ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » ທາຍາດລຸ້ນທີ່ 7 ຂອງເຈົ້າຍິງມັດສຸຫຼີແກ້ຄຳສາບທີ່ລັງກາວີສຳເລັດ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມາ:
http://www.youtube.com/watch?v=tKBn3ValdqY&feature=related

http://www.youtube.com/watch?feature=endscreen&v=ZfPI7-kGhyQ&NR=1

http://www.youtube.com/watch?v=N77YSlJonHc&feature=relmfu




ຕາມທີ່ເບິ່ງນຳລາຍການລິ້ງເທິງນັ້ນ ແລະ ຕາມບົດເພງເລົ່າເລື່ອງເຈົ້າຍິງມັດສຸຫຼີແມ່ນ:

ເຈົ້າຍິງມັດສຸຫຼີແມ່ນຄົນງາມໆທີ່ເກີດຢູ່ໃນພູເກັດ ( ປະເທດເທດໄທ ) ແລ້ວໄປຢູ່ເກາະລັງກາວີເມື່ອປະມານ 200 ປີກ່ອນໜ້ານີ້

ຢູ່ທີ່ເກາະລັງກາວີໄດ້ມີເຈົ້າຊາຍຢູ່ທີ່ນັ້ນຮັກມັກເຈົ້າຍິງມັດສຸຫຼີ ແລະ ໄດ້ແຕ່ງງານກັນ

ແຕ່ເມຍຫຼວງຂອງເຈົ້າຊາຍນັ້ນໄດ້ຊັງ ແລະ ອິດສາເຈົ້າຍິງມັດສຸຫຼີຫຼາຍຈິ່ງຫາທາງປອງຮ້າຍ

ຕໍ່ມາເຈົ້າຍິງມັດສຸຫຼີໄດ້ເກີດລູກຊາຍອອກມາ

ແລ້ວເຈົ້າຍິງມັດສຸຫຼີກໍ່ຖືກໃສ່ຮ້າຍປ້າຍສີວ່າມີຊູ້ ຈິ່ງຖືກນຳຕົວເອົາໄປປະຫານຊີວິດ

ກ່ອນຈະຖືກປະຫານຊີວິດ ເຈົ້າຍິງມັດສຸຫຼີໄດ້ອະທິຖານວ່າ: ຖ້າລາວບໍລິສຸດແມ່ນໃຫ້ເລືອດທີ່ໄຫຼອອກມາເປັນສີຂາວ

ແລະ ລາວໄດ້ສາບແຊ່ງດ້ວຍຄວາມເຈັບແສບໃຈວ່າ: ຂໍໃຫ້ລັງກາວີມີແຕ່ຄວາມໝອງເສົ້າ 7 ລຸ້ນຄົນ.

ຫຼັງຈາກປະຫານແລ້ວປະກົດວ່າມີປະຕິຫານເກີດຂຶ້ນເລືອດຂອງນາງໄດ້ເປັນສີຂາວ

ລູກຂອງເຈົ້າຍິງມັດສຸຫຼີໄດ້ໜີໄປຢູ່ພູເກັດ ( ໄທ ).... ຄົນທີ່ລັງກາວີກໍ່ພາກັນໜີ ເຮັດໃຫ້ລັງກາວີໝອງເສົ້າ

ເກືອບ 200 ປີຜ່ານໄປ ທາຍາດລຸ້ນທີ່ 7 ໄດ້ກຳເນີດເກີດມາໃນວັນທີ່ 8 ສິງຫາ ປີ ພ.ສ 2528.

ຕອນນີ້ອາຍຸປະມານ 27 ປີ.

ຊ່ວງ ປະມານ 12 ປີຫຼັງ ( ເຊິ່ງມີອາຍຸໄດ້ 15 ປີ) ນາຍົກລັດຖະມົນຕີຂອງມາເລເຊຍໄດ້ໄປເຊີນຕົວທາຍາດລຸ້ນທີ່ 7

ທີ່ທາງມາເລເຊຍຕາມຫາ

ແລ້ວພົບທີ່ພູເກັດ... ເຊີນຕົວໄປແກ້ຄຳສາບ ( ເພາະເຂົາເຊື່ອວ່າແມ່ນເຈົ້າຍິງມັດສຸຫຼີມາເກີດ )

ຫຼັງຈາກນັ້ນທີ່ເກາະລັງກາວີກໍ່ຈະເລີນເລື້ອຍໆມາ...

ຖ້າເລົ່າຜິດ ຂໍອະໄພເດີ


໐ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ຂ້ອຍເບິ່ງເລື່ອງນີ້ມາດົນແລ້ວ ກໍ່ຄຶດໄດ້ 2 ແນວ ຄັນບໍ່ແມ່ນເລື່ອງແທ້ກໍ່ເປັນການປະຊາສຳພັນການທ່ອງທ່ຽວຂອງມາເລ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ joeja ຂຽນວ່າ...
ຂ້ອຍເບິ່ງເລື່ອງນີ້ມາດົນແລ້ວ ກໍ່ຄຶດໄດ້ 2 ແນວ ຄັນບໍ່ແມ່ນເລື່ອງແທ້ກໍ່ເປັນການປະຊາສຳພັນການທ່ອງທ່ຽວຂອງມາເລ


ແມ່ນໆ ຕ້ອງມີສ່ວນກ່ຽວຂ້ອງ
ຖ້າບໍ່ແກ້ໄຂຄຳສາບກໍ່ຄາໃຈລະ ຕ້ອງໄດ້ແກ້ໄຂ


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້ອຍລະມັກໂຕທີ່ວ່າຜູ້ຍິງມີຊູ້ແລ້ວປະຫານຢ່າງດຽວ ສ່ວນທ້າວຜູ້ຊາຍຢາກມີເທົ່າໃດກະຢ່າ ຈະເລີນໆໆ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຟັງຫູໄວ້ຫູ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື້ມ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄດ້ຍິນດົນລະ



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ສະໄຫມແຕ່ກີ້ ງາມ ແຕ່ ບໍ່ມີສິດມີສຽງຫັຍງ
ຫາກ ຜູ້ຍິງຄົບຊູ້ ຕ້ອງຖຶກປະຫານ ບາດຜູ້ ຊາຍ ມີຫລາຍຄົນ ພັດເປັນການເສີມ ອຳນາດບາລະມີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ ຊິວ່າ ໃຈກວ້າງ ຫລື ໂງ່

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ ບໍ່ໄຫວເດີອັນທີ່ວ່າຜູ້ຍິງມີຊູ້ແລ້ວເປັນໂທດ ແຕ່ຜູ້ຊາຍມີໄດ້ສະບາຍ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ສະໄໜແຕ່ກີ້ກາເປັນແນວນີ້ແລະ
ດຽວນີ້ກາຍັງເປັນຢູ່
เฒ่า86 ยิงเมีย-ระแวงคบกิ๊ก90


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Hibari ຂຽນວ່າ...
ສະໄໜແຕ່ກີ້ກາເປັນແນວນີ້ແລະ
ດຽວນີ້ກາຍັງເປັນຢູ່
เฒ่า86 ยิงเมีย-ระแวงคบกิ๊ก90


ເຖົ້ານັ້ນເຂົ້າຄຸກຕິບໍ?