ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ຜີແມ່ນຫຍັງ?

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຢາກຖາມເພື່ອນໆພັນລາວແດ່ວ່າຜີແມ່ນຫຍັງ?
ເປັນລັກສະນະແນວໃດ?
ໃຜເຄີຍເຫັນແດ່?
ລອງເລົ່າປະສົບການທີ່ຕົນເຄີຍພົບເຫັນຫລືຈາກຄົນອື່ນເວົ້າຕໍ່ໆກັນມາກໍ່ໄດ້ໃຫ້ຝັງແດ່ວ່າເປັນແນວໃດ?!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜີແມ່ນຄວາມຢ້ານກົວ ທີ່ຄົນເຮົາຈິນຕະນາການຂຶ້ນມາໃຫ້ເປັນຕົວຕົນເຊິ່ງຫາຍາກໃນຄວາມເປັນຈິງ ຖ້າບໍ່ແຕ່ງຕົວປອມເອົາ
ຜີຢູ່ໃນຈິນຕະນາການຂອງທຸກໆຄົນ ມັນຈະມາຍາມເຮົາຢ້ານທີ່ສຸດ ມັນຈະນຳໄປທຸກບ່ອນຕາມທີ່ເຮົາຢາກໃຫ້ໄປ ແຕ່ຄວາມຈິງ ມັນກໍ່ຢູ່ກັບເຮົາທຸກບ່ອນ ເຊັ່ນວ່າ: ຜີຂວັນ ຮາໆໆໆ


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແບບນັ້ນຫວາ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ແບບນັ້ນຫວາ!


ແມ່ນຕິເບາະ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜີຫລອກບໍ່ທໍ່ຄົນຫລອກ ຮ່າໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ຜີຫລອກບໍ່ທໍ່ຄົນຫລອກ ຮ່າໆໆ



໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ຜີ = ຄົນຄິດເອົາເອງ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜີກະແມ່ນຜີຫັ້ນລະຈ່າ ບໍ່ເຄີຍເຫັນ ອິອິ

ຮັກນ້ອງຕອນເມົາ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ຢາກຖາມເພື່ອນໆພັນລາວແດ່ວ່າຜີແມ່ນຫຍັງ?
ເປັນລັກສະນະແນວໃດ?
ໃຜເຄີຍເຫັນແດ່?
ລອງເລົ່າປະສົບການທີ່ຕົນເຄີຍພົບເຫັນຫລືຈາກຄົນອື່ນເວົ້າຕໍ່ໆກັນມາກໍ່ໄດ້ໃຫ້ຝັງແດ່ວ່າເປັນແນວໃດ?!



ແມ່ນຫວາ ....... ຂ້ອຍວ່າຜີແມ່ນປາກົດການ 1 ຂອງຄົນທີ່ຕາຍແລ້ວບໍ່ມີຄວາມສຸກ ຍັງມີແນວຂ້ອງຄາໃຈ ໃດ 1
ຈຶ່ງກາຍເປັນວິນຍານທີ່ຍູ່ໃນອີກມິຕິ 1 ເຊິ່ງຄົນທຳມະດາເບິ່ງບໍ່ເຫັນ ນອກຈາກຜູ້ທີ່ມີຄວາມຮູ້ສືກພິເສດ
ຄັນໃຜວ່າຜີບໍ່ມີ ກະລອງຍ່າງກາຍປ່າຊ້າເບິ່ງຜູ້ດຽວກາງຄືນ ຂ້ອຍວ່າຫນ້ອຍຄົນຊິກ້າ


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຜີແມ່ນນາມທີ່ມະນຸດຕັ້ງຂຶ້ນໃຫ້ກັບສິ່ງທີ່ເຮັດເປັນຕາຢ້ານ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ dhammarise ຂຽນວ່າ...
ຜີແມ່ນນາມທີ່ມະນຸດຕັ້ງຂຶ້ນໃຫ້ກັບສິ່ງທີ່ເຮັດເປັນຕາຢ້ານ


ຜີເຖົ້າຕາຢ້ານກ່ວາຜີສາວໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gabriel ຂຽນວ່າ...
ຜີກະແມ່ນຜີຫັ້ນລະຈ່າ ບໍ່ເຄີຍເຫັນ ອິອິ


ອຸຍ ຄືປາກແດງແທ້ເກາະ ນະ?


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ 2ຫູ, 2ຕາ,1ດັງ(2ຮູ), 1ປາກ, 2ມື(1ມື5ນິ້ວ), 2ຂາ.......

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ມີ 2ຫູ, 2ຕາ,1ດັງ(2ຮູ), 1ປາກ, 2ມື(1ມື5ນິ້ວ), 2ຂາ.......


ຄັນຊັ້ນຄືຄົນເນາະບໍ່ຢ້ານດອກຊັ້ນນະ!


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ເອົາແບບຫລັກວິທະຍາສາດເລີຍ

ຜີແມ່ນຫຍັງ = ຜັງແມ່ນຫຍີ (ອັນນີ້ຖືກທີ່ສຸດແລ້ວ ຫລື ໃຜວ່າບໍ່ແມ່ນ)

ເຫີ ໆໆໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນສິ່ງທີ່ ພິສູດບໍໄດ້


ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າມັນແນວນີ້


໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ແມ່ນແລ້ວຜີເປັນສິ່ງທີ່ຜິສູດບໍ່ໄດ້


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຜີແມ່ນກະແມ່ນຜີ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຜີແມ່ນເກີດຈາກຈິດສຳນຶກຂອງຄົນເຮົາເອງ
ເມື່ອຈິດຂອງຄົນເຮົາອ່ອນເຮົາກໍ່ຈະຄິດຢ້ານແລ້ວຄວາມຢ້ານນັ້ນກໍ່ຈະພັດທະນາກາຍໄປເປັນຜີ
ສ່ວນວ່າຜີຈະອອກມາໜ້າຕາແບບໃດມັນກາຂື້ນຢູ່ກັບຈິດສຳນຶກຂອງໃຜລາວ
ຖ້າຄົນໃດມີແຕ່ຄວາມຊົ່ວຫຼາຍຜີກໍ່ຈະເປັນຕາຢ້ານ
ແຕ່ຖ້າໃຜໜັ່ນສ້າງແຕ່ຄວາມດີຜີກໍ່ຈະອອກມາໜ້າຮັກ


໑໕ ກະທູ້
໓໗໑ ໂພສ
ຊຳນານການເວັບບອດ
ຜີກະແມ່ນກະໂຕຄົນຫັ້ນແລະ.ເວລາເມົາມາກະກາຍເປັນຜີເດີຊິບອກໃຫ້.


໗ ກະທູ້
໑໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Num1 ຂຽນວ່າ...
ແມ່ນແລ້ວຜີເປັນສິ່ງທີ່ຜິສູດບໍ່ໄດ້



ພິສູດ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ...


໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ຜີ ຖ້າເວົ້າໃນຫຼັກພຸດທະສາສະໜາແລ້ວແມ່ນມີຈິງ ແຕ່່ບໍ່ແມ່ນຈະເຫັນກັນໄດ້ງ່າຍໆ ຜີກໍ່ຄືກາຍລະອຽດ (ເອີ້ນທົ່ວໄປວ່າວິນຍານ) ທີ່ເອີ້ນກາຍລະອຽດເພາະເປັນກາຍທີ່ລະອຽດທີ່ສຸດ ບໍ່ສາມາດເຫັນດ້ວຍຕາເປົ່າ ຫຼື ດ້ວຍກ້ອງຈຸລະທັດໃດໆ ແຕ່ຜີເຮົາສາມາດເຫັນໄດ້ດ້ວຍສະມາທິເທົ່ານັ້ນ ເຮົາຕ້ອງເຮັດໃຈເຮົາໃຫ້ສະຫງົບມີສະມາທິ ລະອຽດບໍ່ໄຂ່ວເຂ ເມື່ອນັ້ນກໍ່ຈະເຫັນເອງ. ອັນໃນທີ່ຈິງແລ້ວເລື່ອງລາວ ຂອງຜີ, ນະຣົກ ສະຫວັນລ້ວນແລ້ວແຕ່ມີຈິງແທ້ໆ ຕ່າງແຕ່ວ່າຄົນເຮົາບໍ່ສາມາດຮັບຮູ້ດ້ວຍສຳຜັດທັງຫ້າຄື ນະຣົກ ເຮົາບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ, ບໍ່ສາມາດຮັບຮູ້ກິ່ນດ້ວຍດັງ, ບໍ່ສາມາດສຳຜັດ ແລະ ຮູ້ສຶກດ້ວຍຜິວໜັງ ແລະ ບໍ່ສາມາດໄດ້ຍິນດ້ວຍຫູ ແຕ່ສາມາດ ຮູ້ເຫັນໄດ້ໃນສະມາທິເດ ເຮົາເຄີຍສົງໄສບໍ່ວ່າ ເປັນຫັຍງເຮົາຈິ່ງບໍ່ເຊື່ອວ່າຜີມີຈິງ ກະເພາະເຮົາບໍ່ສາມາດເຫັນດ້ວຍຕາ ດັ່ງທີ່ກ່າວໄວ້ແລ້ວ ແຕ່ຜູ້ປະຕິທຳສາມາດເຮັດສະມາທິໄດ້ເລີຍເຫັນ ພໍມາບອກໃຫ້ຄົນອື່ນຮູ້ກັບວ່າບໍ່ມີໃຜເຊື່ອ