ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຮູ້ບໍ່ທຶ່ນຕ່າງໆທີ່ໃຫ້ໂອກາດສະເພາະຄົນທີ່ດ້ອຍໂອກາດມີທຶນໄປໃສແດ່ເຮັດຈັ່ງໃດຈັ່ງສິໄດ້?

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ມີຫຼາຍທຶນແຕ່ບໍ່ຮູ້ສິເອົາ໕໕໕

-----------------------TARO--------------------

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ກໍຍ້ອນເສັ້ນສາຍກໍແມ່ນຍ້ອນມີອຳນາດແລ້ວກໍດືງເອົາໄປໃຫ້ພັກພວກຂອງຕົນເອງຫລືຂາຍໂຄຕ້າໃຫ້ຄົນມີເງີນ
ຂຽນແນວນີ້ຊີບໍຖືກແບນຫວານີ້ນະຄັນມັນຜີດກໍລືບອອກເດີຂໍໂທດທີເວົ້າແປນນະ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຫໃຫຍ່ລົ້ນ ໄຫນ້ອຍບໍເຕັມ ນະ ຮູ້ ບໍ

ຮັກແທ້ຄືແມ່

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ຂ້າພະຂ້ອຍກໍ່ຢ້ານຖືກແບນແຕ່ມັນບໍ່ແມ່ນຄວາມຜິດເຮົາໃດເຮົາເອົາມາເວົ້າຕໍ່ໆກັນຈື່ໆເຮົາໄດ້ຍິນມາເລີຍເອົາມາຫາຄຳເຫັນນຳຊື່ໆຄັນຜິດກໍ່ຈະເອົາອອກ

-----------------------TARO--------------------

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ໂອເຄລະຕີ

-----------------------TARO--------------------

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂລກມະນຸດກະເປັນແບບນີ້ລະ
ຕ້ອງທຳໃຈ ແຕ່ຢ່າທໍ້ແທ້ ກະພໍແລ້ວ

ຮັກແທ້ຄືແມ່

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ຮູ້ສຶກດີໆ ຕໍ່ສິ່ງທີ່ເຈົ້າຕ້ອງການ ແລ້ວມັນຈະເກີດຂື້ນແທ້ໆ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຢູ່ດົງໂດກເສັງທຸກປີແຕ່ກະບໍ່ແນ່ໃຈ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄປບ່ອນທີ່ມັກ ມັກບ່ອນທີ່ໄປ 555+

21 3-15-13-16-12-5-20-5 13-5


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ມີຢູ່ດົງໂດກເສັງທຸກປີແຕ່ກະບໍ່ແນ່ໃຈ



ແມ່ນແລ້ວ ເສັງທຸກປີ ມີທຶນມາຕະຫຼອດ ດວງດີເສັ້ນໃຫຍ່ກະໄດ້ໄປ ລອງວັດ ເບິງແມ໊

ຮັກແທ້ຄືແມ່

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ໂຮງຮຽນຊົນເຜົ່າ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຶນຕ່າງປະເທດ ມັນຈະມີເງືອນໄຂເດີ້ ກີ້
ພິຈາລະນາດີໆ


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍບໍ່ໄດ້ໄຊ້ເສັ້ນ ບໍ່ໄດ້ໄຊ້ເງິນ ແລະ ບໍ່ໄດ້ເສັງ

ເສັ້ນບໍ່ເສັ້ນ ບໍ່ກ່ຽວ ມັນຢູ່ທີ່ວ່າໂລກຂອງເຈົ້າມັນເປີດກ້ວາງຊ່ຳໃດ

ເຈົ້າໄດ້ຕັ້ງໃຈຊອກຫາແລ້ວ ຫຼືບໍ່? ໄດ້ຖາມຜູ້ຢູ່ອ້ອມຂ້າງ ຜູ້ທີ່ມີປະສົບການ ແລ້ວບໍ່?
ເຈົ້າເຮັດໂຕດີພໍ ໃຫ້ເຂົາຜູ້ນັ້ນກ້າຮັບປະກັນເອົາເຈົ້າບໍ່?

ເສັ້ນບໍ່ເສັ້ນບໍ່ຮູ້ ຮູ້ແຕ່ວ່າ ຄົນໃຊ້ແຕ່ອາລົມ ບໍ່ໄດ້ເຮັດສຸດຄວາມສາມາດ ຫຼື ບໍ່ໄດ້ເຮັດຫຍັງເລີຍ
ແຕ່ຍາມໃດກໍ່ຢາກກິນໝາກງາມ ບໍ່ໄດ້ກິນກໍ່ຈົ່ມ ຕິຫັ້ນຕິນີ້ນັ້ນ ເສັ້ນ ໑໐໐%



ເຮົາຄົບກັນສອງປີແລ້ວ.. ^_^

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈະປະຕິເສດວ່າບາງທຶນບໍ່ໃຊ້ເສັ້ນ.............ກະຍາກທີ່ຈະເອີ່ຍ..
ແຕ່ບາງທຶນ(ທີ່ມອບໃຫ້ຈາກຕ່າງປະເທດ).....ຂ້ອນຂ້າງເວົ້າໄດ້ວ່າວັດກັນທີ່ຄວາມສາມາດແທ້ຯ..

ເອົາເປັນວ່າ..ທຶນຈາກພໍ່ແມ່..ນັ່ນແຫຼະດີທີ່ສຸດ..
ເປັນທຶນທີ່ບໍ່ໄດ້ໃຊ້ເສັ້ນ..
ໃຊ້ແຕ່ຄວາມຮັກ ແລະ ຄວາມຫວັງ..
ກໍຕັ້ງໃຈຮຽນຕາມທີ່ເພິ່ນມອບໂອກາດ ແລະ ທຶນໃຫ້ກະດີທີ່ສຸດແລ້ວ..


໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ໃຊ້ເສັ້ນສາຍນິກະຫຼາຍຢູ່ ແຕ່ບໍ່ໃຊ້ເສັ້ນສາຍກະມີຖ້າເຈົ້າມີຄວາມສາມາດເຖິງແລ້ວເສັງຢູ່ໃສກະບໍ່ກັງວົນ ຖ້າເຈົ້າໄດ້ຄະແນນສູງກ່ວາໝູ່ແລ້ວບໍ່ມີໃຜປ່ຽນຊື່ເຈົ້າແນ່ນອນ. ຂ້ອຍກະບໍ່ໄດ້ໃຊ້ເສັ້ນສາຍຫຍັງດອກກະຍັງໄດ້ທີ່ 1

Expert of Math apply, Math analysis and General Math

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ຂ້ອຍບໍ່ໄດ້ໄຊ້ເສັ້ນ ບໍ່ໄດ້ໄຊ້ເງິນ ແລະ ບໍ່ໄດ້ເສັງ

ເສັ້ນບໍ່ເສັ້ນ ບໍ່ກ່ຽວ ມັນຢູ່ທີ່ວ່າໂລກຂອງເຈົ້າມັນເປີດກ້ວາງຊ່ຳໃດ

ເຈົ້າໄດ້ຕັ້ງໃຈຊອກຫາແລ້ວ ຫຼືບໍ່? ໄດ້ຖາມຜູ້ຢູ່ອ້ອມຂ້າງ ຜູ້ທີ່ມີປະສົບການ ແລ້ວບໍ່?
ເຈົ້າເຮັດໂຕດີພໍ ໃຫ້ເຂົາຜູ້ນັ້ນກ້າຮັບປະກັນເອົາເຈົ້າບໍ່?

ເສັ້ນບໍ່ເສັ້ນບໍ່ຮູ້ ຮູ້ແຕ່ວ່າ ຄົນໃຊ້ແຕ່ອາລົມ ບໍ່ໄດ້ເຮັດສຸດຄວາມສາມາດ ຫຼື ບໍ່ໄດ້ເຮັດຫຍັງເລີຍ
ແຕ່ຍາມໃດກໍ່ຢາກກິນໝາກງາມ ບໍ່ໄດ້ກິນກໍ່ຈົ່ມ ຕິຫັ້ນຕິນີ້ນັ້ນ ເສັ້ນ ໑໐໐%






ຄືມາຕອບຖືກໃຈຂ້ອຍແທ້ເບາະ......ມີຄວາມຝັນແລ້ວຈົ່ງລົງມືເຮັດແຕ່ດຽວນີ້...ໄປຫາໂອກາດດີກ່ວາໃຫ້ໂອກາດມາຫາເຮົາ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໓ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ອັນນິກະບໍ່ຮູ້ ໄດ້ຍິນກະເຈົ້າເວົ້າຊື່ໆ ຂ້ອຍບໍ່ສົນຢູ່ແລ້ວວ່າເສັ້ນຫຼືບໍ່ ແຕ່ສົນຢູ່ບ່ອນວ່າເຮັດຫຍັງກໍ່ເຮັດໃຫ້ສຸດໆກໍພໍ

-----------------------TARO--------------------