ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ມິດຫາຍໄປແລ້ວ ບໍ່ມາຊິແຈ້ງໃຫ້ອ້າຍນ້ອງເລີຍນໍມີຄົນຂ້ອງຄາໃຈຫລາຍຄົນໃດຫັນ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
123


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າ ຂອງ ກະທູ້ ໄປໃສ ລະ ສົງໃສ ລວຍ ແລ້ວເລີກ ຫລິ້ນ ພັນລາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອາດແມ່ນ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາອີກແລ້ວຫວາວຽກແບບນີ້


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ລະບົບເຄືອຂ່າຍ


໑໓ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຂໍສະໝັກນໍາແດ່ເນີ ຢາກໄດ້ເງິນໄປໃຊ້ ຕອນນີ້ກໍາລັງຈົນ

[suck]

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເຮັດກ່ຽວກັບຫຍັງລະ


໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ phousith ຂຽນວ່າ...
ຕາມຄຳເຫັນຂອງຂ້າພະເຈົ້າ ການເຮັດທຸລະກິດເຄືອຄ່າຍເປັນທາງເລືອກໜຶ່ງທີ່ດີ, ແຕ່ລະບໍລິສັດຈະມີແຜນການຕະຫຼາດທີ່ແຕກຕ່າງກັນໄປ ແຕ່ສິ່ງສຳຄັນກໍ່ຄືແຜນການຕະຫຼາດຂອງເຮົາເອງວ່າຊິດີຊຳ່ໃດ? ຈະຊວນຄົນມາຮ່ວມເຮັດທຸລະກິດ ນຳເຮົາໄດ້ແນວໃດ? ໂດຍທີ່ເຮົາບໍ່ໂທຊວນເຂົ້າເຈົ້າ , ການນຳໃຊ້ອິນເຕີເນັດເດ (Internet Marketing), ການເຮັດການຕະຫຼາດແບບດຶງດູດເດ (attraction marketing) ມີຄວາມສຳຄັນໃນການເຮັດທຸລະກິດແນວໃດ? ແລະ ຈະນຳໃຊ້ ເຂົ້າໃນການເຮັດທຸລະກິດຂອງເຮົາແນວໃດ? ເຫຼົ່ານີ້ເປັນສິ່ງທີ່ເຮົາຄວນຮູ້ກອ່ນເຮັດທຸລະກິດເຄືອຄ່າຍກໍ່ຄື ທຸລະກິດອື່ນໆ.......ສ່ວນການເລືອກທີ່ຈະເຮັດທຸລະກິດ ນຳບໍລິສັດໃດໜຶ່ງເຮົາຕ້ອງຄຳນຶງຖຶງຫຼາຍດ້ານ ເຊັ່ນ: ບໍລິສັດມີທີ່ຕັ້ງສຳນັກງານໃນ ສປປ ລາວ ແລ້ວ ຫຼື ບໍ່? , ແຜນການຕະຫຼາດເດເປັນແນວໃດ, ສິນຄ້າຂອງບໍລິສັດກໍ່ມີຄວາມສຳຄັນຖ້າເຮົາມັກທີ່ຈະເປັນນັກຂາຍຕົງ... ດັ່ງນີ້ເປັນຕົ້ນ.
ບໍລິສັດ ຣາມີຕາ ແມ່ນບໍລິສັດ ເຄືອຄ່າຍ ບໍລິສັດໜຶ່ງທີ່ຕັ້ງຢູ່ໃກ້ ກັບສວນ 23 ສິງຫາ ນີ້ເອງ ເຊິ່ງແຜນການຕະຫຼາດຂອງບໍລິສັດແມ່ນໜ້າສົນໃຈຫຼາຍ, ການເຮັດວຽກເປັນທິມເປັນສິ່ສຳຄັນ ຂອງບໍລິສັດ....
ທຸລະກິດເຄືອຄ່າຍບໍ່ແມ່ນທຸລະກິດຫຼອກລວງ ແຕ່ ແມ່ນທຸລະກິດໜຶ່ງທີ່ໜ້າສົນໃຈ ແລະ ດຶງດູດຄົນໄດ້ຫຼາຍທີ່ສຸດ.
ສົນໃຈຕິດຕໍ່ຂ້າພະເຈົ້າເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ຮວ່ມທຸລະກິດ ເພື່ອກ້າວໄປພ້ອມກັນ
ພູສິດ ບາຄຳ


ຖ້າເຮັດເປັນທີມເວີກກໍ່ໜ້າຈະກ້າວໜ້າຂຶ້ນໄປເລື້ອຍໆ


໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ຕົວະ


໑໙ ກະທູ້
໒໙໐ ໂພສ
ຊຳນານການເວັບບອດ
ຂາຍອິດສະຫລະມື້ໝື່ງ 500,000 ກີບ ເດືອນໝື່ງ 15,000,000 ເຫັນແຕ່ຂາຍຢາມ້າຫັ້ນແຫລະ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ວຽກຫຍັງ ກະລຸນາໃຫ້ລາຍລະອຽດແນ່


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບໍ່ແມ່ນວຽກອັນນັ້ນຫັ້ນຫວາ......................


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂາຍອິດສະຫລະມື້ໝື່ງ 500,000 ກີບ ເຫັນແຕ່ຂາຍຢາມ້າຫັ້ນແຫລະ


໐ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ວຽກຫຍັງວະ..ຄືມາລາຍໄດ້ດີແທະ
ຂໍລາຍລະອຽດຫລາຍກ່ວານີ້ໄດ້ບໍ່..?

ທ່ານໃດມີໂປຣແກຣມປົດລອກໄຟລທີ່ດາວໂຫລດມາແດ່...

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amnath ຂຽນວ່າ...
ຂາຍອິດສະຫລະມື້ໝື່ງ 500,000 ກີບ ເດືອນໝື່ງ 15,000,000 ເຫັນແຕ່ຂາຍຢາມ້າຫັ້ນແຫລະ

555555 ອ້າຍກະດາຍ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນການເຊີນຊວນ ໂດຍມີ 500000ຕໍ່ມື້ເປັນໂຕລໍ້ໃຈ ເຂົ້າໄປຟັງບັນລະຍາຍແທ້ໆ ກະມາໄມ້ເດີມໆ ຖ້າເຮົາຫາຄົນມາຄົນ 1 ເຮົາຈະມີເງິນຄ່າຫາຄົນ 10ກີບ 20ກີບກະວ່າໄປ ຖ້າຫາມາໄດ້ 2 ຄົນ 10ກີບຄູນ2 ຖ້າຫາມາໄດ້ 4 ຄົນກະຄູນ 4 ແຕ່ຈັ່ງໃດກະຢ່າ ຖ້າຫາມາໄດ້ຮອດ 10ຄົນ ເຈົ້າຈະມີລາຍໄດ້ ລ້າ....ລ້າ..... 15000000ກີບຕໍ່ເດືອນ ບໍລິສັດຈ່າຍໃຫ້ເລີຍ ແນ່ນອນແອນຕາຊິນ ເຈົ້າຈະນັ່ງສະບາຍບໍ່ຕ້ອງເຮັດຫຍັງ ບໍໃຫ້ພວກທີ່ຫາມານັ້ນແລ່ນຊອກຫາຄົນມາເຂົ້າແທນເຈົ້າ

ແຕ່ດ໋ຽວກ່ອນ....... ເຈົ້າຕ້ອງແບ່ງກຸ່ມຄົນທີ່ເຈົ້າຫາມາອອກເປັນ 2 ກຸ່່ມສະເຫມີກັນ ຊ້າຍຂວາ ຊ້າຍແລະຂວາຕ້ອງມີ20ຄົນຊ່ຳກັນ ຖ້າວ່າຊ້າຍມີ 20 ຂວາມີ 19 ບໍ່ວ່າເຈົ້າຈະເຄີຍໄດ້ເງິນຈາກບໍລິສັດມາແລ້ວ 50ປີກໍ່ຕາມ ເຈົ້າຈະບໍ່ໄດ້ຫຍັງອີກເລີຍ ເພາະຄົນບໍ່ສະເຫມີກັນ ອອ ຢ່າລືມວ່າ ຕ້ອງມີຄ່າສະຫມັກພ້ອມເດີ ສະຫມັກ 50000ຕໍ່ຄົນ ຮັບກິບເຊັດ ໄປໄວ້ຂາຍ ເຊິ່ງກິບເຊັດນີ້ທຳມະດາມູນຄ່າ 200000 ແຕ່ເຈົ້າຈະໄດ້ 50000ຖ້າເຈົ້າສະຫມັກເຂົ້າມາ... ເຂົ້າໃຈ໋.....


ຫລັກການແມ່ນແບບນີ້ແລະ.....................ແຕ່ປ່ຽນເທັກນິກຮູບແບບຈູງໃຈແຊວແມນຊື່ໆ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໓໑ ໂພສ
ຂາປະຈຳເວັບບອດ
son jai ... na son jai. because laiy dai d


໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ທຸກຄົນຍັງບໍ່ຮູ້ຕົວຫວາວ່າ ຂາຍແບບອິດສະລະແມ່ນຫຍັງ?
ການຂາຍແບບອິດສະລະອາດແມ່ນ ຂາຍຕົວເອງ ຫຼື ຂາຍສີ່ງຜິດກົດລະບຽບ ຕິເບາະ
ທີ່ວ່າ ມື້500.000ກິບ=5000ກິບ//// ເດືອນ15.000.000= 150.000ກິບ ສົງໃສເຈົ້າຂອງກະທູ້ນີ້ຖືກຈັບແລ້ວ ເລີຍບໍ່ມາຕອບກະທູ້ (

ຄົນເຮົາເລືອກເກິດບໍ່ໄດ້....

໕໒ ກະທູ້
໗໒ ໂພສ
ນັກການກະທູ້
ມັນບໍ່ມີຕີ ບ້ານເຮົາ ພະນັກງານລັດໜົດເດືອນ ຍັງບໍ່ຢາກຮອດ


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ບໍ່ຢາກເຊື່ອປານໃດດອກ
ແຕ່ຖ້າມີແທ້ໆ ກະດີ ຄົນລາວເຮົາກະຊິໄດ້ລວຍຂື້ນ
ແຕ່ສຳລັບຂ້ອຍ ບໍ່ເອົານຳໃຜດອກ ຄັນວຽກດີແທ້ ເຂົາບໍ່ມາປະກາດຫາແບບນີ້ດອກ



໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍສະມັກຄືກັນ ເຮັດແນວໃດ


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ວຽກແນວນີ້ ຟັງເບິ່ງຄືກັບການໂຄສະນາທາງອິນເຕີເນັດ. ຈັກແມ່ນອັນດຽວກັນບໍ່ຈັກ.
ແນວໃດກໍຢ່າ ຂໍຂໍ້ມູນເພີ່ມເຕີມໃຫ້ແດ່ ຄົງບໍ່ເປັນການເສຍເວລານໍ ຜູ້ແຈ້ງໂຄສະນາ.
ບໍ່ວ່າຕິຈະຄິດເງິນມື້ລະ ຫ້າແສນຄ່າໃຫ້ຂໍ້ມູນ ເພີ່ມເຕີມ
ຂາຍຫຍັງ?
ຂາຍໃຫ້ໃຜ?
ຂາວເວລາໃດ?
ສໍານັກງານຢູ່ໃສ?
ເສຍພາສີເຂົ້າລັດແນວໃດ?
ອື່ນໆ

ເດັກບ້ານນອກ ທໍາມະດາ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>