ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ອ່ອນລ່າຍໄດ້ເງິນກັບ Global Rich Club Lao

໑ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສະບາຍດີ ຂພຈ ຊິມາແນະນຳທຸລະກິດໃໝ່ຂອງຄົນມັກທ່ຽວເດີ້.
Global Rich Club ແມ່ນຫຍັງ ແມ່ນຫຍັງ ແມ່ນຫຍັງ!!! ໃຜໆກາຄົງຊິງົງແລ່ະເນາະ ດຽວເດີ້ ດຽວອະທິບາຍໃຫ້ຟັງ

ບາງທ່ານອາດຈະເຄີຍໄດ້ເຫັນໃນວິດີໂອໃນຢູ່ທູບແລ້ວ ຫຼື ອາດຈະໄດ້ອ່ານໃນເວັບຕ່າງໆກ່ຽວກັບ
Global Rich Club . ທ່ານມີຄໍາຖາມແມ່ນບໍ່ ວ່າທຸລະກິດນີ້ເຮັດວຽກກັນຈັ່ງໃດ? ເປັນສະມາຊິກແລ້ວຊິດີແນວໃດແດ່? ເປັນສະມາຊິກແລ້ວຈະສ້າງລາຍໄດ້ ໄດ້ແນວໃດ ແລະ ຊິໄດ້ເງິນຄືກັບໂຄສະນາຫຼືບໍ່?
ນ້ານໆໆ ສົງໄສໄປຕ່າງໆນາໆເນາະ. ດຽວ ນ້ອຍນິກຊິມາອະທິບາຍວ່າມັນເປັນຈັ່ງໃດກັນແທ້.
ຂພຈ ຊື່ວ່າ ນ້ອຍ ຫຼືວ່າ ນິກ. ຊື່ແທ້ ສຸກສະຫວັນ ເຮັດວຽກຢູ່ທະນາຄານພັດທະນາລາວ ສາຂາອຸດົມໄຊ ເຊິ່ງເປັນສະມາຊິກຂອງ Global Rich Club ທີ່ເປັນຄົນລາວ ຂພຈ ກໍພະຍາຍາມຊອກຫາສະມາຊິກທ່ານອື່ນທີ່ເປັນຄົນລາວຄືກັນແລະໄດ້ສະໝັກແລ້ວຄືກັນນັ້ນລະ.

ຂພຈ ໃຊ້ຊື່ໃນລະບົບວ່າ “ noynic ” ( Username ຂອງນິກແມ່ນ Noynic ) ຂພຈ ມີຄວາມຍິນດີເປັນຢ່າງຍິ່ງທີ່ຈະມາເປີດເຜີຍຂໍ້ມູນກ່ຽວກັບ Global Rich Club ໃນທີ່ນີ້

ບໍລິສັດ Global Rich Club ນິ່ນ່ະ ເປັນບໍລິສັດຍັກໃຫຍ່ວ່າຊ້ານ ໃນປະເທດອາເມຣິກາ ທີ່ເພິ່ນໄດ້ເປີດບໍລິການມາແລ້ວກວ່າ 10 ປີ ເປັນບໍລິສັດທີ່ສະໜັບສະໜູນການທ່ອງທ່ຽວໃນປະເທດແຖບທະວີບອາຊີ, ແລະ ປະເທດລາວເຮົາກໍ່ເປັນປະເທດນຶ່ງທີ່ບໍລິສັດ Global Rich Club ເຂົ້າມາສະໜັບສະໜູນການທ່ອງທ່ຽວຄືກັນ.
ໃນປັດຈຸບັນທາງບໍລິສັດ ໄດ້ຈັບກະແສທີ່ຍອດຮິດໃນໂລກນີ້ກໍ່ຄື
1. ການທ່ອງທ່ຽວ
2. ອິນເຕີເນັດ ແລະ
3. ກໍ່ຄື: ການເຮັດວຽກຢູ່ເຮືອນເພື່ອເພີ່ມຊ່ອງທາງການຕະຫຼາດໃນຮູບແບບ Network Marketing
ທີ່ກ່າວຄື ສະມາຊິກຈະໄດ້ຮັບ ຟຣີ ແພັກເກັດ 4ວັນ 3ຄືນ ໃຫ້ໄປເລືອກພັກໃນໂຮງແຮມ 3-5ດາວ ທີ່ບໍລິສັດກຳນົດໄວ້ທັນທີເລີຍ. ຫຼັງຈາກທີ່ສະໝັກເປັນສະມາຊິກ ເຊັ່ນ ເຮົາໄປພັກໂຮງແຮມ 5 ດາວເນ໋າະ ຕົກຄືນລະ 100 ໂດລາ ຊະສົມມຸດວ່າ. ປະມານ ສາມຄືນກ໋ະ ສາມຮ້ອຍລະ ຖ້າພັກ 4ວັນ 3ຄືນ ເຮົາກ໋ະໄດ້ຈ່າຍເຕັດຢ່າງນ້ອຍ 300 ໂດລາ ອາດຈະບວກກັບພາສີເລັກນ້ອຍຂອງນະໂຍບາຍຂອງໂຮງແຮມນັ້ນໆ... ແຕ່ສະໝັກແລະຈອງຜ່ານ Global Rich Club ເຮົາຈ່າຍພຽງ 200 ໂດລາ(ສະເພາະຄ່າສະໝັກສະມາຊິກ ສ່ວນຄ່າໂອນໄປແມ່ນຈ່າຍເອງ) ຂພຈ ເຄີຍໂອນມາແລ້ວ ໂດຍຜ່ານ ສະວີບໂຄ້ດ ( Swift Code) ຂອງທະນາຄານພັດທະນາລາວແຫຼະ ໂອນໄປໃຫ້ທີ່ປຶກສາທີ່ເປັນຄົນໄທ ເພາະຕ້ອງໂອນໃຫ້ເຂົາເຈົ້າສະໝັກໃຫ້ ມັນຈະໄວກວ່າ ແລະໄດ້ເປັນສະມາຊິກເລີຍ, ໃຊ້ເວລາຊ້າສຸດ 48 ຊົ່ວໂມງ. ແຕ່ຖ້າໂອນໄປສະໝັກເອງກໍ່ຕ້ອງໄດ້ໃສ່ຊື່ທີ່ປືກສາຄືເກົ່າ ແລະໄວສຸດກວ່າຈະໄດ້ເປັນສະມາຊິກ ກໍ່ຕ້ອງໃຊ້ເວລາປະມານ 10 ວັນ ເປັນຢ່າງຕໍ່າ. ດັ່ງນັ້ນ ເມື່ອເຮົາຕ້ອງຈ່າຍໄປບັກແພງໆ ເຮົາກໍ່ເລືອກທາງທີ່ມັນໄວກວ່າ ລະກະເຮັດວຽກໄດ້ເລີຍ ກ໋ະດີກວ່າ ໂອ໊ຍລືມບອກວ່າ ຄ່າໂອນເທົ່າໃດເນາະ??? ຄ່າໂອນເດີ້


ໂອນດ້ວຍ Swift Code: 200$ ຄ່ະສະມາຊິກ + 5$ ຄ່າສາຍ +20$ ຄ່າທຳນຽມ = ລວມແລ້ວກໍ່ເປັນ 225 ເຊິ່ງຕ້ອງຈ່າຍເອງສຳລັບຄ່າໂອນ. ຂໍ້ມູນຕົວຈິງ ຂພຈ ສອບຖາມມາແລ້ວ ມີ ທະນາຄານການຄ້າຕ່າງປະເທດ ແລະ ທະນາຄານພັດທະນາລາວ ແມ່ນຄ່າສາຍແລະຄ່າທຳນຽມເທົ່າກັນ. ເນື່ອງຈາກ ຂພຈ ບໍ່ຮູ້ຈັກຄົນລາວທີ່ເປັນສະມາຊິກແລ້ວ ດັ່ງນັ້ນຈຶ່ງໄດ້ ສະໝັກກັບທີ່ປຶກສາທີ່ເປັນຄົນໄທ ກໍ່ຄືຕ້ອງໂອນໄປໃຫ້ເຂົາເຈົ້າໃຫ້ຄົບ
7,500 bath+ ຄ່າສາຍ,ຄ່າທຳນຽມ 25$ ເຊິ່ງຄິດໄລ່ເບິ່ງແລ້ວ ມັນເກີນຈຳນວນ ຖ້າວ່າໃຫ້ສະມາຊິກທີ່ເປັນຄົນລາວໂອນໃຫ້ໜ້າຈະດີ

ດຽວຈະຄິດໄລ່ໃຫ້ເບິ່ງໂດຍປະມານເດີ້.

ຕ້ອງຂໍບອກກ່ອນເລີຍວ່າອັນນີ້ແລ້ວແຕ່ທ່ານຈະສະດວກເດີ້:
 ສະໝັກຈາກທີ່ປຶກສາທີ່ເປັນຄົນໄທ ຕ້ອງໂອນໄປໃຫ້ທີ່ປຶກສາຄົບ 7,500 bath+fee25$
o (7,500*260)/8020 ໂດຍປະມານຂຶິ້ນກັບອັດຕາແລກປ່ຽນປະຈຳວັນ = 243.14 ໂດລາ ແລ້ວຍັງມາບວກກັບຄ່າທຳນຽມຂອງທະນາຄານເກັບອີກ 25ໂດລາ ກ໋ະເປັນ 258ໂດລາແລ້ວ..
 ສະໝັກຈາກທີ່ປຶກສາທີ່ເປັນຄົນລາວ ທ່ານກະໂອນໃຫ້ 225 ໂດລາ ເທົ່ານັ້ນເອງ ເສຍຄ່າໂອນ 10,000 kip.

ແລ້ວບໍ່ວ່າທ່ານຈະສະໝັກນຳທາງໃດນະ ແນວໃດລາຄາໂຮງແຮມມັນກໍ່ຍັງແພງກວ່າຢູ່ດີນັ້ນແລ່ະ.
ສະໝັກຂພຈ ກໍ່ນອນບໍ່ຫຼັບພຸ້ນແລ່ະ ເພາະຢ້ານວ່າເຂົາເຈົ້າຊິຕົວະ ເງິນຊິຫາຍໄປກັບອິນເຕີເນັດຄືເພິ່ນເວົ້າແທ້ບໍ່ ຢູ່ດີໆກໍເອົາເງິນໂອນໃຫ້ຄົນອື່ນ ຈັກເພິ່ນເປັນຄົນທາງໃດ ໜ້າຕົວຈິງກໍຍັງບໍ່ເຫັນຊ້ຳເນາະ....ທັງນຶ່ງກໍ່ຄິດນຳຄ່າໂອນກໍພໍແຮງແລ້ວ ເສຍດາຍເງິນເດືອນແດ່..ໄດ້ອົດສາເອົາ ເຮັດໃຈໃຫຍ່ໄວ້.

ອ່າ!!!ແລ້ວບາດນິ້...ຖ້າເຮົາເປັນສະມາຊິກເດ ເຮົາຊິໄດ້ຮັບລາຍໄດ້ຈັ່ງໃດ?
ສຳລັບໂອກາດການສ້າງລາຍໄດ້ຂອງສະມາຊິກ ມີຢູ່ພຽງຢ່າງດຽວເດີ້ໝູ່ເພື່ອນ ກໍ່ຄືແນະນຳຄົນໃຫ້ມາສະໝັກເປັນສະມາຊິກຂອງ Global Rich Club ທໍ່ນີ້ເອງ..ບໍ່ຕ້ອງຂາຍສິນຄ້າ,ບໍ່ຕ້ອງຮັກສາຍອດລາຍເດືອນ,ລາຍປີ ອີກ,ບໍ່ຕ້ອງໄດ້ເດີນທາງໄປເຝິກອົບຮົມການຕະຫຼາດຢູ່ວຽງຈັນ ຫຼື ອຸດອນ, ຝຶກຢູ່ບ້ານທ່ານນັ້ນແລ່ະ ເພິ່ນມີຫ້ອງປະຊຸມອ່ອນລ່າຍໃຫ້ເຂົ້າທຸກໆວັນຈັນ,ພຸດ ແລະ ສຸກ ສຳລັບຜູ້ທີ່ສົນໃຈ ແລະ ວັນ ອັງຄານ,ພະຫັດ ສຳລັບຜູ້ທີ່ເປັນສະມາຊິກແລ້ວ.

ການແນະນຳຫັ້ນນ່າ...!!!! ສ່ວນໃຫຍ່ຈະເປັນການໂຄສະນາ ປະຊາສຳພັນຜ່ານທາງລະບົບອິນເຕີເນັດ ບໍ່ວ່າຈະເປັນການ ໂພສ ປະກາດກະທູ້ ຈັ່ງຊີ້ແລ່ະ

 ການເຮັດວຽກກ່ະມີແຕ່ ເຮັດຢູ່ເຮືອນ ຫຼື ບ່ອນໃດກະໄດ້ທີ່ມີເນັດ
 ບໍ່ຕ້ອງເສຍເວລາເດີນທາງໄປຫາລູກຄ້າ ຫຼື ເດີນທາງໄປປະຊຸມ
 ບໍ່ມີການຂາຍສິນຄ້າ
 ບໍ່ມີການສະສົມຄະແນນ
 ບໍ່ມີການຮັກສາຍອດທ້າຍເດືອນ,ທ້າຍປີ
 ບໍ່ຕ້ອງໄດ້ສະຕັອກສິນຄ້າໄວ້ເຮືອນ
 ບໍ່ມີວັນໝົດອາຍຸຂອງສະມາຊິກ
ຊຶ່ງວ່າ ທົ່ວໂລກນີ້ນະ ຄົນທີ່ຫຼິ້ນເນັດ ມີຫຼາຍຮ້ອຍລ້ານຄົນ ທີ່ມາເປີດອ່ານຂໍ້ມູນອາດຈະຂອງເຮົາຫຼືຂອງຜູ້ອື່ນທີ່ເປັນສະມາຊິກ ໂດຍທີ່ເຮົາມີໜ້າທີ່ໃຫ້ຂໍ້ມູນເພີ່ມເຕີມ ບໍ່ຕ້ອງງໍ້ໃຜ

ເມື່ອສະໝັກແລ້ວມີໃຜຊ່ວຍເຮົາແດ່??? ທຸກທ່ານຮູ້ບໍ່ວ່າ ທຸລະກິດ Global Rich Club ນິນ່ະ ເຮົາຊິມີອັນມາຊ່ວຍເຮົາຄື:
 ເວັບໄຊ ພາສາໄທໃຫ້ໃຊ້ຟຣີ
 ວິດີໂອສອນເຮັດວຽກທຸກຂັ້ນຕອນຟຣີ
 ໂປແກມການເຮັດວຽກຟຣີ
 ຫ້ອງຮຽນຮູ້ການເຮັດວຽກຟຣີ
 ລະບົບຕິດຕາມຜູ້ມຸ່ງຫວັງອັດຕະໂນມັດທີ່ທາງທີມງານດັ່ງເລຂາສ່ວນຕົວ(GSAS: Global Smart Auto System)
ນິກເຊື່ອວ່າ ທຸລະກິດນີ້ ສາມາດຕອບສະໜອງຄວາມຕ້ອງການຂອງນິກແລະກໍ່ອີກຫຼາຍໆຄົນໄດ້ດີ ເພາະຍຸກນີ້ສະໄໝນີ້ແນວໂນ້ມຂອງຄວາມຕ້ອງການຂອງຄົນມັນເພີ່ມຂຶ້ນເລື້ອຍໆ ຄົນມີເງິນບໍ່ເຄີຍຢຸດຫາເງິນ ຄົນສ່ວນໃຫຍ່ແມ່ນຕ້ອງການອິດສະຫຼະໃນການເຮັດວຽກ,ໃນການຊື້ເຄື່ອງໃຊ້ສອຍມະຍິກມະຍ່ອຍ ແລະ ສ່ວນຫຼາຍຄົນໃນເມືອງດຽວນີ້ຕ້ອງການມີການພັກຜ່ອນກັບຄອບຄົວ ຫຼື ກັບຄົນທີ່ເຮົາຮັກ ໃຫ້ຫຼາຍຂຶ້ນ ແລະ ນີ້ແລ່ະຄືຄຳຕອບທີ່ Global Rich Club ມີໃຫ້ກັບທຸກໆທ່ານໄດ້.

ຂພຈ ຈະນຳສະເໜີຂໍ້ມູນທີ່ເປັນຄວາມຈິງທຸກໆເລື່ອງເດີ້ ສາມາດປຶກສາໄດ້ທີ່

Email : ssv_ctv@hotmail.com
Facebook : http://www.facebook.com/Nic noynic
Blog : http://grclao.blogspot.com
Skype Name : noynic
Tel. : 020-23792345 ,020,77362345,020-99305777 sms ມາກະໄດ້ເດີ້ ຫຼືວ່າ ໂທ ຕອນນອກໂມງການ ຖ້າບໍ່ໄດ້ຮັບສາຍຈະໂທກັບທັນທີເມື່ອເຫັນຄ້າງມີສຄໍ
ຫຼືຖ້າທ່ານສົນໃຈໃນທຸລະກິດ Global Rich Club ສາມາດຕື່ມຂໍ້ມູນໃນເວັບພາສາໄທຂອງ ນິກໄດ້ທີ່
www.goodtimeja.com/noynic


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຍາວຫຼາຍ



໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ທີ່ຜ່ານມາເຈົ້າເຄີຍໄດ້ເງິນແລ້ວວາ ໂອກາດທີ່ຈະຖືກຕົວະເອົາເງິນສູງຫຼາຍ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືມີໂອນເງິນນຳຫວາ ບໍ່ແມ່ນມາຫາຕົວະເອົາເງິນກັນບໍ່ນິ?

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ມາໂຜ່ຢູ່ພີ້ອີກລະວະນີ໋ ທຸລະກິດນີ້
ອຸກໃຈນຳເດ່ເນາະ
ຍັງຊິມີ ຄົນລາວ ອີກຈັກ ຄົນທີ່ຕົກເປັນເຫຍື່ອອີກ
ຫວ່າງແລ້ວນີ້ ຢູ່ແຖວບ້ານຂ້ອຍ ກໍ່ເປັນແບບນີ້ລະ
ຈ່າຍເງິນໃປບໍ່ຫນ້າບໍ່ຫລັງຫຍັງ
ເອົາໃປເອົາມາ
ເສຍເງິນລ້າໆ
ຄິດໃຫ້ດີເດີ່ ອ້າຍ ນ້ອງພັນລາວເຮົາ ເອ່ຍ ກ່ອນທີ່ຈະຕັດສີນໃຈຫຍັງໃປ
ຈ່າຍໃປແລ້ວເອົາຄືນບໍ່ໄດ້ເດີ່.
ແລະອີກຢ່າງ ບໍລິສັດ ທີ່ວ່ານີ້ກໍ່ບໍ່ຮູ້ວ່າ ມີໂຕຕົນຢູ່ແທ້ຫລືບໍ່
ດີບໍ່ດີ ອາດເປັນການ ສ້າງພາບຊື່ໆ
ລອງຄົ້ນ ຂໍ້ມູນໃນ google ລອງເບີ່ງວ່າ ຈຳນວນຄົນຖືກຕົວະຍ້ອນ ບໍລິສັດ ນີ້ ວ່າມີຫລາຍສ່ຳໃດ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ມາໂຜ່ຢູ່ພີ້ອີກລະວະນີ໋ ທຸລະກິດນີ້
ອຸກໃຈນຳເດ່ເນາະ
ຍັງຊິມີ ຄົນລາວ ອີກຈັກ ຄົນທີ່ຕົກເປັນເຫຍື່ອອີກ
ຫວ່າງແລ້ວນີ້ ຢູ່ແຖວບ້ານຂ້ອຍ ກໍ່ເປັນແບບນີ້ລະ
ຈ່າຍເງິນໃປບໍ່ຫນ້າບໍ່ຫລັງຫຍັງ
ເອົາໃປເອົາມາ
ເສຍເງິນລ້າໆ
ຄິດໃຫ້ດີເດີ່ ອ້າຍ ນ້ອງພັນລາວເຮົາ ເອ່ຍ ກ່ອນທີ່ຈະຕັດສີນໃຈຫຍັງໃປ
ຈ່າຍໃປແລ້ວເອົາຄືນບໍ່ໄດ້ເດີ່.
ແລະອີກຢ່າງ ບໍລິສັດ ທີ່ວ່ານີ້ກໍ່ບໍ່ຮູ້ວ່າ ມີໂຕຕົນຢູ່ແທ້ຫລືບໍ່
ດີບໍ່ດີ ອາດເປັນການ ສ້າງພາບຊື່ໆ
ລອງຄົ້ນ ຂໍ້ມູນໃນ google ລອງເບີ່ງວ່າ ຈຳນວນຄົນຖືກຕົວະຍ້ອນ ບໍລິສັດ ນີ້ ວ່າມີຫລາຍສ່ຳໃດ


ແມ່ນໆໆໆແມ່ນຄວາມເຈົ້າຫັ້ນລະ ຂໍ້ຄວາມແບບນີ້ມີຄົນສົ່ງມາໃຫ້ຕະຫຼອດທາງເມວ ບໍ່ດີບໍ່ດີແນວນີ້ຫາຕົວະເອົາແຕ່ເງິນ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເຫີ ໆໆ Global rich club or ທຸກຍາກຄລັບ ແທ້ ເລື່ອງໄດ້ເງິນນີ້ອາດຊິໄດ້ສຳລັບຜູ້ທີ່ຕົ໋ວໃຫ້ຄົນມາລົງສະຫມັກ ແຕ່ຜູ້ເປັນສະມາຊິກ
ກະຮັບກຳເປັນຕ່ອງໂສ້ກັນໄປ ພວກຫົວຫນ້າໃຫຍ່ກະລວຍຈາກເງິນໄປທ່ຽວຂອງອ້າຍນ້ອງຕໍ່ໄປ ອ້າຍນ້ອງເອີຍ ຢາກຊິໄປຢາກລວຍທາງລັດເທາະ ເຮັດວຽກງານປະຈຳວັນຂອງທ່ານໃຫ້ດີ ກະພໍມີເງິນກິນເບຍຢູ່ດອກ

ເຫີ ໆໆ


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ເຫີ ໆໆ Global rich club or ທຸກຍາກຄລັບ ແທ້ ເລື່ອງໄດ້ເງິນນີ້ອາດຊິໄດ້ສຳລັບຜູ້ທີ່ຕົ໋ວໃຫ້ຄົນມາລົງສະຫມັກ ແຕ່ຜູ້ເປັນສະມາຊິກ
ກະຮັບກຳເປັນຕ່ອງໂສ້ກັນໄປ ພວກຫົວຫນ້າໃຫຍ່ກະລວຍຈາກເງິນໄປທ່ຽວຂອງອ້າຍນ້ອງຕໍ່ໄປ ອ້າຍນ້ອງເອີຍ ຢາກຊິໄປຢາກລວຍທາງລັດເທາະ ເຮັດວຽກງານປະຈຳວັນຂອງທ່ານໃຫ້ດີ ກະພໍມີເງິນກິນເບຍຢູ່ດອກ

ເຫີ ໆໆ




໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຈຂກທ ຫງຽບຫາຍໄປເລີຍເນາະ




໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...

ຈຂກທ ຫງຽບຫາຍໄປເລີຍເນາະ


ສົງໃສກຳລັງນັ່ງຄິດຫາຄຳແກ້ໂຕຢູ່


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ crazyguy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...

ຈຂກທ ຫງຽບຫາຍໄປເລີຍເນາະ


ສົງໃສກຳລັງນັ່ງຄິດຫາຄຳແກ້ໂຕຢູ່


ແກ້ບໍຕົກດອກໝໍ ເພາະໃຜໆກະຮູ້ວ່າຕົວະ..... ໃຫຍ່ໝົດທຸກຄົນລະເດນີ້ນ່າ ຂະໜາດເດັກອາຍຸສາມປີມັນກະຍັງຮູ້ທັນ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ກະທູ້ຜິດກົດລະບຽບພັນລາວ

ຂໍປິດໄວ້ພຽງເທົ່ານີ້