ້ນຈິດໃຈຂອງເຮົາມັນຈະເກີດຄວາມຫງຸດຫງິດລຳຄານໃຈຕາມມານຳ ເຊັ່ນ ຫິວຂ້າວແລ້ວຈະໂມໂຫງ່າຍ ເໜື່ອຍກໍ່ໂມໂຫສູນງ່າຍ ເຈັບໄຂ້ກໍ່ໂມໂຫງ່າຍ ເກີດຄວາມຮັກແລ້ວບໍ່ໄດ້ການຕອບສະໜອງກໍ່ໂມໂຫງ່າຍ ຄຽດງ່າຍ ສູນໄວ ໃຫ້ເຮົາຫັດຮູ້ໃຫ້ເທົ່າທັນຄວາມໂກດທີ່ເກີດຂຶ້ນໃນເວລາທີ່ຜະເຊີນກັບຄວາມທຸກ



ໃນທາງກັບກັນນັ້ນ ແມ່ນເມື່ອເຮົາໄດ້ເຫັນຂອງງາມ ໄດ້ຍິນສຽງມ່ວນຖືກອົກຖືກໃຈ ໄດ້ກິ່ນຫອມຍວນໃຈ ໄດ້ກິນແນວກິນແຊ່ບໆ ໄດ້ຮັບສິ່ງສັມຜັດຮ່າງກາຍທີ່ນຸ່ມນວນ ມີອຸນຫພູມພໍເໝາະ ບໍ່ຮ້ອນຫຼືບໍ່ໜາວເກີນໄປ ໄດ້ຄິດຮອດສິ່ງທີ່ພໍໃຈ ເຮົາຈະເກີດຄວາມຮັກແພງໃນສິ່ງທີ່ໄດ້ເຫັນ ໄດ້ຍິນ ໄດ້ຣົດຊາດ ໄດ້ສັມຜັດ ແລະໄດ້ຄິດນຶກນັ້ນ ກໍ່ໃຫ້ເຮົາຮູ້ເທົ່າທັນຄວາມຮັກແພງທີ່ເກີດຂຶ້ນນັ້ນ ພໍເຮົາຮູ້ຈັກຄວາມໂກດຫຼືວ່າຄວາມຮັກແພງແລ້ວ ເຮົາກໍ່ສາມາດຮູ້ຈັກກັບອາຣົມແນວອື່ນໄດ້ນຳ ເຊັ່ນ ຄວາມລັງເລສົງໄສ ຄວາມອາຄາດພະຍາບາດ ຄວາມຫົດຫູ່ໃຈ ຄວາມອິດສາຣິສຍາ ຄວາມຄິດລົບຫຼູ່ຜູ້ອື່ນ ຄວາມຜ່ອນໄສອິ່ມເອີບຂອງຈິດໃຈ ຕະຫຼອດຈົນຄວາມສງົບໃນຈິດໃຈ ຯ

ເມື່ອເຮົາຮຽນຮູ້ອາຣົມຫຼືຄວາມຮູ້ສຶກພວກນີ້ຫຼາຍຂຶ້ນໆ ເຮົາກໍ່ຈະເລີ່ມຮູ້ວ່າ ຄວາມຈິງແລ້ວອາຣົມທຸກຢ່າງນັ້ນບໍ່ຄົງທີ່ ເຊັ່ນ ຍາມໂກດ ແລະເຮົາກໍ່ຮູ້ຢູ່ທີ່ຄວາມໂກດນັ້ນ ກໍ່ຈະເຫັນລະດັບຂອງຄວາມໂກດ ປ່ຽນແປງຢູ່ຕະຫຼອດເວລາ ຢູ່ໄປໆ ຄວາມໂກດກໍ່ດັບໄປເອງ ແລ້ວບໍ່ວ່າຄວາມໂກດຈະດັບຫຼືບໍ່ກໍ່ຕາມ ຄວາມໂກດກໍ່ເປັນແຄ່ສິ່ງທີ່ຖືກເຮົາຮູ້ ບໍ່ແມ່ນຕົວເຮົາ ບໍ່ມີເຮົາຢູ່ໃນຄວາມໂກດ ແມ້ອາຣົມອື່ນໆ ກໍ່ຈະເຫັນໃນລັກສະນະເຊັ່ນດຽວກັນກັບຄວາມໂກດພ້ອມ

ເຮົາຈະພໍ້ກັບພະລັງງານຫຼືແຮງຜັກດັນບາງຢ່າງໃນຈິດໃຈຂອງເຮົາ ເຊັ່ນ ພໍເຫັນຜູ້ຍິງງາມໆຖູກໃຈຫຼາຍ ພໍຈິດໃຈເກີດຄວາມຮູ້ສິກຮັກແລ້ວ ມັນຈະເກີດແຮງຜັກດັນຈິດໃຈຂອງເຮົາ ໃຫ້ເຄື່ອນອອກໄປຍຶດເກາະທີ່ຜູ້ຍິງຄົນນັ້ນ ເຮັດໃຫ້ເຮົາລືມເບີ່ງຕົວເອງ ເຫັນແຕ່ຜູ້ຍິງຄົນງາມໆຄົນນັ້ນ

(ເລື່ອງຈິດເຄື່ອນໄປໄດ້ນີ່ ຖ້າເປັນຄົນທີ່ຮຽນຕຳຣາອາດຈະງົງໆ ແຕ່ຖ້າລົງມືປະຕິບັດອີຫຼີແລ້ວຈະເຫັນວ່າ ຄວາມຮັບຮູ້ມັນເຄື່ອນໄປໄດ້ອີຫຼີ ກົງກັບທີ່ພະພຸທເຈົ້າທ່ານເວົ້າເລື່ອງຈິດທ່ຽວໄປໄດ້ໄກບໍ່ມີຄາດເຄື່ອນແມ້ແຕ່ຄຳດຽວ)

ຫຼືຍາມເຮົາເກີດຄວາມສົງສັຍໃນທັມ ວ່າເຮົາຄວນປະຕິບັດຈັ່ງໃດ໋ ກໍ່ຈະເຫັນແຮງຜັກດັນທີ່ບັງຄັບໃຫ້ເຮົາຄິດຫາຄຳຕອບ ຈິດໃຈຂອງເຮົາເຄື່ອນເຂົ້າໄປຢູ່ໃນໂລກຂອງຄວາມຄິດ ຕອນນັ້ນເຮົາລືມເບີ່ງຕົວເຮົາເອງ ຫຸ່ນຍົນນັ້ນກໍ່ຍັງຢູ່ ແຕ່ເຮົາລືມນຶກເຖີງມັນກໍ່ເໝືອນກັບວ່າມັນຫາຍໄປຈາກໂລກ ຄວາມຮູ້ສຶກຕ່າງໆ ໃນຈິດໃຈເຮົາເປັນແນວໃດ ເຮົາກໍ່ບໍ່ຮູ້ ເພາະວ່າມົວແຕ່ຄິດຫາຄຳຕອບໃນເລື່ອງທີ່ສົງສັຍຢູ່ນັ່ນເອງ


ຫັດຮູ້ທັນຈິດໃຈຕົນເອງຫຼາຍເຂົ້າ ບໍ່ດົນກໍ່ຈະຊາບໂດຍຕົນເອງວ່າ ຄວາມທຸກເກີດຂຶ້ນໄດ້ຈັ່ງໃດ໋ ຄວາມພົ້ນທຸກເກີດຂຶ້ນໄດ້ຈັ່ງໃດ໋ ສະພາບທີ່ບໍ່ທຸກເປັນຈັ່ງໃດ໋ ສະພາບຈິດໃຈມັນຈະພັດທະນາຂອງມັນໄປເອງທຸກຢ່າງ ບໍ່ຕ້ອງໄປຄິດເລື່ອງຊານ ເລື່ອງຍານ ຫຼືເລື່ອງມັກຜົນນິບພານໃດໆ ທັ້ງສິ້ນ

ຮອດຕົງນີ້ ອາດຈະເວົ້າທັມມະບໍ່ໄດ້ຈັກຄຳ ແປສັບບາລີບໍ່ໄດ້ຈັກຕົວ ແຕ່ຈິດໃຈພົ້ນຈາກຄວາມທຸກ ຫຼືມີແຕ່ຄວາມທຸກ ກໍ່ທຸກບໍ່ຫຼາຍ ທຸກບໍ່ດົນ
ຂ້າພະເຈົ້າຂຽນເລື່ອງນີ້ຂຶ້ນເປັນຂອງຝາກສຳລັບຜູ້ເລີ່ມສົນໃຈຈະສຶກສາທັມມະ ເພື່ອບອກວ່າ ທັມມະ ເປັນເລື່ອງທັມມະດາໆ ເປັນເລື່ອງຂອງຕົວເຮົາເອງ ແລ້ວສາມາດຮຽນຮູ້ໄດ້ບໍ່ຍາກໂດຍເຈົ້າຂອງເອງ ຢ່າພາກັນທໍ້ຖອຍເລີຍ ຍາມໄດ້ຍິນຄົນອື່ນເວົ້າທັມມະແລ້ວເຮົາຟັງເຂົາບໍ່ຮູ້ເລື່ອງ ເຮົາບໍ່ຕ້ອງຮູ້ອີຫຍັງກໍ່ໄດ້ ຮູ້ແຄ່ວ່າ ເຮັດຈັ່ງໃດ໋ເຮົາຈະບໍ່ທຸກ ກໍ່ພໍແລ້ວ ເພາະນັ່ນຄືໃຈຄວາມທັ້ງໝົດຂອງພະພຸດທະສາສນາ ຊຶ່ງຈຳເປັນທີ່ຄົນໆຫນຶ່ງຄວນຈະຮຽນຮູ້ໄວ້



໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຣະພຸທອົງຊົງໄດ້ຕຣັດໄວ້ວ່າ: ຖ້າຢາກດັບທຸກ ກໍ່ຈົ່ງລະເລີກເຊິ່ງ ຄວາມໂລບ ຄວາມໂກດ ຄວາມຫຼົງ ນັ້ນກໍ່ຄືຕັນຫາຣາຄະ ຈົ່ງເດີນທາງສາຍກາງຈະເຮັດໃຫ້ພົບແຕ່ຄວາມສຸກຄວາມສະຫງົບ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ພຣະພຸທອົງຊົງໄດ້ຕຣັດໄວ້ວ່າ: ຖ້າຢາກດັບທຸກ ກໍ່ຈົ່ງລະເລີກເຊິ່ງ ຄວາມໂລບ ຄວາມໂກດ ຄວາມຫຼົງ ນັ້ນກໍ່ຄືຕັນຫາຣາຄະ ຈົ່ງເດີນທາງສາຍກາງຈະເຮັດໃຫ້ພົບແຕ່ຄວາມສຸກຄວາມສະຫງົບ



ແມ່ນແລ້ວ ພັດທະນາສະຕິ

ເປັນວິທີໜີອອກໄກຈາກຄວາມໂລບ ຄວາມໂກດ ຄວາມຫຼົງ

ທີ່ອ້າຍວ່າມາ ຄົນເຮັດບໍ່ດີຍ້ອນວ່າຕົນເອງຂາດສະຕິ

ເຄີຍເຮັດຫຍັງຜິດບໍ່ ເວລາເຮັດຜິດແລ້ວມີສະຕິຮູ້ຕົວທີຫຼັງແມ່ນບໍ່ ແຕ່ເຮົາຝຶກສະຕິໄວ້ເພື່ອອະນາຄົດມີປະໂຍດໄວ້ໃຊ້ງານ

ຕອນທີ່ເຮົາປ່ຽນພົບພູມເດີ້


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ປ່າໂທະ, ອ້າຍນັດ ແປພາສາລາວໄດ້ສຸດຍອດ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ປ່າໂທະ, ອ້າຍນັດ ແປພາສາລາວໄດ້ສຸດຍອດ



ຂ້ອຍຖືກຄົນໃນພັນລາວຕິເຕືອນເອົາແທ້ເອົາວ່າ



໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພຣະພຸດທະເຈົ້າໄດ້ຕຣັດໄວ້ວ່າ: "ຄວາມສຸກທີ່ແທ້ຈິງຄື ການລະເຊິ່ງ ຄວາມໂລບ ຄວາມໂກດ ຄວາມຫຼົງ ແລະ ຕັນຫາຣາຄະ ກອງໄຟມະໄລກັນຈຶ່ງຈະບໍ່ໝົກໄໝ້ເຜົາຜານຢູ່ໃນຫົວໃຈ ເພື່ອເສບສຸຂໃນ ນິບພານສຸຂ ເມື່ອດັບຂັນໄປແລ້ວ"


໒໘ ກະທູ້
໗໘ ໂພສ
ນັກການກະທູ້
ແມ່ນແລ້ວ ຕັ້ງສະຕິກ່ອນສະຕາດລົດ ກ່ຽວຫັຍງກັນນໍ ຄົນລະເລື້ອງເລີຍນໍ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Super ຂຽນວ່າ...
ແມ່ນແລ້ວ ຕັ້ງສະຕິກ່ອນສະຕາດລົດ ກ່ຽວຫັຍງກັນນໍ ຄົນລະເລື້ອງເລີຍນໍ



ກ່ຽວ

ຕັ້ງສະຕິເດີ້ ບໍ່ແມ່ນຕັ້ງສະມາທິເດີ້


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Noy2711 ຂຽນວ່າ...
ພຣະພຸດທະເຈົ້າໄດ້ຕຣັດໄວ້ວ່າ: "ຄວາມສຸກທີ່ແທ້ຈິງຄື ການລະເຊິ່ງ ຄວາມໂລບ ຄວາມໂກດ ຄວາມຫຼົງ ແລະ ຕັນຫາຣາຄະ ກອງໄຟມະໄລກັນຈຶ່ງຈະບໍ່ໝົກໄໝ້ເຜົາຜານຢູ່ໃນຫົວໃຈ ເພື່ອເສບສຸຂໃນ ນິບພານສຸຂ ເມື່ອດັບຂັນໄປແລ້ວ"



ລະໄດ້ຈາກການເບີ່ງຈິດ

ຈະເລີນສະຕິເຈົ້າ



໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າງກາຍສັງຂານເປັນສິ່ງທີ່ວ່າງເປົ່າ ເຫດໃດຈຶ່ງຢຶດໜ່ຽວກັບຄວາມຮັກ ຄວາມຈິງຮູບລັກສະນະພາຍນອກລ້ວນແຕ່ວ່າງເປົ່າ ແນ່ວແນ່ກັບຄວາມຮັກຈົນກາຍເປັນຄວາມຫຼົງ ການທີ່ຮູ້ຈັກປ່ອຍວາງເປັນຫົນທາງແກ້ໄຂ ຈົ່ງຕັດອົກຕັດໃຈຈະພົບແຕ່ທາງສຸກນິລັນ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ແມ່ນຫຍັງນໍ້ນິ ບໍ່ໄດ້ກ່ຽວກັບຄວາມຮັກນາ..

ໄອ ແອມ ງົງ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຕ້ອງງົງເດີ້ອ້າຍນັດ ອັນນີ້ກະແມ່ນທຳມະທີ່ສອນໃຫ້ຮູ້ກ່ຽວກັບການປ່ອຍວາງ ຫັ້ນນ່າ


໘ ກະທູ້
໒໔໑ ໂພສ
ນັກການກະທູ້
ເຈົ້າ ດີແລ້ວສອນກັນແລະກັນ

ແລ້ວໄປປະຕິບັດເບີ່ງເນາະ



໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະພຸດທະເຈົ້າສອນໄວ້ວ່າຢ່າເຊື່ອໃຜງ່າຍໆ ແມ່ນແຕ່ຄຳເວົ້າຂອງພະພຸດທະເຈົ້າເອງກໍ່ຢ່າເຊື່ອ ກ່ອນຈະເຊື່ອນັ້ນຈະຕ້ອງໃຊ້ສະຕິປັນຍາຕົນເອງໄຕ່ຕອງໃຫ້ດີສາກ່ອນ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ເພິ່ນບໍ່ໄດ້ສອນໃຫ້ເຮົາເຊື່ອ ແຕ່ເພິ່ນສອນໃຫ້ເຮົາມີສະຕິ ຢ່າປະຫມາດ

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ສຸດຍອດຫຼາຍເຈົ້ານິ

M99NOY

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ແມ່ນແລ້ວ ເພິ່ນບໍ່ໄດ້ສອນໃຫ້ເຮົາເຊື່ອ ແຕ່ເພິ່ນສອນໃຫ້ເຮົາມີສະຕິ ຢ່າປະຫມາດ



ແນ່ນອນອີຫລີ ເອື້ອຍຫລ້າຂ້ອຍ