ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄຳທຳນາຍຊະຕາໂລກມະນຸດ ປີພສ 2553, ຈສ 1372, ຄສ 2010

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປີ 2010 ໃກ້ຈະມາຮອດນີ້ ທາງພຣະອາຈານຍ໌ ມະຫາບົວຄຳ ສາຣິບຸດ ຮອງປະທານ ອພສ ແຫ່ງ ສປປ ລາວ ຫົວໜ້າກັມມາທິການສຶກສາສົງ
ທົ່ວປະເທດ ແລະ ທ່ານ ມະຫາແກ້ວ ສຸວັນນະພົງສ໌ ອະດີດພະນັກງານເບ້ຍບຳນານ ກະຊວງທຳມະການ ໄດ້ເຮັດການຄົ້ນຄ້ວາແລະຄຳນວນໄວ້ວ່າ:
ປີ ພສ 2553 ປີນີ້ ກົງກັບປີຂານ(ກົດຍີ່) ໂທສົກ ອະທິກະມາສ, ປົກກະຕິວານ, ປົກກະຕິສຸຣະທິນ
1. ສັງຂານລ່ວງ: ເດືອນ 6 ຂຶ້ນ 1 ຄ່ຳ,​ວັນພຸດ ປີສະຫຼູ(ກັດເປົ້າ) ພສ 2552, ກົງກັບວັນທີ 14 ເມສາ ຄສ 2010, ເວລາ 14ໂມງ 00 ນາທີ 00 ວິນາທີ.
2. ວັນເນົາ: ເດືອນ 6 ຂຶ້ນ 2 ຄ່ຳ ວັນພະຫັດ ພສ 2552, ກົງກັບວັນທີ 15 ເມສາ ຄສ 2010.
3. ວັນສັງຂານຂຶ້ນ: ເດືອນ 6 ຂຶ້ນ 3 ຄ່ຳ ວັນສຸກ ພສ 2552 ກົງກັບວັນທີ 16 ເດືອນ ເມສາ ຄສ 2010 ເວລາ 11 ໂມງ 18 ນາທີ 36 ວິນາທີ, ເປັນວັນຖະເຫຼິງສົກປ່ຽນເປັນປີໃໝ່ ຈຸລະສັກກະຣາດ 1372.
4. ນາງສັງຂານ: ປີຂານ(ກົດຍີ່) ໂທສົກ ທາງຈັນທະຣະຄະຕິ ເປັນອະທິກະມາດ, ປົກກະຕິວານ, ປົກກະຕິສຸຣະທິນ, ທາງສຸຣິຍະຄະຕິກໍເປັນ
ປົກກະຕິສຸຣະທິນຄືກັນ ມີ 365 ວັນ.
5. ສັງຂານລ່ວງວັນພຸດ ນາມມະຫາສົງການ ນາງເທພະທິດາທີ 4 ຊື່ວ່າ: ມົນທາເທວີ ທົງພາຫຸຣັດ ທັດດອກຈຳປາອາພອນປະດັບໄປດ້ວຍແກ້ວໄພທູນ(ແກ້ວສີຂຽວໃບໄມ້) ພັກສາຫານນົມເນີຍ ພະຫັດຂວາຖືເຫຼັກແຫຼມ ພະຫັດຊ້າຍຖືໄມ້ເທົ້າ ສະເດັດນອນມືນພະເນດ(ມືນຕາ) ມາເໜືອຫຼັງຄັທຣະພະ(ລາ) ເປັນພາຫະນະ.
6. ສັງຂານຂຶ້ນວັນສຸກພໍ່ຄ້າຊາວຂາຍທີ່ຄ້າຂາຍໃນປະເທດຕ່າງໆ ຈະປະກອບໄປດ້ວຍເຂົ້າຂອງເງິນຄຳຫຼາຍ.
7. ເກນພິຣຸນນະສາດ: ເສດ 3 ວັນອັງຄານເປັນອະທິບໍດີ. ບັນດານໃຫ້ຝົນຕົກ 300 ຫ່າ.
- ຕົກໃນຈັກກະວານ 120 ຫ່າ
- ຕົກໃນປ່າຫິມະພານ 90 ຫ່າ
- ຕົກໃນມະຫາສະໝຸດ 60 ຫ່າ
- ຕົກໃນໂລກມະນຸດ 30 ຫ່າ
8. ນາກປະທານຊົລ: ເສດ 0 ວັນເສົາ, ນາກຫຼິ້ນນ້ຳ 7 ຕົວ, ຈະແຫ້ງແລ້ງ ແລະ ໃຫ້ກຽມຕ້ານໄພແຫ້ງແລ້ງໄວ້ດ້ວຍ ຈຶ່ງຈະເປັນການດີທີ່ສຸດ.
9. ເກນທາຣາທິຄຸ: ເສດ 4 ຣາສີ ເຕໂຊທາດ ທາດໄຟນ້ຳຈະໜ້ອຍກວ່າທຸກປີ.
10. ເກນທັນຍາຫານ: ເສດ 5 ຊື່ວ່າວິບັດ ເຂົ້າກ້າໄຮ່ນາຈະມີບົ້ງແມງກິນ, ຈະໄດ້ຮັບຜົນແຕ່ເຄິ່ງດຽວ.
11. ທວຍການເຮັດນາ: ນາລຸ່ມ,​ ນາທາມ ແລະນາໂນນ ບໍ່ດີຈັກຢ່າງ.
12. ທວຍເລື່ອງລົມ: ເສດ 8 ຈະມີລົມພັດມາສະເໝີກັນ.
13. ທວຍເລື່ອງໝາກໄມ້: ເສດ 12 ໝາກໄມ້ຈະດົກຫຼາຍ ເປັນໝາກຫຼາຍ.
14. ເກນກາລະໂຍກ:​
- ເສດ 3 ວັນອັງຄານ ເປັນວັນທຸງໄຊ.
- ເສດ 5 ວັນພຸດ ເປັນອະທິບໍດີ.
- ເສດ 5 ວັນພະຫັດ ເປັນວັນອຸບາດ.
- ເສດ 0 ວັນເສົາ ເປັນວັນໂລກາວິນາດ.
15. ເກນຣຸກຂະຊາດ:​ ເສດ 1 ໄມ້ຈວງເປັນພຣະຍາ ຄົນທັງຫຼາຍມັກເປັນພະຍາດ ແລະ ມັກແພ້ ແພດໝໍແລ.
- ຜົນການຄຳນວນ ແຫ່ງປີຂານ (ກົດຍີ່)
ພສ 2553 / ທໍຣະຄຸນ 501136
ຈສ 1372 / ກັມມັຊຊະພົນ 423
ຄສ 2010 / ອຸຈຈະພົນ 2787
/ ອວມານ 674
/ ມາສະເກນ 16970
/ ດີຖີ 02(ຂຶ້ນ 2 ຄ່ຳ ເດືອນ 6)
/ ວາຣະ 6(ວັນສຸກ)

ຂ້າງເທິງນັ້ນກ່າຍເອົາມາຈາກປະຕິທິນເບຍລາວ ປີ 2010.

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍອ່ານເບິ່ງກ່ອນເດີ່


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍໆ ອ່ານໂລດ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັກໆ ເຮົາຢູ່ນີ້ບໍ່ມີປະຕິທິນເບຍລາວເບິ່ງກະໄດ້ຮູ້ນຳ ຂອບໃຈຫຼາຍໆໆເນີ້ເອື້ອຍ ວວ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານແລ້ວບໍເຂົ້າໃຈຄວາມຫມາຍປານໃດນະ ຈັກຊິເຮັດແນວໃດໃຫ້ມັນເຂົ້າໃຈນິ.

ອ່າວ! ອັນພຣະອາຈານຍ໌ ມະຫາບົວຄຳ ສາຣິບຸດ ເພີ່ນມາເປັນຮອງ ປະທານ ອພສ ແຫ່ງ ສປປລາວ ລະຫວາ?
ແຕ່ກ່ອນຄືວ່າ ເປັນປະທານ ອພສ ແຫ່ງ ສປປລາວ(ເຄີຍອ່ານຢູ່ໃສ່ນໍລືມລະ)

ລະດຽວນີ້ແມ່ນໃຜເປັນປະທານ ຊັ້ນນາ?





໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມມ ບໍ່ເຂົາໃຈປານໃດ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍຈະລອງເຮັດເບີ່ງ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ອືມມມ ບໍ່ເຂົາໃຈປານໃດ


ວວ ເຂົ້າໃຈແຕ່ວ່າ ປີຊິມານີ້ຈະແຫ້ງແລ້ງ ເຂົ້າໃນນາຈະເສຍຫາຍ ໄດ້ຮັບຜົນເຄິ່ງດຽວ ສ່ວນໝາກໄມ້ຈະດົກໜາ
ແຕ່ພະຍາດໂລຄາຈະບຽດບຽນມີຄົນເຈັບເປັນທຽວເຂົ້າໂຮງໝໍເປັນປະຈຳ ເຂົ້າໃຈແຕ່ທໍ່ນີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
kho phieng mi thum ma nai chai hen yang kho bor yan

cost of living

໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ha khon thi khau chay

cost of living

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະພໍເຂົ້າໃຈຢູ່ ເພາະວ່າແຕ່ລະປີຈະມີຄຳທຳນາຍອອກມາຕິດປະຕິທິນເປັນປະຈຳ ເພື່ອບອກໃຫ້ຮູ້ວ່າໃນແຕ່ລະປີຈະຝົນຕົກຈັກຮ່າ
ໝາກໄມ້ອອກຜົນງາມຫລືບໍດັ່ງນີ້ເປັນຕົ້ນ.

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໑໔໒ ໂພສ
ນັກການກະທູ້
ໂອ້..ປີນີ້ຈະແຫ້ງແລ້ງຫວານິ..ຫວັງວ່ານ້ຳຈະບໍ່ຖ້ວຍນາະ
ຄົນສ່ວນຫຼາຍມັກກເປັນພະຍາດ ຫຼື ວ່າ ຈະມີໂລກໃໝ່ເຂົ້າມາອີກ ໄຂ້ຫວັດ 2010 ຕິເບາະ
ວັນພະຫັດກັບວັນເສົາບໍ່ດີເລີຍ..ບໍ່ເປັນຕາໄປຫຼິ້ນເດີ້ພີ່ນ້ອງ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ໋ ດີໆສຳລັບຜູ້ທີ່ບໍ່ເຫັນປະຕິທີນເບຍລາວ

ຄົນຄິດຮອດບ້ານ