ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເຈົ້າຄິດແນວໃດ ? ຖ້າມີການຂຶ້ນເງິນເດືອນພະນັກງານຄູ ທັງລັດຖະກອນ ແລະ ຄູສັນຍາຈ້າງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຄິດວ່າຄວນຈະຂຶ້ນເງິນເດືອນຄູໃຫ້ສູງກວ່າ ຂະແໜງການອື່ນໆ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ເຫັນດີທີ່ສຸດຂື້ນເງິນເດືອນໃຫ້ຄູໄດ້ ຖ້າເພື່ຶອພັດທະນາປະເທດຊາດ ໃຫ້ຈະເລີນ ອີກຢ່າງຖ້າຄູ ປາກທ້ອງອີ່ມ ມີກຳລັງໃຈສອນ ບໍ່ຕ້ອງພະວົງຫນ້າພະວົງຫລັງ
ຫາເງີນທາງອືນ ຕັ້ງໃຈສອນຢ່າງດຽວ ອີກຢ່າງຄົນມິຄວາມຮູ້ກໍຫັນຫນ້າເຂົ້າມາຫາວົງການຄູຫລາຍຂື້ນ.


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ดีๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆๆ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກໍດີ ຖ້າເງີນເດືອນສູງຂື້ນແລ້ວຈຶ່ງຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນ ບໍ່ຕ້ອງຫາລາຍໄດ້ເສີມ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ moon ຂຽນວ່າ...
ເຫັນດີທີ່ສຸດຂື້ນເງິນເດືອນໃຫ້ຄູໄດ້ ຖ້າເພື່ຶອພັດທະນາປະເທດຊາດ ໃຫ້ຈະເລີນ ອີກຢ່າງຖ້າຄູ ປາກທ້ອງອີ່ມ ມີກຳລັງໃຈສອນ ບໍ່ຕ້ອງພະວົງຫນ້າພະວົງຫລັງ
ຫາເງີນທາງອືນ ຕັ້ງໃຈສອນຢ່າງດຽວ ອີກຢ່າງຄົນມິຄວາມຮູ້ກໍຫັນຫນ້າເຂົ້າມາຫາວົງການຄູຫລາຍຂື້ນ.



ແມ່ນແລ້ວ ເຮົາກາຄືກັນ ຕອນຈົບໃຫມ່ ອາຈານ ບອກວ່າ ສອນຢູ່ນີ່ເລີຍແມ ອາຈານສິຍື່ນເລື່ອງໃຫ້

ເຮົາກາເລືອກອອກມາເຮັເກັບເອກະຊົນຕ່າງປະເທດ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ເຫັນດີນຳການຂື້ນເງີນເດື່ອນໃຫ້ພະນັກງານ ລັດຖະກອນ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ເຫັນດີນຳ ເພາະວ່າຄູຕ້ອງເອົາໃຈໃສ່ນັກຮຽນພິເສດ ແລະ ໃກ້ສິດຫຼາຍ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ຂຶ້ນໄດ້ກໍ່ດີ
ແຕ່ໃນຖານະທີ່ຂ້າພະເຈົ້າກໍ່ເປັນຄູຄືກັນ ຂ້າພະເຈົ້າຄິດວ່າການເອົາໃສ່ນັກຮຽນ ແລະ ການສິດສອນທີ່ດີນັ້ນບໍ່ໄດ້ຂຶ້ນກັບເງິນເດືອນ

ບໍ່ວ່າຈະເປັນຄູລັດ ຫຼື ເອກະຊົນກໍ່ຕ້ອງມີຈັນຍາບັນໃນການສອນນັກຮຽນ ຖ່າຍທອດຄວາມຮູ້ຄວາມສາມາດທັງໝົດທີ່ຕົນມີໃຫ້ນັກຮຽນ ບໍ່ແມ່ນວ່າຫວງຄວາມຮູ້ໃນຫ້ອງຮຽນ ແລ້ວໄປຮັບຈ້າງສອນເພີ່ມທາງນອກເພື່ອຫາລາຍໄດ້ພິເສດ.
ນັກຮຽນ-ນັກສຶກສາທຸກໆທ່ານກໍເຊັ່ນກັນ ຕ້ອງຕັ້ງໃນຮຽນ ປະຕິບັດຕາມຄຳສອນຂອງຄູອາຈານ ບໍ່ມີຄູອາຈານຜູ້ໃດດອກຢາກເຫັນນັກຮຽນເສັງຕົກ


ຊີວິດຄູນັ້ນມັນລຳບາກກໍຈິງ ແຕ່ທຸກຄົນຕ້ອງ ຮັກໃນສິ່ງທີ່ເຮັດ ບໍ່ຊັ້ນແລ້ວ ເຮັດຫຍັງກໍ່ຈະບໍ່ມີຄວາມສຸກ

ສຳລັບລັດຖະກອນນັ້ນ ກໍ່ອົດທົນເອົາເນີ້ ປີ 2012 ພະແນກເສດຖະກິດ ສ.ນ.ຍ ເພິ່ນຈະປັບເງີນຂຶ້ນໃຫ້ວ່າຊັ້ນ (ໄດ້ຍິນອ້າຍເຂີຍເວົ້າ ບໍຮູ້ວ່າແທ້ບໍ່)


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ກາດີ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອິອິອິ... ເວົ້າເລື່ອງຂື້ນເງິນເດືອນນີ້ກັນກໍ່ມັກສຸດໆ ເລີຍ
ແຕ່ຕ້ອງເຂົ້າໃຈວ່າຈະເອົາເງິນທາງໃດມາຂື້ນໃຫ້
ຖ້າຢາກໃຫ້ມີການເພີ່ມຂື້ນຂອງເງິນເດືອນແມ່ນຕ້ອງໄດ້ດຶງອັດຕາພາສີຕ່າງໆຂື້ນ, ແລ້ວມີໃຜພໍໃຈບໍ່ຖ້າພາສີເພີ່ມຂື້ນ
ເຊິ່ງມັນຈະສົ່ງຜົນສະທ້ອນກັບຄືນມາຄືເກົ່າ ຢູ່ທີ່ວ່າ ເງິນເດືອນສູງຄ່າຄອງຊີບສູງ ສຸດທ້າຍມູນຄ່າຕ່າງໆກໍ່ຍັງຢູ່ໃນລະດັບເດີມ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຕາມທິດສະດີ ວິທີທີ່ດີທີ່ສຸດແມ່ນເຮັດໃຫ້ພື້ນຖານເສດຖະກິດຂອງບ້ານເຮົາໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງແລະມີປະສິດທິພາບ
ເພື່ມໃຫ້ມີການສົ່ງອອກຫຼາຍກວ່າການນໍາເຂົ້າ... ສົ່ງເສີມໃຫ້ນໍາໃຊ້ສິນຄ້າພາຍໃນ ແລະ ອື່ນໆອີກ
ເມື່ອປະຊາຊົນມີໄລໄດ້... ແລະ ສາມາດເສຍພາສີໄດ້ໝົດທຸກຄົນ ເຊີ່ງນັ້ນກໍ່ແມ່ນແຫຼ່ງເງິນເດືອນຂອງລັດຖະກອນ ກໍ່ຈະເພີ່ມຂື້ນ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ smartcat ຂຽນວ່າ...
ຂຶ້ນໄດ້ກໍ່ດີ
ແຕ່ໃນຖານະທີ່ຂ້າພະເຈົ້າກໍ່ເປັນຄູຄືກັນ ຂ້າພະເຈົ້າຄິດວ່າການເອົາໃສ່ນັກຮຽນ ແລະ ການສິດສອນທີ່ດີນັ້ນບໍ່ໄດ້ຂຶ້ນກັບເງິນເດືອນ

ບໍ່ວ່າຈະເປັນຄູລັດ ຫຼື ເອກະຊົນກໍ່ຕ້ອງມີຈັນຍາບັນໃນການສອນນັກຮຽນ ຖ່າຍທອດຄວາມຮູ້ຄວາມສາມາດທັງໝົດທີ່ຕົນມີໃຫ້ນັກຮຽນ ບໍ່ແມ່ນວ່າຫວງຄວາມຮູ້ໃນຫ້ອງຮຽນ ແລ້ວໄປຮັບຈ້າງສອນເພີ່ມທາງນອກເພື່ອຫາລາຍໄດ້ພິເສດ.
ນັກຮຽນ-ນັກສຶກສາທຸກໆທ່ານກໍເຊັ່ນກັນ ຕ້ອງຕັ້ງໃນຮຽນ ປະຕິບັດຕາມຄຳສອນຂອງຄູອາຈານ ບໍ່ມີຄູອາຈານຜູ້ໃດດອກຢາກເຫັນນັກຮຽນເສັງຕົກ


ຊີວິດຄູນັ້ນມັນລຳບາກກໍຈິງ ແຕ່ທຸກຄົນຕ້ອງ ຮັກໃນສິ່ງທີ່ເຮັດ ບໍ່ຊັ້ນແລ້ວ ເຮັດຫຍັງກໍ່ຈະບໍ່ມີຄວາມສຸກ

ສຳລັບລັດຖະກອນນັ້ນ ກໍ່ອົດທົນເອົາເນີ້ ປີ 2012 ພະແນກເສດຖະກິດ ສ.ນ.ຍ ເພິ່ນຈະປັບເງີນຂຶ້ນໃຫ້ວ່າຊັ້ນ (ໄດ້ຍິນອ້າຍເຂີຍເວົ້າ ບໍຮູ້ວ່າແທ້ບໍ່)


ຊົມເຊີຍສໍາລັບຜູ້ເປັນຄູ, ມີທຸກມື້ນີ້ໄດ້ກໍ່ຍ້ອນໄດ້ຮັບການສິດສອນຈາກຄູ ແລະ
ເຫັນດີນໍາຄໍາທີຂຽນມາຂ້າງເທິງ ລັດຖະກອນ (Social Servant), ແມ່ນຜູ້ໃຫ້ບໍ່ລິການສັ່ງຄົມ ຖ້າເຮັດໄດ້ດີ ປະຊາຊົນຮັ່ງມີ, ມີຢູ່ມີກິນ
ແລ້ວທ່ານຈະບໍ່ມີຢູ່ມີກິນໄດ້ແນວໃດ....

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໕ ກະທູ້
໑໒໓ ໂພສ
ນັກການກະທູ້
ເຫັນດີ ຢ່າງສຸດໃຈ

ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິ່ງທີ່ຢາກຂໍ ແລກກັບເງິນເດືອນທີ່ຈະເພີ່ມຂຶ້ນ ຄື ຢາກໃຫ້ເກັ່ງໃນເລື່ອງວິຊາການສົມກັບເງິນເດືອນ -.-'


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ smartcat ຂຽນວ່າ...
ຂຶ້ນໄດ້ກໍ່ດີ
ແຕ່ໃນຖານະທີ່ຂ້າພະເຈົ້າກໍ່ເປັນຄູຄືກັນ ຂ້າພະເຈົ້າຄິດວ່າການເອົາໃສ່ນັກຮຽນ ແລະ ການສິດສອນທີ່ດີນັ້ນບໍ່ໄດ້ຂຶ້ນກັບເງິນເດືອນ

ບໍ່ວ່າຈະເປັນຄູລັດ ຫຼື ເອກະຊົນກໍ່ຕ້ອງມີຈັນຍາບັນໃນການສອນນັກຮຽນ ຖ່າຍທອດຄວາມຮູ້ຄວາມສາມາດທັງໝົດທີ່ຕົນມີໃຫ້ນັກຮຽນ ບໍ່ແມ່ນວ່າຫວງຄວາມຮູ້ໃນຫ້ອງຮຽນ ແລ້ວໄປຮັບຈ້າງສອນເພີ່ມທາງນອກເພື່ອຫາລາຍໄດ້ພິເສດ.
ນັກຮຽນ-ນັກສຶກສາທຸກໆທ່ານກໍເຊັ່ນກັນ ຕ້ອງຕັ້ງໃນຮຽນ ປະຕິບັດຕາມຄຳສອນຂອງຄູອາຈານ ບໍ່ມີຄູອາຈານຜູ້ໃດດອກຢາກເຫັນນັກຮຽນເສັງຕົກ


ຊີວິດຄູນັ້ນມັນລຳບາກກໍຈິງ ແຕ່ທຸກຄົນຕ້ອງ ຮັກໃນສິ່ງທີ່ເຮັດ ບໍ່ຊັ້ນແລ້ວ ເຮັດຫຍັງກໍ່ຈະບໍ່ມີຄວາມສຸກ

ສຳລັບລັດຖະກອນນັ້ນ ກໍ່ອົດທົນເອົາເນີ້ ປີ 2012 ພະແນກເສດຖະກິດ ສ.ນ.ຍ ເພິ່ນຈະປັບເງີນຂຶ້ນໃຫ້ວ່າຊັ້ນ (ໄດ້ຍິນອ້າຍເຂີຍເວົ້າ ບໍຮູ້ວ່າແທ້ບໍ່)

5555 ດີໃຈເດະເນາະ ຄູຈັງຊິມີຊີວິດທີ່ດີຂຶ້ນ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີໆ ເພາະຂ້ອຍກະຈິເປັນຄູ

ຮັກນ້ອງຕອນເມົາ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ paipai ຂຽນວ່າ...
ຂ້ອຍຄິດວ່າຄວນຈະຂຶ້ນເງິນເດືອນຄູໃຫ້ສູງກວ່າ ຂະແໜງການອື່ນໆ


ເຫັນດີນຳ

K.Soubandith

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນດີທີ່ສຸດ ແຕ່ການສອນກະຕ້ອງດີຂຶ້ນ... ແບບວ່າໃຫ້ສົມເງິນເດືອນ

strawberry

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນກະທູ້ນີ້ແລ້ວມີກຳລັງໃຈຂື້ນເປັນກອງເລີຍ
ຖ້າຂື້ນໄດ້ກໍ່ຈະດີ ເພາະຈິໄດ້ມີຢູ່ມີກິນແດ່

ຮັກແທ້ຄືແມ່

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວນຂື້ນໄດ້ແລ້ວ

~Vਕਆpïrєی™~

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຢາກໃຫ້ຂຶ້ນ..
ຂ້ອຍບໍ່ຮູ້ເດີ້ວ່າງົບປະມານຂອງລັດມີເທົ່າໃດ..
ແຕ່ເປັນໄປໄດ້ກະຢາກໃຫ້ໄດ້ຮອດ 1.5ລ້ານກີບຊ່ະ..

ປລ. ແຕ່ຖ້າຂຶ້ນແລ້ວ..
ຄູຕ້ອງເປັນຄູໃຫ້ຫຼາຍຂຶ້ນ..
ເຕີມຫົວໃຈໃສ່ລົງໄປໃນການສິດສອນໃຫ້ເຕັມທີ່..


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ກະຢາກໃຫ້ຂຶ້ນ..
ຂ້ອຍບໍ່ຮູ້ເດີ້ວ່າງົບປະມານຂອງລັດມີເທົ່າໃດ..
ແຕ່ເປັນໄປໄດ້ກະຢາກໃຫ້ໄດ້ຮອດ 1.5ລ້ານກີບຊ່ະ..

ປລ. ແຕ່ຖ້າຂຶ້ນແລ້ວ..
ຄູຕ້ອງເປັນຄູໃຫ້ຫຼາຍຂຶ້ນ..
ເຕີມຫົວໃຈໃສ່ລົງໄປໃນການສິດສອນໃຫ້ເຕັມທີ່..



ຮັກແທ້ຄືແມ່

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີ ດີ ດີ ຂຶ້ນ ເລີ້ຍ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າຂຶ້ນງິນເດືອນຄູກະແມ່ນ ດີດີດີດີດີດີດີດີດີດີດີດີ ຫຼາຍ ຫັນແລ້ວ ພີ້ນ້ອງ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ
เอาใจช่วยครับ สู้ๆ


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ເວົ້າແລ້ວເງິນເດືອນນີ້ແລະ ເປັນປັດໄຈຕັດສິນອັນໜຶ່ງທີ່ເຮັດໃຫ້ຄົນເກັ່ງໆຫຼາຍຄົນ ບໍ່ຢາກເປັນຄູ ຫຼືວ່າເປັນຄູແລ້ວໄດ້ທຶນໄປຮຽນຕໍ່ກັບມາແລ້ວອອກໄປເຮັດອັນອື່ນຊ້ຳ
ຍົກຕົວຢ່າງ: ຄູທີ່ສອນກ່ຽວກັບຄອມພິວເຕີ ເວລາທີ່ໄປເຮັດວຽກນຳບໍລິສັດ ແລະ ໂຄງການ ກັບເງິນເດືອນ ລາຍຮັບຕ່າງກັນກາຍ ສິບເທື່ອ
ຖ້າຂຶ້ນເງິນເດືອນໃຫ້ຄູໄດ້ແທ້ ແມ່ນເຫັນດີທີ່ສຸດໆໆໆໆໆໆໆໆ


໑໑ ກະທູ້
໑໐໑ ໂພສ
ນັກການກະທູ້
ແລ້ວຈະເອົາເງິນຢູ່ໃສມາຂຶ້ນ?


໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດີຫຼາຍ ແມ່ຊິໄດ້ ເອົາເງິນໃຫ້ຂ້ອຍຊື້ເຂົ້າໜົມຫຼາຍຂຶ້ນ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>