ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ໂປຣແກຣມຈັດການຮ້ານອາຫານ

໑ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ທົດລອງຂຽນໂປຣແກຣມ ຈັດການຮ້ານອາຫານລອງເບີ່ງ ຈາກຄວາມຕ້ອງການຂອງເພື່ອນຄົນໜື່ງ ແຕ່ຍັງບໍ່ທັນສົມບູນດີເທື່ອ ເລີຍຢາກໃຫ້ຍາດໆ ຢູ່ພັນລາວນີ້ ໄດ້ລອງໃຫ້ຄໍາແນະນໍາແດ່ ຖ້າຫາກທ່ານເປັນເຈົ້າຂອງຮ້ານອາຫານ ທ່ານຕ້ອງການໃຫ້ນັກຂຽນໂປຣແກຣມ ບ້ານນາ ຊ່ວຍທ່ານ ສ້າງໂປຣແກຣມໃຫ້ມັນດີສໍາລັບຮ້ານຂອງທ່ານ ໂປຣແກຣມນີ້ ຄວນຈະມີຄວາມສາມາດອັນໃດແດ່ ໝາຍເຖິງ ຟັງຊັນການທໍາງານຂອງມັນ
ລອງເບີ່ງຕົວຢ່າງໄດ້ທີ່
http://www.youtube.com/watch?v=LwiXJ8qDT9g

ຂອບໃຈ


໓ ກະທູ້
໖໖ ໂພສ
ຂາປະຈຳເວັບບອດ
ໂດຍສະພາບລວມກໍ O.K ຢູ່


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຄວາມຊື່ເດີ ໂປຣແກຣມຂອງຄົນລາວຂຽນ ມີຄວາມເຊື່ອຖືຫນ້ອຍ ບໍ່ແມ່ນວ່າຂຽນບໍ່ເກັ່ງດອກ
ແຕ່ຂາດຂັ້ນຕອນໃນການຂຽນທີ່ເປັນລະບົບແລະຕ້ອງມີຄົນກວດສອບທີ່ເປັນຂັ້ນຕອນຄັກແນ່
ຢູ່ຕ່າງປະເທດເຂົາຂຽນໂປຣແກຣມ 1 ໃຊ້ຄົນຫລັກ 10 ຫລື 100 ຫລື 1000 ຍ້ອນມີລະບົບປະສານງານທີ່ດີ
ເຊິ່ງຢູ່ລາວບໍ່ທັນມີໃຜສອນເທື່ອ ເຈົ້າຂອງຮ້ານອາຫານໃຫຍ່ໆຢູ່ລາວ ສ່ວນຫລາຍກະມີແຕ່ຄົນຕ່າງປະເທດ
ເຂົາຈະໃຊ້ soft ຕ່າງປະເທດເມນູເປັນພາສາ EN. ຍົກເວັ້ນແຕ່ໂປຣແກຣມບັນຊີຂອງ APIS ທທີ່ຂາຍດີແຕ່ບໍລະການ
ຫ່ວຍແຕກ


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າຈະມີ ໂປຣແກຣມມາລອງເບຶ່ງໃດ


໑ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເອົາໄວ້ມື້ໜ້າຈະໃຫ້ດາວໂຫຼດລອງໄປໃຊ້ເບີ່ງ ຕິດຕາມຕອນຕໍ່ໄປ


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ໄວແດ່ເດີ ສົນໃຈຢູ່ ຂອງຟຣີ ນິ ຂ້ອຍຢາກໄດ້ໂປແກຣມ ບັນຊີລາຍຮັບລາຍຈ່າຍປະຈຳວັນ ສ່ວນຕົວນະ ສາມາດໃຫ້ມັນສະຫລຸບ ຄ່າອາຫານ, ຄ່ານ້ຳ, ຄ່າໃຊ້ຈ່າຍຕ່າງໆໄດ້ຢ່າງລະອຽດໃນແຕ່ລະເດືອນ ແລະ ສະຫຼຸບເປັນລາຍປີໄດ້ ພ້ອມ ບອກຄ່າໃຊ້ຈ່າຍທີ່ເປັນປະໂຫຍດ ແລະ ບໍ່ເປັນປະໂຫຍດໄດ້ພ້ອມຫັນ ນາ ຂຽນໃຫ້ແດ່


໑ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສິ່ງທີ່ Lodsada ຢາກໄດ້ນັ້ນ ມັນແມ່ນໂປຣແກຣມ ຄຸ້ມຄອງງົບປະມານຫຼາຍກົ່ວ ສໍາລັບໂປຣແກຣມແບບນີ້ກໍ່ໄດ້ຂຽນໄວ້ຢູ່ ຕົວຢ່າງການທໍາງານຂອງໂປຣແກຣມດັ່ງກ່າວກໍ່ມີລາຍລະອຽດຂ້າວໆ ດັ່ງນີ້
ກ່ອນອື່ນຜູ້ໃຊ້ຕ້ອງໄດ້ປ້ອນຂໍ້ມູນແຜນທີ່ຈະຈ່າຍເງີນແຕ່ລະເດືອນກ່ອນ ວ່າຈະຈ່າຍໃນລະຫັດການຈ່າຍໃດ ປີໃດ ເດືອນໃດ
ຫຼັງຈາກນັ້ນຈະມີການອານຸຍາດໃຫ້ຈ່າຍໂດຍຫົວໜ້າພະແນກ ຖ້າເຮົາເປັນບໍລິສັດ ຫຼືຫົວໜ້າຜູ້ອານຸຍາດໃຫ້ຈ່າຍເງີນງົບປະມານດັ່ງກ່າວ
ຈາກນັ້ນພະນັກງານບັນຊີກໍ່ຈ່າຍເງີນຕາມແຜນທີ່ຂື້ນໄວ້ນັ້ນ ຕາມເລກໃບບີນທີ່ຈ່າຍແຕ່ລະວັນແລະລາຍການທີ່ຈ່າຍນັ້ນຈະໄປປະກົດຢູ່ສ່ວນອານຸຍາດຂອງຫົວໜ້າຜູ້ມີສິດອານຸຈ່າຍອີກຄັ້ງ ຄ້າຍກັບການເຊັນໃບບີນຫຼັງຈາກນັ້ນ ຫົວໜ້າກໍ່ກົດປຸ່ມອານຸຍາດຈ່າຍອອກແລ້ວກໍ່ຈົບຂັ້ນຕອນການຈ່າຍ ໂປຣແກຣມຈະຕັດງົບຕາມແຜນທີ່ຂື້ນໄວ້ ແລະສາມາດລາຍງານໄດ້ຕາມວັນທີ ເດືອນ ປີ ແລະຕາມລາຍຈ່າຍໃຫ້ລູກຄ້າຄົນໃດ
ປະມານນີ້ແມ່ນບໍ່ ເອົາໄວ້ ວ້າງໆ ຈະສົ່ງຕົວຢ່າງໃຫ້ເບີ່ງ ໂປຣແກຣມແບບນີ້ ຂຽນໄວ້ດົນແລ້ວ
ຕິດຕາມຕອນຕໍ່ໄປເດີ
ພົບກັນໃໝ່


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆ ຊົມເຊີຍໆໆໆໆໆໆ ພະຍາຍາມຕໍ່ໄປ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ lxsoft ຂຽນວ່າ...
ສິ່ງທີ່ Lodsada ຢາກໄດ້ນັ້ນ ມັນແມ່ນໂປຣແກຣມ ຄຸ້ມຄອງງົບປະມານຫຼາຍກົ່ວ ສໍາລັບໂປຣແກຣມແບບນີ້ກໍ່ໄດ້ຂຽນໄວ້ຢູ່ ຕົວຢ່າງການທໍາງານຂອງໂປຣແກຣມດັ່ງກ່າວກໍ່ມີລາຍລະອຽດຂ້າວໆ ດັ່ງນີ້
ກ່ອນອື່ນຜູ້ໃຊ້ຕ້ອງໄດ້ປ້ອນຂໍ້ມູນແຜນທີ່ຈະຈ່າຍເງີນແຕ່ລະເດືອນກ່ອນ ວ່າຈະຈ່າຍໃນລະຫັດການຈ່າຍໃດ ປີໃດ ເດືອນໃດ
ຫຼັງຈາກນັ້ນຈະມີການອານຸຍາດໃຫ້ຈ່າຍໂດຍຫົວໜ້າພະແນກ ຖ້າເຮົາເປັນບໍລິສັດ ຫຼືຫົວໜ້າຜູ້ອານຸຍາດໃຫ້ຈ່າຍເງີນງົບປະມານດັ່ງກ່າວ
ຈາກນັ້ນພະນັກງານບັນຊີກໍ່ຈ່າຍເງີນຕາມແຜນທີ່ຂື້ນໄວ້ນັ້ນ ຕາມເລກໃບບີນທີ່ຈ່າຍແຕ່ລະວັນແລະລາຍການທີ່ຈ່າຍນັ້ນຈະໄປປະກົດຢູ່ສ່ວນອານຸຍາດຂອງຫົວໜ້າຜູ້ມີສິດອານຸຈ່າຍອີກຄັ້ງ ຄ້າຍກັບການເຊັນໃບບີນຫຼັງຈາກນັ້ນ ຫົວໜ້າກໍ່ກົດປຸ່ມອານຸຍາດຈ່າຍອອກແລ້ວກໍ່ຈົບຂັ້ນຕອນການຈ່າຍ ໂປຣແກຣມຈະຕັດງົບຕາມແຜນທີ່ຂື້ນໄວ້ ແລະສາມາດລາຍງານໄດ້ຕາມວັນທີ ເດືອນ ປີ ແລະຕາມລາຍຈ່າຍໃຫ້ລູກຄ້າຄົນໃດ
ປະມານນີ້ແມ່ນບໍ່ ເອົາໄວ້ ວ້າງໆ ຈະສົ່ງຕົວຢ່າງໃຫ້ເບີ່ງ ໂປຣແກຣມແບບນີ້ ຂຽນໄວ້ດົນແລ້ວ
ຕິດຕາມຕອນຕໍ່ໄປເດີ
ພົບກັນໃໝ່

ໝາຍເຖິງບັນຊີ ຄົວເຮືອນຫັນນາ ເປັນບັນຊີນ້ອຍໆ ທີ່ບັນທຶກການໃຊ້ຈ່າຍຂອງເຮົາແຕ່ລະມື້ ວ່າໃນເດືອນໜຶ່ງເຮົາໃຊ້ເງິນຫຼາຍປານໃດ ລາຍຮັບເດໄດ້ຫຼາຍບໍ່ ໃຊ້ຈ່າຍ ຄ່າອາຫານ, ນ້ຳມັນລົດ ຕໍ່ເດືອນ ທີ່ໄປວຽກແຕ່ລະມື້ທໍ່ໃດຫັນນາ ວ່າສິວາງແຜນທ້ອນເງິນຊັ້ນດອກ ບໍ່ເຖິງຂັ້ນບັນຊີບໍລິສັດກະໄດ້ ຄັນມີ ສົ່ງລິ້ງໃຫ້ດາວໂຫຼດແດ່ເດີ