ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄວາມເປັນມາຂອງວັນສຳຄັນທາງພຸທທະສາສນາ( ວັນວິສາຂະບູຊາ )

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ວັນວິສາຂະ ຄືເດືອນຫົກເພັງ ຂອງທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ ໂດຍສະເພາະຊາວພຸດແລະປະເທດທີ່ນັບຖືພຸດທະສາສນາ ເຊັ່ນສີລັງກາ ພະມ້າ ໄທ ລາວ ແລະບາງສ່ວນຂອງອິນເດຍ ມາເລເຊຍ ສິງກະໂປ ອິນໂດເນເຊຍ ແລະປະເທດທີ່ນັບຖືພຸດທະສາສະນາມະຫາຍານເຊ່ນຍີ່ປຸນ ຈີນ ໄຕ້ຫວັນ ຫວຽດນາມ ພູຖານ ເນປານ ມົງໂກນ...ໄດ້ພາກັນປະຕິບັດບູຊາ ພຣະພຸທທະເຈົ້າອັນເປັນຜູ້ຄົ້ນພົບສັດຈະທຳແລະ ນຳມາສັ່ງສອນສາວົກສືບກັນມາເຖິງທຸກວັນນີ້ ນັບເປັນເວລາ ໒໕໕໓ ປີແລ້ວ
ຄວາມເປັນມາ
ເປັນວັນປະສູຕຂອງເຈົ້າຊາຍສິດທັດຖະທີ່ສວນລຸມພິນີ ປະຈຸບັນຢູ່ປະເທດເນປານ ກ່ອນພຸດທະສັກກະຫລາດ 80 ປີ
ເປັນວັນຕັດສະຮູ້ຄົ້ນພົບພຣະສັດຈະທັມແລະ ຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແປວ່າຜູ້ຮູ້ ຜູ້ຕື່ນ ຜູ້ມີຄວາມສຸກ ທີ່ເມືອງອຸລຸເວລາເສນານິຄົມ ປັດຈຸບັນຄືພຸດທະຄະຍາປະເທດອິນເດຍ
ເປັນວັນສະເດັດດັບຂັນປະຣິນິບພານ(ຕາຍ) ຂອງພຣະພຸດທະເຈົ້າກ້ອງຕົ້ນສາຣະ ທີ່ເມືອງກຸສິນາຣາ ປະເທດອິນເດຍ
ຫລາຍຄົນເມື່ອໄດ້ອ່ານໄດ້ຮຽນແລ້ວ ບາງຄົນກໍ່ຄິດໄປວ່າເປັນໄປບໍໄດ້ທີ່ຈະກົງມື້ດຽວກັນ ອັນນີ້ແລ້ວແຕ່ຄົນທີ່ຈະຄິດ ເຮົາເປັນຊາວພຸດເຮົາຕ້ອງເຊື່ອທີ່ປະກອບໄປດ້ວຍປັນຍາ ບໍ່ແມ່ນເຊື່ອໂດຍບໍມີເຫດຜົນ
ດັ່ງທີ່ພຣະພຸດທະເຈົ້າສະແດງລະດັບປັນຍາຂອງຄນໄວ້ 4 ຂັ້ນຄືກັບດອກບົວ 4 ເຫຼ່າ *****ຄວາມເຊື່ອຂອງຄົນທີ່ມີສັດທາໝັ້ນຄົງຢ່າງດຽວກໍ່ບໍ່ຕ້ອງຄຶດຫຍັງຫລາຍ ກໍ່ເພາະພຣະພຸທທະເຈົ້າເປັນຄົນວິເສດ ຊົງເປັນຄູຂອງຄົນທັງຫລາຍ ສາມາດທີ່ຈະຮູ້ໄດ້ທຸກສິ່ງ ການທີ່ວັນທັງສາມມາກົງກັນກໍ່ເປັນທຳມະດາຂອງພຣະພຸດທະເຈົ້າ
*****ອີກຄວາມເຊື່ອຂອງຄົນທີ່ມີສັດທາແລະ ປະກອບໄປດ້ວຍປັນຍາກໍ່ບໍ່ໄດ້ຄິດໄປກວ່າວ່າວັນທັງສາມມາກົງກັນ ທີ່ແທ້ກໍ່ເປັນວັນດຽວກໍ່ຄືວັນຕັດສະຮູ້ ຖ້າເຮົາຄິດໃຫ້ດີໆ ວັນຕັດສະຣູ້ນີ້ກໍ່ເປັນວັນເກິດຂື້ນຂອງພຣະພຸທທະເຈົ້າ ຫລືຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແລະເປັນວັນຄົ້ນພົບສັດຈະທຳ ແລະວັນປະຣິນິບພານ ທີ່ຈິງນິບພານແປວ່າເຢັນລົງ ຫລືຫມົດຈາກກິເລດຕັນຫາທັ້ງປວງ ແຕ່ຍັງມີຂັນຫ້າ ມີກາຍມີໃຈຄອງຢູ່ ອີກນິບພານໜຶ່ງກໍ່ຄືໝົດກິເລດພ້ອມກັບການດັບລົງຂອງຂັນຫ້າ ທີ່ພາສາເຮົາວ່າຕາຍຫັ້ນແລະ ແຕ່ເຮົາຕາຍນັ້ນບໍ່ຮູ້ວ່າຈະໄປໃສ ຮູ້ແຕ່ວ້າຕ້ອງໄປທີ່ວັດ ຫຼືປ່າຊ້າ ແຕ່ພຣະອໍຣະຫັນຕາຍແລ້ວເພິ່ນມີທາງຂອງເພິ່ນເຮົາບໍ່ສາມາດທີ່ຈະຮູ້ໄດ້ ຕາບໃດທີ່ເຮົາຍັງບໍ່ໄປເຖິງຈຸດນັ້ນ ຄືເຕົ່າກັບປາຖຽງກັນເລື່ອງມີວ່າເຕົ່າສາມາດຂຶ້ນມາເທິງບົກໄດ້ ໄດ້ເຫັນຫລາຍສິ່ງຫລາຍຢ່າງເທິງບົກ ແລ້ວນຳໄປເລົ່າໃຫ້ປາຟັງຢາກທີ່ປາຈະເຊື່ອເຕົ່າວ່າມີເທິງບົກຢູ່ຈິງ ຄົນເຮົາກໍ່ຄືກັນເຮົາຈະຮູ້ວ່າເກືອຈະເຄັມກໍ່ເພາະເຮົາເຄີຍກິນມາແລ້ວ ສະນັ້ນເຮົາຈະເຊື່ອວ່ານິບພານມີຢູ່ຈິງກໍ່ເກິດຈາກເຮົາປະຕິບັດເອງ ບໍ່ມີໃຜທີ່ຈະລິຂິດຊີວິດຂອງເຮົາໄດ້ນອກຈາກເຮົາເອງ ພຣະພຸດທະເຈົ້າກໍ່ບໍ່ສາມາດທີ່ຈະຊ່ອຍໄດ້ ພຣະອົງເປັນພຽງຜູ້ບອກທາງເທ່ານັ້ນ ຄົນວຽງຈັນຈະຮູ້ວ່າຫລວງພຣະບາງງາມສ່ຳໃດເຮົາຕ້ອງໄປເບິ່ງເອງ ເຊັ່ນດຽວກັບຄົນຫລວງພຣະບາງຈະຮູ້ວ່າວຽງຈັນງາມສ່ຳໃດກໍ່ຕ້ອງມາເບິ່ງເອງ ການທີ່ເຮົາຈະເຊື່ອໂດຍບໍ່ໄດ້ສຳຜັດຈາກຕົວເອງແລະຂາດເຫດຜົນ ປັນຍາ ແລ້ວຄວາມເຊື່ອຂອງເຮົາກໍ່ບໍ່ມີປະໂຫຍດ
ແຕ່ບໍ່ຕ້ອງຄິດຫຍັງຫລາຍສຳຫລັບຜູ້ທີ່ມັກຊີວິດລຽບງ່າຍໆ ບໍ່ຄ່ອຍທີ່ຈະຄິດເລື່ອງແບບນີ້ກໍ່ ຄິດແຕ່ວ່າເຣົາຈະເຮັດແນວໃດໃຫ້ມີຄວາມສຸກທັ້ງກາຍແລະໃຈ ໃນປະຈຸບັນຊາດນີ້ ເຮົາກໍ່ຂົນຂວາຍເຮັດແຕ່ສິ່ງທີ່ດີ ສິ່ງທີ່ດີທີ່ແທ້ຈິງກໍ່ຄືວ່າ ເຮົາໄດ້ເຮັດໄປແລ້ວທາງກາຍ ວາຈາ ທາງໃຈທີ່ຄິດລົງໄປກະທຳລົງໄປເວົ້າອອກໄປແລ້ວ ຕົວເຮົາແລະຄົນອື່ນບໍ່ເດືອດຮ້ອນ ບໍ່ນຳມາເຊິ່ງນ້ຳຕາ ແຕ່ນຳມາເຊິ່ງສຽງຫົວຄວາມພູມໃຈທັ້ງໃນປະຈຸບັນແລະ ອະນາຄົດນີ້ແຫລະເປັນສິ່ງທີ່ດີ
ແຕ່ຜູ້ທີ່ສົນໃຈກໍ່ຂໍອະນຸໂມທະນາ ຂ້າພຣະເຈົ້າຂໍແນະນຳໃຫ້ທ່ານຜູ້ທີ່ຕ້ອງການມີຄວາມສຸກໃນປະຈຸບັນ ຈົ່ງເປັນຄົນທີ່ເບິ່ງຫາຄົນອື່ນ ສິ່ງອື່ນໆ ດ້ວຍຄວາມເຂົ້າໃຈ ເຊັ່ນເບິ່ງດອກໄມ້ ຖ້າເຮົາເບິ່ງຢ່າງລະອຽດເຮົາຈະບໍ່ເຫັນແຕ່ດອກໄມ້ ແຕ່ເຮົາຈະເຫັນແມງກະເບື້ອ ເຫັນມົດ ເຫັນເຜຶ້ງ ເຫັນຜູ້ປູກ ເຫັນນ້ຳ ເຫັນດິນ ເຫັນລົມ...........ແລ້ວເຮົາກໍ່ຈະເປັນຄົນຮັກທຳມະຊາດ ຮັກຄນອື່ນ ຮັກຕົວເອງ......
ບໍ່ຮູ້ວ່າບົດຂຽນຂອງຂ້າພຣະເຈົ້າຈະກົງກັບຫົວຂໍ້ບໍ່ນໍ້ ຂຽນໄປມາດຽວເຂົາຈະວ່າໃຫ້ວ່າເທດໃຫ້ຟັງ ບໍ່ແມ່ນເທດເດີ ເພາະບໍ່ໄດ້ຂື້ນນະໂມ.....
ເປັນພຽງຂໍ້ຄິດເລັກໆນ້ຽໆ ອ່ານແລ້ວຄອມເມັ້ນໃຫ້ແດ່ເນີ ຈະເປັນເນື້ອຫາສາຣະ ຫລືຫນັງສືລາວທີ່ຂ້ອຍຂຽນ ຂໍຄອບໃຈລ່ວງຫນ້າກໍ່ແລ້ວກັນມີຫຍັງເຮົາເວົ້າກັນໄດ້ຄົນລາວຄືກັນ ເຮົາເປັນລາວເຮົາຕ້ອງຮັກແລະຫວງແຫນແດນລາວ ຢ່າໄດ້ໄປວາງໃຈໃຫ້ກັບຊາດໃດໆທັ້ງນັ້ນ ເລື່ອງວັນວິສາຂະກໍ່ຂໍໂຈະໄວ້ເທ່ານີ້ກ່ອນ ຄອບໃຈ
[b]
[/b]