ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ເລີ່ມເຫັນຄ່າໃນເວລາທີ່ເສີຍຊາ.

໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ແຕ່ກ່ອນຂ້ອຍຈະເປັນຄົນທີ່ຕ້ອງໄດ້ຍອມ ແລະ ງໍ້ແຟນຢູ່ຕະຫລອດບໍ່ວ່າຂ້ອຍຈະເຮັດຖືກທຸກຢ່າງແຕ່ຂ້ອຍກໍ່ຕ້ອງເປັນຄົນຜິດສະເຫມີ
ຂ້ອຍຍອມລາວທຸກຢ່າງເພືອທີ່ບໍ່ຢາກໃຫ້ຜິດໃຈລາວແຕ່ການທີ່ຍອມລາວຕະຫລອດນັ້ນນັບມື້ລາວນັບໄດ້ໃຈແລະຂ້ອຍເອງກໍ່ນັບມື້ນັບທໍ້ກັບຄວາມຮັກ.
ຈົນ2ມື້ມານີ້ຂ້ອຍເລີ່ມລອງເຮັດໂຕບໍ່ເປັນຫ່ວງລາວ, ບໍ່ຫວງລາວເວລາລາວຈະໄປໃສຂ້ອຍກໍ່ຍອມໃຫ້ລາວໄປໂດຍທີ່ບໍ່ຫ້າມລາວຄືເມື່ອກ່ອນ, ແລະຂ້ອຍກໍ່ຝືນຄວາມຮູ້ສຶກໂຕເອງທີ່ຈະບໍ່ໂທຫາລາວທັ້ງທີ່ຄິດຮອດ ແລະ ຢາກໄດ້ຍິນສຽງໃຈຈະຂາດ.
ແລ້ວໃນຄືນນັ້ນລາວກໍ່ໂທມາຫາຂ້ອຍດ້ວຍນໍາສຽງທີ່ບໍ່ພໍໃຈ…
ແຕ່ຂ້ອຍກໍ່ບອກລາວວ່າວຽກຫລາຍຂໍນອນກ່ອນ.
ລາວກໍ່ວາງໂທລະສັບໄປເລີຍ ທັງທີ່ແຕ່ລະເທື່ອຂ້ອຍຕ້ອງໃຊ້ຄຳວ່າ "ຂໍໂທດ"ຕະຫລອດຖ້າລາວບໍ່ພໍໃຈຫຍັງ ແລະ ຂ້ອຍ ກໍ່ຈະບອກຮັກບອກຄິດຮອດລາວຢູ່ຕະຫລອດເວລາທີ່ລົມກັນແຕ່ມື້ນີ້ຕ່າງຈາກແຕ່ລະມື້, ຂ່ອຍເຮັດຄືບໍ່ຢາກລົມກັບລາວ
"ທັ້ງທີ່ໃຈຢາກລົມຕໍ່" ຮາໆ…
ເຊົ້າຕໍ່ມາລາວສົ່ງຂໍ້ຄວາມຫາຂ້ອຍທັ້ງທີ່ລາວບໍ່ເຄີຍສົ່ງຫາຂ້ອຍກ່ອນຈັກເທື່ອ, ຂ້ອຍກໍ່ລອງບໍ່ຕອບລາວຄືຕອນທີ່ຂ້ອຍສົ່ງໄປລາວກໍ່ບໍ່ຄ່ອຍທີ່ຈະຕອບຂ້ອຍ.
ໃນຕອນນັ້ນຫວັງວ່າລາວຄົງຈະເລີ່ມຮູ້ແລ້ວວ່າແຕ່ລະເທື່ຶອທີ່ລາວເຮັດກັບຂ້ອຍແບບນີ້, ຄວາມຮູ້ສຶກມັນເປັນຈັ່ງໃດ. ແລະແລ້ວມື້ນັ້ນຫມົດມື້ຂ້ອຍກັບລາວກໍ່ມິດໄປເລີຍແຕ່ຮູ້ບໍ່ໃນຂະນະທີ່ຂ້ອຍກຳລັງຈະນອນ ລາວໄດ້ໂທເຂົ້າມາຫາຂ້ອຍ… ແລ້ວລາວກໍ່ຮ້ອງໃຫ້ ແລະ ຖາມຂ້ອຍວ່າ " ໄປໃສມາຫມົດມື້… ຮູ້ບໍ່ວ່າຄິດຮອດ "
^_^ມື້ວານນີ້ເປັນມື້ທີ່ຂ້ອຍມີຄວາມສຸກທີ່ສຸດໃນຊີວິດ. ທີ່ຮູ້ວ່າແຟນຂ້ອຍກໍ່ຮັກຂ້ອຍຄືກັນ.
" ຮັກແຟນເດີ້ " ^_^


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄອງຮັກຍາວໆເດີຂໍໃຫ້ສົມຫວັງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ຄອງຮັກຍາວໆເດີຂໍໃຫ້ສົມຫວັງ


ຂອບໃຈຫລາຍໆອ້າຍ. ^_^


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳເດີ .... ແລະ ດີໃຈນຳທີ່ແຟນໂທຫາ..
ກະນັ້ນລະບໍຈື່ງວ່າຮັກກັນນະ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຢ່າເອົາໃຈເຂົາຫຼາຍແລ ເພາະເມື່ອເຂົາຖືກເອົາໃຈຫຼາຍໆເຂົາຈະເຫັນເປັນເລື່ອງປົກກະຕິ
ແລະບໍ່ເຫັນວ່າມັນສຳຄັນ ປະໃຫ້ລາວໂທຫາເຈົ້າແນ່ແລ
ຈັ່ງໃດກໍ່ຂໍສະແດງຄວາມຍິນດີນຳເດີ້

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ດີໃຈນຳເດີ .... ແລະ ດີໃຈນຳທີ່ແຟນໂທຫາ..
ກະນັ້ນລະບໍຈື່ງວ່າຮັກກັນນະ.

ຂອບໃຈເດີ້ ^_^


໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ກະຢ່າເອົາໃຈເຂົາຫຼາຍແລ ເພາະເມື່ອເຂົາຖືກເອົາໃຈຫຼາຍໆເຂົາຈະເຫັນເປັນເລື່ອງປົກກະຕິ
ແລະບໍ່ເຫັນວ່າມັນສຳຄັນ ປະໃຫ້ລາວໂທຫາເຈົ້າແນ່ແລ
ຈັ່ງໃດກໍ່ຂໍສະແດງຄວາມຍິນດີນຳເດີ້



^_^ໂດຍ. ຂອບໃຈເດີ້!


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫຼາຍ ບໍ່ອ່ານ ຮາໆໆໆໆ


໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ One2 ຂຽນວ່າ...
ຍາວຫຼາຍ ບໍ່ອ່ານ ຮາໆໆໆໆ


ມື້ຫນາສິພີມສັ້ນໆໃຫ້ອ່ານ້ເດີ້^_^"


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເຫີໆ ບາດຖືກນາງທີ່ໃຈແຂງແນ່ ແລ້ວໄປຫາຜູ້ໃຫມ່ເລີຍລະຊວຍພໍດີ
ແຕ່ນີ້ສະແດງວ່າລາວກໍ່ຮັກເຈົ້າ ແຕ່ຫລົງລືມບາງເລື່ອງໄປ

ຍິນດີນຳ ແລະ ຮັກສາໄວ້ດີໆເດີ


໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ເຫີໆ ບາດຖືກນາງທີ່ໃຈແຂງແນ່ ແລ້ວໄປຫາຜູ້ໃຫມ່ເລີຍລະຊວຍພໍດີ
ແຕ່ນີ້ສະແດງວ່າລາວກໍ່ຮັກເຈົ້າ ແຕ່ຫລົງລືມບາງເລື່ອງໄປ

ຍິນດີນຳ ແລະ ຮັກສາໄວ້ດີໆເດີ



ໂອ້ແມ່ນຫວາ, ຈັງໃດກໍ່ຂອບໃຈເດີ້.


໕໒ ກະທູ້
໗໒ ໂພສ
ນັກການກະທູ້
ແມ່ນແລ້ວ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແນ່ເດີ ເພາະການເສີຍຊາເກີນໄປອາດເຮັດໃຫ້ຄົນທີ່ເຮົາຮັກຄວາມລະແວງ ບໍ່ເຊື່ອໃຈເຮົາຫຼືອາດເປັນເຫດຜົນ ທີ່ເຮັດໃຫ້ມີຄຳວ່າກິ໋ກເກີດຂື້ນໄດ້ໃນກໍລະນີນີ້.... ຜູ້ຍິງສ່ວນຫຼາຍມັກຢາກໄດ້ຍີນຄຳວ່າຮັກຈາກປາກຂອງຄົນທີ່ຕົນເອງຮັກສະເໝີ ຢາກໃຫ້ຄົນຮັກໃສ່ໃຈ ຫ່ວງໃຍ ດູແລ ເທັກແຄຕະຫຼອດໄດ໋ ຄືທີ່ວ່າຫັ້ນລະຄວາມຮັກມັກອະທິບາຍຍາກແລະກະສັບສົນ...

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໘ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ບໍ່ແນ່ເດີ ເພາະການເສີຍຊາເກີນໄປອາດເຮັດໃຫ້ຄົນທີ່ເຮົາຮັກຄວາມລະແວງ ບໍ່ເຊື່ອໃຈເຮົາຫຼືອາດເປັນເຫດຜົນ ທີ່ເຮັດໃຫ້ມີຄຳວ່າກິ໋ກເກີດຂື້ນໄດ້ໃນກໍລະນີນີ້.... ຜູ້ຍິງສ່ວນຫຼາຍມັກຢາກໄດ້ຍີນຄຳວ່າຮັກຈາກປາກຂອງຄົນທີ່ຕົນເອງຮັກສະເໝີ ຢາກໃຫ້ຄົນຮັກໃສ່ໃຈ ຫ່ວງໃຍ ດູແລ ເທັກແຄຕະຫຼອດໄດ໋ ຄືທີ່ວ່າຫັ້ນລະຄວາມຮັກມັກອະທິບາຍຍາກແລະກະສັບສົນ...


ຂອບໃຈເດີ້ແຕ່ນີ໊ປັນການລອງໃຈແຟນຂ້ອຍຊື່ໆຢາກຮູ້ວ່າລາວຈະຮັກຂ້ອຍຫລາຍຄືກັບຂ້ອຍຮັກລາວຫລືບໍ່.
ແຕ່ຕອນນີ້ຂ້ອຍຮູ້ແລ້ວວ່າລາວຮັກຂ້ອຍ.
ຈັ່ງໃດຂ້ອຍກະເປັນຄົນເກົ່າທີ່ຄ່ອຍໃສ່ໃຈລາວຕະຫລອດໄປຫັນລະ.


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ບໍ່ແນ່ເດີ ເພາະການເສີຍຊາເກີນໄປອາດເຮັດໃຫ້ຄົນທີ່ເຮົາຮັກຄວາມລະແວງ ບໍ່ເຊື່ອໃຈເຮົາຫຼືອາດເປັນເຫດຜົນ ທີ່ເຮັດໃຫ້ມີຄຳວ່າກິ໋ກເກີດຂື້ນໄດ້ໃນກໍລະນີນີ້.... ຜູ້ຍິງສ່ວນຫຼາຍມັກຢາກໄດ້ຍີນຄຳວ່າຮັກຈາກປາກຂອງຄົນທີ່ຕົນເອງຮັກສະເໝີ ຢາກໃຫ້ຄົນຮັກໃສ່ໃຈ ຫ່ວງໃຍ ດູແລ ເທັກແຄຕະຫຼອດໄດ໋ ຄືທີ່ວ່າຫັ້ນລະຄວາມຮັກມັກອະທິບາຍຍາກແລະກະສັບສົນ...



໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໃຈນຳ :)

I believe in the IMPOSSIBLE

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະວັງແຟນນອກໃຈເດີ!