ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ການນຸ່ງຖືຂອງນັກສຶກສາລະດັບມະຫາວິທະຍາໄລ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຢູ່ທີ່ປະເທດຈີນ ການນຸ່ງຖືຂອງນັກສຶກສາລະດັບມະຫາວິທະຍາໄລແມ່ນຖືວ່າ ຈະນຸ່ງສະຕາຍໃດໄປຂຶ້ນຮຽນກໍ່ໄດ້ແລ້ວແຕ່ຄວາມສະດວກ (ແຕ່ບໍ່ຕ້ອງເກີນໄປຈົນກວນສາຍຕາສັງຄົມ ເລື່ອງນີ້ນັກສຶກສາຈີນມີສະຕິດີ) ບາງຄົນກໍ່ນຸ່ງເສື້ອແຂນສັ້ນ-ໂສ້ງຂາສັ້ນ ຫຼືຂາຍາວກໍ່ແລ້ວແຕ່, ບາງຄົນກໍ່ໃສ່ຊຸດກິລາໄປຮຽນຫຼັງເລີກຮຽນກ່າລ່ວງໄປຫຼິ້ນກິລາເລີຍ ແຕ່ຍົກເວັ້ນເກີບຕ້ອງໃສ່ເກີບຜ້າ (ຫ້າມໃສ່ເກີບແຕະ) ເຊິ່ງມັນສ້າງຄວາມສະດວກແກ່ເຮົາຫຼາຍ ບາງທີຂ້າພະເຈົ້ານັ່ງຫຼິ້ນຢູ່ຫ້ອງ ຫຼືໄປວຽກຂ້າງນອກມາກ່າລ່ວງໄປຮຽນເລີຍ ບໍ່ຈຳເປັນຕ້ອງກັບໄປລີດເຄື່ອງປ່ຽນເສື້ອຜ້າໃສ່ຊຸດຈັດຊົງ (ຈຸດນີ້ມີເພື່ອນຄົນຈີນບອກວ່າ ການທີ່ເຮົາຈະໄປລີດເຄື່ອງແມ່ນເສຍເວລາຫຼາຍ. ສຳລັບນັກຮຽນປະຖົມ ແລະ ມັດທະຍົມກໍ່ໃຫ້ນຸ່ງເຄື່ອງແພຍືດທີ່ເຮົາຊັກ ແລະ ຕາກແຫ້ງແລ້ວບໍ່ຈຳເປັນລີດ ກໍ່ສາມາດເອົາມານຸ່ງໄດ້ເລີຍກໍ່ຖືວ່າລຽບງາມດີ. ສຳລັບຜົມຜູ້ຍິງຂອງນັກຮຽນປະຖົມ ແລະ ມັດທະຍົມຕົ້ນຫ້າມຈົ່ງກາຍບ່າໄລ່ເພາະມັນຈະເສຍເວລາຈັດແຈງຜົມຫຼາຍ ເຮັດໃຫ້ນັກຮຽນໄປໂຮງຮຽນຊ້າ ໄດ້ຂ່າວວ່າຈັ່ງຊັ້ນ) ສຳລັບນັກສຶກສາລະດັບມະຫາວິທະຍາໄລບ້ານເຮົາເດ? ຖ້າສົມມຸດທາງກະຊວງສຶກສາວາງກົດອອກມາວ່າ: ເວລາໄປຮຽນ ລຳລັບນັກຮຽນວິຊາຊີບ ນັກຮຽນຍິງແມ່ນຈະແຕ່ງກາຍແບບທົ່ວໄປແບບໃດກ່າໄດ້ແຕ່ຕ້ອງນຸ່ງສິ້ນ ຫ້າມເປັນໂສ້ງກັບສະເກິດກໍ່ພໍ ສຳລັບນັກສຶກສາຊາຍກໍ່ສາມາດແຕ່ງກາຍທົ່ວໄປໄດ້ ແຕ່ເກີບຕ້ອງໃສ່ເກີບຜ້າ (ບໍ່ໃຫ້ໃສ່ເກີບແຕະ) ຫ້າມໃສ່ຕຸ້ມຫູ, ຫ້າມຈົ່ງຜົມຍາວແບບຈີ່ໂກະ, ຫ້າມແຕ່ງກາຍແບບລັກເລງ ຫຼືແບບເດັກແລັບກວນໆ. ທັງໝົດນັ້ນເພື່ອນໆຄິດວ່າແນວໃດ?

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ການທີ່ຈະໃຫ້ນັກຮຽນຍິງລະດັບມະຫາວິທະຍາໄລ ຫຼື ໂຮງຮຽນວິຊາຊີບຕ່າງໆໃສ່ສິ້ນໄປໂຮງຮຽນ ບໍ່ວ່າຈະເປັນສິ້ນລວດລາຍໃດກໍ່ຕາມຂໍພຽງເປັນສິ້ນ ແຕ່ຫ້າມແວ່ງຊ້າຍແວ່ງຂວາ ຫຼືສັ້ນເກີນໄປ ຂ້າພະເຈົ້າວ່າກ່າດີໄດ໋ ເພາະຈະເປັນການສົ່ງເສີມໃຫ້ຜູ້ຍິງໃສ່ສິ້ນຫຼາຍຂຶ້ນ. ຕາມຂ້າພະເຈົ້າສັງເກດເບິ່ງບ້ານເຮົາສູ່ມື້ນີ້ຜູ້ຍິງສ່ວນໃຫຍ່ ນອກຈາກສິ້ນ(ຊຸດແບບນັກສຶກສາ)ນຸ່ງໄປຮຽນແລ້ວ ແມ່ນເກືອບວ່າບໍ່ມີສິ້ນນຸ່ງຫຼິ້ນ ຫຼື ນຸ່ງອອກງານສັງຄົມເລີຍ ບາດເວລາຊິໄປງານດອງວ່າຊັ້ນ ບາງຄົນກ່າຊອກຢືມສິ້ນຜູ້ນັ້ນຜູ້ນີ້ ຫຼືບໍ່ກໍ່ໄປເຊົ່າຢູ່ຮ້ານຊຳຊານຸ່ງມື້ດຽວຫັ້ນ

໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ສຳລັບ ຂພຈ ຄິດວ່າບ້ານເຮົາການນຸ່ງເຄື່ອງຂອງທ່ານ ຍິງ ແລະ ທ່ານຊາຍທີ່ສຶກສາຢູ່ຂັ້ນມະຫາໄລຂຶ້ນໄປກໍ່ເຫັນວ່າເປັນລະບຽບດີແລ້ວ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ born2berich ຂຽນວ່າ...
ສຳລັບ ຂພຈ ຄິດວ່າບ້ານເຮົາການນຸ່ງເຄື່ອງຂອງທ່ານ ຍິງ ແລະ ທ່ານຊາຍທີ່ສຶກສາຢູ່ຂັ້ນມະຫາໄລຂຶ້ນໄປກໍ່ເຫັນວ່າເປັນລະບຽບດີແລ້ວ

ໂດຍ ແມ່ນແລະ. ແຕ່ສຳລັບຕົວຂ້າພະເຈົ້າແລ້ວມາຮຽນຢູ່ຈີນເລີຍເຫັນວ່າການນຸ່ງຖືແບບທົ່ວໄປ ໄປຂຶ້ນຮຽນຮູ້ສຶກມັນສະດວກ ແລະ ວ່ອງໄວດີຊັ້ນເດ ມື້ນີ້ໃສ່ເຄື່ອງແນວໃດຢູ່ບ້ານຢູ່ຊ່ອງພໍຮອດເວລາຮຽນກ່າໄປຮຽນເລີຍ ຮູ້ສຶກສະດວກເລີຍເອົາມາສົນທະນາກັນເບິ່ງ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກົດລະບຽບ ເຂົາສ້າງຂື້ນໄຫ້ເໝາະສົມກັບປະເທດ ເຂົາ ເຮົາຄິດວ່າຂອງບ້ານເຮົານິ ຊາວໂລກເຂົາເຫັນກະຍ້ອງຍໍ ບໍ່ຄວນປ່ຽນແປງເດີ້ ຄວາມຄິດສ່ວນຕົວ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄວນຢ່າງຍິ່ງ ນຸ່ງແບບສະເໝີພາບດີກ່ວາ ຖ້ານຸ່ງຊຸດທຳມະດາໄປຮຽນມັນຊິມີການແບ່ງແຍກທາງຊົນຊັ້ນ(ແນວໃດ!?ໃຫຍ່ແລ້ວຄິດເອົາ)

ລະກະບໍ່ເປັນລະບຽບ ເບິ່ງລະລາຍຕາ ຢູ່ຈີນນິບໍ່ເວົ້າດອກ ອາຈານນຸ່ງສັ້ນຊ່ຳໃດກະຍັງບໍ່ມີໃຜວ່າ!!?

ເຮົາຄົບກັນສອງປີແລ້ວ.. ^_^

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລະດັບໃດກໍ່ຄວນນຸ່ງໃຫ້ຖຶກກັບລະບຽບຂອງສະຖາບັນ ເນາະ
ເພາະມັນເປັນການໃຫ້ກຽດສະຖາບັນ ແລະສະແດງເຖີງມາລະຍາດຂອງຕົວເອງອີກດ້ວຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂ້ອຍກ່າຄິດນຳຢູ່ວ່າ ສົມມຸດຖ້າປ່ຽນນີ້ຊິເປັນແນວໃດ ເພາະນັກສຶກສາບ້ານເຮົາລະແຂ່ງຂັນກັນເລື່ອງການແຕ່ງເນື້ອແຕ່ງຕົວ ບາດນັກສຶກສາບ້ານເຂົາລະແຂ່ງຂັນກັນເລື່ອງການສຶກສາ ການແຕ່ງຕົວແມ່ນທຳມະດາຈົນຂ້ອຍບໍ່ໄຈ້ແຍກອອກໄດ້ ຖ້າເວົ້າເຖິງອາຈານ ບາງຄົນເປັນຮອດສາດສະດາຈານຂີ່ເກັງມາໂຮງຮຽນມາສອນກ່າແຕ່ງທຳມະດາທົ່ວໄປໄດ໋ ໃສ່ເສື້ອຢືດບາງທີກ່າມີຄໍ ບາງທີກ່າຄໍມົນ ບໍ່ເຂົ້າລຳກ້ອງ ໂສ້ງຂາຍາວ ແລະ ເກີບຜ້າທຳມະດາທົ່ວໄປ. ຂ້ອຍເບິ່ງແລ້ວຮູ້ສຶກພູມໃຈຫຼາຍ ເພາະຂະເຈົ້າຮູ້ຄຳວ່າ“ພໍພຽງ”ເພື່ອໃຫ້ຕົນເອງມີເງິນເກັບໄວ້ໃຊ້ຈ່າຍອັນທີ່ຈຳເປັນໃນວັນຄັ້ງໜ້າ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ລະດັບໃດກໍ່ຄວນນຸ່ງໃຫ້ຖຶກກັບລະບຽບຂອງສະຖາບັນ ເນາະ
ເພາະມັນເປັນການໃຫ້ກຽດສະຖາບັນ ແລະສະແດງເຖີງມາລະຍາດຂອງຕົວເອງອີກດ້ວຍ

ຖ້າກົດລະບຽບອະນຸຍາດໃຫ້ ການນຸ່ງເຄື່ອງທົ່ວໄປກ່າບໍ່ໄດ້ໝາຍວ່າມາລະຍາດເຂົາບໍ່ດີດອກ ມັນກ່າບໍ່ແຕກຕ່າງຫຍັງກັບເຮົາໃສ່ຊຸດທຳມະດາຢູ່ບ້ານນີ້ແຫຼະ ແຕ່ສິ່ງສຳຄັນຢ່າແຕ່ງກາຍກວນເກີນໄປ ບາງຄົນໃສ່ຊຸດນັກສຶກສາລ້າແຕ່ອອກນອກກອບເຮັດໃຫ້ສະຖາບັນເຊື່ອມເສຍກ່າມີຫຼາຍສົມຄວນ

໑໐ ກະທູ້
໒໕໑ ໂພສ
ນັກການກະທູ້
ກະເປັນລະບຽບດີຢູ່, ເສຍດາຍຂ້ອຍບໍ່ໄດ້ຮຽນຢູ່ພາຍໃນປະເທດ ເລີຍບໍ່ໄດ້ມີໂອກາດໄດ້ໃສ່ຊຸດນັກຮຽນ ມຊ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ກົດລະບຽບ ເຂົາສ້າງຂື້ນໄຫ້ເໝາະສົມກັບປະເທດ ເຂົາ ເຮົາຄິດວ່າຂອງບ້ານເຮົານິ ຊາວໂລກເຂົາເຫັນກະຍ້ອງຍໍ ບໍ່ຄວນປ່ຽນແປງເດີ້ ຄວາມຄິດສ່ວນຕົວ

ອ໋າວ! ເວົ້າຈົນຮອດວ່າຊາວໂລກຍ້ອງ ບາດສຸດທ້າຍລະມາບອກວ່າຄວາມຄິດສ່ວນຕົວອີກ ຕົວະໃຫ້ຂ້ອຍດີໃຈໝົດ........ເຮິເຮິເຮິ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ບໍ່ຄວນຢ່າງຍິ່ງ ນຸ່ງແບບສະເໝີພາບດີກ່ວາ ຖ້ານຸ່ງຊຸດທຳມະດາໄປຮຽນມັນຊິມີການແບ່ງແຍກທາງຊົນຊັ້ນ(ແນວໃດ!?ໃຫຍ່ແລ້ວຄິດເອົາ)

ລະກະບໍ່ເປັນລະບຽບ ເບິ່ງລະລາຍຕາ ຢູ່ຈີນນິບໍ່ເວົ້າດອກ ອາຈານນຸ່ງສັ້ນຊ່ຳໃດກະຍັງບໍ່ມີໃຜວ່າ!!?

ຂ້ອຍຄິດວ່າ ເລື່ອງການແບ່ງແຍກຊົນຊັ້ນນີ້ມັນຂື້ນກັບບຸກຄົນ ບໍ່ແມ່ນເຂົາແຕ່ງຕົວດີມີຖານະແລ້ວຊິລັງກຽດຄົນຈົນ ຄົນລວຍຜູ້ດີກ່າມີຫຼາຍ ຈົນແລ້ວແຖມຊົ່ວກ່າມີບໍ່ອຶດ ຂ້ອຍຄິດວ່າຄົນດີຍ່ອມຄິດດີສະເໝີອົງການຈັດຕັ້ງພາເດີນທາງໃດ ເຂົາກໍ່ເດີນທາງນັ້ນ ຄັນຄົນພານນີ້ເຖິງຊິແກ້ງທຳເປັນດີມັນກ່າບໍ່ຖິ້ມນິດໄສພານຂອງມັນ ມີມື້ໜຶ່ງມັນກ່າຕ້ອງຄວ້ານິດໄສພານອອກມາໃຊ້ຢູ່ດີ ອັນນີ້ແມ່ນຂ້ອຍເວົ້າໃຫ້ຄິດນຳກັນເດີ ເຮົາຖືວ່າເປັນການແລກປ່ຽນບົດຮຽນກັນ

໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ພູມໃຈທີ່ເກີດເປັນລາວ ລະບຽບບ້ານເຮົາແມ່ນແທດເໝາະກັບຄົນລາວທີ່ສຸດແລ້ວແລະ ເປັນເອກະລັກອັນເອກອ້າງອີກ ໃນໂລກນີ້ມີແຕ່ລາວເທົ່ານັ້ນທີ່ນຸ່ງສິ້ນຂຶ້ນຫ້ອງຮຽນ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peaceful ຂຽນວ່າ...
ພູມໃຈທີ່ເກີດເປັນລາວ ລະບຽບບ້ານເຮົາແມ່ນແທດເໝາະກັບຄົນລາວທີ່ສຸດແລ້ວແລະ ເປັນເອກະລັກອັນເອກອ້າງອີກ ໃນໂລກນີ້ມີແຕ່ລາວເທົ່ານັ້ນທີ່ນຸ່ງສິ້ນຂຶ້ນຫ້ອງຮຽນ

ໃຫ້ຄະແນນເຕັມ 100.....ອິອິອິ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນເປັນຈັ່ງຊັ້ນໄດ້ກະດີໂອ

ຮັກນ້ອງຕອນເມົາ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ສະຫນອງບໍ່ດີນຸ່ງແນວໃດມັນກະໂງ່ ມາປັບປຸງການສຶກສາດີກວ່າຈະໄປສົນໃຈນຳການນຸ່ງຖື

K.Soubandith

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການນຸ່ງຖືເປັນການສ້າງລະບຽບແກ່ຕົນເອງອີກແບບໜຶ່ງ
ເຮັດໃຫ້ເກີດຄວາມສາມັກຄີພາຍໃນສະຖານສຶກສາ
ເບິ່ງແລ້ວເປັນລະບຽບ ແຖມຍັງງາມຕາອີກ
ຫຼາຍຄົນກະຫຼາຍຄວາມຄິດ....

strawberry

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ການນຸ່ງຖືເປັນການສ້າງລະບຽບແກ່ຕົນເອງອີກແບບໜຶ່ງ
ເຮັດໃຫ້ເກີດຄວາມສາມັກຄີພາຍໃນສະຖານສຶກສາ
ເບິ່ງແລ້ວເປັນລະບຽບ ແຖມຍັງງາມຕາອີກ
ຫຼາຍຄົນກະຫຼາຍຄວາມຄິດ....

ເປັນຄຳຕອບທີ່ຍາວທີ່ສຸດເທົ່າທີ່ຂ້າພະເຈົ້າເຄືຍເຫັນຫຍິງນຸ້ຍຕອບໃນກະທູ້

ທ້າວທອງໃສ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປກໝ໋ອງໃດ

strawberry

໑ ກະທູ້
໒໐໑ ໂພສ
ນັກການກະທູ້
ຄົນລາວໃສ່ເສຶ້ອຜ້າແບບນີ້ໄປຮຽນນັ້ນດີແລ້ວງາມຕາແລະສະເໝີພາບກັນດີ

归零

໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ແປກໝ໋ອງໃດ

ຫັ້ນແຫຼະ ແປກບ່ອນໃດ
ເຂົ້າຂ້າງເພິ່ນໃດນິນຸ້ຍ
EZ ມາເດີ້

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ

ຮັກແທ້ຄືແມ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ສະຫນອງບໍ່ດີນຸ່ງແນວໃດມັນກະໂງ່ ມາປັບປຸງການສຶກສາດີກວ່າຈະໄປສົນໃຈນຳການນຸ່ງຖື

ໃສ່ເຄື່ອງເປັນລະບຽບມັນກະກ່ຽວກັບສະໝອງຢູ່ເດ ສະໝອງບໍທຳງານຈິງບໍຖືກລະບຽບ

ຮັກແທ້ຄືແມ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ບໍ່ຄວນຢ່າງຍິ່ງ ນຸ່ງແບບສະເໝີພາບດີກ່ວາ ຖ້ານຸ່ງຊຸດທຳມະດາໄປຮຽນມັນຊິມີການແບ່ງແຍກທາງຊົນຊັ້ນ(ແນວໃດ!?ໃຫຍ່ແລ້ວຄິດເອົາ)

ລະກະບໍ່ເປັນລະບຽບ ເບິ່ງລະລາຍຕາ ຢູ່ຈີນນິບໍ່ເວົ້າດອກ ອາຈານນຸ່ງສັ້ນຊ່ຳໃດກະຍັງບໍ່ມີໃຜວ່າ!!?

ພູມໃຈໃສ່ສີ້ນໄໝລາວຂື້ນຫ້ອງສອນ

ຮັກແທ້ຄືແມ່

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ສະຫນອງບໍ່ດີນຸ່ງແນວໃດມັນກະໂງ່ ມາປັບປຸງການສຶກສາດີກວ່າຈະໄປສົນໃຈນຳການນຸ່ງຖື

ແມ່ນລະເລື່ອງເຄື່ອງນຸ່ງນີ້ຈະຢູ່ໃນຮູບແບບນັກສຶກສາ ຫຼືທົ່ວໄປກໍ່ຄືກັນ ແຕ່ຄວາມສະຫຼາດແມ່ນຕ້ອງເລີ່ມຈາກຕົວເອງ ແລະ ຖາມຕົວເອງກ່ອນວ່າສະຫຼາດພຽງໃດແລ້ວ?.ເຮົາຕາມຄົນອື່ນທັນນຳຂະບວນເຂົາບໍ່? ດຽວນີ້ເຮົາຢູ່ຈຸດໃດ? ເຮົາມີທິດສະດີສອນຄົນອື່ນຕຳນິຄົນອື່ນໄດ້ແຕ່ສອນຕົນເອງບໍ່ໄດ້ຈະນຳພາເຮົາສູ່ທິດທາງໃດ?ອານາຄົດເຮົາຢູ່ໃສເຮົາຕ້ອງໄຝ່ຝັນໃຫ້ໄກແລ້ວໄປໃຫ້ເຖິງ ບໍ່ແມ່ນໄຝ່ຝັນໄກໆແລ້ວໄປມໍ່ໆ ແຕ່ສິ່ງທີ່ເຮົາໄຝ່ຝັນນັ້ນຕ້ອງເຮັດດ້ວຍຄວາມຕັ້ງໃຈຢ່າງນຽບນິ້ງ ບໍ່ແມ່ນເຮັດເພື່ອຕົບສາຍຕາສັງຄົມໃຫ້ເຂົາສັນລະເສີນຊົ່ວພິບຕາ ຖ້າເຮົາປະສົບຜົນສຳເລັດໃນສິ່ງທີ່ເຮົາໄຝ່ຝັນກໍ່ຈະເປັນຄວາມພາກພູມໃຈຂອງເຮົາຢ່າງຍິ່ງ ແຕ່ຖ້າຫາກວ່າສິ່ງທີ່ເຮົາໄຝ່ຝັນໄວ້ບໍ່ໄດ້ດັ່ງປາຖະໜາດ້ວຍເຫດການຈຳເປັນໃນຊີວິດມາຂັດຂວາງ ກໍ່ຄິດເສຍວ່າເຮົາພະຍາຍາມສຸດຂີດແລ້ວແຕ່ບໍ່ປະສົບຜົນສຳເລັດ ຍັງກີກວ່າຄົນທີ່ບໍ່ພະຍາຍາມຈັກໜ້ອຍແລ້ວປະສົບຜົນສຳເລັດ(ໄດ້ມາໃນແບບແກມໂກງທີ່ບໍ່ສຸດຈະລິດດ້ວຍຢາດເຫື່ອແຮງ) ແບບນີ້ມັນຈຶ່ງໃຫ້ເຮົາຮູ້ສຶກມີກຳລັງໃຈຕະຫຼອດເວລາໃນການສູ້ຊີວິດ ໃນການເຝິກຝົນຕົວເອງພ້ອມທີ່ຈະກ້າວສູ່ຈຸດໝາຍ ຫຼືຄວາມຫວັງໃໝ່ທີ່ຕັ້ງໄວ້

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ບໍ່ຄວນຢ່າງຍິ່ງ ນຸ່ງແບບສະເໝີພາບດີກ່ວາ ຖ້ານຸ່ງຊຸດທຳມະດາໄປຮຽນມັນຊິມີການແບ່ງແຍກທາງຊົນຊັ້ນ(ແນວໃດ!?ໃຫຍ່ແລ້ວຄິດເອົາ)

ລະກະບໍ່ເປັນລະບຽບ ເບິ່ງລະລາຍຕາ ຢູ່ຈີນນິບໍ່ເວົ້າດອກ ອາຈານນຸ່ງສັ້ນຊ່ຳໃດກະຍັງບໍ່ມີໃຜວ່າ!!?

ພູມໃຈໃສ່ສີ້ນໄໝລາວຂື້ນຫ້ອງສອນ

ດີຫຼາຍຂ້ອຍກໍ່ພູມໃຈແທນເຈົ້າເຊັ່ນກັນ.

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ບໍ່ຄວນຢ່າງຍິ່ງ ນຸ່ງແບບສະເໝີພາບດີກ່ວາ ຖ້ານຸ່ງຊຸດທຳມະດາໄປຮຽນມັນຊິມີການແບ່ງແຍກທາງຊົນຊັ້ນ(ແນວໃດ!?ໃຫຍ່ແລ້ວຄິດເອົາ)

ລະກະບໍ່ເປັນລະບຽບ ເບິ່ງລະລາຍຕາ ຢູ່ຈີນນິບໍ່ເວົ້າດອກ ອາຈານນຸ່ງສັ້ນຊ່ຳໃດກະຍັງບໍ່ມີໃຜວ່າ!!?

ພູມໃຈໃສ່ສີ້ນໄໝລາວຂື້ນຫ້ອງສອນ

ດີຫຼາຍຂ້ອຍກໍ່ພູມໃຈແທນເຈົ້າເຊັ່ນກັນ.

ພູມໃຈທີເຫັນນັກຮຽນໃສ່ສີ້ນມາຮຽນ

ຮັກແທ້ຄືແມ່

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ເຮົາຕ້ອງເຂົ້າໃຈວ່າ ການສຶກສາບໍ່ສະເພາະພຽງການຖ້າຮັບຄວາມຮູ້ຈາກອາຈານ ຫລື ຕຳລາຢ່າງດຽວ....ການທີ່ມີຄວາມຈຳເປັນໃນການກຳນົດລະບຽບໃນການໜຸ່ງຖືນັ້ນມັນແມ່ນເພື່ອ:
໑. ລະບຽບ ແລະ ຄວາມສວຍງາມ, ຄວາມເປັນເອກະພາບຂອງນັກຮຽນນັກສຶກສາ (ເຝິກໃຫ້ຄົນມີລະບຽບໃນການໜຸ່ງຖື- ທີ່ປະເທດເກົາຫລີ (ເໜືອ) ຍຶດຖືການໜຸ່ງຖືນີ້ເປັນສຳຄັນ ນັບແຕ່ອະນຸບານ, ປະຖົມ.....ຂຶ້ນໄປ)
໒. ການຈຳແນກສະຖາບັນຂອງການສຶກສາ
໓. ການປ້ອງກັນການທະເຍີທະຍານກັບແຟຊັນ.....(ໃຜຈະຮັ່ງ ຫລື ທຸກ ກໍໜຸ່ງເຄື່ອງມາຮຽນໄດ້ເທົ່າກັນນີ້ລະ....)

໑ ກະທູ້
໒໐໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...

ເຈົ້າເວົ້າໄດ້ຖຶກຕ້ອງຫຼາຍເຫັນດີນຳສຸດໆໃຜຈະຮັ່ງ ຫລື ທຸກ ກໍໜຸ່ງເຄື່ອງມາຮຽນໄດ້ເທົ່າກັນນີ້ລະ.

归零

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ເຮົາຕ້ອງເຂົ້າໃຈວ່າ ການສຶກສາບໍ່ສະເພາະພຽງການຖ້າຮັບຄວາມຮູ້ຈາກອາຈານ ຫລື ຕຳລາຢ່າງດຽວ....ການທີ່ມີຄວາມຈຳເປັນໃນການກຳນົດລະບຽບໃນການໜຸ່ງຖືນັ້ນມັນແມ່ນເພື່ອ:
໑. ລະບຽບ ແລະ ຄວາມສວຍງາມ, ຄວາມເປັນເອກະພາບຂອງນັກຮຽນນັກສຶກສາ (ເຝິກໃຫ້ຄົນມີລະບຽບໃນການໜຸ່ງຖື- ທີ່ປະເທດເກົາຫລີ (ເໜືອ) ຍຶດຖືການໜຸ່ງຖືນີ້ເປັນສຳຄັນ ນັບແຕ່ອະນຸບານ, ປະຖົມ.....ຂຶ້ນໄປ)
໒. ການຈຳແນກສະຖາບັນຂອງການສຶກສາ
໓. ການປ້ອງກັນການທະເຍີທະຍານກັບແຟຊັນ.....(ໃຜຈະຮັ່ງ ຫລື ທຸກ ກໍໜຸ່ງເຄື່ອງມາຮຽນໄດ້ເທົ່າກັນນີ້ລະ....)

ຄືຊິເປັນດັ່ງວ່າ ເພາະບ້ານເຮົາບໍ່ຄືບ້ານເຂົາ ແຕ່ມັນກໍ່ບໍ່ສະເໝີໄປ ສຳລັບພວກມັກແຟຊັ່ນຫັ້ນ ຍັງເອົາຊຸດນັກຮຽນໄປແວ່ງຊ້າຍ ແວ່ງຂວາ ຫຼືບໍ່ກໍ່ນຸ່ງກວນໆ ກາລະວັດໃຫ້ມັດກ່າມັດເຕີ່ຍໄວ້ເທິງໄສ້ບືໜ້ອຍໜຶ່ງເພື່ອຈະໃຫ້ມັນເບິ່ງຄືແຟຊັ່ນດາລາເກົາຫຼີ ເຂົ້າລຳກ້ອງກ່າເອົາເສື້ອເນັບແຕ່ທາງໜ້າໜ້ອຍດຽວເຫຼືອນັ້ນຈົ່ງໄວ້ໝົດ ເຫັນແລ້ວສຸດທີ່ຈະ...ແຕ່ກ່າອົດໃຈຢູ່ ສະນັ້ນຂ້າພະເຈົ້າຂໍຮ້ອງມານຳທຸກຄົນແທ້ວ່າຄັນຊິສະເໝີພາບກ່າຂໍໃຫ້ສະເໝີພາບແທ້ ຢ່າເຮັດແບບປອມໆຕົບຕາຄົນອື່ນ ໃຫ້ເຂົາໝິ່ນປະໝາດຊຸດສະຖາບັນກັບສະຖານະທີ່ເຮົາເປັນຢູ່. ຢູ່ຈີນຖ້າເປັນຂັ້ນອະນຸບານ, ປະຖົມ ແລະ ມັດທະຍົມເຂົາກ່າໃຫ້ທຸກຄົນໃສ່ເອກະພາບດຽວກັນໝົດ ແລະ ບໍ່ມີໃຜແຕ່ງຕົວອອກນອກກອບ ແຕ່ສຳລັບນັກຮຽນມະຫາໄລເຂົາວ່າເປັນຜູ້ໃຫຍ່ຜ່ານການເຝຶກມາດີແລ້ວ, ມີອາຍຸເຖິງກະສຽນແລ້ວ, ຮູ້ຄິດຮູ້ຂັ້ນແລ້ວເລີຍໄວ້ວາງໃຈ ເຊິ່ງມັນຈະກົງກັນຂ້າມກັບບ້ານເຮົາ ຂ້ອຍຄິດວ່າບ້ານເຮົາ ອາຍຸເຖິງກະສຽນ ແຕ່ສ່ວນຫຼາຍຄຸນສົມບັດບໍ່ເຖິງກະສຽນ

ໜ້າທີ່ 1 ຈາກທັງໝົດ 3 ໜ້າ <<<123>>>