ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ຕະຫຼາດພັນລາວ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ຕະຫຼາດພັນລາວ » MacinLao ແລະ iCenter Vientiane

໖ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ສະບາຍດີ ທຸກທ່ານ
ຂໍອະນຸຍາດເວັບມາສເຕີ ຂໍນຳເອົາຂ່າວມາບອກ

MacinLao ແລະ iCenter Vientiane

ຕ້ອງການຮັບສະມັກ ພະນັກງານຂາຍ ແລະ ຊ່າງດ້ານເຕັກນິກ (Apple technical Support) ຫຼາຍຕຳແນ່ງ
ໂດຍມີຄຸນສົມບັດມີດັ່ງນີ້:

ພະນັກງານ ຂາຍ:
- ຍິງ ແລະ ຊາຍ ອາຍຸ 19-28ປີ
- ຈົບ ມໍ 6 ຂື້້ນໄປ
- ມີບຸກຂະລິກກະພາບທີ່ດີ ມີໃຈຮັກດ້ານບໍລິການ
- ມີຄວາມສົນໃຈດ້ານພະລິດຕະພັນ Apple ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃຫມ່
- ຫາກມີພື້ຖານດ້ານ Apple, IT solution ຈະພິຈາລະນາເປັນພິເສດ
- ສາມາດຊື່ສານພາສາອັງກິດໄດ້ຈະພິຈາລະນາເປັນພິເສດ
- ຫາກມີປະສົບການດ້ານການຂາຍ ຈະພິຈາລະນາເປັນພິເສດ

ຊ່າງເຕັກນິກ:
- ຊາຍ ອາຍຸ 20-28ປີ
- ຈົບ ຊັ້ນສູງ ຂື້້ນໄປ
- ມີບຸກຂະລິກກະພາບທີ່ດີ ມີໃຈຮັກດ້ານບໍລິການ
- ມີຄວາມສົນໃຈດ້ານພະລິດຕະພັນ Apple ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃຫມ່
- ສາມາດສ້ອມແປງ ແລະແກ້ໄຂປັນຫາ ຂອງອຸປະກອນຄອມພິເຕີໄດ້
- ຫາກມີພື້ຖານດ້ານ Apple, IT solution ຈະພິຈາລະນາເປັນພິເສດ
- ສາມາດຊື່ສານພາສາອັງກິດໄດ້ຈະພິຈາລະນາເປັນພິເສດ
( ຜູ້ທີ່ມາສະມັກ ແລະໄດ້ຮັບເລືອກຈະໄດ້ມີສິຜຶກອົບຮົມ ພ້ອມທັງໄດ້ເດີນທາງໄປຕ່າງປະເທດເພື່ອສອບເສັງຮັບໃບປະກາດຈາກ Apple )

ວິທີ່ການສະມັກ
ເຂົ້າມາສະມັກດ້ວຍຕົວເອງ ແລະໂທຣສອບຖາມໄດ້ທີ່ 020 7709642 ຕິດຕໍ່ ບຸນນະຜົນ
ຂໍມຸນເພີ່ມເຕີມ www.macinlao.com

ຫວັງວ່າທຸກຄົນຄົງສົນໃຈ ແລະ ມາຮ່ວມກັນເປັນສ່ວນຫນື່ງຂອງພວກເຮົາ
ຊ່ວຍກັນສ້າງຮ້ານເຮົາໃຫ້ເປັນຮ້ານທີ່ດີທີ່ສຸດ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ສົນໃຈນະ ແຕ່ບໍ່ຈົບ ມ 6 ຊິເຮັດແນວໃດດີທ່ານຜົນ ອິອິ


໖ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ຫາຫາ ຄັນທ່ານນິນສົນໃຈ ບໍ່ຈຳເປັນ ດອກ ຫາຫາ ທ່ານນິນມີຍີ່ຫໍ້ພັນລາວ ຢູ່


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍຂພຈຍັງບໍຮອດ19ຊ້ຳບໍ່ຊັ້ນນິຊິໄປສະໝັກແລ້ວ

ຄົນຄິດຮອດບ້ານ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ອືມມມ ສົນໃຈຢູ່ໃດ ບ້ານກະຢູ່ໃກ້ອີກ ໄປມາງ່າຍ
ແຕ່ເສຍດາຍຈັກຈະຜ່ານບໍ່ ບຸນິນະ


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໖ ກະທູ້
໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PiZzA ຂຽນວ່າ...
ອືມມມ ສົນໃຈຢູ່ໃດ ບ້ານກະຢູ່ໃກ້ອີກ ໄປມາງ່າຍ
ແຕ່ເສຍດາຍຈັກຈະຜ່ານບໍ່ ບຸນິນະ



ເຮົາມາຫາໂຫລດ ^^


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຄົນໄທຍ ຫນອງຄາຍ ເພິ່ນເອົາບໍ່


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າຍຜົນສົນໃຈ ພະນັກງານຈີບສາວຫນ້າຮ້ານບໍ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ດຽວນີ້ກະຍັງຮັບພະນັກງານຢູ່ຫວາ ???
ພໍດີຈົບການຕະຫຼາດມາຍັງບໍ່ມີວຽກເຮັດ.....ມີຄວາມສົນໃຈດ້ານຜະລິດຕະພັນຂອງ Apple ຫຼາຍ..ຖ້າມີບ່ອນສອນເລື່ອງທີກ່ຽວກັບ Apple ກະຢາກຮຽນຢູ່ເພາະຂ້ອຍເອງກະໄຊ້ Macbook ແລະກະຢາກໄຊ້ໄຫ້ເປັນຫຼາຍຂື້ນ....

ແຕ່ມັນຄາຢູ່ຢ່າງໜື່ງ ຂ້ອຍບໍ່ໄດ້ພາສາອັງກິດ ຊ່ວຍຜິດຈາລະນາແນ່

ບໍ່ຫຼໍ່ ບໍ່ລວຍ ແຕ່ຂີ່ Vespa