ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ມາເດີ່ ບໍລິສັດ ເຫຼັກກ້າລາວ ປະກາດຮັບສະໝັກພະນັກງານ,ເງິນເດືອນດີ,ສະຫວັດດີການດີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ທາງ ບໍລິສັດ ເຫຼັກກ້າລາວ ຈຳກັດ ຂອງພວກເຮົາຕ້ອງການພະນັກງານຫຼາຍຕຳແໜ່ງ

1. ພະນັກງານການຕະຫຼາດ:( ແຕ່ລະຕຳແໜ່ງເງິນເດືອນເລີ່ມຕົ້ນ 2.500.000ກີບຂຶ້ນໄປ )
- ຈົບປະລິນຍາຕີ ຫຼື ປະລິນຍາໂທທາງດ້ານການຕະຫຼາດ
- ສາມາດພົວພັນກັບລູກຄ້າ ແລະ ມີທັກສະໃນການສະເໜີບົດລາຍງານ
- ສາມາດເດີນທາງໄປຕ່າງແຂວງ ຫຼື ຕ່າງປະເທດໄດ້
- ຖ້າມີປະສົບການ ແລະ ໄດ້ພາສາຈີນຈະພິຈາລະນາເປັນພິເສດ

2. ພະນັກງານປະຈຳໂຮງງານ: ( ແຕ່ລະຕຳແໜ່ງເງິນເດືອນເລີ່ມຕົ້ນ 1.500.000ກີບຂຶ້ນໄປ )
- ພະນັກງານຄວບຄຸມອັດແຜ່ນໂລຫະ
- ພະນັກງານຄວບຄຸມເຕົາຫຼອມເຫຼັກ
- ພະນັກງານຄວບຄຸມດ້ານເຊື້ອເພີງ
- ພະນັກງານຄວບຄຸມລົດເຄນ
- ພະນັກງານຄວບຄຸມໄຟຟ້າ
- ພະນັກງານຄວບຄຸມຄຸນນະພາບ
- ພະນັກງານຄວບຄຸມເຄື່ອງຈັກ
- ພະນັກງານວິເຄາະງານ
- ພະນັກງານຮັກສາຄວາມປອດໄພ
ເງື່ອນໄຂຜູ້ຮັບສະໝັກ:
- ບໍ່ຈຳກັດເພດ, ອາຍຸລະຫວ່າງ 18 ຫາ 40 ປີ
- ສັນຊາດລາວ,ລະດັບການສຶກສາຈົບມໍ 6ຂຶ້ນໄປ
- ມີຄວາມຮັບຜິດຊອບສູງ ແລະ ຫ້າວຫັນໃນໜ້າທີ່ວຽກງານ

ເອກະສານປະກອບ:
ຮູບ 3x4 ຈຳນວນ 2 ໃບ, ໃບຢ້ງຢືນທີ່ຢູ່, ໃບຊີວະປະຫວັດ, ໃບຄຳຮ້ອງຂໍສະໝັກງານ, ໃບປະກາດສະນີຍະບັດ, ໃບຢັ້ງຢືນສຸຂະພາບ, ໃບແຈ້ງໂທດ, ສຳເນົາບັດປະຈຳຕົວ, ສຳເນົາມະໂນຄົວ, ໃບຜ່ານງານ (ຖ້າມີ)

ຖ້າໃຜສົນໃຈຢາກເປັນສ່ວນໜຶ່ງຂອງບໍລິສັດພວກເຮົາກໍ່ປະກອບເອກະສານມາສະໝັກໄດ້ທີ່:
ບໍລິສັດ ເຫຼັກກ້າລາວ ຈຳກັດ ກິໂລແມັດທີ່ 5 ຖະໜົນ 13ໃຕ້ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂທ 021 900188, 020 98182666, 020 3043111 ແຟັກ: 021 900188 ( ໃນໂມງລັດຖະການ ) . E-mail : laosteel@hotmail.com (ເອກະສານສາມາດສົ່ງມາທາງເມວໄດ້ເດີ່)
^_^ ພວກເຮົາຍິນດີຕ້ອນຮັບທ່ານສະເໝີ^_^
ແນະນຳ ບໍລິສັດ ເຫຼັກກ້າລາວ ຈຳກັດ

ບໍລິສັດເຫຼັກກ້າລາວ ຈຳກັດ ເປັນບໍລິສັດ ລາວ - ຈີນ ຮ່ວມທຶນກັນ. ຝ່າຍຄຸນກັງຈີນຖືຫຸ້ນ 70 % ແລະ ຝ່າຍລາວ ບໍລິສັດ CK ຖືຫຸ້ນ
30%.
- ທຶນຈົດທະບຽນແມ່ນ 20 ລ້ານໂດລາສະຫະລັດ.
- ໂຄງການລົງທຶນທັງໝົດແມ່ນ 179,8 ລ້ານ ໂດລາສະຫະລັດ.
- ກິດຈະກຳເຄື່ອນໄຫວທຸລະກິດມີ : ການຫຼອມເຫຼັກກ້າ, ການໜີບ, ການປຸງແຕ່ງຜະລິດຕະພັນເຫຼັກກ້າ ແລະ ການສົ່ງອອກນຳເຂົ້າ
ຜະລິດຕະພັນ.
- ມາດຕະຖານຂອງຜະລິດຕະພັນມີ : ທ່ອນເຫຼັກດິບ ຟີ120-150 ;ທ່ອນເຫຼັກກົມ ຟີ12 - ຟີ40 ; ເຫຼັກເສັ້ນກຽວຟີ 5- ຟີ12
- ປະເພດເຫຼັກກ້າມີ :ເຫຼັກກ້າທຳມະດາ, ເຫຼັກກ້າຄຸນນະພາບດີ, ເຫຼັກກ້າໂລຫະປະສົມຕ່ຳ.
ບໍລິສັດຂອງພວກເຮົາຊ່ວຍຊຸກຍູ້ໃຫ້ປະຊາຊົນມີວຽກເຮັດງານທຳແມ່ນ 8000-12000ຄົນ ແລະ ຊ່ວຍກະຕຸ້ນອັດຕາການເຕີບໂຕ
GDP ແມ່ນ 8% - 10% ສົ່ງເສີມໃຫ້ປະເທດລາວມີຜະລິດຕະພັນພາຍໃນທີ່ເຂັ້ມແຂງ.


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະຫມັກໄປເປັນເດັກເສີບນ້ຳ ໃຫ້ເຈົ້າຂອງກະທູ້ ເດືອນລະ 500 ກີບກະຊິໄປນານິ ເອົາບໍ? ໂທດເດີອອກນອກທາງໜ່ອຍໜຶ່ງ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສະຫມັກໄປເປັນເດັກເສີບນ້ຳ ໃຫ້ເຈົ້າຂອງກະທູ້ ເດືອນລະ 500 ກີບກະຊິໄປນານິ ເອົາບໍ? ໂທດເດີອອກນອກທາງໜ່ອຍໜຶ່ງ



ແມ່ນບໍ່? ເດືອນ 500 ກີບກະເປັນຕາຈ້າງໃດເນາະ..............


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ້ານເຫຼັກດູດ 55555

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
ຈົບ ໄອທີແບບຂ້ອຍນີ້ ສະຫມັກໄດ້ຫວາ?
ສະຫມັກເປັນສ່ວນຫນື່ງໃນໃຈເຈົ້າ...ຮາຮາຮາ
ເວົ້າເລ່ນເດີ້.


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຕ່າງຊາດ ໝົດສິດ

ຮັກແທ້ຄືແມ່

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຕ້ອງໄປສະໝັກລາຍແນ່ນອນ ວຍກດີແບບນີ່ ເຮົານີ່ໝົດສິດ ລະແຫລະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ສະໝັກເປັນ ລປຟ ໄດ້ບໍ່ ? 5555555 +


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຄົນປະກາດຮັບສະຫມັກງານຫນ້າຮັກແບບນີ້ ຄົນໄປສະຫມັກຫລາຍແນ່ນອນ
ສ່ວນຕົວເຮົາຄົງຫມົດສິດເພາະຢູ່ໄກໂພດ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DAODENH ຂຽນວ່າ...
ຄົນປະກາດຮັບສະຫມັກງານຫນ້າຮັກແບບນີ້ ຄົນໄປສະຫມັກຫລາຍແນ່ນອນ
ສ່ວນຕົວເຮົາຄົງຫມົດສິດເພາະຢູ່ໄກໂພດ



你在中国读书么?汪大恩 你在那里读书呢? 啥时候毕业哦?


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ kongmeelao ຂຽນວ່າ...
ສະໝັກເປັນ ລປຟ ໄດ້ບໍ່ ? 5555555 +



ໂດຍ.........ມາໂລດເດີ່


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ຄົນຕ້ອງໄປສະໝັກລາຍແນ່ນອນ ວຍກດີແບບນີ່ ເຮົານີ່ໝົດສິດ ລະແຫລະ

ມາໂລດເດີ່ ,ບໍ່ເປັນຫຍັງ.....ເຈົ້າຍັງບໍ່ທັນໄດ້ເລີ່ມເທື່ອຊ້ຳຈະໝົດສິດໄດ້ຈັ່ງໃດ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nanthaphong ຂຽນວ່າ...
ຈົບ ໄອທີແບບຂ້ອຍນີ້ ສະຫມັກໄດ້ຫວາ?
ສະຫມັກເປັນສ່ວນຫນື່ງໃນໃຈເຈົ້າ...ຮາຮາຮາ
ເວົ້າເລ່ນເດີ້.


ໂດຍ ຈົບໄອທີກະສະໝັກໄດ້ເດີ່ ລອງມາເບິ່ງເດີ່


໕໐ ກະທູ້
໒໔໒ ໂພສ
ນັກການກະທູ້
ແລ້ວ ໂຮງງານຕັ້ງຢູ່ໃສ ລະ?ຢາກເຫັນໂຮງງານເດ ສົນໃຈ ບໍ່ແມ່ນເງິນເດືອນເດີ
ແຮແຮແຮ ເຈົ້າຂອງກະທູ້ .....:

ມີສະຕິ ມີປັນຍາ ກ້າສະແດງອອກ

໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ຖ້າໃຜສົນໃຈຢາກເປັນສ່ວນໜຶ່ງຂອງບໍລິສັດພວກເຮົາກໍ່ປະກອບເອກະສານມາສະໝັກໄດ້ທີ່:
ບໍລິສັດ ເຫຼັກກ້າລາວ ຈຳກັດ ກິໂລແມັດທີ່ 5 ຖະໜົນ 13ໃຕ້ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂທ 021 900188, 020 98182666, 020 3043111 ແຟັກ: 021 900188 ( ໃນໂມງລັດຖະການ ) . E-mail : laosteel@hotmail.com (ເອກະສານສາມາດສົ່ງມາທາງເມວໄດ້ເດີ່)

ໃນສາມອັນຫັ້ນມີເບີໂທຂອງ ຈຂກທ ບໍ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phetsamone ຂຽນວ່າ...
ແລ້ວ ໂຮງງານຕັ້ງຢູ່ໃສ ລະ?ຢາກເຫັນໂຮງງານເດ ສົນໃຈ ບໍ່ແມ່ນເງິນເດືອນເດີ
ແຮແຮແຮ ເຈົ້າຂອງກະທູ້ .....:

ໂຮງງານຕັ້ງຢູ່ທ່າງ່ອນ

ສົນໃຈຈຂກທແທ້ບໍ່ເນາະ ອິໆໆໆໆໆ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Jim0Freedom ຂຽນວ່າ...
ຖ້າໃຜສົນໃຈຢາກເປັນສ່ວນໜຶ່ງຂອງບໍລິສັດພວກເຮົາກໍ່ປະກອບເອກະສານມາສະໝັກໄດ້ທີ່:
ບໍລິສັດ ເຫຼັກກ້າລາວ ຈຳກັດ ກິໂລແມັດທີ່ 5 ຖະໜົນ 13ໃຕ້ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ໂທ 021 900188, 020 98182666, 020 3043111 ແຟັກ: 021 900188 ( ໃນໂມງລັດຖະການ ) . E-mail : laosteel@hotmail.com (ເອກະສານສາມາດສົ່ງມາທາງເມວໄດ້ເດີ່)

ໃນສາມອັນຫັ້ນມີເບີໂທຂອງ ຈຂກທ ບໍ

ໂດຍຢູ່ໃນນັ້ນກະມີເບີໜຶ່ງຫັ້ນລະ


໗ ກະທູ້
໒໓໒ ໂພສ
ນັກການກະທູ້
ກະເຈົ້າປິດຮັບສະຫມັກມື້ໃດລະນິ................ວ່າຊິບອກເພື່ອນມິດສະຫາຍໄປສະຫມັກລອງເບິ່ງນິ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ AMG ຂຽນວ່າ...
ກະເຈົ້າປິດຮັບສະຫມັກມື້ໃດລະນິ................ວ່າຊິບອກເພື່ອນມິດສະຫາຍໄປສະຫມັກລອງເບິ່ງນິ

ໝົດເດືອນນີ້

ເພິ່ນບອກໝູ່ເພິ່ນມາສະໝັກໂລດ

ເພິ່ນເດບໍ່ມາສະໝັກແດ່ຫວ໋າ?


໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ອືມຊິບອກໝູ່ໄປສະໝັກກ່ອນ

"no one is perfect"

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ceng ຂຽນວ່າ...
ອືມຊິບອກໝູ່ໄປສະໝັກກ່ອນ

doi bok ma sa mak load der....


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ເຮັດວຽກຢູຸ່ຫັນຫວາ ສິໄປສະຫມັກ


໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
doi man leo ma load derrrr ..... manred


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຊິບອກໝູ່ໆກ່ອນ ບາງທີຂະເຈົ້າສົນໃຈ

ຊົ່ວຢ່າງສ້າງສັນ

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ເຈົ້າຂອງກະທູ້ເຮັດວຽກຢູຸ່ຫັນຫວາ ສິໄປສະຫມັກ



໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍເດຣຽນບຈົບເທື່ອ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ DAODENH ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ເຈົ້າຂອງກະທູ້ເຮັດວຽກຢູຸ່ຫັນຫວາ ສິໄປສະຫມັກ


doi man leo... kh h viek u nee lae


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຮຽນຈົບແລ້ວຊິໄປສະມັກ ນຳເດີ ຈົບການຄ້າສາກົນ ພໍມີສິດຢູ່ບໍ
ແຕ່ຍັງດົນ ຢ້ານເຕັມກ່ອນ
ອິອິ


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສະຫມັກໄປເປັນເດັກເສີບນ້ຳ ໃຫ້ເຈົ້າຂອງກະທູ້ ເດືອນລະ 500 ກີບກະຊິໄປນານິ ເອົາບໍ? ໂທດເດີອອກນອກທາງໜ່ອຍໜຶ່ງ

500ໜ້ອຍໄປ450ດີກວ່າ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bigharry ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ສະຫມັກໄປເປັນເດັກເສີບນ້ຳ ໃຫ້ເຈົ້າຂອງກະທູ້ ເດືອນລະ 500 ກີບກະຊິໄປນານິ ເອົາບໍ? ໂທດເດີອອກນອກທາງໜ່ອຍໜຶ່ງ

500ໜ້ອຍໄປ450ດີກວ່າ


450ຫນ້ອຍຕິນີ້ ຂໍໃຈເຈົ້າຂອງກູທູ້ແທນໄດ້ບໍ່


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>