ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ອື່ນ ໆ » ເລື່ອງເລິກລັບ...    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ອື່ນ ໆ » ເລື່ອງເລິກລັບ... » + ນິຍາຍຄລາສສິກກັບການຂໍພອນ +

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າສົມມຸດວ່າເຈົ້າຂໍພອນໄດ້ 3 ຂໍ້ເຈົ້າຈະຂໍຫຍັງແດ່..


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຖ້າໃຫ້ຕອບໃນສະໄຕລຂ້ອຍເດີ
ຂ້ອຍວ່າມັນຈະມີດ້ານສ້າງພາບ ແລະ ດ້ານເຫັນແກ່ໂຕຫນະ
ເອົາດ້ານສ້າງພາບກ່ອນສະ
1. ຂໍໃຫ້ໂລກນີ້ສະຫງົບສຸກ
2. ຂໍໃຫ້ໂລກໄພ (ມະເຣັງ,ເອດສ,,,,) ທີ່ຮ້າຍແຮງທັງຫລາຍຫາຍໄປສະ
3. ຂໍໃຫ້ທຸກຄົນຮັກກັນ
ປະມານນີ້ ກ໊າກໆໆໆ ສ້າງພາບໃຫ້ໂຕເອງດູດີເຂົ້າໄວ້

ຫວານຕົ້ນຈືດປາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ມາຕໍ່ອີກດ້ານໜຶ່ງທີ່ເປັນໂຕຕົນຂອງເຮົາຢ່າງແທ້ຈິງກັນ
1. ຂໍໃຫ້ໂຕເອງເພີເຟັກ ແບບວ່າ ຮຽນເກັ່ງຂັ້ນເທບ ກິລາດີ ໜ້າຕາຄາລົມ ປານວ່າ ກູນີ້ແຫລະ1ດຽວໃນໂລກ
2. ຂໍໃຫ້ລວຍ ບໍ່ມີຫຍັງຫລາຍ ຂໍໃຫ້ລາຍໄວ້ກ່ອນ
3. ຍ້ອນສັນດານໂລບມາກ ມັນຈຶ່ງເກີດມີຄວາມຄິດຂໍ້ນີ້ຂຶ້ນມາ ນັ້ນກໍ່ຄື
ຂໍໃຫ້ພອນກັບໄປມີ3ຂໍ້ ຄືເກົ່າ ກ໊າກໆໆໆ ແລ້ວມັນກໍ່ຈະຂໍບໍ່ເລີກບໍ່ແລ້ວແບບນີ້ຕໍ່ໄປ

ໝາຍເຫດ : ນີ້ເປັນພຽງຄວາມເຫັນທັງດ້ານເທບ ແລະ ດ້ານປີສາດ ທີ່ມັນທັງສອງກຳລັງຖຽງກັນຂ້າງຫູຂ້ອຍຢູ່ເດີ
ສຳນຶກໃຫ້ຄືກັບໃນໜັງກາຕູນໄວ້ 5555+

ຫວານຕົ້ນຈືດປາຍ

໑ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
1. ຂໍໃຫ້ໂລກນີ້ມີແຕ່ຄວາມສຸກ ທຸກຄົນມີສີ່ງທີ່ເຮັດໃຫ້ເຂົາເຈົ້າມີຄວາມສຸກ ເສົ້າໄດ້ຍາມດຽວແມ່ນຕອນຄົນໃກ້ໂຕຕາຍ...
2. ຂໍໃຫ້ທຸກຄົນຮັກກັນ ບໍ່ມີຮັກຂີ້ຕົວະ ບໍ່ມີຕີກັນ ບໍ່ມີການຄຽດຊັງກັນ
3. ຂໍໃຫ້ຂໍພອນໄດ້ຕະຫຼອດໄປ

ຈຂກ ເດຊັ້ນ ຈະຂໍອີ່ຫຍັງ?



໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ supertingtong ຂຽນວ່າ...


ຈຂກ ເດຊັ້ນ ຈະຂໍອີ່ຫຍັງ?




ເອ່... ຂໍຫຍັງດີ...
1. ຂໍໃຫ້ມະນຸດບໍ່ສາມາດມຸສາໄດ້..
2. ຂໍໃຫ້ໂລກມີຄວາມສົມດຸນທຸກດ້ານທຸກແຫ່ງ... ເຊັ່ນ ພູມອາກາດບໍ່ຮ້ອນບໍ່ຫນາວ, ສະບຽງອາຫານມີບໍ່ຈຳກັດ.. ປະມານນນັ້ນ
3. ຂໍໃຫ້ມະນຸດບໍ່ມີວັນແກ່ເຖົ້າ.. (ມັນຈຶ່ງບໍ່ມີຄຳວ່າ ບັກເຖົ້າ, ອີ່ເຖົ້າ... ກ້າກກກ ກັກ ກັກ...)

ຄົນຕໍ່ໄປວ່າຈັ່ງໃດ..


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ຂໍໃຫ້ໂລກສະຫງົບສຸກ ປາດສະຈາກສິ່ງທີ່ບໍ່ດີ
2. ຂໍໃຫ້ທຸກໆມີເງິນໃຊ້ເງິນຈ່າຍ
3. ຂໍໃຫ້ຄ່ານ້ຳ, ຄ່າໄຟຟ້າ, ຄ່າໂທລະສັບ ແລະ ອື່ນໆ ຖືກລົງກວ່ານີ້ແດ່


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ເງິນຄຳລົ້ນເຫລືອ
2.ສຸຂະພາບແຂງແຮງ
3.ສະຫລາດຊ່ຳອັດສະລີຍະ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ສະຫລາດຂັ້ນເທບ
2.ຂໍໃຫ້ໂລກສະຫງົບສຸກ ປາດສະຈາກສິ່ງທີ່ບໍ່ດີ
3.ຂໍໄດ້ໝົດທຸກຢ່າງບໍ່ມີໝົດ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
1. ຂໍເຫຼົ້າແກ້ວໜຶ່ງ ນ້ຳກ້ອນ ໂຊດາ ຂອງແກ້ມ
2. ໄພ້ໜຶ່ງຊຸມ
3. ຄົນເຫຍັ້ນເຫຼົ້າ ຢາຍໄພ້ ຮູບຮ່າງໜ້າຕາປະມານນາງງາມ
ໂອ້ຍ...ແຫຼ່ມ !!!

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຂໍໃຫ້ ຄຳອະທິຖານເພີ່ມຂື້ນເປັນເກົ້າສິບເກົ້າເທົ່າ
ຂໍໃຫ້ ຄຳອະທິຖານເປັນຈິງຕາມທີ່ຂໍ
ຂໍໃຫ້ ຮ່າງກາຍຕົນເອງເປັນແບບ Wolverine ຟື້ນຟູ ຮ່າງກາຍຕົນເອງໄດ້ແມ່ນແຕ່ ບາດເຈັດຫນັກປາງຕາຍ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍແລ້ວ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ບໍ່ຮູ້


໙ ກະທູ້
໒໘໘ ໂພສ
ນັກການກະທູ້
1.ຂໍໃຫ້ຄົນທີ່ເຮົາມັກ(ມາດົນ)ກັບມາຮັກເຮົາຄືນ-*- ຈັກ1ມື້ກະຍັງດີ
2.ຂໍໃຫ້ຄົນທີ່ຮັກເຮົາແລະເຮົາຮັກເທົ່າຟ້າແລະແຜ່ນດີນຢູ່ນຳເຮົາແຂງແຮງ,ບໍ່ເຈັບໄຂ້ໄດ້ປ່ວຍ.
3.ຂໍໃຫ້ໄດ້ວຽກທີ່ຕົນເອງເຮັດແລ້ວມີຄວາມສຸກ,ແລ້ວພາພໍ່ກັບແມ່ໄປທ່ຽວຈັກປະເທດກະດີ
ສາທຸ....ຂໍໃຫ້ພອນນັ້ນມາຫາຂ້ອຍຈັກເທື່ອໜຶ່ງແດ່ເດີ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ຂໍໃຫ້ຄົນທີ່ເຮົາມັກ(ມາດົນ)ກັບມາຮັກເຮົາຄືນ-*- ຈັກ1ມື້ກະຍັງດີ


ເລັກເກັບກົດ - -


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຂໍເງີນສິບລ້ານປອນ໌
ຂໍໃຫ້ເງີນທີ່ໄດ້ມານັ້ນເປັນເງີນປອມໃຊ້ບໍ່ໄດ້
ຂໍໃຫ້ເງີນທັງໝົດນັ້ນຫາຍໄປ

ຂ້ອຍ ແຮງ ບໍ່ແຄສື່


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ກະຍາກຂໍຢູ່ ຖ້າໄດ້ຕາມທີ່ ຂໍ
ເອົາເປັນວ່າ ຂໍເຮັດເອງເອົາສະມັນຈື່ງບໍ່ຫວັງລົມໆແລງໆ

I wanna a billonaire

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະການທີ່ 1 ຂໍໃຫ້ໂລກນີ້ສູນໄປ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໒ ກະທູ້
໒໐໕ ໂພສ
ນັກການກະທູ້
1.ບິນໄດ້
2.ແຂງແຮງ
3.ສະຫຼາດ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1. ຂໍໃຫ້ທຸກຄົນໃນຄອບຄົວຫ່າງໄກຈາກໂຣກໄພໄຂ້ເຈັບ (ລວມທັງຕົນເອງ)
2. ຂໍໃຫ້ພໍ່ແມ່ທຳມາຄ້າຂາຍດີ
3.ຂໍໃຫ້ນິໄສບ້າໆຂອງເຮົານີ້ຫາຍໄປເຖີດດດດດດດດດດດດດດດດດດດດ ສາທຸ!!


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍແລ້ວ
ຂໍອີກ
ຂໍເລື້ອຍໆໄປ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1 ຂໍໃຫ້ກິນອີ່ມມີເຮືອນຢູ່ງາມໆໆໆໆໆໆໆໆໆໆໆໆໆໆໆໆ
2 ຂໍໃຫ້ມີເງິນໃຊ້ຫຼາຍໆ
3 ຂໍໃຫ້ມີອາຍຸຍືນໝື່ນໆໆໆໆປີ(ແບບບໍ່ເຖົ້າຈັກເທື່ອນະ)



໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PmP5138 ຂຽນວ່າ...
ຂໍແລ້ວ
ຂໍອີກ
ຂໍເລື້ອຍໆໄປ



໑໒ ກະທູ້
໒໐໒ ໂພສ
ນັກການກະທູ້
ການອະທິຖານຫຼືຂໍພອນນີ້ ຕາມຫຼັກພຸດທະສາສະໜາກໍ່ກ່າວໄວ້ວ່າໄດ້ຜົນຈິງ ເພາະການອະທິຖານ ເປັນໜຶ່ງໃນບາລະມີສິບທັດ ທີ່ພະພຸດທະເຈົ້າໄດ້ສະສົມມາແລ້ວ ການອະທິຖານຈະປະສົບຜົນເປັນຈິງນັ້ນຕ້ອງປະກອບດ້ວຍບຸນຂອງຜູ້ອະທິຖານ ແລະ ຈິດຂະນະອາທິຖານ ສະນັ້ນບໍ່ຕ້ອງສົງໄສກັນເດີ ວ່າອະທິຖານແລ້ວເປັນຫຍັງຄືບໍ່ສົມຫວັງຈັກເທື່ອ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຂໍໃຫ້ ພອນຂໍ້1ຂໍໄດ້ອີກ3ຂໍ
ພອນຂໍ້2ລະຂໍໃຫ້ເຮັດຫຍັງກາໄດ້ທຸກຢ່າງບໍ່ມີຂໍ້ຍົກເວັ້ນຍົກເວັ້ນ
ສ່ວນຂໍ້3ຂໍໃຫ້ສ້າງໂລກທີ່ສະງົບສຸກໄດ້