ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ຄວາມດີ! ຄວາມຊົ່ວ!

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຄວາມດີກັບຄວາມຊົ່ວ ສິ່ງໃດເຮັດງ່າຍແລະຍາກກວ່າກັນ
ເພາະເຫດໃດ? ແລະໃຜເຮັດດີຫລາຍກວ່າຊົ່ວ ເຮັດຊົ່ວຫລາຍກວ່າດີ
ເວົ້າຄວາມຈິງໄປເລີຍບໍ່ຕ້ອງຢ້ານຄົນອື່ນເວົ້າໃຫ້ ເພາະທຸກຄົນກໍຕ້ອງມີບ້າງຄັ້ງທີ່ຕ້ອງເດີນທາງຜິດ ແລະ ເລີ້ມເຮັດດີແຕ່ມື້ນີ້ຍັງບໍ່ສາຍ
ພຣະຂໍເປັນແຮງໃຈໃຫ້ ແລະຖ້າຜູ້ໃດເຮັດດີຢູ່ແລ້ວກໍຈົ່ງເຮັດດີຕໍ່ໄປ
ຈະເຣີນພອນ


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
้monk ວ່າຄວາມດີເຮັດງ່າຍກວ່າ ເພາະຖ້າເຮົາມີຈິດໃຈດີງາມ ບໍ່ໂກດບໍ່ແຄ້ນໃຜບໍ່ໄປບຽດບຽນສັດ ຫລື ຄົນອື່ນ ກໍຖືວ່າເຮັດດີໄປໃນຕົວ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ຄວາມດີເຮັດງ່າຍກ່ວາແທ້


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິ່ງໃດກະງ່າຍຖ້າຢາກເຮັດ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໘໘໖ ໂພສ
ຊຳນານການເວັບບອດ
ຊອກຫາແຟນຊົ່ວໆມັນຈື່ງສົມເຮົາ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດດີ10ເທື່ອ ກະບໍ່ເທົ່າກັບເຮັດຜິດເທື່ອ1

ຮັກນ້ອງຕອນເມົາ

໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຈະເຮັດດີເຮັດຊົວຢູ່ທີເຈດຕະນາ ແລະຈິດໃຈຂອງເຮົາ ຖ້າເຮົາຮູ້ ຄິດດີ ເຮັດດີ ເປັນຄົນທີດີ ເທົານີ້ເຮົາກາດີ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຕັ້ງໃຈເຮັດດີກາງ່າຍຖ້າຕັ້ງໃຈເຮັດບໍ່ດີກາງ່າຍ


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ເຮັດຊົ່ວງ່າຍປານປີ້ນຝາມື້ ເຮັດດີຢາກກ່ວາ


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ເຮັດຄວາດີສິບປີມີຄ່າສອກ...ເຮັດຊົ່ວ1ນາທີພອກວອກອອກຄ່າວາ..........


ມອງໂລກໃນແງ່ດີ! ຄິດດີ! ປະຕິບັດຕົນດີ....

ມີພຽງຮັກແທ້ໃຜແນ່ຊິມາເອົາ

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ສິ່ງໃດກະງ່າຍຖ້າຢາກເຮັດ


ແລ້ວໂຍມຢາກເຮັດສິ່ງໃດຫລາຍກວ່າລ່ະ?


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ຈັກເດະ ດີຊົ່ວ ສຸມສົ້ວກັນດ້ວຍຄວາມສົມດຸນ ປຽບສະເໝືອນຢິນຢາງ ມີທັງຂາວແລະດຳ

Sin tu amor en mi vida, mi vida no se
como podre yo vivir

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ການທຳດີມັນງ່າຍ ແຕ່ການຈະຮັກສາຄວາມດີໄວ້ຍິງຢາກກວ່າອິກ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ເຮັດຊົ່ວງ່າຍປານປີ້ນຝາມື້ ເຮັດດີຢາກກ່ວາ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
* ການທຳຄວາມດີ ມີທຸກໂອກາດ ຄວາມປຣະມາດທຳໃຫ້ພາດຈາກຄວາມ

* ຄວາມດີ ໃຫ້ຄົນອີ່ມໃຈໃນເບື່ອງຫລັງ ໃຫ້ຄວາມສົມຫວັງໃນເບື້ອງຫນ້າ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຳຄວາມດີແມ່ນງ່າຍທີ່ສຸດເລີຍ, ທຸກໆມື້ຂ້ອຍໄດ້ກອດແມ່ ແລ້ວກະເສີບອາຫານໃຫ້ເພີ່ນກິນຫຍິ່ນ້ຳໃຫ້ເພີ່ນດື່ມ,ຖືວ່າຂ້ອຍໄດ້ທຳຄວາມດີແລ້ວ.

ທຳຊົ່ວແມ່ນຍາກທີສຸດ,ຄືວ່າ ມີຄົນມາຊວນຂ້ອຍໄປລັກເຄຶ່ອງ,ໄປຂ້າຄົນ,ໄປຂາຍຢາບ້າ...ຂ້ອຍບໍໄປ,ເພາະຂ້ອຍຮູ້ວ່າມັນຊົ່ວ ລະກາເຮັດຍາກ ຖ້າເຮັດໄປແລ້ວກໍຈະມີແຕ່ຜົນເສຍມາສູ່ຕົນເອງ.

ເຮັດຄວາມດີແມ່ນງ່າຍທີ່ສຸດມັນບໍມີແນວກົດດັນແລ້ວກໍໄດ້ແຕ່ສິ່ງດີໆຕອບແທນ.

ສາທຸ ສາທຸ..




໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນສັງຄົມທີ່ເຕັມໄປດ້ວຍອະບາຍຍະມຸກອ້ອມຂ້າງ..
ຄວາມດີຍ່ອມເຮັດຍາກກວ່າ..
ແຕ່ມັນກໍບໍ່ໄດ້ຍາກເກີນຈິດໃຈຂອງຄົນເຮົາຈະເຮັດມັນ..
ຂ້າພະເຈົ້າເຊື່ອແບບນັ້ນ..


໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ບາງຄົນຄິດວ່າທຳຄວາມດີອາດຈະໃຊ້ເງິນຫລືງົບປຣະມານເປ້ນພັນພັນລ້ານເພື່ອສ້າງຄວາມດີ
ຫລືທຳການທີ່ເຫລືອວິໃສຂອງຕົນນັ້ນເປ້ນຄວາມຢ່າງຮຸນແຮງ ເພາະຄວາມດີມັນມີຢູ່ໄກ້ຕົວໃຫ້ເຮາທຳຢູ່ທຸກເວລາທຸກສະຖານທີ່ ຢ່າງເຊັ້ນມີນ້ຳໃຈເອື່ອເຟືອຕໍ່ຄົນອ້ອມຂ້າງ
ໃຫ້ຮອຍຍິມ,ໃຫ້ກຳລັງໃຈ, ໃຫ້ອະໄພ, ໃຫ້ຄຳຂໍໂທດ, ໃຫ້ຄຳຂອບໃຈ
ເຫ້ນບໍ່ວ່າມັນງ່າຍສ່ຳໃດຂອງການທຳຄວາມດີ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຍ່ອມຄ່ຽງຄູ່ກັບບໍ່ດີ ວ່າບໍ່
ບາງທີຄິດດີ ແຕ່ຍ່າງໄປຊື່ໆພັດໄປຢຽບເອົາຮັງມົດ ກະບໍ່ດີລະເດ່


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມດີເຮັດງ່າຍກ່ວາແທ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໘ ກະທູ້
໑໙໐ ໂພສ
ນັກການກະທູ້
ຢ່າເຮັດບາບເພາະເຫ້ນແກ່ຕົວ ຢ່າເຮັດຊົ່ວເພາະເຫ້ນແກ່ຄົນອື່ນ



໒ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ເຮັດດີ ເຮັດງ່າຍກວ່າ ເພາະວ່າບໍ່ຈຳເປັນຕ້ອງຢ້ານຕຳຫລວດຈັບ.


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດປະປົນກັນໄປ ທັງດີ ແລະ ຊົ່ວ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍເຮັດບໍ່ດີມາຕອນເປັນຜູ້ບ່າວແວງ(ໄວລຸ້ນ)
ແຕ່ຕອນນີ້ກຳລັງພະຍາຍາມເຮັດດີໄຖ່ບາບຢູ່ບໍ່ຮູ້ວ່າມື້ໃດຈະຊິ້ນສຸດ


໒ ກະທູ້
໒໐໕ ໂພສ
ນັກການກະທູ້
ເທົ່າໆກັນ ມັນຂື້ນຢູ່ກັບວ່າຕົວເຮົາເອງທີ່ຈະເລືອກເຮັດທຳສິ່ງໃດ


໐ ກະທູ້
໑໑໓ ໂພສ
ນັກການກະທູ້
ເຂົ້າມາຈອບເບິ່ງຊື່ແນະ



໒ ກະທູ້
໙ ໂພສ
ຂາປະຈຳເວັບບອດ
ການທຳຄວາມດີ ແລະຄວາມຊົ່ວນັ້ນ ແທ້ຈິງແລ້ວມັນຂື້ນຢູ່ກັບໃຈຂອງທຸກຄົນ. ຄິດດີທຳດີຕ້ອງໄດ້ດີແນ່ນອນໆໆໆໆໆໆໆໆໆໆ

"Knowledge is freedom"
"We can share everything together"

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ວານນີ້ບໍ່ຮູ້ວ່າຂ້ອຍເຮັດຊົ່ວຫຼືບໍ່??
ຂ້ອຍຂ້າບົ້ງກື້


໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆ ຂ້າບົ້ງກືຫວາ ໃນພັນລາວໜີ້ກະມີກໍ ແຕ່ບໍ່ເຫັນລາວມາໂພສ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>