ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ບໍລິການໃຫ້ຄຳປຶກສາຂໍວີຂ່າອາເມລິກາ(ເຂົ້າມາອ່ານກ່ອນຮັບຮອງບໍ່ຜິດຫວັງ)

໗ ກະທູ້
໙໗ ໂພສ
ນັກການກະທູ້
(ຂໍອານຸຍາດຕັ້ງ 4 ຫ້ອງເດີ ຂໍຫ້ອງ ຄົນໄກບ້ານ-ລົມໄປເລື້ອຍ-ການທ່ອງທ່ຽວ-ຕະຫຼາດພັນລາວ ຂໍໂທດທີ່ລົບກວນ)

ສະບາຍດີສະມາຊິກພັນລາວທຸກຄົນ ບໍ່ໄດ້ເຂົ້າມາຕັ້ງດົນ ຈົນເກືອບລືມລະຫັດຜ່ານໄປແລ້ວ ກົດເຂົ້າ2ເທື່ອງແຕ່ລະບົບຟ້ອງວ່າລະຫັດຫລືຊື່ຜິດ (ເກົາຫົວຍັອກໆສອງ-ສາມເທື່ອ) ຕາຍລະລະຫັດອິຫຍັງແລ້ວນີ່ ຄິດຢູ່ບຶດໜຶ່ງກໍເລີຍກົດປັ໊ບໄປທີ່ລືມລະຫັດຜ່ານ ຈາກນັ້ນໃສ່ອີເມວຮຽບຮ້ອຍກົດສົ່ງ ແວ໊ບ ລະລົບແຈ້ງໃຫ້ເຂົ້າໄປກວດເບິ່ງອີເມວ ພໍເປີດເມວປຸ໊ບ ເຫັນລິ້ງທີ່ພັນລາວສົ່ງໃຫ້ກໍ່ກົດເຂົ້າເປັນຈັດການປ່ຽນລະຫັດໃໝ່ໄປເລີຍ ຈາກນັ້ນກົດ ໂອເຄ ແລ້ວກໍ່ມາລອງເຂົ້າໃໝ່ ພໍພິມອີເມວ ຕອັກແຕັກ ອີເມວເກົ່າຂຶ້ນມາ ເວນລະທີ່ມັນເຂົ້າບໍໄດ້ເມື່ອກີ້ ພິມຄຳວ່າ hotmail ຜິດ ດັນໄປພິມເປັນ hitmail ມືນີ້ກໍ່ກົດໄວເກີນ :)

ເຂົ້າເລື່ອງເລີຍແລ້ວກັນ

ອາເມລິກາດິນແດນໃນຝັນຂອງຫລາຍໆຄົນທີ່ຢາກໄປເຫັນກັບຕາຕົວເອງຈັກເທື່ອໜຶ່ງ ແຕ່ຫລາຍໆຄົນກໍ່ຕ້ອງຜິດຫວັງເພາະວ່າຂໍວີຊ່າບໍ່ຜ່ານ ດ້ວຍປະສົບການທີ່ມີ ແລະການເດີນທາງໄປອາເມລິກາທີ່ມີມາຫລາຍປີ ຂ້າພະເຈົ້າຈຶ່ງຢາກຊ່ວຍເຫລືອແລະຊ່ວຍເຕີມຄວາມຝັນຂອງທ່ານໃຫ້ເປັນຈິງ

ຂ້າພະເຈົ້າຈຶ່ງໄດ້ຮັບເປັນທີ່ປຶກສາໃຫ້ກັບບັນດາທ່ານທີ່ຕ້ອງການຂໍວີຂ່າໄປອາເມລິກາ ແຕ່ບໍ່ຮູ້ວ່າຈະເຮັດຈັ່ງໃດເພື່ອໃຫ້ໄດ້ວີຊ່າຕາມທີ່ຕ້ອງການ ດ້ວຍການ ບໍລິການໃຫ້ຄຳປຶກສາແລ່ນຂໍວີຊ່າອາເມລິກາ ດ້ວຍປະສົບການແລະຄວາມຊຳນານທີ່ສູງ ໂດຍບໍ່ມີຄ່າມັດຈຳໃດໆທັ້ງສິ້ນ

ສົນໃຈຄິດຕໍ່ 030 2808113


ນິວຍອກ ມະຫານະຄອນທີ່ບໍເຄີຍຫລັບໄຫລ ມະຫານະຄອນອັນດັບໜຶ່ງຂອງໂລກ
ສັນຍາລັກນິວຍອກ


ນິວຍອກ ມະຫານະຄອນທີ່ບໍເຄີຍຫລັບໄຫລ ແລະຢູ່ໃນໃຈຂອງຫລາຍໆຄົນ



ຊານຟານຊິສໂກ ເມືອງທີ່ແສນອົບອຸ່ນຕະຫລອດທັງປີ
ສັນຍາລັກເມືອງ San Francisco

Down Town ເມືອງ San Francisco ສ້າງຢູ່ເທິງພູດີດີນີ້ເອງ

ເມືອງ San Francisco ເມືອງໃນຝັນຂອງຫລາຍໆຄົນ


ສົນໃຈຕິດຕໍ່ຕາມເບີທີ່ໃຫ້ໄວ້ ຮັບຮອງທ່ານຈະບໍ່ຜິດຫວັງ ມີພີ່ນ້ອງໝູ່ຄູ່ທີ່ສົນໃຈ ແຕ່ບໍ່ຮູ້ຈະເຮັດຈັ່ງໃດແນະນຳມາໄດ້ເລີຍ
ໝາຍເຫດ: ຂ້າພະເຈົ້າບໍ່ແມ່ນນາຍໜ້າ ບໍຮັບວຽກຜ່ານຄົນອື່ນ ບໍ່ມີທີມງານ ບໍ່ກ່ຽວຂ້ອງກັບບໍລິສັດທ່ອງທ່ຽວຕ່າງໆ ເຮັດວຽກຄົນດຽວດ້ວຍປະສົບການທີ່ສູງ ແລະເຊື່ອຖືໄດ້.

ຜ່ານມາເຄີຍແລ່ນໃຫ້ສະເພາະຄົນໃກ້ຊິດກັນ ແຕ່ທຸກເທື່ອທີ່ໄປເຫັນມີຫລາຍໆຄົນມີຄວາມຫວັງຢາກໄປ ແຕ່ຂໍວີຊ່າບໍ່ໄດ້ ເພາະເຊື່ອນາຍໜ້າທີ່ອ້າງຕົວວ່າແລ່ນໄດ້ ສຸດທ້າຍກໍ່ບໍ່ໄດ້ ຂ້າພະເຈົ້າເລີຍຄິດວ່າ ຖ້າພວກທ່ານມີຄວາມຕັ້ງໃຈ ຂ້າພະເຈົ້າກໍ່ພ້ອມທີ່ຈະຊ່ວຍເຫລືອ.


ສຸດທ້າຍຂໍຝາກກະທູ້ເບີງາມໄວ້ອີກ1ກະທູ້ :)
.ກະທູ້ຂາຍເບີງາມ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີເລີຍແມ່ຂອງ ຂພຈ ຢາກໄປສຸດໆທ່ານຊວ່ຍໄດ້ບໍ


໑໑ ກະທູ້
໒໓໐ ໂພສ
ນັກການກະທູ້
ຂໍອັນໃດເກາະ? ວີຊາ ຫລື ວີຂ່າ ?


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
thank

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາ​ສາ​ອັງ​ກິດ ແບບ​ເຮົາ ຄື​ຊິ​ຍັງ​ອີກ​ຫລາຍ ສິບ​ປີ ພຸ້ນ​ລະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເດເນາະອາເມລິກາ