ກະທູ້ມາໃໝ່ | ຫມວດ | ອື່ນ ໆ » ເລື່ອງເລິກລັບ... |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເບີມີວດາ Bermuda ( ສາມຫຼ່ຽມຜີສາດ ) ສະຖານທີ່ເລິກລັບທີ່ຍັງບໍ່ມີໃຜສາມາດໃຫ້ຄຳຕອບແລະຄົ້ນພົບຄວາມຈິງທີ່ແນ່ນອນໄດ້ ຈົນເຖິງປະຈຸບັນ.! ສາມຫຼ່ຽມເບີມີວດາ ເປັນອານາບໍລິເວນສ່ວນໜຶ່ງຂອງມະຫາສະໝຸດແອັດແລນຕິກ ທິດຕາເວັນຕົກ ເນື້ອທີ່ທັງໝົດເລີ່ມແຕ່ ທາງເໜືອຂອງເບີມີວດາ ໄປເຖິງທາງໃຕ້ຂອງລັຖຟໍຣີດ້າ ແລະ ຈາກຟໍຣີດ້າມຸ່ງຕົງໄປທາງຕາເວັນອອກມຸມສີ່ສິບອົງສາກັບເສັ້ນຣຸ້ງ ຜ່ານບາຮາມັດ(BAHAMAS)ແລະເປີໂຕຣິໂກ(PUERTORICO) ຈາກນັ້ນກໍ່ຍ້ອນສ່ຽງກັບໄປສູ່ທິດໃຕ້ທາງເໜືອຂອງເບີມີວດາອີກ ຊຶ່ງເຮັດໃຫ້ອານາ ບໍລິເວນແຫ່ງນີ້ ກາຍເປັນຮູບສາມຫຼ່ຽມແລະສາມຫຼ່ຽມແຫ່ງນີ້ເອງທີ່ເປັນແຫລ່ງກຳເນີດ ປະກົດການ ອັນເລິກ ລັບ ແລະ ມະຫັດສະຈັນ ເປັນສິ່ງລີ້ລັບແລະເຫລືອເຊື່ອ.ເລີ່ມຕັ້ງແຕ່ສົງຄາມໂລກຄັ້ງທີ II ໃນປີຄ.ສ1945 ມາຈົນເຖິງປະຈຸບັນ ມີຍົນຈຳນວນ100ກວ່າລຳ ແລະ ເຮືອເດີນສະໝຸດອີກເປັນຈຳນວນຫລວງຫລາຍໄດ້ ຫາຍໄປໃນບັນຍາກາດ ແລະ ພື້ນທະເລຂອງ ສາມຫຼ່ຽມເບີມິວດາແຫ່ງນີ້ ໂດຍບໍ່ມີຮ່ອງຮອຍ ຊິວີດມະນຸດ ຈຳນວນພັນໃນໄລຍະເວລາ20ກວ່າປີຜ່ານມາ ໄດ້ຫາຍໄປພ້ອມກັບພາຫະນະ ໂດຍບໍ່ມີຊາກສົບແມ່ນແຕ່ ລາຍດຽວ ຫລືເສດຊີ້ນສ່ວນອັນໃດອັນນື່ງຂອງເຮືອແລະຍົນທີ່ຫາຍໄປເຫລືອໃຫ້ເຫັນ ການຫາຍສາບສູນ ຂອງຊີວິດມະນຸດ,ເຮືອ ແລະ ຍົນ ໃນບໍລິເວນດິນແດນແຫ່ງນີ້ ຍັງຄົງເກີດຂື້ແລະມີປະລິມານເພີ່ມຂື້ນ ເລື້ອຍໆ ຂະນະທີ່ຊາດຕ່າງໆຊຶ່ງກ່ຽວຂ້ອງກັບການສູນເສຍເຫລົ່ານີ້ ຕ່າງກໍ່ພະຍາຍາມຄົ້ນຄວ້າ ຊອກຫາ ສາເຫດ ແຫ່ງປະກົດການອັນປະຫລາດແລະເລິກລັບນີ້ຍ່າງເລັ່ງດ່ວນ ແຕ່ກໍ່ບໍ່ມີໃຜສາມາດບອກໄດ້ເຖິງ ສາເຫດ ແລະ ຫາທາງປ້ອງກັນ ຈາກໄພທີ່ເກີດຂື້ນໃນບໍລິເວນແຫ່ງນີ້ໄດ້ເລີຍ. ຍົນທີ່ຫາຍໄປເໜືອພື້ນມະຫາສະໝຸດແຫ່ງນີ້ສ່ວນຫລາຍກ່ອນທີ່ຈະຂາດການຕິດຕໍ່ກັບຖານປະຕິບັດ ການ ຫລື ສະຖານີປາຍທາງນັ້ນ ສະພາບອາກາດແມ່ນແຈ່ມໃສ່ເປັນໄປຢ່າງປົກກະຕິ ບໍ່ມີພະຍຸໃດໆ ແຕ່ ແລ້ວຢູ່ໆກໍ່ຫາຍໄປຢ່າງວ່ອງໄວໂດຍບໍ່ມີຮ່ອງຮອຍ ( ແບບວ່າບິນມາຊື່ໆກະຫາຍຈົມລົງໄປເລີຍ ) ຊຶ່ງນັກ ບິນບໍ່ມີໂອກາດທີ່ຈະແຈ້ງຂ່າວທາງວິທະຍຸໃຫ້ໜ່ວຍງານຄວບຄຸມການບິນຮັບຊາບໄດ້ວ່າເກີດຫຍັງຂື້ນ, ບໍ່ ສາມາດຄວບຄຸມກົນໄກຕ່າງໆໃຫ້ດຳເນີນໄປຕາມປົກກະຕິໄດ້ ເຂັມທິດປະຈຳເຄື່ອງບິນຈະໝຸ່ນປິ່ນຊຶ່ງເຮັດ ໃຫ້ບໍ່ສາມາດບອກທິດທາງໄດ້ ທ້ອງຟ້າບໍລິເວນນັ້ນຈະກາຍເປັນສີເຫຼືອງ ແລະ ເບິ່ງຄ້າຍໆຄືໝອກໜາທືບ ທັງໆທີ່ເປັນວັນທີ່ບັນຍາກາດແຈ່ມໃສມີແດດຊ່ອງຈ້າມາກ່ອນ ແລະ ພື້ນທະເລທີ່ງຽບສະຫງົບ ແຕ່ພັດປັ່ນປ່ວນຂື້ນ ມາໂດຍບໍ່ຮູ້ສາເຫດ. ເຫດການປະຫລາດທີ່ບໍ່ສາມາດໃຫ້ຄຳອະທິບາຍໄດ້ກ່ຽວກັບການຫາຍສາບສູນຂອງ ເຮືອເດີນສະໝຸດ ແລະ ເຄື່ອງບິນເປັນຈຳນວນຫລວງຫລາຍ ໃນດິນແດນແຫ່ງສາມຫຼ່ຽມເບີມິວດາ ຍັງຄົງ ເກີດຂື້ນເລື້ອຍໆບໍ່ໄດ້ຂາດ ຈົນກະທັ່ງໃນປະຈຸບັນ ທຸກຄັ້ງທີ່ໄດ້ຮັບການລາຍງານການສູນຫາຍໜ່ວຍຍາມ ຝັ່ງທີເຈັດ ຂອງກອງທັບສະຫາລັດອາເມຣິກາ ຈະທຳການຄົ້ນຫາຮ່ອງຮອຍຢ່າງລະອຽດລະອໍ ແຕ່ກໍ່ປະສົບ ຄວາມລົ້ມເຫຼວທີ່ຈະພົບພະຍານຫຼັກຖານ ເພື່ອຈະນຳໄປສູ່ການແກ້ໄຂບັນຫາເລິກລັບນີ້ໄດ້ທຸກຄັ້ງ, ແລະໃນ ທີ່ສຸດ ກອງທັບເຮືອສະຫາລັດ ກໍ່ໄດ້ເກັບເລື່ອງເຫຼົ່ານີ້ໄວ້ເປັນຄວາມລັບ ບໍ່ຍອມເປີດເຜີຍຫລືໃຫ້ຄຳວິຈານ ໃດໆແກ່ປະຊາຊົນຜູ້ທີ່ຢາກຮູ້ຢາກເຫັນວ່າ ອຸບັດການເລິກລັບເຫຼົ່ານີ້ ກ່ຽວຂ້ອງກັບຄວາມອາຖັນຂອງດິນ ແດນແຫ່ງສາມຫຼ່ຽມເບີມິວດາຫລືບໍ ? ແຕ່ເຖິງແມ່ນວ່າ ກອງທັບເຮືອສະຫາລັດພະຍາຍາມຈະປົກປິດ ເລື່ອງລາວເຫຼົ່ານີ້ໄວ້ປານໃດກໍ່ຕາມ ປະຊາຊົນທົ່ວໄປກໍ່ເລີ່ມຮູ້ແລະເຊື່ອວ່າຈະຕ້ອງມີແຮງອາຖັນ ຫລືພະລັງ ອຳນາດອັນລຶກລັບ ຢ່າງໃດຢ່າງໜຶ່ງພາຍໃນບໍລິເວນ ສາມຫຼ່ຽມເບີມິວດາຢ່າງແນ່ນອນ. ແຕ່ເຖິງຢ່າງໃດກໍ່ ດີ ຈວບຈົນເຖິງປະຈຸບັນນີ້ກໍ່ຍັງບໍ່ໃຜທີ່ຈະສາມາດໃຫ້ຄຳອະທິບາຍແຈ່ມແຈ້ງກ່ຽວກັບຄວາມເລິກລັບ ແລະ ຄວາມອາຖັນຂອງສາມຫຼ່ຽມເບີມິວດາໄດ້, ແລະການຫາຍສາບສູນກໍ່ຍັງຄົງປະກົດຢູ່ຕໍ່ໄປໂດຍບໍ່ມີທາງປ້ອງ ກັນຫລືຂັດຂວາງໄດ້. ຫລາຍຊື່ຍົນທີ່ຫາຍສາບສູນໄປໃນສາມເຂດອາຖັນ. - ນັບແຕ່ວັນທີ 5 ເດືອນ ທັນວາ ປີ 1945 ຍົນຖີ້ມລະເບີດແບບ TBM ຂອງກອງທັບເຮືອສະຫະຣັຖ ຈຳນວນ 5 ລຳ ພ້ອມດ້ວຍເຈົ້າໜ້າທີປະຈຳເຄື່ອງ14 ຄົນ ຫາຍໄປໃນຂະນະທີ່ຝຶກບິນຖີ້ມລະເບີດ ຢູ່ເໜືອດີນແດນສາມຫຼ່ຽມເບີມີວດາ ຫ່າງຈາກຖານທັບຟອດລ໊ອດເດີເດວ ປະມານ 225 ໄມລ໌. - ຕໍ່ມາວັນທີ 5 ເດືອນ ທັນວາ ປີ 1945 ( ວັນ,ເດືອນ,ປີ ດຽວກັນ ) ຍົນຊ່ວຍເຫຼືອຜູ້ປະສົບໄພ Martin Mariner ແບບ PBM ຈຳນວນ 5 ລຳ ພ້ອມດ້ວຍຄົນປະຈຳເຄື່ອງ 13 ຄົນ ໄດ້ຫາຍໄປເຊັ່ນກັນ ປະມານ 20 ນາທີຫລັງຈາກທຳການຊ່ວຍເຫຼືອຍົນຝຶກບິນຖີ້ມລະເບີດແບບ TBM 5ລຳ ທີ່ຂາດການຕິດຕໍ່ກັບຫໍບັງຄັບການແລະຫາຍໄປຢ່າງລຶກລັບເຊັ່ນດຽວກັນ. - ວັນທີ 3 ເດືອນ ກໍຣະກົດ ( 7 ) ປີ 1947 ຍົນລຳລຽງພົນແບບ C-54 ຂອງກອງທັບບົກສະຫະ ຣັຖ ຈາກ Bermuda ຫາ Miami ກໍ່ຫາຍໄປແບບບໍ່ມີຮ່ອງຮອຍເຊັ່ນກັນ. - - - ເອົາເປັນວ່າເບິ່ງລາຍລະອຽດຕື່ມກົດອ່ານຕໍ່ Click here ເບິ່ງຮູບພາບບັນດາຍົນທີ່ຫາຍສາບສູນ - ກົດເບິ່ງຮູບຍົນທັງໝົດ Click here ເບິ່ງຮູບພາບແລະລາຍຊື່ເຮືອທີ່ຫາຍສາບສູນລຸ່ມນີ້. ເບິ່ງຮູບພາບທັງໝົດກົດຕໍ່ທີ່ນີ້ Click here v v ເບິ່ງລາຍຊື່ເຮືອທັງໝົດກົດທີ່ອ່ານຕໍ່ Click here ຂໍ້ມູນແລະຮູບພາບທັງໝົດ Credit By:http://www.bermuda-triangle.org/ (( ຂາດຕົກບົກຜ່ອງຫລືຜິດພາດບ່ອນໃດແຕ່ງເຕີມຕັດຕື່ມ(ຂໍ້ມູນ)ໄດ້ເດີ )) v v v ປລ: ຖ້າວ່າພີ່ນ້ອງພັນລາວເຮົາໄປຕຶກເບັດໃສ່ມອງຄວ່າງແຫ່ແຖວນັ້ນກະລະວັງແດ່ເດີ ຢ້ານເບີມິວດາມັນຊິດູດເອົາ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເບິ່ງຄືຍາວເນາະ..! ແຕ່ວ່າອ່ານໄປອ່ານໄປຄືສັ້ນໆໃດ໋
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍຈອງແຖວຫນ້າເດີ້ ດຽວມານັ່ງອ່ານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແບ້ງເອີ້ຍຍ ຢ່າຫາແນວຍາວ ມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້ ລະອ່ານໃຫ້ ກະແຕຟັງແນ່
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈທີ່ເອົາມາເລົ່າສູ່ກັນຟັງ ພໍໄດ້ເປັນບົດຮຽນ
<td>
<a href="linkout.php?referal=http://istorelao.com" target="_blank"><img src="http://img.laoupload.com/images/0tmwxnslwc9c30g4dbp.jpg" onload="thumbImg(this)" alt="" width="430" height="88"><br> ແນະນຳເວບມືຖືຂອງຄົນລາວເພື່ອຄົນລາວ</a></td> |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລື້ອງນີ້ຂ້ອຍກະສົງໃສມາແຕ່ດົນແລ້ວຄືກັນ ບໍ່ຈັກວ່າຊາດນີ້ຊິໄດ້ຮູ້ຄວາມລັບມັນບໍ່ບຸ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃນຊີວິດນີ້ກ່ອນຈະຕາຍ ຂໍໃຫ້ຮູ້ເລື້ອງຄວາມລັບພວກນີ້ກ່ອນສະ ເຊັ່ນວ່າ: ເລື້ອງສິ່ງທີ່ມີຊີວິດຄືກັບມະນຸດເຮົາທີ່ຢູ່ດວງດາວອື່ນວ່າມີແທ້ຫລືບໍ່ ດວງດາວທີ່ຄ້າຍໆກັບໂລກເຮົານັ້ນ ມັນມີຢູ່ແທ້ຫລືບໍ່ ແລ້ວກໍເລື້ອງທີ່ວ່າ ມະນຸດໂລກເຮົາມີຕົ້ນກຳເນີດມາຈາກໃສກັນແທ້ ທະນີ ຫລື ວ່າມາຈາກດາວອື່ນ ຫລືບໍ່ ຖ້າໄດ້ຮູ້ເລື້ອງແບບນີ້ກ່ອນຕາຍ ຖືວ່າເປັນສິ່ງປະເສີດທີ່ສຸດແກ່ມະນຸດເຮົາແລ້ວ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຊາວແອດແລນຕິສ ຢູ່ໃຕ້ນ້ຳ ຍິງຍົນຕົກ ດູດເຮືອຈົມ ຫມົດເພາະຮຸກລ້ຳອານາເຂດ ຮ່າໆ
ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນຕາຢ້ານ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
oh ho
ຈຸດຢືນຂອງຄົນເຮົາແມ່ນ...ຝາ....
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
wow!!!!!!!!! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເວົ້າອັນນີ້ມາລະຢາກຫົວ ມື້ນັ້ນຮຽນໜັງສື ອາຈານຖາມວ່າ ຕໍ່ໄປຖ້າຄົນຢູ່ໂລກຢາກສົ່ງເຄື່ອງໄປຫາຍານອາວະກາດຈະເຮັດແນວໃດ?? ນອກຈາກຍິງຈະຫລວດຂື້ນໄປ ເພາະມັນໃຊ້ຄ່າໃຊ່ຈ່າຍສູງເກີນໄປ ອາຈານກາເລິຍໃຫ້ແຕ່ລະຄົນເວົ້າ ບາງຄົນກາວ່າເອົາເຊືອກຍ່ອນລົງມາ, ຕ່າງໆນາໆຕາມຄວາມຜີບ້າ ມີຄົນໜື່ງຄິດອອກ ໄປຝາກມະນຸດອີທີຢູ່ສາມລ່ຽງເບີມິວດ້າ ເຮີໆໆ ຝອຍໄປຊັ້ນ ແຕ່ເວົ້າມາກາສົນໃຈຄືກັນ ກາພະຍາຍາມມຫາອ່ານ ແຕ່ກາຍັງງົງ ເພາະນັກວິທະຍາສາດກາຍັງງົງ ເຮົາກາງົງໄປຕາມໆ
有自信不一定赢 没自信一定输
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ຊາວແອດແລນຕິສ ຢູ່ໃຕ້ນ້ຳ ຍິງຍົນຕົກ ດູດເຮືອຈົມ ຫມົດເພາະຮຸກລ້ຳອານາເຂດ ຮ່າໆມີນັກວິທະຍາສາບາງຄົນກໍ່ສັນນິຖານວ່າມີUFOພື້ນນ້ຳແຫ່ງນັ້ນພ້ອມດ້ວຍເທັກໂນໂລຢີທີ່ທັນສະໄຫມກວ່າມະນຸດໂລກຫລາຍເທົ່າ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ WanJaiiiiiiiiiiiii ຂຽນວ່າ... -----------------ເວົ້າມາກາສົນໃຈຄືກັນ ກາພະຍາຍາມມຫາອ່ານ ແຕ່ກາຍັງງົງ ເພາະນັກວິທະຍາສາດກາຍັງງົງ ເຮົາກາງົງໄປຕາມໆ ຖ້າເອື້ອຍມີເວລາອ່ານ ເປັນພາສາໄທກໍ່ມີ, ແຕ່ມັນຍາວວວວສົມຄວນຕາມລີ້ງລຸ່ມນິ້ อ่านสามเหลี่ยมเบอร์มิวดา Bermuda Triangle
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແມ່ນແລ້ວເຄີຍອ່ານຈົບເຣື່ອງ ເຂົາວ່າເປັນຫຼຸມດຳ ເຮືອເດີນສະໝຸດ ຍົນເດີນອາກາດໄປເສັດຢູ່ທີ່ນັ້ນນັບບໍ່ຖ້ວນ ວ່າຊັ້ນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍໄດ້ຍິນຢູ່ໃນກາຕູນໂດຣາເອມອນ ຖ້າວ່າງໆວ່າຈະຊອກຂໍ້ມູນເບິ່ງຢູ່ ຂອບໃຈທີ່ເອົາມາໃຫ້ອ່ານ
ຫວານຕົ້ນຈືດປາຍ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແບ້ງເອີ້ຍຍ ຢ່າຫາແນວຍາວມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້ ລະອ່ານໃຫ້ ກະແຕຟັງແນ່
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເນາະ ກະ ແຕເນາະ
ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຢາກໃປເບີ່ງ ແຕ່ບໍ່ມີຄົນໃປເປັນຫມຸ່
ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ... ແບ້ງເອີ້ຍຍ ຢ່າຫາແນວຍາວມາໃຫ້ອ່ານຫລາຍແບ້ງ ຕິດໝີ້ໄວ້ກ່ອນມື້ໝ້າເດີ້ ລະອ່ານໃຫ້ ກະແຕຟັງແນ່ ຂະໜາດວ່າຫຍໍ້ສຸດຫຍໍ້ລະໃດນິ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເບິ່ງແລ້ວເປັນຕາຍ້ານຢູ່...ແບບນີ້ບໍ່ເປັນຕາລົບຫລູ່ໄດ໋ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍເບິ່ງໜັງ (ໜັງຊີລີ້ສ) ເນື້ອເລື່ອງມ່ວນ ແຕ່ຈັກເປັນຫຍັງສ້າງມາບໍ່ປະທັບໃຈປານໃດ໊ ຢາກສັບສົນ ສັບສົນແນວໃດບຸ -"-
//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເປັນຕາຢ້ານ ເວີ້ຍ
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂໍ້ມູນນິລະອຽດ.....................ລະອໍຂະໜາດເນາະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ່ານບໍ່ຫມົດເດີຍາວໂພດ
ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄວາມຮູ້ທັງນັ້ນ ຂອບໃຈຫຼາຍ ETarBank
sTUpId....!!!!
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມັນຍາວອີ່ຫຼີ່
NO (ບໍ່ເຄີຍໝັ້ນໃຈໃນຕົວເອງ)
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍອ່ານຢູ່ໃນປື້ມ(ແຕ່ລືມແລ້ວວ່າແມ່ນປື້ມຫົວໃດ ໄດ້ເວົ້າໄວ້ວ່າ) ທີ່ສາມຫຼ່ຽມນັ້ນມີສະໜາມແມ່ເຫຼັກສູງຈື່ງເຮັດໃຫ້ວັດຖຸທີ່ເຮັດດ້ວຍເຫຼັກຖືກດູດລົງໄປ ຮູ້ແຕ່ທໍ່ນີ້ຫຼະ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຍາວແທ້ ແບ໋ງ ອ່ານສູ່ກະແຕນ້ອຍທີ່ຣັກຟັງເບີ່ງດຸ ເວົ້າກ່ຽວກັບຫັຍງນີ້
(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] |