ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ຂາຍໄກ່ຕີສາຍພະມ້າຕີຫູຕີຕາທຸກລີລາທຸກນ້ຳໜັກ

໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ຮຽນສະມາຊິກພັນລາວທຸກທ່ານທີ່ຮັກແພງ ຂ້າພະເຈົ້າບໍ່ຮູ້ວ່າໃນພັນລາວນີ້ມີສະມາຊິກແດ່ບໍ່ທີ່ມັກໄກ່ຕີເໝືອນຂ້ອຍ ເພາະຂ້ອຍຕ້ອງການຂາຍໄກ່ຕີ ສາຍພະມ້າ ແລະປ່າກ໋ອຍທຸກນ້ຳໜັກ ລາຄາເປັນກັນເອງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາທິໂທ ເປັນແນວໃດ ເບິ່ງແນ່ ?


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ປາທິໂທ ເປັນແນວໃດ ເບິ່ງແນ່ ?


ເປັນແນວໃດ ນາງສາວ ພາສຸກ ເບິ່ງຄືໜ້າຈະເປັນຄົນສຸພາບຫຼາຍ ສ່ວນການຄ້າຂາຍຕ່າງໆໃນລາວ ນອກເໜືອສິ່ງຕ້ອງຫ້າມແລ້ວຄິດວ່າຄົງບໍ່ມີບັນຫາແລ້ວ ສ່ວນການຂາຍໄກ່ຕີນັ້ນເໝືອນການຂາຍໄກ່ເນື້ອຕາມທ້ອງຕະຫຼາດທົ່ວໄປຊື່ໆແຕ່ລາຄາຄົງໜັກກວ່າ ເພາະວ່າເປັນໄກ່ກິລາທີ່ຄົນທົ່ວໄປມັກຫຼິ້ນເບົາສະໝອງເທົ່ານັ້ນແລ໋ະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ txiong ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ປາທິໂທ ເປັນແນວໃດ ເບິ່ງແນ່ ?


ເປັນແນວໃດ ນາງສາວ ພາສຸກ ເບິ່ງຄືໜ້າຈະເປັນຄົນສຸພາບຫຼາຍ ສ່ວນການຄ້າຂາຍຕ່າງໆໃນລາວ ນອກເໜືອສິ່ງຕ້ອງຫ້າມແລ້ວຄິດວ່າຄົງບໍ່ມີບັນຫາແລ້ວ ສ່ວນການຂາຍໄກ່ຕີນັ້ນເໝືອນການຂາຍໄກ່ເນື້ອຕາມທ້ອງຕະຫຼາດທົ່ວໄປຊື່ໆແຕ່ລາຄາຄົງໜັກກວ່າ ເພາະວ່າເປັນໄກ່ກິລາທີ່ຄົນທົ່ວໄປມັກຫຼິ້ນເບົາສະໝອງເທົ່ານັ້ນແລ໋ະ


ອອຍໆ ຂ້ອຍເປັນຄົນມັກມ່ວນ ຕະລົກເຮຮາ ອ່າວດື້ແດ່ ບໍ່ເຖິງຂັ້ນສຸພາບດອກ


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ສ່ວນຂ້າພະເຈົ້ານັ້ນ ທີ່ຈິງແລ້ວກໍ່ເປັນພະນັກງານຜູ້ໜຶ່ງ ຢາກໃຫ້ມີຜູ້ຂຽນເວບເພື່ອຊ່ວຍເຫຼືອຄົນລາວທຸກຄົນກ່ຽວກັບການນຳໃຊ້ຄອມພິວເຕີໃນສຳນັກງານອົງການ ໂດຍສະເພາະແມ່ນງານ MS Word ແລະ MS Excel ບໍ່ຢາກໃຫ້ລົມກັນເພື່ອເບີຍອາລົມແບບຮັກໆມັກໆເໝືອນທີ່ເຫັນໃນຜ່ານໆມາ ຖືກຫຼື້ບໍ່?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ txiong ຂຽນວ່າ...
ສ່ວນຂ້າພະເຈົ້ານັ້ນ ທີ່ຈິງແລ້ວກໍ່ເປັນພະນັກງານຜູ້ໜຶ່ງ ຢາກໃຫ້ມີຜູ້ຂຽນເວບເພື່ອຊ່ວຍເຫຼືອຄົນລາວທຸກຄົນກ່ຽວກັບການນຳໃຊ້ຄອມພິວເຕີໃນສຳນັກງານອົງການ ໂດຍສະເພາະແມ່ນງານ MS Word ແລະ MS Excel ບໍ່ຢາກໃຫ້ລົມກັນເພື່ອເບີຍອາລົມແບບຮັກໆມັກໆເໝືອນທີ່ເຫັນໃນຜ່ານໆມາ ຖືກຫຼື້ບໍ່?


ເລື່ອງສອນຄອມພິວເຕີຟຣີ ແມ່ນແນະນຳໃຫ້ໄປໂຮງຮຽນນີ້ເດີ ລິ້ງວິທະຍາໄລສອນພິທັກສອນພະນັກງານຟຣີ ກົດນີ້


ໃຫ້ຫົວໜ້າໄປລົມກັບອຳນວຍການໂລດ ອຳນວຍການຮັບສອນຟຣີເອງ ໃຫ້ໃບຢັ້ງຢືນພ້ອມ :)


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ສ່ວນການຊື້ການຂາຍໃນສ່ວນຂອງພະນັກງານເພື່ອການຢູ່ລອດຂອງຄອບຄົວພະນັກງານ ຕາມທັດສະນະຂອງຂ້າພະເຈົ້າແລ້ວຄົງຈະແມ່ນ ເປັດ, ໄກ່, ງົວ, ຄວາຍ ແລະເຝົ້າໜອງປາ ເທົ່ານັ້ນ ເພາະບໍ່ມີເວລາໄປເຮັດສວນ ຫຼື ນ້ອງ ພາສຸກຄິດແນວໃດ?
ຈາກຂ້າພະເຈົ້າ ວັງວູ


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ຂອບໃຈນຳນ້ອງສາວ ຫຼື ເອື້ອຍ ພາສຸກໃນການແນະນຳຄັ້ງນີ້ດ້ວຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຫຍັງ


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ຂອບໃຈນຳນ້ອງສາວ ຫຼື ເອື້ອຍ ພາສຸກໃນການແນະນຳ
http://punlao.com/webboard/%E0%BA%81%E0%BA%B0%E0%BA%94%E0%BA%B2%E0%BA%99%E0%BB%81%E0%BA%AB%E0%BB%88%E0%BA%87%E0%BA%81%E0%BA%B2%E0%BA%99%E0%BA%AE%E0%BA%BD%E0%BA%99%E0%BA%AE%E0%BA%B9%E0%BB%89/%E0%BA%81%E0%BA%B2%E0%BA%99%E0%BA%AA%E0%BA%B6%E0%BA%81%E0%BA%AA%E0%BA%B2%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BB%80%E0%BA%AE%E0%BA%BB%E0%BA%B2/%E0%BA%A7%E0%BA%B4%E0%BA%97%E0%BA%B0%E0%BA%8D%E0%BA%B2%E0%BB%84%E0%BA%A5%E0%BA%AA%E0%BA%AD%E0%BA%99%E0%BA%9E%E0%BA%B4%E0%BA%97%E0%BA%B1%E0%BA%81%E0%BA%A5%E0%BA%B2%E0%BA%A7--%E0%BB%80%E0%BA%9B%E0%BA%B5%E0%BA%94%E0%BB%83%E0%BB%9D%E0%BB%88--275409-1.html
ນີ້ ຂ້າພະເຈົ້າຢາກຖາມວ່າ ຖ້າການຮຽນແມ່ນຮຽນຟຮີແທ້ແລ້ວຈະສົ່ງຫຼານໄປຮຽນນຳ ສ່ວນຕົວຂ້າພະເຈົ້າເອງແລ້ວຄົງຍາກ ເພາະຕິດງານຫຼາຍໃນຫ້ອງການ
ຕ້ອງຂໍຂອບໃຈໃນການແນະນຳຄັ້ງນີ້ດ້ວຍ


໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ລົບກວນຖາມຂໍ້ມູນສ່ວນຕົວໜ້ອຍໜຶ່ງ ຖ້າບໍ່ສະດວກໃນການແນະນຳກໍ່ບໍ່ເປັນຫຍັງ ຖາມເລື່ອງອາຍຸ ແລະບ່ອນເຮັດວຽກ ແມ່ນເຮັດຢູ່ໃນໂຮງຮຽນດັ່ງກ່າວ ຫຼື ບໍ່?