ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » ຂໍອະນຸຍາດ ປະກາດຫາເພື່ອນທີ່ສົນໃຈມາຮ່ວມງານນຳກັນ.

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ປະກາດຫາໝູ່ມາເຮັດວຽກນຳກັນ ເຮັດອັບເດດຂ່າວສານເວັບໄຊ.
ເນື່ອງຈາກ ເວັບໄຊທີ່ຈະສ້າງ ຈະມີການອັບເດດຂ່າວສານຢ່າງຕໍ່ເນື່ອງ ປະສົງໃຫ້ເປັນເວັບທີ່ອັບເດດທີ່ສຸດກໍ່ວ່າໄດ້
ຈຶ່ງຕ້ອງການເພື່ອນ ປະມານ5ຄົນ ເພື່ອມາຊ່ວຍກັນ ອັບເດດຂໍ້ມູນຂ່າວສານຕ່າງໆ ເຊັ່ນລຸ່ມນີ້: ຂ່າວກິລາ
ຂ່າວບັນເທີງ, ເພງ, ລະຄອນ, ໜັງກຽມເຂົ້າສາຍ, ຂ່າວ IT, ເກມ, ອັດຕາແລກປ່ຽນເງິນຕາ, ລາຄາຄຳ, ລາຄານ້ຳມັນ, ຫວຍອອກ
ທຳມະປະຈຳວັນ, ວັນສຳຄັນທາງພຸດທະສາດສະໜາ, ປຣັຊຍາແລະຄຳສອນຂອງພະພຸດທະເຈົ້າ, ຂ່າວເສດຖະກິດ
ສັງຄົມ ວັດທະນະທຳ ສະຖານທີ່ທ່ອງທ່ຽວ, ດູດວງ ເບິ່ງໂຊກຊະຕາ, ແຟຊັນ ເຄື່ອງນຸ່ງຫົ່ມ ອາຫານເພື່ອສຸຂະພາບ ແລະ ອື່ນໆ...

ເງິນເດືອນເລີ່ມຕົ້ນ 2,000,000 ກີບ ເຖິງ 3,000,000ກີບ.
ເຮັດວຽກ 10 ຊົ່ວໂມງຕໍ່ມື້.
ເຂົ້າສານ ອາຫານ ເຄື່ອງດື່ມ ມີໃຫ້ ເຮັດກິນນຳກັນ(ໂດຍບໍ່ຕ້ອງຊື້).
ທີ່ພັກມີໃຫ້ ສະດວກສະບາຍບໍ່ຕ້ອງເຊົ່າ.
ອາທິດຫນຶ່ງພັກ 1 ມື້.

ຄຸນສົມບັດເພື່ອນຮ່ວມງານທີ່ຕ້ອງມີແມ່ນ:
ຫລິ້ນຄອມເປັນ ຫລິ້ນອິນເຕີເນັດເປັນ
ອ່ານໄທ ແປໄທມາເປັນລາວໄດ້(ຂໍ້ມູນຄວາມຮູ້ບາງຢ່າງອາດຊອກຫາເອົາຕາມເວັບໄທ)
ຄວາມຮູ້ດ້ານພາສາອັງກິດໄປວັດໄດ້ ຫລື ດີກວ່າຫັ້ນກະແຮ່ງດີ.
ພາສາລາວບໍ່ຂາດຕົກບົກຜ່ອງ(ເພາະເຮົາເນັ້ນຄວາມເປັນລາວ ຂຽນໃຫ້ຄົນລາວອ່ານນັ້ນເອງເນາະ). ທໍ່ນີ້ແຫລະທີ່ຕ້ອງການ!!!
ຕ້ອງການຍິງ 3 ຄົນ ຊາຍ 2 ຄົນ
ລາຍລະອຽດອື່ນໆນອກເໜືອຈາກຂ້າງເທິງ ເຊີນຫລັງໄມ.







໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າສົນໃຈດີຢູ່ ແຕ່ຂ້ອຍຢາກເຮັດອອນລາຍເປັນບົດ ຫຼື ຫຍັງກໍແລ້ວແຕ່ກຳນົດໃຫ້ ເພາະຂ້ອຍຕ້ອງໄປນັ້ນນີ້ ທັງໄປຮຽນ ໄປການ-ວຽກເພີ່ມ... ແຕ່ສ່ວນຫຼາຍກໍຫວ່າງຈັບຄອມຫຼື ໂທລະສັບມາອັບເດດໄດ້ຢູ່ ແຕ່ຊິໃຫ້ຂ້ອຍໄປນັ່ງປະຈຳການມື້ລະ10 ຊົ່ວໂມງຄືຊິຍາກ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຊິເຮັດເວັບບອດຫວາ

M99NOY

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ຊິເຮັດເວັບບອດຫວາ


ເພິ່ນຊິສ້າງເວບ ຕ້ອງການພະນັກງານອັບເດດຂໍ້ມູນຕິບໍ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ຊິເຮັດເວັບບອດຫວາ


ເພິ່ນຊິສ້າງເວບ ຕ້ອງການພະນັກງານອັບເດດຂໍ້ມູນຕິບໍ


ແມ່ນແລ້ວສາວພາຄົນຫນ້າໃສ. ຄົນສ້າງເວັບເຂົາກຳລັງສ້າງຢູ່, ທີ່ຕ້ອງການກໍ່ແມ່ນຄົນທີ່ຈະມາອັບເດດຂ່າວສານ ຂໍ້ມູນໃຫມ່ໆຂຶ້ນຫນ້າເວັບດັ່ງກ່າວນັ້ນເອງ.


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍສົນໃຈເຂົ້າຮ່ວມນຳເດີ ແຕ່ວ່າຂ້ອຍຂໍເຮັດວຽກແບບອອນລາຍໄດ້ບໍ່ເພາະວ່າຂ້ອຍເຮັດວຽກຢູ່ຕ່າງແຂວງ
ຂ້ອຍອາດຈະຊອກຂໍມູນແລ້ວສົ່ງໄປໃຫ້ເຈົ້າອັບຂຶ້ນເວັບ ຫຼືຈະໃຫ້ຂ້ອຍອັບຂຶ້ນເວັບເອງເລີຍກໍ່ໄດ້ ແນວໃດທີ່ຄິດວ່າເໝາະສົມ ຫຼືສະດວກ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຂ້ອຍສົນໃຈເຂົ້າຮ່ວມນຳເດີ ແຕ່ວ່າຂ້ອຍຂໍເຮັດວຽກແບບອອນລາຍໄດ້ບໍ່ເພາະວ່າຂ້ອຍເຮັດວຽກຢູ່ຕ່າງແຂວງ
ຂ້ອຍອາດຈະຊອກຂໍມູນແລ້ວສົ່ງໄປໃຫ້ເຈົ້າອັບຂຶ້ນເວັບ ຫຼືຈະໃຫ້ຂ້ອຍອັບຂຶ້ນເວັບເອງເລີຍກໍ່ໄດ້ ແນວໃດທີ່ຄິດວ່າເໝາະສົມ ຫຼືສະດວກ


ກ່ອນອື່ນຂໍຂອບໃຈ kaopai ທີ່ສົນໃຈເນາະ
ມັນຟັງເບິ່ງແລ້ວກະຄືຊິດີ ຂ້ອຍກະຍັງຄິດແນວນັ້ນເຊັ່ນກັນ ແຕ່ໃນທາງປະຕິບັດ ຫາກ 5-6ຄົນ ເຮັດວຽກຢູ່ຄົນລະບ່ອນກໍ່ຈະເກີດຊ່ອງຫວ່າງ
ໃນການສື່ສານກັນ ຍາກທີ່ຈະເຮັດໃຫ້ຫນ້າວຽກທີ່ອອກມາມີປະສິດທິພາບ (ຂ່າວສານບໍ່ທັນກັບເຫດການ) ເພາະກໍ່ບ່ຮູ້ວ່າ
ບັນດາສະມາຊິກໃນທີມງານເຮົາມາເຮັດວຽກກັນຫລືບໍ່ ຫລືວ່າສະມາຊິກໃນທີມງານອາດຈະກຳລັງຖືກແຊກແຊງລົບກວນຢ່າງຫນັກໜ່ວງ
ຈາກສະພາບແວດລ້ອມໃນຂະໜະປະຕິບັດໜ້າທີ່ຢູ່ນັ້ນ ຈື່ງເປັນເລື່ອງຍາກຕໍ່ການບໍລິຫານ ຕິດຕາມຫນ້າວຽກໃຫ້ອອກມາຢ່າງມີປະສິດທິຜົນ.
ສະນັ້ນການເຮັດວຽກໃນອອຟຟິສຈຶ່ງເປັນທາງອອກທີ່ສົມຄວນແລ້ວເດ໋.


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Thim ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຂ້ອຍສົນໃຈເຂົ້າຮ່ວມນຳເດີ ແຕ່ວ່າຂ້ອຍຂໍເຮັດວຽກແບບອອນລາຍໄດ້ບໍ່ເພາະວ່າຂ້ອຍເຮັດວຽກຢູ່ຕ່າງແຂວງ
ຂ້ອຍອາດຈະຊອກຂໍມູນແລ້ວສົ່ງໄປໃຫ້ເຈົ້າອັບຂຶ້ນເວັບ ຫຼືຈະໃຫ້ຂ້ອຍອັບຂຶ້ນເວັບເອງເລີຍກໍ່ໄດ້ ແນວໃດທີ່ຄິດວ່າເໝາະສົມ ຫຼືສະດວກ


ກ່ອນອື່ນຂໍຂອບໃຈ kaopai ທີ່ສົນໃຈເນາະ
ມັນຟັງເບິ່ງແລ້ວກະຄືຊິດີ ຂ້ອຍກະຍັງຄິດແນວນັ້ນເຊັ່ນກັນ ແຕ່ໃນທາງປະຕິບັດ ຫາກ 5-6ຄົນ ເຮັດວຽກຢູ່ຄົນລະບ່ອນກໍ່ຈະເກີດຊ່ອງຫວ່າງ
ໃນການສື່ສານກັນ ຍາກທີ່ຈະເຮັດໃຫ້ຫນ້າວຽກທີ່ອອກມາມີປະສິດທິພາບ (ຂ່າວສານບໍ່ທັນກັບເຫດການ) ເພາະກໍ່ບ່ຮູ້ວ່າ
ບັນດາສະມາຊິກໃນທີມງານເຮົາມາເຮັດວຽກກັນຫລືບໍ່ ຫລືວ່າສະມາຊິກໃນທີມງານອາດຈະກຳລັງຖືກແຊກແຊງລົບກວນຢ່າງຫນັກໜ່ວງ
ຈາກສະພາບແວດລ້ອມໃນຂະໜະປະຕິບັດໜ້າທີ່ຢູ່ນັ້ນ
ຈື່ງເປັນເລື່ອງຍາກຕໍ່ການບໍລິຫານ ຕິດຕາມຫນ້າວຽກໃຫ້ອອກມາຢ່າງມີປະສິດທິຜົນ.
ສະນັ້ນການເຮັດວຽກໃນອອຟຟິສຈຶ່ງເປັນທາງອອກທີ່ສົມຄວນແລ້ວເດ໋.


ປານນັ້ນພຸ້ນບໍ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮັບປະກັນແນວໃດວ່າໝັ້ນຄົງ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ໄຜວ່າງວຽກກໍ່ລອງເບິ່ງ ແຕ່ຖ້າມີໃຫ້ເຮັດແບບPart Timeຄຶສິດີຍູ້ ສຳຫຼັບຜູ້ມີວຽກເຮັດປະຈຳແລ້ວ


໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຫນ້າສົນໃຈດີຄັນບໍ່ມີວຽກນິຄືສິເປັນຕາເຮັດ


໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ນາສົນໃຈ

ຮ່າກວ່າທຸກເທື່ອ