ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ເຊົ້ານີ້ ຂີ່ລົດຈັກມາການຕາມປົກກະຕິ
ມີໄກ່ ສີຂາວໂຕໜຶ່ງບີນ ອອກມາຈາກເຮືອນ ແລ້ວກໍ່ຜ່ານຫ້ນາ ຂອງລຸງທີ່ ຢູ່ທາງຫ້ນເຮົາໄປ ແຕ່ ມາຕຳເອົາລົດ ເຮົາ ພໍດີ
ລົດເຮົາ ແກວງໄປມາຫ້ນອຍໜຶ່ງແຕ່ໂຊກດີທີ່ບໍ່ລົ້ມ
ໄກ່ມັນກໍ່ນອນລົງກັບພື້ນທະໜົນນັ້ນແລະ ຈັກເປັນຈັກຕາຍ ບໍ່ກ້າລົງໄປເບີ່ງ ຫົວໃຈກໍ່ເຕັ້ນ ແບບບໍ່ເປັນຈັງຫວະເລີຍ
ຫາກລົງໄປ ກໍ່ຍ້ານມີ ປາກສຽງກັບເຈົ້າຂອງແນ່ ກໍ່ເລີຍ ຂັບລົດຊ້າໆ ມາຫ້ອງການດ້ວຍ ອາການສັ່ນໆໆ
ກ້າວຂາຂຶ້ນຂັ້ນໄດກະບໍ່ຢາກໄດ້
ແລ້ວ ກະຄິດໃນໃຈວ່າຂໍໂທດ ບໍ່ໄດ້ ຕັ້ງໃຈ ຈະທຳຮ້າຍ ແຕ່ຢ່າງໃດ ທີ່ ມັນເກີດຂຶ້ນ ເປັນ ອຸບັດຕິເຫດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າມັນຕາຍ ກໍ່ຂໍອະໂຫສິກຳນຳເດີ
ຢ່າໄດ້ ຈອງເວນກັນເລີຍ

ແຕ່ຄົງຈະບໍ່ເປັນຫຍັງດອກເຮົາບໍ່ໄດ້ ຂີ່ລົດໄວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ຄືນຂ້ອຍຍັງຕຳແມວຕາຍຢູ່ແຄມຂອງ ແຖວໂຮງໝໍມະໂຫສົດ
ຂີ່ຄວາມໄວປະມານ 40 km/h ຫ່າງຈາກຂອບທາງປະມານ 1.5m ຢູ່ດີໆກະເຫັນຫຍັງສີຂາວໆ
ຕາຍັງແນມເກືອບບໍ່ທັນແລ້ວຊິຢຽບເບກກະແຮ່ງແລ້ວ ຂ້ອຍຕຳແລ້ວກະຫນີໄປເລີຍ
ຍອມຮັບວ່າບາບ ແຕ່ມັນກະເຮັດໄປແລ້ວ ບໍ່ໄດ້ຕັ້ງໃຈແທ້ໆ


໗ ກະທູ້
໑໔໑ ໂພສ
ນັກການກະທູ້
ມັນເປັນອຸບັດເຫດ ຢ່າຄິດຫຼາຍພວກເຈົ້າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xaynoi ຂຽນວ່າ...
ມັນເປັນອຸບັດເຫດ ຢ່າຄິດຫຼາຍພວກເຈົ້າ




໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xaynoi ຂຽນວ່າ...
ມັນເປັນອຸບັດເຫດ ຢ່າຄິດຫຼາຍພວກເຈົ້າ



ຸຸຸຸຸຮ່າາາາາາາາາາາ ຈັ່ງແມ່ນເຈົ້າຊ່າງສັນຫາຮູບມາປະກອບເນາະ!!!


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ດີໃຈນຳທີ່ເຈົ້າບໍ່ເປັນຫຍັງ!

ອຸປະຕິເຫດຄ້າຍຄືກັບຂ້ອຍ!ມື້ວານນີ້(11/12/2012)ຂ້ອຍຂັບລົດຢຽບຫ່ານເຂົາ.

ເຫດການບໍ່ຄາດຝັ, ເອົາຂອງຝາກມາແຕ່ຕ່າງແຂວງໄປສົ່ງໃຫ້ເຂົາເຈົ້າ ພໍໄປຮອດໜ້າບ້ານຂອງເຈົ້າຂອງຂອງຝາກ ກໍ່ດຽວເຫັນຝູງຫານ ກິນຫຍ້າຢູ່ເດິ່ນບ້ານຂ້ອຍກໍ່ຄ່ອຍຂັບເຂົ້າໄປກຽມວ່າຈະຈອດ ພໍດິເຫັນທ່າທີຂອງລູກສາວເຈົ້າຂອງເຮືອນທັງຮ້ອງທັງແລ່ນອອກມາຫາລົດຂ້ອຍ ຂ້ອຍຕົກໃຈໝົດແຮງ ຮີບຈອດລົດ ແລ້ວໄຂປະຕູລົງມາທັນໄດ້ຍິນສາວນ້ອຍຄົນນັ້ນເວົ້າວ່າອ້າຍຍຽບຫ່ານຂ້ອຍ...
ພໍໄດ້ຍິນແນວນັ້ນຂ້ອຍທັງຕົກໃຈທັງເສຍຈົນເວົ້າຫຍັງບໍ່ອອກ....

ພາຍຫຼັງສົ່ງຂອງຝາກຮຽບຮ້ອຍແລ້ວຂ້ອຍກໍ່ກັບມາເຈລະຈາເລື່ອງຫ່ານຄືນ ພໍ່ຂອງນາງນ້ອຍເວົ້າວ່າບໍ່ເປັນຫຍັງ ມື້ແລງນີ້ບໍ່ໄດ້ອອກຕະລາດ...ແຕ່ນາງນ້ອຍຜູ້ເປັນລູກສາວເສຍໃຈແຮງຈົນນ້ຳຕາໄຫຼ ຂ້ອຍຈຶ່ງຈົກເງິນໃຫ້ແສນນຶ່ງ ແຕ່ພໍ່ຂອງລາວຫ້າມບໍ່ໃຫ້ເອົາແຕ່ຂ້ອຍກໍ່ພະຍາຍາມໃຫ້ຈົນໄດ້....

ປະຈຸບັນຍັງຮູ້ສຶກຕົກໃຈບາດໄດບາດນຶ່ງ!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ກີ້ກາຍມາກາງທາງເຫັນແມວຕາຍໄສ້ແຕກຢູ່ກາງທາງ

ມີເລື່ອງໜຶ່ງອີກ
ລຸງໜຶ່ງຂີ່ລົດຈັກໄປ ແລ້ວເຫັນໂຕແມວແລ່ນຕັດໜ້າ
ລຸງຄົນນັ້ນຢຽບຫ້າມເລີຍລົ້ມ ກະດູກຂ້າງຫັກ


໓໒ ກະທູ້
໒໘໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ມື້ກີ້ກາຍມາກາງທາງເຫັນແມວຕາຍໄສ້ແຕກຢູ່ກາງທາງ

ມີເລື່ອງໜຶ່ງອີກ
ລຸງໜຶ່ງຂີ່ລົດຈັກໄປ ແລ້ວເຫັນໂຕແມວແລ່ນຕັດໜ້າ
ລຸງຄົນນັ້ນຢຽບຫ້າມເລີຍລົ້ມ ກະດູກຂ້າງຫັກ


ຊື້ເລກແມວ!