ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ປະກາດ!! ວາລະສານ e-Corner ຕ້ອງການເພື່ອນຮ່ວມງານຫລາຍຕຳແໜ່ງ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ວາລະສານ e-Corner ວາລະສານທີ່ໃຫ້ຄວາມຮູ້ກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີ ຂໍ້ມູນຂ່າວສານ. ພວກເຮົາກຳລັງຊອກຫາເພື່ອນຮ່ວມງານຫຼາຍຕຳແໜ່ງດັ່ງນີ້:

ບັນຊີ (1 ຕຳແໜ່ງ) - ເພດຊາຍ ຫຼືຍິງ ອາຍຸ 22-30 ປີ.
- ຈົບປະລິນຍາຕີ ຫຼືຊັ້ນສູງດ້ານບັນຊີ.
- ມີປະສົບການດ້ານການບັນຊີຢ່າງໜ້ອຍ 2 ປີ.
- ສາມາດໃຊ້ໂປຣແກຣມ Microsoft Office.

ພະນັກງານຂາຍ (3 ຕຳແໜ່ງ)
- ເພດຊາຍ ຫຼືຍິງ ອາຍຸ 20-28 ປີ
- ມີປະສົບການດ້ານການຂາຍ ຢ່າໜ້ອຍ 1 ປີ.
- ມີພາຫະນະສ່ວນໂຕໄວ້ແລ່ນວຽກ.

ການຕະຫລາດ (1 ຕຳແໜ່ງ)
- ເພດຍິງ ອາຍຸລະຫວ່າງ 20-25 ປີ
- ຈົບປະລິນຍາຕີດ້ານການຕະຫຼາດ ຫຼືບໍລິຫານທຸລະກິດ.
- ມີປະສົບການດ້ານການຕະຫຼາດຢ່າງໜ້ອຍ 2 ປີ.
- ມີທັກສະດ້ານການສື່ສານດີ.
- ມີຄວາມຕື່ນໂຕ, ຫ້າວຫັນໃນວຽກງານ ແລະໝັ້ນໃຈໃນໂຕເອງ.
- ຫາກໄດ້ພາສາອັງກິດຈະຮັບພິຈາລະນາເປັນພິເສດ.

ຝ່າຍກົດໝາຍ
- ເພດຊາຍ ຫຼືຍິງອາຍຸລະຫວ່າງ 22-35 ປີ.
- ຈົບປະລິນຍາຕີດ້ານກົດໝາຍ.
- ມີປະສົບການດ້ານກົດຫມາຍຢ່າງຫນ້ອຍ 2 ປີ.

ກະລຸນາສົ່ງ CV ແລະຮູບຖ່າຍພ້ອມກັບເງິນເດືອນທີ່ຄາດຫວັງເປັນພາສາລາວ ຫຼືອັງກິດມາທີ່: info@ecorneronline.com,
ໂທ: +856 30 9839292 ຫຼື +856 20 2555323
ປິດຮັບສະໝັກ: 1 ກຸມພາ 2011.


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ໜ້າສົນໃຈ...
ເປັນວຽກປະຈຳຫ້ອງການບໍນິນ...!!

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຂອງໂອ້ດໂພສນ່ະອ້າຍຊໍ່ ຫະຫະ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍ່ຢາກໄປແຕ່ເຮັດແນວໃດນິ ເປັນວຽກຫ້ອງການບໍ ໝາຍເຫດ Salaryລະ ຕອບໄວໆແດ່ເພຶາການຕັດສິນໃຈ ເພາະວ່າດຽວນີ້ຍັງວ່າງວຽກຢູ່

ຮັກແທ້ຄືແມ່

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວັບມາສເຕີອີກສາມເດືອນຂ້ອຍຊາວປີນ່ະ..
ສົນໃຈຕຳແໜ່ງພະນັກງານຂາຍ..
ເປັນພາຣ໌ທ ໄທມ໌ໄດ້ບໍ່..??


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້