ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ການນຸ່ງຖືຂອງນັກສຶກສາລະດັບມະຫາວິທະຍາໄລ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍທົ່ວໄປການນຸ່ງຖືຂອງແຕ່ລະສະຖາບັນຢູ່ລາວກາດີຢູ່ແລ້ວ ໄປຢູ່ບ້ານເພິ່ນອັນໄດທີ່ຄວນຮຽນແບບກາຈື່ງຮຽນ ອັນໄດບໍ່ຄວນຮຽນກໍ່ບໍ່ຕ້ອງຮຽນ ຄວນຄິດ

໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ແບບນີ້ກາດີຢູ່ ແບບນັ້ນກາດີຢູ່

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາດີ

★★★★★★★★

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບນຳແໜ່

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຢູ່ທີ່ປະເທດຈີນ ການນຸ່ງຖືຂອງນັກສຶກສາລະດັບມະຫາວິທະຍາໄລແມ່ນຖືວ່າ ຈະນຸ່ງສະຕາຍໃດໄປຂຶ້ນຮຽນກໍ່ໄດ້ແລ້ວແຕ່ຄວາມສະດວກ (ແຕ່ບໍ່ຕ້ອງເກີນໄປຈົນກວນສາຍຕາສັງຄົມ ເລື່ອງນີ້ນັກສຶກສາຈີນມີສະຕິດີ) ບາງຄົນກໍ່ນຸ່ງເສື້ອແຂນສັ້ນ-ໂສ້ງຂາສັ້ນ ຫຼືຂາຍາວກໍ່ແລ້ວແຕ່, ບາງຄົນກໍ່ໃສ່ຊຸດກິລາໄປຮຽນຫຼັງເລີກຮຽນກ່າລ່ວງໄປຫຼິ້ນກິລາເລີຍ ແຕ່ຍົກເວັ້ນເກີບຕ້ອງໃສ່ເກີບຜ້າ (ຫ້າມໃສ່ເກີບແຕະ) ເຊິ່ງມັນສ້າງຄວາມສະດວກແກ່ເຮົາຫຼາຍ ບາງທີຂ້າພະເຈົ້ານັ່ງຫຼິ້ນຢູ່ຫ້ອງ ຫຼືໄປວຽກຂ້າງນອກມາກ່າລ່ວງໄປຮຽນເລີຍ ບໍ່ຈຳເປັນຕ້ອງກັບໄປລີດເຄື່ອງປ່ຽນເສື້ອຜ້າໃສ່ຊຸດຈັດຊົງ (ຈຸດນີ້ມີເພື່ອນຄົນຈີນບອກວ່າ ການທີ່ເຮົາຈະໄປລີດເຄື່ອງແມ່ນເສຍເວລາຫຼາຍ. ສຳລັບນັກຮຽນປະຖົມ ແລະ ມັດທະຍົມກໍ່ໃຫ້ນຸ່ງເຄື່ອງແພຍືດທີ່ເຮົາຊັກ ແລະ ຕາກແຫ້ງແລ້ວບໍ່ຈຳເປັນລີດ ກໍ່ສາມາດເອົາມານຸ່ງໄດ້ເລີຍກໍ່ຖືວ່າລຽບງາມດີ. ສຳລັບຜົມຜູ້ຍິງຂອງນັກຮຽນປະຖົມ ແລະ ມັດທະຍົມຕົ້ນຫ້າມຈົ່ງກາຍບ່າໄລ່ເພາະມັນຈະເສຍເວລາຈັດແຈງຜົມຫຼາຍ ເຮັດໃຫ້ນັກຮຽນໄປໂຮງຮຽນຊ້າ ໄດ້ຂ່າວວ່າຈັ່ງຊັ້ນ) ສຳລັບນັກສຶກສາລະດັບມະຫາວິທະຍາໄລບ້ານເຮົາເດ? ຖ້າສົມມຸດທາງກະຊວງສຶກສາວາງກົດອອກມາວ່າ: ເວລາໄປຮຽນ ລຳລັບນັກຮຽນວິຊາຊີບ ນັກຮຽນຍິງແມ່ນຈະແຕ່ງກາຍແບບທົ່ວໄປແບບໃດກ່າໄດ້ແຕ່ຕ້ອງນຸ່ງສິ້ນ ຫ້າມເປັນໂສ້ງກັບສະເກິດກໍ່ພໍ ສຳລັບນັກສຶກສາຊາຍກໍ່ສາມາດແຕ່ງກາຍທົ່ວໄປໄດ້ ແຕ່ເກີບຕ້ອງໃສ່ເກີບຜ້າ (ບໍ່ໃຫ້ໃສ່ເກີບແຕະ) ຫ້າມໃສ່ຕຸ້ມຫູ, ຫ້າມຈົ່ງຜົມຍາວແບບຈີ່ໂກະ, ຫ້າມແຕ່ງກາຍແບບລັກເລງ ຫຼືແບບເດັກແລັບກວນໆ. ທັງໝົດນັ້ນເພື່ອນໆຄິດວ່າແນວໃດ?

ຢ່າຮຽນແບບຄົນບ້ານເຂົາເຈົ້າ ຄົນລາວເປັນຄົນສຸພາບຮຽບຮ້ອຍ ມີມາລະຍາດທີ່ດີໃນສັງຄົມ ນັບຖືບຸກຄົນທີ່ມີອາຍຸ ແລະ ຊັ້ນທີ່ສູງກວ່າ
ອີກຢ່າງໜຶ່ງວັດທະນາທຳລາວເປັນວັດທະນາທຳທີ່ອ່ອນນ້ອມຖ່ອມຕົນ ການທີ່ແຂກຕ່າງດ້າວທ້າວຕ່າງແດນທີ່ມາທ່ຽວເມືອງລາວນັ້ນ
ເພາະເຂົາເຈົ້າຢາກເຫັນວັດທະນາທຳທີ່ອ່ອນຊ້ອຍຂອງລາວ ການທີ່ທາງກະຊວງສຶກສາໄດ້ວາງກົດລະບຽບນີ້ອອກມາກໍ່ເພື່ອປຸກຈິດ
ສຳນຶກໃຫ້ທຸກໆຄົນອະນຸລັກວັດທະນະທຳອັນດີງາມຂອງລາວເຮົາເອົາໄວ້ຊົ່ວລູກຊົ່ວຫລານເປັນຕົ້ນແມ່ນໄວລຸ້ນໄວໜຸ່ມເຮົານີ້ແຫລະ
ຫາກບໍ່ນຳໃຊ້ວິທີນີ້ວັດທະນະທຳອັນດີງາມຂອງລາວເຮົາທີ່ຊາວໂລກຊ່າລືກັນວ່າເປັນວັດທະນະທຳທີ່ດີທີ່ສຸດອີກປະເທດໜຶ່ງ
ການທີ່ເມືອງຫລວງພຣະບາງເປັນເມືອງມໍລະດົກໂລກຫ່ງທຳອິດຂອງລາວນັ້ນ ກໍ່ຍ້ອນວັດທະນະທຳທີ່ດີງາມຂອງລາວເຮົານິແຫລະ
ແລະ ເມືອງຫລວງພຣະບາງກໍ່ຍັງໄດ້ຮັບເປັນເມືອງຍອດນິຍົມທີ່ສຸດດ້ານການ່ທອງທ່ຽວ 3 ປີຊ້ອນ ( 2006, 2007 ແລະ 2008
ສ່ວນປີ 2009 ແລະ 2010 ນັ້ນຍັງບໍ່ທັນຮູ້ເທື່ອ ) ນີ້ກໍ່ຍ້ອນວັດທະນະທຳ ດັ່ງນັ້ນ ເຮົາຄວນສົ່ງເສີມ ແລະ ປຸກຈິດສຳນຶກ ແຕ່ດຽວນີ້ໄປ
ການທີ່ວ່າເສຍເວລາຫັ້ນກະແມ່ນຢູ່ແຕ່ຕ້ອງເບິ່ງຕົວຈິງກ່ອນ ປະເທດເຮົາບໍ່ໄດ້ຄືກັນກັບຫລາຍປະເທດທີ່ພັດທະນາແລ້ວ ການໄປມາ
ກະບໍ່ໄດ້ຮິບຮ້ອນເລັ່ງດ່ວນຫຍັງຈົນເກີນໄປ.

ຂໍໂທດທີ່ເວົ້າຫລາຍ ແລະ ນອກເລື່ອງແດ່ ພຽງຢາກໃຫ້ຮູ້ຈຸດປະສົງທີ່ກະຊວງສຶກສາທິການວາງອອກ ຫວັງວ່າຄົງເຂົ້າໃຈ

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງຂອງເລື່ອງ ເຮົາວ່າ ກົດລະບຽບມັນແທດເໝາະກັບຄົນລາວແລ້ວ ແຕ່ຍັງມີພວກໜຶ່ງ(ນັກສຶກສາບາງຄົນ)ສ່ວນໜ້ອຍ ທີ່ຍັງບໍ່ປະຕິບັດລະບຽບ ເຮົາໄປລົງກວດວາດປະພຶດການນຸ່ງຖືນັກສຶກສາຢູ່ຄະນະໜຶ່ງ ມີປະມານ10ຫາ15ສ່ວນຮ້ອຍຂອງຈຳນວນຄົນທັງໝົດ ທີ່ມັກແຕ່ງກາຍບໍ່ຖືກ ຈັກເສື້ອຂາດ-ເສື້ອຊາວໜຸ່ມກະໄປໃຫ້ເຂົາເຈົ້າຫຍິບຟິດຂຶ້ນຈົນເຫັນໝົ້ດທຸກຊອກທຸກມຸມເທິງໂຕເພິ່ນຫັ້ນ; ສິ້ນມັນງາມໆກະໄປໃຫ້ເຂົາເຈົ້າແຫກຂຶ້ນ; ເກີບກະເກີບອີແຕະເອີ່ຍ, ເກັບສົ້ນສູງທຳມະດາພໍດີພໍງາມກະບໍ່ວ່າດອກ ອັນນີ້ວ່າຊັ້ນຄົນແມັດ50ກະກາຍເປັນຄົນແມັດ70 (ອັນນີ້ໃຊ້ຕາວັດເອົາເດີ້); ຜົມກະບໍ່ໜ້ອຍໜ້າ ຊົງຫຍັງກະມີ ປານຊິໄປເດີນແຟຊັນຢູ່ປາຣີສ໌, ສີຜົມອີກ;​ ຜູ້ຊາຍກະມີເດີ້ ສົ້ງແດ່ ສົ້ງນຳເບີໂຟຣ໌ບໍ ແອຣ໌ໂຣບໍ ໂຕຕ່ຳກວ່າແສນກີບນິບໍ່ຊື້ ນຸ່ງວ່າຊັ້ນແພງບໍ່ແພງ ແໜງເອົາເງິນໄປເຮັດແນວອື່ນຊິບໍ່ດີກ່ອນບໍ້, ເສື້ອນິສ່ວນໜ້ອຍທີ່ຈະຜິິດ, ຊົງຜົມກະພໍແລ້ວ ຍາວໜ້ອຍໜຶ່ງກະບໍ່ວ່າດອກ ບໍ່ໃຫ້ມັນຄືພວກກຳມະກອນກະພໍແລ້ວ ເປັນແນວໃດ ກະຊົງເກົາຫຼີໆມະຍຸມະຍະຫັ້ນເດະຮ້າຍກວ່າຮັງເປັດຮັງໄກ່ ສີກະພໍແລ້ວ; ຕ້າງຫູກະອີກອັນໜຶ່ງ ມາຮຽນກະຖອດອອກກ່ອນບໍ່ໄດ້ບໍ້ ໄປຫຼິ້ນຢາກໃສ່ກະໃສ່ຖ້າພໍ່ແມ່ບໍ່ວ່າ. ໝົດລະກໍລະນີທີ່ເຮົາເຈິນະ ກົດດີແລ້ວ ແຕ່ຄົນບໍ່ເຮັດ (ຈຳນວນໜ້ອຍໜຶ່ງ)

ຄິດດີ ເວົ້າດີ ເຮັດດີ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ໂດຍທົ່ວໄປການນຸ່ງຖືຂອງແຕ່ລະສະຖາບັນຢູ່ລາວກາດີຢູ່ແລ້ວ ໄປຢູ່ບ້ານເພິ່ນອັນໄດທີ່ຄວນຮຽນແບບກາຈື່ງຮຽນ ອັນໄດບໍ່ຄວນຮຽນກໍ່ບໍ່ຕ້ອງຮຽນ ຄວນຄິດ

ສ່ວນຂ້ອຍເອງມາຮຽນຢູ່ພີ້ກໍ່ຖືວ່າເປັນຄົນລາວຜູ້ຫນຶ່ງທີ່ເປັນແບບຢ່າງໃຫ້ຊາວຈີນເຂົາຮັບຮູ້ເຖິງ ຄວາມມີນ້ຳໃຈຮັກສາມັກຄີ ຮັກແພງເພື່ອນມິດສະຫາຍ ແລະ ບ້ານເກີດ, ປະຕິບັດກົດລະບຽບຂອງໂຮງຮຽນ ກໍ່ຄືກົດລະບຽບກົດຫມາຍຂອງ ສປ ຈີນ ແລະ ການຕັ້ງໃຈສຶກສາຮ່ຳຮຽນຂອງຄົນລາວເຮົາ. ເຖິງແມ່ນວ່າກົດລະບຽບຂອງມະຫາວິທະຍາໄລຢູ່ຈີນບໍ່ໄດ້ບັງຄັບໃຫ້ເຮົາໃສ່ຊຸດນັກສຶກສາ ເຊິ່ງເຮົາສາມາດແຕ່ງຕົວສະບາຍຕາມໃຈເຮົາ ແຕ່ຂ້ອຍກ່າບໍ່ເຄີຍທີ່ຈະຄິດແຕ່ງຕົວ ແລະ ປະພຶດນິດໄສກວນສາຍຕາສັງຄົມໄດລະ ບໍ່ຮູ້ວ່າເປັນຫຍັງ..... ອາດເປັນນຳເຮົາຄິດວ່າຄົນດີຍ່ອມຄິດດີສະເຫມີ ບໍ່ໄດ້ຫມາຍຄວາມວ່າໃຜໃສ່ຊຸດແລ້ວຈະດີຫມົດ ແລະ ຖ້າໃຜບໍ່ໃສ່ຊຸດແລ້ວຈະຊົ່ວຫມົດ ຫລືບໍ່ມີລະບຽບໃນຊີວິດ. ສະນັ້ນ, ການທີ່ນັກສຶກສານຸ່ງຖືແບບທຳມະດາທົ່ວໄປ ກັບແບບຊຸດນັກສຶກສາ ທັງສອງຢ່າງແມ່ນດີຫມົດ ເລື່ອງດີຊົ່ວຂຶ້ນກັບຄວາມຄິດຜູ້ກ່ຽວ ແຕ່ເຮົາຍົກມາເວົ້າໃນກະທູ້ນີ້ແມ່ນເວົ້າເຖິງຄວາມສະດວກຊື່ໆ.

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ເລື່ອງຂອງເລື່ອງ ເຮົາວ່າ ກົດລະບຽບມັນແທດເໝາະກັບຄົນລາວແລ້ວ ແຕ່ຍັງມີພວກໜຶ່ງ(ນັກສຶກສາບາງຄົນ)ສ່ວນໜ້ອຍ ທີ່ຍັງບໍ່ປະຕິບັດລະບຽບ ເຮົາໄປລົງກວດວາດປະພຶດການນຸ່ງຖືນັກສຶກສາຢູ່ຄະນະໜຶ່ງ ມີປະມານ10ຫາ15ສ່ວນຮ້ອຍຂອງຈຳນວນຄົນທັງໝົດ ທີ່ມັກແຕ່ງກາຍບໍ່ຖືກ ຈັກເສື້ອຂາດ-ເສື້ອຊາວໜຸ່ມກະໄປໃຫ້ເຂົາເຈົ້າຫຍິບຟິດຂຶ້ນຈົນເຫັນໝົ້ດທຸກຊອກທຸກມຸມເທິງໂຕເພິ່ນຫັ້ນ; ສິ້ນມັນງາມໆກະໄປໃຫ້ເຂົາເຈົ້າແຫກຂຶ້ນ; ເກີບກະເກີບອີແຕະເອີ່ຍ, ເກັບສົ້ນສູງທຳມະດາພໍດີພໍງາມກະບໍ່ວ່າດອກ ອັນນີ້ວ່າຊັ້ນຄົນແມັດ50ກະກາຍເປັນຄົນແມັດ70 (ອັນນີ້ໃຊ້ຕາວັດເອົາເດີ້); ຜົມກະບໍ່ໜ້ອຍໜ້າ ຊົງຫຍັງກະມີ ປານຊິໄປເດີນແຟຊັນຢູ່ປາຣີສ໌, ສີຜົມອີກ;​ ຜູ້ຊາຍກະມີເດີ້ ສົ້ງແດ່ ສົ້ງນຳເບີໂຟຣ໌ບໍ ແອຣ໌ໂຣບໍ ໂຕຕ່ຳກວ່າແສນກີບນິບໍ່ຊື້ ນຸ່ງວ່າຊັ້ນແພງບໍ່ແພງ ແໜງເອົາເງິນໄປເຮັດແນວອື່ນຊິບໍ່ດີກ່ອນບໍ້, ເສື້ອນິສ່ວນໜ້ອຍທີ່ຈະຜິິດ, ຊົງຜົມກະພໍແລ້ວ ຍາວໜ້ອຍໜຶ່ງກະບໍ່ວ່າດອກ ບໍ່ໃຫ້ມັນຄືພວກກຳມະກອນກະພໍແລ້ວ ເປັນແນວໃດ ກະຊົງເກົາຫຼີໆມະຍຸມະຍະຫັ້ນເດະຮ້າຍກວ່າຮັງເປັດຮັງໄກ່ ສີກະພໍແລ້ວ; ຕ້າງຫູກະອີກອັນໜຶ່ງ ມາຮຽນກະຖອດອອກກ່ອນບໍ່ໄດ້ບໍ້ ໄປຫຼິ້ນຢາກໃສ່ກະໃສ່ຖ້າພໍ່ແມ່ບໍ່ວ່າ. ໝົດລະກໍລະນີທີ່ເຮົາເຈິນະ ກົດດີແລ້ວ ແຕ່ຄົນບໍ່ເຮັດ (ຈຳນວນໜ້ອຍໜຶ່ງ)

ແມ່ນລະ

໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ເຫັນດີນຳ ອິນໂດໄຊນາມ ມັນເສຍເວລາ ຄວນໃຫ້ເຂົ້າເຈົ້າເປັນຕົວຂອງຕົວເອງແນ່, ຖ້າວ່າຜູ້ໃດໂອເວີ້ຄົນກໍ່ຈະໂຮ່ໃສ່ເອງດອກ. ຢູ່ຍີ່ປຸ່ນກະຄືກັນເມື່ອຈົບມໍປາຍໄປແລ້ວກໍ່ບໍ່ຕ້ອງນຸ່ງເຄື່ອງແບບອີກຕໍ່ໄປ, ຄົງຈະເປັນຍ້ອນເສຍເວລານຳຂອງບໍ່ເປັນຕາສະແບກ, ລີດເຄືອງກະເປືອງໄຟຟ້າ, ຂ້າພະເຈົ້າຮ້າຍໃຫ້ນ້ອງສາວຈົນເຊົາໃສ່ເກີບສົ້ນສູງ ແລະກະຫຼຸດຜ່ອນການລີດເຄື່ອງລົງຫຼາຍເຕືບ. ໄປໂຮງຮຽນຊື່ໆບໍ່ແມ່ນໄປໃຫ້ຜູ້ບ່າວມັກ ວ່າຊັ້ນ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຳເປັນໃນວັນຄັ້ງໜ້າ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ການເເຕ່ງຕົວ ກັບການຣຽນ ມັນກໍສຳຄັນເຫມືອນໆ ກັນນະຂ້ອຍວ່າ
ເຮົາເປັນສັດສັງຄົມ ເມື່ອເຂົ້າສັງຄົມເຮົາຕ້ອງ ເເຕ່ງຕົວໃຫ້ພໍເເມະພໍດີງານທີ່ເຮົາຈະໄປ ເຊັ່ນໄປງານສົບທີ່ເຮົາຄວນໃສ່ຊຸດດຳຫລືຊຸດຂາວ ເເຕ່ດັນໄປໃສ່ຊຸດເເດງສີຊູດຊາດເເສບຕາ ຄົນເຂົາກຳລັງເສົ້າໂສກ ຫລື ງານເເຕ່ງງານ ຄົນກຳລັງລື່ນເລິງມ່ວນຊື່ນໃນງານສົມຮົສມົງຄົນ ເເຕ່ດັນໄປໃສ່ເສື້ອດຳໄປໄຫວ້ອາໄລ ນີ້ຄືເປັນການເເຕ່ງຕົວບໍ່ເຫມາະສົມ ຕາມສັງຄົມເຂົາ
ການເເຕ່ງຕົວໃນຮົ້ວມະຫາວິທະຍາລັຍນັ້ນ ກໍ່ເຫມືອນກັນ ເຮົາຕ້ອງເບິ່ງຮູປເເບບແລະວັດທນາທຳ ການໃຊ້ຊີວິດຂອງສັງຄົມນັ້ນ ເຊັ່ນຢູ່ຈີນ IndoChina ເວົ້າວ່າເຂົາບໍ່ໃສ່ເຄື່ອງເເບບໃນມະຫາໄລເຮົາອາດວິເຄາະໄດ້ວ່າ ປະເທດຈີນເປັນສັງຄົມທີ່ມີປະຊາກອນຫລາຍ ທຸກຄົນຕ້ອງວິ່ງເຕັ້ນທຳມາຫາກິນ ການຈະຮາຈອນຕິດຂັດ ແຂ່ງຂັນກັນສຶກສາຮ່ຳຣຽນ ທຸກວິນາທີຕ້ອງຮີບເຮ່ງເພື່ອໃຫ້ທັນຄົນໃນສັງຄົມຂອງເຂົາດັ່ງນັ້ນເຂົາຈຶ່ງຜ່ອນຜັນບໍ່ຈຳເປັນຕ້ອງໄປເສັຍເວລາປ່ຽນເຄື່ອງເເບບແຕ່ເອົາພໍເບິ່ງເເລ້ວສະອາດຕາກໍ່ພໍ

ແຕ່ສັງຄົມຂອງລາວເຮົາ ເປັນປະເທດທີ່ເຊື່ອງຊ້າມີປະຊາກອນນ້ອຍ ຊັບພະຍາກອນພໍມີເເກ່ທຸກຄົນ ດັ່ງນັ້ນບໍ່ຕ້ອງຮີບເຮ່ງເເກ່ງເເຍ່ງເເຂ່ງຂັນກັນທຳມາຫາກິນ ທຳຕອນໃດກໍໄດ້ ດັ່ງນັ້ນ ຊຸດນັກຮຽນຍັງຈຳເປັນຕໍ່ນັກສຶກສາເພື່ອຄວາມເປັນລະບຽບ ແລະບົ່ງບອກເຖຶງສະຖາບັນຂອງຜູ້ຮຽນເພາະໃນຮະດັບປະຮິນຍາຕີ ຍັງບໍ່ບັນລຸນຕິພາວະເທື່ອ ກຳລັງຈະເປັນຜູ່ໃຫຍ່ ດັ່ງນັ້ນການເເຕ່ງຕັວອິດສະຮະ ຕ້ອງໃນຮະດັບປຮິນຍາໂທຮໄປກ່ອນ

ແຕ່ເມື່ອເຮົາທຽບກັບຫລາຍປະເທດເເລ້ວການເເຕ່ງຕົວເປັນພຽງອົງປະກອບເລັກນ້ອຍ ອາເມລິກາເເຖວຍຸໂລບບາງຮັດ ເຂົາບໍ່ສົນໃຈເຮື່ອງເຄື່ອງເເບບຕັ້ງເເຕ່ ອນຸບານຈົນຖຶງປຮິນຍາເອກ ທີ່ສຳຄັນຄືຄຸນນະພາບຂອງການສຶກສາຮ່ຳຮຽນ ທຳຢ່າງໃດເພື່ອໃຫ້ໄດ້ຄວາມຮູ້ມາພັດທນາປະເທດແລະເອົາຕົວລອດໃນຍຸກສັງຄົມໂລກາພິວັດ
ຖ້າຜິດການສະກົດເຕຶມໃຫ້ດ້ວຍນະບໍ່ໄດ້ອ່ານຄືນ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ຮັກສາຂອງເດີມເຮົາໄວ້ລະດີແລ້ວ....
ຫາກປ໋ຽນແປງຕາມໂລກຫລາຍເກີນໄປ....ແັນໃດລະທີ່ຈະເຫຼືອໄວ້ໃຫ້ເຫັນວ່າເປັນລາວ....
ຕ່າງປະເທດໄປທ່ຽວລາວ...ເພາະຢາກເຫັນແລະຢາກສຳພັດຄວາມເປັນລາວ...
ເຊິງຂ້ອຍເປັນຄົນຫນຶ່ງທີ່ຮຽນຢູ່ຕ່າງປະເທດເຫມືອນກັນ

໒ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ
ຂພຈ ຄຶດວ່າ ໃຫ້ຈີນເຮັດຄືລາວ ຫັ້ນຄົງຈະດີ

໑໑ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ຄ້ານອ່ານເດ...ບໍ່ມີຮູບປະກອບມາໃຫ້ເບິ່ງແນ່ບໍ

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bobo ຂຽນວ່າ...
ຄ້ານອ່ານເດ...ບໍ່ມີຮູບປະກອບມາໃຫ້ເບິ່ງແນ່ບໍ

เລິ່ມຈາກນັກສຶກສາລາວ ຮຽບຮ້ອຍດີ

[img=http://www.mypicza.com/thumbs/28c0fe8202aec09fa48db1c57851b33d.jpg]
ການເເຕ່ງຕົວ ນັສຶກສາພະມ່າ

ການເເຕ່ງຕົວນັກຮຽນ ກຳປູເຈຍ

ຊຸດນັກຮຽນຈີນ

ຊຸດນັກຮຽນເກົາຫລີ

ຊຸດນັກຮຽນຢີ່ປຸ່ນ

ນັກຮຽນວຽດນາມ

ນັກຮຽນໄທຍ

[SIZE=1]
[img]

໑໑ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
thx jiwwwww der

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ืn p ja

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bobo ຂຽນວ່າ...
ຄ້ານອ່ານເດ...ບໍ່ມີຮູບປະກອບມາໃຫ້ເບິ່ງແນ່ບໍ

เລິ່ມຈາກນັກສຶກສາລາວ ຮຽບຮ້ອຍດີ

[img=http://www.mypicza.com/thumbs/28c0fe8202aec09fa48db1c57851b33d.jpg]
ການເເຕ່ງຕົວ ນັສຶກສາພະມ່າ

ການເເຕ່ງຕົວນັກຮຽນ ກຳປູເຈຍ

ຊຸດນັກຮຽນຈີນ

ຊຸດນັກຮຽນເກົາຫລີ

ຊຸດນັກຮຽນຢີ່ປຸ່ນ

ນັກຮຽນວຽດນາມ

ນັກຮຽນໄທຍ

[SIZE=1]
[img]

ທີ່ເຈົ້າເອົາມາຫັ້ນມັນຫລ້າສະໄຫມແລ້ວ ສຳລັບຊຸດນັກຮຽນຈີນ ທັງຊາດ ແລະ ຍິງແມ່ນໃຫ້ໃສ່ໂສ້ງວອມຂາຍາວ ແລະ ເສື້ອຍືດສີຂາວຄ້າຍຄືກັບກາແຂ້ບ້ານເຮົາ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ຮັກສາຂອງເດີມເຮົາໄວ້ລະດີແລ້ວ....
ຫາກປ໋ຽນແປງຕາມໂລກຫລາຍເກີນໄປ....ແັນໃດລະທີ່ຈະເຫຼືອໄວ້ໃຫ້ເຫັນວ່າເປັນລາວ....
ຕ່າງປະເທດໄປທ່ຽວລາວ...ເພາະຢາກເຫັນແລະຢາກສຳພັດຄວາມເປັນລາວ...
ເຊິງຂ້ອຍເປັນຄົນຫນຶ່ງທີ່ຮຽນຢູ່ຕ່າງປະເທດເຫມືອນກັນ

ຄັນນັກສຶກສາສາມັນແທ້ ເອີໃຫ້ຍອມຮັບ ແນວໃດກ່າຕ້ອງບັງຄັບໃນເລື່ອງຂອງການນຸ່ງຖື ແຕ່ນີ້ໂຮງຮຽນວິຊາຊີບແລ້ວ
ແລະ ເຈົ້າເຈົ້າລອງອ່ານເນື້ອໃນຂ້ອຍຂຽນໃຫ້ຄັກໆດຸ ຂ້ອຍກ່າບໍ່ໄດ້ຫມາຍວ່າຊິໃຫ້ນັກຮຽນແຕ່ງເຄື່ອງເສເພໄປໂຮງຮຽນ ຢ່າງນ້ອຍຊາຍກ່າແຕ່ງຕົວສຸພາບ ແລະ ຜູ້ຍິງໃຫ້ນຸ່ງສິ້ນ(ແຕ່ຫາກເປັນສິ້ນທົ່ວໄປຄືເຮົານຸ່ງໄປວັດໄປວາ ຫລື ຕາມງານສັງຄົມຊື່ໆ) ສະນັ້ນການທີ່ແມ່ຍິງລາວໃສ່ສິ້ນມັນເສຍວັດທະນະທຳຊັ້ນບໍ ມັນບໍ່ໄດ້ສະແດງເຖິງຄວາມເປັນລາວວະ?

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ

ທີ່ເຈົ້າເອົາມາຫັ້ນມັນຫລ້າສະໄຫມແລ້ວ ສຳລັບຊຸດນັກຮຽນຈີນ ທັງຊາດ ແລະ ຍິງແມ່ນໃຫ້ໃສ່ໂສ້ງວອມຂາຍາວ ແລະ ເສື້ອຍືດສີຂາວຄ້າຍຄືກັບກາແຂ້ບ້ານເຮົາ

ແລ້ວຄືບໍ່ເອົາຫລັກຖານມາໃຫ້ເບິ່ງລະ ກໍ່ຂ້ອຍຫາຂໍ້ມູນໄດ້ເທົ່ານີ້ກໍ່ບອກເທົ່ານີ້

໑໙ ກະທູ້
໒໙໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ຮັກສາຂອງເດີມເຮົາໄວ້ລະດີແລ້ວ....
ຫາກປ໋ຽນແປງຕາມໂລກຫລາຍເກີນໄປ....ແັນໃດລະທີ່ຈະເຫຼືອໄວ້ໃຫ້ເຫັນວ່າເປັນລາວ....
ຕ່າງປະເທດໄປທ່ຽວລາວ...ເພາະຢາກເຫັນແລະຢາກສຳພັດຄວາມເປັນລາວ...
ເຊິງຂ້ອຍເປັນຄົນຫນຶ່ງທີ່ຮຽນຢູ່ຕ່າງປະເທດເຫມືອນກັນ

ເຈົ້າເວົ້າຖຶກເເລ້ວສະຫາຍ ສິ່ງໃດດີຄວນຄົງໄວ້ແລະພັດທະນາຂອງເກົ່າໃຫ້ດີຂຶ້ນກວ່າເດິມ ຊາດໃດຍິ່ງມີເອກະລັກ ແລະວັດທະນາທຳຫລາຍ ກໍ່ບົ່ງບອກຖຶງຄວາມມີອາຮະຍະ ຂອງຊາດນັ້ນ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...

ທີ່ເຈົ້າເອົາມາຫັ້ນມັນຫລ້າສະໄຫມແລ້ວ ສຳລັບຊຸດນັກຮຽນຈີນ ທັງຊາດ ແລະ ຍິງແມ່ນໃຫ້ໃສ່ໂສ້ງວອມຂາຍາວ ແລະ ເສື້ອຍືດສີຂາວຄ້າຍຄືກັບກາແຂ້ບ້ານເຮົາ

ແລ້ວຄືບໍ່ເອົາຫລັກຖານມາໃຫ້ເບິ່ງລະ ກໍ່ຂ້ອຍຫາຂໍ້ມູນໄດ້ເທົ່ານີ້ກໍ່ບອກເທົ່ານີ້
ຢາກເຫັນຄິກເຂົ້າທີ່ນີ້ເລີຍຖ້າເປັນລະດູຫນາວເຂົາກໍ່ໃສ່ເປັນຊຸດວອມ ຖ້າລະດູຮ້ອນກໍ່ໃສ່ແຕ່ໂສ້ງວອມ ແລະ ເສື້ອຄ້າຍຄືກັບກາແຂ້ແຂນສັ້ນບ້ານເຮົາ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Ninjanoy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ dragonman ຂຽນວ່າ...
ຮັກສາຂອງເດີມເຮົາໄວ້ລະດີແລ້ວ....
ຫາກປ໋ຽນແປງຕາມໂລກຫລາຍເກີນໄປ....ແັນໃດລະທີ່ຈະເຫຼືອໄວ້ໃຫ້ເຫັນວ່າເປັນລາວ....
ຕ່າງປະເທດໄປທ່ຽວລາວ...ເພາະຢາກເຫັນແລະຢາກສຳພັດຄວາມເປັນລາວ...
ເຊິງຂ້ອຍເປັນຄົນຫນຶ່ງທີ່ຮຽນຢູ່ຕ່າງປະເທດເຫມືອນກັນ

ເຈົ້າເວົ້າຖຶກເເລ້ວສະຫາຍ ສິ່ງໃດດີຄວນຄົງໄວ້ແລະພັດທະນາຂອງເກົ່າໃຫ້ດີຂຶ້ນກວ່າເດິມ ຊາດໃດຍິ່ງມີເອກະລັກ ແລະວັດທະນາທຳຫລາຍ ກໍ່ບົ່ງບອກຖຶງຄວາມມີອາຮະຍະ ຂອງຊາດນັ້ນ

ເຖິງສອງຄົນຂ້າງເທິງ ຈຸເຈົ້າລອງອ່ານເນື້ອໃນຂ້ອຍຂຽນໃຫ້ຄັກໆດຸ ຂ້ອຍກ່າບໍ່ໄດ້ຫມາຍວ່າຊິໃຫ້ນັກຮຽນແຕ່ງເຄື່ອງເສເພໄປໂຮງຮຽນ ຢ່າງນ້ອຍຊາຍກ່າແຕ່ງຕົວສຸພາບ ແລະ ຜູ້ຍິງໃຫ້ນຸ່ງສິ້ນ(ແຕ່ຫາກເປັນສິ້ນທົ່ວໄປຄືເຮົານຸ່ງໄປວັດໄປວາຊື່ໆ ຫລື ຕາມງານສັງຄົມຊື່ໆ) ສະນັ້ນການທີ່ແມ່ຍິງລາວໃສ່ສິ້ນມັນເສຍວັດທະນະທຳຊັ້ນບໍ ມັນບໍ່ໄດ້ສະແດງເຖິງຄວາມເປັນລາວວະ?

ທຸກຄົນເວົ້າແລະຕັ້ງຄຳຖາມກໍ່ດີເເລ້ວລະ ແຕ່ຂ້ອຍເຫັນດ້ວຍນຳເຂົາຊື່ໆ ສິ່ງດີໆໃຫມ່ໆ ຈະເກິດຂຶ້ນໄດ້ ກໍ່ຕ້ອງເກິດຈາກການສົງສັຍແລະນຳສະເຫນີ

໔ ກະທູ້
໒໘໔ ໂພສ
ນັກການກະທູ້
ຊຸດນັກຮຽນເກົາຫລີ

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>