ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ປະກາດຮັບສະໝັກ ພ/ງ ການຕະຫຼາດ

໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


ພວກເຮົາມີຄວາມຕ້ອງການຮັບສະໝັກພະນັກງານ 1 ຕໍາແໜ່ງ ຄື: ຜູ້ຊ່ວຍການຕະຫຼາດ ເຊິ່ງມີລາຍລະອຽດດັ່ງລຸມນີ້:
ໜ້າວຽກຫຼັກ:
1. ສະໜອງຂໍ້ມູນກ່ຽວກັບຜະລິດຕະພັນແປ້ງມັນຕົ້ນໃຫ້ແກ່ລູກຄ້າໄດ້.
2. ຊ່ວຍວຽກດ້ານການພົວພັນກົບການຕະຫຼາດພາຍໃນ.
3. ຊ່ວຍວຽກດ້ານການວາງສະແດງເພື່ອໂຄສະນາສິນຄ້າ.
4. ຊ່ວຍວຽກດ້ານການເກັບກໍາເອກະສານກ່ຽວກັບການຕະຫຼາດ ແລະເອກະສານການຄ້າ .
5. ຊ່ວຍວຽກອື່ນໆຕາມການມອບໝາຍ

ເງື່ອນໄຂຜູ້ສະໝັກ

1. ເພດຍິງ ອາຍຸ ບໍ່ເກີນ 25 ປີ
2. ມະນຸດສໍາພັນດີ, ຍິ້ມແຍ້ມແຈ່ມໃສ, ມັກວຽກການບໍລິການ ແລະ ການຕະຫຼາດ,
3. ດຸໝັ່ນຫ້າວຫັນໃນການເຮັດວຽກ ແລະມີຄວາມສາມາດຮຽນຮູ້ວຽກໄດ້ໄວ
4. ມີປະສົບການໃນການເຮັດວຽກ 0-1 ປີ ຫຼືຫຼາຍກ່າວນັ້ນ
5. ຈົບຊັ້ນກາງຂຶ້ນໄປ ຫຼື ປະລິນຍາຕີ, ສາຂາບໍລິຫານ, ສາຂາພາສາອັງກິດ ຫຼື ດ້ານສາຂາໂລຈິສຕິກ
6. ມີຄວາມສາມາດໃນການນໍາໃຊ້ຄັອມພິວເຕີ ແລະ ບັນດາໂປຣແກຼມ Microsoft Office ໄດ້ດີ.

ເລີ່ມຮັບສະໝັກແຕ່ວັນທີ 10/1/2011 ຈົນເຖິງວັນທີ 15/1/2011 ,

ຕິດຕໍ່ສອບຖາມໄດ້ທີ່: ສໍານັກງານ ບໍລິສັດ ລາວ - ອິນໂດໄຊນາ ກຣຸບ ຈໍາກັດ ຕັ້ງຢູ່ທີ່ ຖະໜົນ T2, ບ້ານສີ
ບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ( ຊ້າຍສວຍກັບ ໂຮງແຮມຕີ້ຫາວ )
ໂທ : 021 262135 ຫຼື 020 2235772 ,ແຟັກ :021 265059

ຜູ້ທີ່ສົນໃຈ: ປະກອບເອກະສານໃບປະກາດ ຫຼື ເອກະສານທີ່ກ່ຽວຂ້ອງ ສົ່ງໄປທີ່ສໍານັກງານໃຫຍ່, ແຟັກ ຫຼື E-mail: sudsada@lao-indochina.com






໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າໃຜສົນໃຈກະລຸນາຕິດຕໍ່ດ່ວນ ຫຼື ຊ່ວຍແນະນໍາໝູ່ເພື່ອນໃຫ້ແດ່ ຫຼື ໄດ້ພາສາຈີນຈະພິຈາລະນາເປັນ ພິເສດ !


໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຖ້າໃຜສົນໃຈກະລຸນາຕິດຕໍ່ດ່ວນ ຫຼື ຊ່ວຍແນະນໍາໝູ່ເພື່ອນໃຫ້ແດ່ ຫຼື ໄດ້ພາສາຈີນຈະພິຈາລະນາເປັນ ພິເສດ !


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຖືກຕາມເງື່ອນໄຂທຸກຢ່າງ ຍົກເວັ້ນເພດຍິງ ເຫີຍ...ໄປແປງເພດຊ້ຳບໍ

-->-->-->

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປສະໝັກ ຢູ່ແຕ່ຍັງຮຽນບໍ່ຈົບເທື່ອ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງບໍ່ເອົາເພດຊາຍນໍ້........................ ໂອ໊ຍ!! ຈະມີວຽກເຮັດບໍ່ນິເຮົາ..


໑ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢາກໄດ້ຜູ້ຍິງຍ້ອນວ່າ ວຽກຫຼັກແມ່ນກ່ຽວກັບເອກະສານຜູ້ຍິງຈະລະອຽດກ່ວາຫັນນາ....


໗ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ສົນໃຈແຕ່ບໍ່ໄດ້ຮຽນສາຂານີ້


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍໝົດສິດ....