ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ທັມມະ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ທັມມະ » ນີທານນີ້ວມື ທັງຫ້າ

໙ ກະທູ້
໑໑໗ ໂພສ
ນັກການກະທູ້
ທຸກຄົນເຄີຍໄດ້ງິນນິທານ ເລື່ອງຂອງນີ້ວມືບໍ່?. ຖ້າບໍ່ເຄີຍຟັງມາຟັງທາງນີ້ເລີຍ.



ນີ້ວໂປ້ ນີ້ວຊີ້ ນີ້ວກາງ ນີ້ວນາງ ນີ້ວກ້ອຍ ມາປະຊຸມກັນເພື່ອເລືອກຫົວໜ້າ



ນີ້ວໂປ້ຍົກມືຂື້ນ ແລະ ສະເນີວ່າ ເຮົານີ້ລະສົມຄວນເປັນຫົວຫນ້າ

ເພາະວ່າ ເຮົາທັງໃຫຍ່ ແລະ ທັງມີພາລະກຳລັງເໜືອກ່ວາທຸກໆນີ້ວ

ເວລາ ຄົນເຮົາເຮັດວຽກຫລືຈັບຫຍັງກໍ່ຕາມ ຕ້ອງໄດ້ໃຊ້ພາລະກຳລັງເຮົາຫລາຍກ່ວາໝູ່

ດັງນັ້ນເຮົານີ້ລະສົມຄວນ ເປັນຫົວໜ້າຂອງພວກເຈົ້າ.



ທາງນີ້ວຊີ້ກໍ່ຍົກມືຂື້ນ ແລະ ກໍ່ຕັດວ່າ ບໍ່ໄດ້ ທ່ານບໍ່ສົມຄວນເປັນຫົວໜ້າ

ຕຳແຫນ່ງຫົວໜ້າ ສົມຄວນເປັນຂອງເຮົາ ເພາະວ່າ ເວລາຄົນທັງຫລາຍ

ອອກຄຳສັງຫລື ນັບອັນໃດກໍ່ຕາມ ພວກທ່ານເຫັນບໍ່ວ່າ ແມ່ນໃຜເປັນຜູ້ຊີ້

ຫລື ອອກຄຳສັງ ນີ້ວທັງ 4 ພາກັນຕອນວ່າ ກະທ່ານຫັນລະເປັນຜູ້ສັ່ງ

ດັ່ງນັ້ນເຮົານິ້ລະສົມຄວນເປັນຫົວໜ້າ ເພາະວ່າເຮົາເປັນຜູ້ມີອຳນາດ

ສາມາດສັງໃຜກະໄດ້,,,,



ທາງນີ້ວກາງກໍ່ຍົກມືຂື້ນ ແລະ ກໍ່ເວົ້າວ່າ ບໍ່ໄດ້ທ່ານຈະມາເປັນຫົວໜ້າບໍ່ໄດ້

ຕຳແໜງຫົວໜ້າຕ້ອງເປັນຂອງເຮົາ ເພາະວ່າເຮົາສູງກ່ວາພວກທ່ານທັງ4

ຖ້າບໍ່ເຊື່ອພວກທ່ານກໍ່ລອງມາແທກ ກັນເບິງ ນີ້ວທັງ 5 ກໍ່ພາກັນຢືນແທກກັນ

ປະກົດວ່າ ນີ້ວກາງສູງກ່ວານີ້ວທັງ 4 ດັ່ງນັ້ນເຮົານີ້ລະ ສົມຄວນເປັນຫົວໜ້າ



ທາງນີ້ວນາງກໍ່ຍົກມືຂື້ນ ແລະ ກໍ່ຄັດຄ້ານວ່າ ເຈົ້າບໍ່ສົມຄວນເປັນຫົວໜ້າ

ຕຳແໜງຫົວໜ້າຕ້ອງເປັນຂອງເຮົາ ເພາະວ່າ ເຮົານີ້ວນາງ ເປັນນີ້ວທີ່

ງາມທີ່ສຸດກ່ວານີ້ວທັງ 4 ເເລະ ກະເຮົາມີລາຄາແພງອີກ ເພາະເຮົາເປັນ

ນີ້ວ ທີ່ທຸກຄົນມັກເອົາສີ່ງທີ່ມີຄຸນຄ່າມາສວມໃສ່ ເປັນຕົ້ນວ່າ ແຫວນ ເພັດ

ແຫວນຄຳ ແຫວນເງິນ ສີງເຫລົ່ານີ້ວເປັນສີ່ງທີ່ມີຄ່າ ແລະ ທຸກຄົນ ນິຍົມ

ເອົາສີ່ງທີ່ມີຄ່າມາສວມໃສ່ໃຫ້ເຮົາ ດັງນັ້ນ ເຮົານີ້ວນາງ ສົມຄວນເປັນຫົວໜ້າ



ນີ້ວທັງ 4 ກໍ່ພາກັນມິດ ຄ້າຍໆ ກັບວ່າຈະຍອມຮັບນີ້ວນາງເປັນຫົວໜ້າ

ແລ້ວຫັນໄປແນມເບີ່ງນີ້ວກ້ອຍນ້ອງຫລ້າ ແລ້ວກໍ່ຖາມວ່າ ແລ້ວເຈົ້າເດມີ

ຫຍັງຈະມາອວດໝູ່ ເບີງຄົງຈະບໍ່ມີຄ່າຫຍັງ ສົງໃສນີ້ວກ້ອຍເອົາໄວ້ພຽງແຕ່

ແກະຂີ້ດັງຢ່າງດຽວ ອິອິອິອິອິອິອິອິອິ ນີ້ວທັງ 4 ພາກັນຫົວຂັວນນີ້ວກ້ອຍ

ນີ້ວກ້ອຍກໍ່ນັງກົ້ມໜ້າ ແລ້ວກໍ່ເວົ້າອອກໄປວ່າ,,,,,,,,,,,,,,,,,,,,,,,,,,,,,,,,,

ພວກທ່ານຈະພາກັນມາຊີງດີຊີງເດັ່ນກັນເຮັດຫຍັງ ພວກເຮົາມາສາມັກຄີກັນ

ບໍ່ດີບໍ? ເມື່ອ ນີ້ວທັງ 4 ໄດ້ຟັງດັ່ງນັ້ນກໍ່ພາກັນນັງມິດຢູ່ ເມື່ອ ນີ້ວກ້ອຍເຫັນດັ່ງນັ້ນ

ກໍ່ໄດ້ ໂອກາດ ກໍ່ເລີຍເວົ້າຂື້ນວ່າ ເຖິງເຮົາຈະໂຕນ້ອຍ ແຕ່ກໍ່ບໍ່ດ້ອຍຄ່າໄປກ່ວາ

ພວກເຈົ້າດອກ ເວລາທີ່ພວກທ່ານນົບຫລື ສັກກາລະບູຊາສີ່ງສັກສິດ ພວກທ່ານ ເຫັນບໍ່

ວ່າແມ່ນຜູ້ໃດຢູ່ໃກ້ສີ່ງສັກສິດ ນີ້ວທັງ 4 ກໍ່ພາກັນຕອບວ່າ ກະນິ້ວກ້ອຍຫັນລະ

ຢູ່ໃກ້ສີ່ງສັກສິດກ່ວານີ້ວໃດໆ ດັ່ງນັ້ນເຮົາ ນີ້ລະສົມຄວນເປັນ ຫົວໜ້າ,,,,

ເພາະວ່າເຮົາຢູ່ໃກ້ສິ່ງສັກສິດກ່ວານີ້ວໃດໆ ເພາະວ່າສິ່ງສັກສິດທຸກຄົນ ລ້ວນແຕ່ນັບຖື ສັກ

ກາລະບູຊາ ໃຜໆກໍ່ກາບໄຫວ້, ນົບ, ຂໍອັນນັ້ນ ຂໍອັນນີ້. ດັ່ງນັ້ນ

ນິີ້ທັງ 4 ກໍ່ພາກັນແຕ່ງຕັ້ງນີ້ວກ້ອຍເປັນ ຫົວໜ້າ ຈົບ ,,,,,.....,,,,,,



ແລ້ວ ເຈົ້າເດຄິດວ່າຜູ້ໃດ ສົມຄວນເປັນ ຫົວໜ້າ. ເອົາໄປ ເອົາມາ ໄດ້ນີ້ວກ້ອຍ ແກະ

ຂີ້ດັງເປັນຫົວໜ້າ 55555555555555555555555555555

DJ Khen

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
baeb nee ka mee heee muan muan


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫມອງເຮົານີ້ລະ ເປັນຫົວຫນ້າ ເພາະວ່າສະຫມອງເປັນຜູ້ອອກຄຳສັ່ງ ແລ້ວນິ້ວມືເຮັດຕາມ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສໍ່າລັບຂ້ອຍບໍ່ມີນິ້ວໄດເປັນຫົວໜ້າແລະຮອງເພາະນິ້ວໄດກະສຳຄັນໝົດ

ຄົນຄິດຮອດບ້ານ

໑ ກະທູ້
໒໒໐ ໂພສ
ນັກການກະທູ້
ຮ່າໆໆໆ


໖ ກະທູ້
໙໒ ໂພສ
ຂາປະຈຳເວັບບອດ
ຄັກ ຄັກ .......

ຄົນໄກບ້ານ ອາກາດຮ້ອນແທ້

໔ ກະທູ້
໑໐໗ ໂພສ
ນັກການກະທູ້
ໃຫ້ນິ້ວໂປ້ເດີ ເພາະເວລາເຮົາຍົກໂປ້ແລ້ວ 4ນິ້ວທີ່ເຫຼືອຈະພາກັນຫົດເຂົ້າທັນທີ ແລະ ນອກຈາກນັ້ນມັນຍັງມີຄວາມໝາຍອີກວ່າ.....ສຸດຍອດ......
ຄຳເຕືອນ: ຄຳເຫັນສ່ວນບຸກຄົນ....... ຄວນມີວິຈາລະນະຍານໃນການອ່ານ ແຫະໆ

ຈົ່ງທຳຕົນດັ່ງຕົ້ນໄມ້ທີ່ຢຽດຕົງແລະເຕີບໂຕ

໙ ກະທູ້
໑໑໗ ໂພສ
ນັກການກະທູ້
ເເມ່ນໃດເນາະ ຄວນຄິດໆໆໆໆໆໆໆໆ

DJ Khen

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກ
ໃຫ້ໃຜກະໄດ້