ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ບັນຫາການຜ່ານບົດຂອງນັກສຶກສາ: ຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈຕັດສິນວ່າ ບົດຂອງນັກສຶກສາບໍ່ຜ່ານ!

໑໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ ແລະຄິດຢ່າງໃດກ່ຽວກັບຄູອາຈານທີ່ຢາກ
ໄດ້ແຕ່ເງິນ ບໍ່ຢາກໃຫ້ບົດນັກສຶກສາຜ່ານທັງໆທີ່ບົດຂອງນັກສຶກສາຖືກຕ້ອງແລ້ວ? ເລື່ອງນີ້ເກີດຂຶ້ນຈິງກັບນັກສຶກສາຂຽນບົດກຸ່ມໜຶ່ງ ບົດເຂົາ
ເຈົ້າຂຽນເອງ ບໍ່ໄດ້ຈ້າງຄົນອື່ນຂຽນໃຫ້ເພາະພວກເຂົາເປັນນັກສຶກສາທີ່ມີຄວາມຮູ້ສູງພໍສົມຄວນ ແຕ່ມີບັນຫາຫຼາຍເມື່ອເວລາໄປຜ່ານບົດຍ້ອນ
ວ່າ ຜູ້ທີ່ກວດກາບົດມີພຶດຕິກຳຄືດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.

ເຖິງບັນດາຄູອາຈານທີ່ອາດກຳລັງອ່ານກະທູ້ນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຄູທຸກຄົນຈະເປັນແບບນັ້ນໝົດ ແຕ່ຂ້າພະເຈົ້າເວົ້າເຈາະຈົງ
ແຕ່ຜູ້ທີ່ມີພຶດຕິກຳຄືທີ່ໄດ້ກ່າວມານີ້ເທົ່ານັ້ນ. ຖ້າຄູອາຈານຄົນໃດທີ່ມີພຶດຕິກຳຄືດັ່ງທີ່ກ່າວມານີ້ ເຊົາສາເພາະທ່ານກຳລັງສ້າງປະກົດການຫຍໍ້
ທໍ້ໃຫ້ແກ່ນັກສຶກສາ ດຶງຖວ່ງຄວາມພັດທະນາຂອງຊາດ. ນັກສຶກສາທີ່ເຂົາມີຄວາມຮູ້ ເຮົາຄວນຊຸກຍູ້ສົ່ງເສີ່ມເຂົາບໍ່ແມ່ນໄປດຶງເຂົາລົງແບບນັ້ນ ບ້ານເມືອງເຮົາຕ້ອງການນັກສຶກສາທີ່ມີຄວາມຮູ້ຄວາມສາມາດມາພັດທະນາສ້າງສາປະເທດຊາດ.

Anti-Old Lao Language Organization (AOLLO)
ອົງການລົບລ້າງການນຳໃຊ້ພາສາລາວຮູບແບບເກົ່າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫິໆໆໆ! ແມ່ນແທ້ບໍ່ ເນດເວີກ?

ນະໂຍບາຍຫຼາຍຕິ!
ແລະ ຫມູ່ຄູ່ຂອງຄູເສັຍຜົນປະໂຫຍດຕິຫັ້ນ!!!
ອິຕົນເດນໍ
ຂໍຈູດທູບທຽນໃຫ້ແກ່ດວງວິນຍານຂອງ "ethic"ໃນການຊື່ສັດຕໍ່ອາຊີບທີ່ຖືໂຕວ່າເປັນຜູ່ໃຫ້ຄວາມຮູ້ ຊ້ຳມາພາໃຫ້ມີຄວາມດ່າງພ້ອຍແກ່ວົງການ!

ບໍ່ຮູ້ວ່າຈະແປເປັນພາສາລາວເຮົາວ່າຈັ່ງໃດ!


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ ແລະຄິດຢ່າງໃດກ່ຽວກັບຄູອາຈານທີ່ຢາກ
ໄດ້ແຕ່ເງິນ ບໍ່ຢາກໃຫ້ບົດນັກສຶກສາຜ່ານທັງໆທີ່ບົດຂອງນັກສຶກສາຖືກຕ້ອງແລ້ວ? ເລື່ອງນີ້ເກີດຂຶ້ນຈິງກັບນັກສຶກສາຂຽນບົດກຸ່ມໜຶ່ງ ບົດເຂົາ
ເຈົ້າຂຽນເອງ ບໍ່ໄດ້ຈ້າງຄົນອື່ນຂຽນໃຫ້ເພາະພວກເຂົາເປັນນັກສຶກສາທີ່ມີຄວາມຮູ້ສູງພໍສົມຄວນ ແຕ່ມີບັນຫາຫຼາຍເມື່ອເວລາໄປຜ່ານບົດຍ້ອນ
ວ່າ ຜູ້ທີ່ກວດກາບົດມີພຶດຕິກຳຄືດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.

ເຖິງບັນດາຄູອາຈານທີ່ອາດກຳລັງອ່ານກະທູ້ນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຄູທຸກຄົນຈະເປັນແບບນັ້ນໝົດ ແຕ່ຂ້າພະເຈົ້າເວົ້າເຈາະຈົງ
ແຕ່ຜູ້ທີ່ມີພຶດຕິກຳຄືທີ່ໄດ້ກ່າວມານີ້ເທົ່ານັ້ນ. ຖ້າຄູອາຈານຄົນໃດທີ່ມີພຶດຕິກຳຄືດັ່ງທີ່ກ່າວມານີ້ ເຊົາສາເພາະທ່ານກຳລັງສ້າງປະກົດການຫຍໍ້
ທໍ້ໃຫ້ແກ່ນັກສຶກສາ ດຶງຖວ່ງຄວາມພັດທະນາຂອງຊາດ. ນັກສຶກສາທີ່ເຂົາມີຄວາມຮູ້ ເຮົາຄວນຊຸກຍູ້ສົ່ງເສີ່ມເຂົາບໍ່ແມ່ນໄປດຶງເຂົາລົງແບບນັ້ນ ບ້ານເມືອງເຮົາຕ້ອງການນັກສຶກສາທີ່ມີຄວາມຮູ້ຄວາມສາມາດມາພັດທະນາສ້າງສາປະເທດຊາດ.

ກ່ອນອື່ນຂ້ອຍຕ້ອງຂໍຖາມວ່າແມ່ນໃຜເປັນຜູ້ຢັ້ງຢືນໃຫ້ວ່າບົດນັກສຶກສາຖືກຕ້ອງຫມົດແລ້ວ? ຖ້ານັກສຶກສາຢັ້ງຢືນເອົານັກສຶກສາເອງ ແນ່ນອນວ່າທຸກຢ່າງແມ່ນຖືກສະເຫມີ. ສຳລັບຂ້ອຍເອງເປັນນັກສຶສາເຄີຍເຮັດວຽກເປັນຜູ້ຊ່ວຍອາຈານມາຢູ່ທີ່ ມ.ຊ ຖ້າຈະເວົ້າເຖິງການຂຽນບົດຕ້ອງປະກອບມີ 5 ບົດດ້ວຍກັນ ເຊິ່ງແຕ່ລະບົດຕ້ອງໃຫ້ມີເນື້ອໃນກ່ຽວຂ້ອງທີ່ຈະຕ້ອງກ່າວເຖິງດັ່ງນີ້: ບົດທີ 1: ພາກສະເຫນີ; ບົດທີ 2: ນິຍາມສັບ ແລະ ທົບທວນທິດສະດີທີ່ກ່ຽວຂ້ອງ; ບົດທີ 3: ວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນ; ບົດທີ 4: ຜົນຂອງການສຶກສາຄົ້ນຄວ້າ; ບົດທີ 5: ສະຫລຸບຜົນຂອງການຄົ້ນຄວ້າ. ແລະສຳລັບລາຍລະອຽດແຕ່ລະບົດມີດັ່ງນີ້:

ບົດທີ 1: ພາກສະເຫນີ

- ຕ້ອງເວົ້າເຖິງຄວາມເປັນມາ ແລະ ຄວາມສຳຄັນຂອງການສຶກສາຄົ້ນຄວ້າ ໂດຍເລີ່ມຈາກຄວາມສຳຄັນລະດັບມະຫາພາກ ລົງສູ່ຈຸລະພາກ ເພື່ອໃຫ້ເຫັນໄດ້ຈຸດສຳຄັນອັນພົ້ນເດັ່ນທີ່ຕົນຢາກສຶກສາທີ່ມັນເປັນປະເດັນພົ້ນເດັ່ນກະທົບຕໍ່ສັງຄົມໃນຍຸກປະຈຸບັນ ທີ່ຈູງໃຈເຮົາໃນການສຶກສາ
- ກ່າວເຖິງຈຸດປະສົງຂອງການຄົ້ນຄວ້າວ່າ ມີຈຸດປະສົງໃດແດ່ ແລະ ແຕ່ລະຈຸດປະສົງນັ້ນເປັນຈຸດປະສົງໃຫມ່ບໍ ຫລື ມີຈຸດປະສົງພົ້ນເດັ່ນຈາກຄົນທີ່ເຄີຍສຶກສາຜ່ານມາຄືແນວໃດ.
- ກ່າວເຖິງຄວາມສຳຄັນຂອງການສຶກສາໂດຍຫຍໍ້ທີ່ຄາດວ່າ ການສຶກສາໃນຄັ້ງນີ້ໄດ້ສ້າງຜົນປະໂຫຍດດ້ານດີ ແລະ ດ້ານການນຳໃຊ້ທັງຕົນ ແລະ ສັງຄົມຄືແນວໃດ.
- ກ່າວໂດຍຫຍໍ້ເຖິງວິທີການສຶກສາ ແລະ ໄລຍະເວລາຂອງການສຶກສາ ເພາະວ່າບໍ່ວ່າເຮົາຈະເຮັດວຽກງານໃດເຮົາຕ້ອງເຮັດເປັນໂຄງການ ມີລະບຽບແບບແຜນທີ່ແນ່ນອນໃນການກຳນົດເວລາ ແລະ ຫນ້າວຽກທີ່ຈະເຮັດວ່າ ຄວນເຮັດເວລາໃດ ເມື່ອໃດ ແລະ ຄວນພົວພັນຈາກພວກສ່ວນຫລືອົງການໃດທີ່ມີສ່ວນກ່ຽວຂ້ອງ
- ສະເຫມີໂດຍຫຍໍ້ກ່ຽວກັບວິທີວິເຄາະ ແລະ ວິໄຈຂໍ້ມູນວ່າ ເຮົາຈະໃຊ້ເຄື່ອງມືໃດແດ່

ບົດທີ 2: ນິຍາມສັບ ແລະ ທົບທວນທິດສະດີທີ່ກ່ຽວຂ້ອງ

- ນິຍາມຄວາມຫມາຍຂອງສັບສະເພາະ ແລະ ໃຫ້ຄວາມຫມາຍເຕັມກ່ຽວກັບສັບຫຍໍ້ ທີ່ມີຢູ່ໃນການສຶກສາຄັ້ງນີ້
- ນຳສະເຫນີທິດສະດີ ແລະ ຫລັກການ ຂອງບັນດານັກທິດສະດີຕ່າງຕ່າງ ຫລື ທີ່ມີໃນຕຳລາ ທີ່ເນື້ອໃນດັ່ງກ່າວກ່ຽວຂ້ອງກັບຫົວຂໍ້ຂອງການສຶກສາ ເພື່ອນຳມາຢັ້ງຢືນ ແລະ ສະແດງໃຫ້ເຫັນບາງສ່ວນເຖິງທິດສະດີທົ່ວໄປ ແລະ ການປະຕິບັດຕົວຈິງເພື່ອໄວ້ສະຫລຸບຜົນໃນຕອນທ້າຍວ່າມັນມີຄວາມແຕກຕ່າງກັນຫນ້ອຍຫລາຍພຽງໃດ?
- ນຳສະເຫມີທິດສະດີທີ່ກ່ຽວຂ້ອງຈາກບັນດາຜົນງານວິໄຈທີ່ຜ່ານມາ ພ້ອມສະແດງໃຫ້ເຫັນຈຸດເດັ່ນ ແລະ ຈຸດດ້ອຍຂອງແຕ່ລະຜົນງານວິໄຈ

ບົດທີ 3: ວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນ

- ບົດນີ້ຈະອະທິບາຍລະອຽດເຖິງວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນເປັນອັນລະອຽດດັ່ງທີ່ສະເຫມີໄປໃນບົດທີ່ຫນຶ່ງວ່າ ຂັ້ນຕອນກະກຽມວີຫຍັງແດ່? ແລະ ຈະດຳເນີນຂໍຂໍ້ມູນຈາກພາກສ່ວນໃດ? ອົງກອນທີ່ກ່ຽວຂ້ອງ ອົງກອນໃດກ່ອນ ແລະ ອົງກອນໃດຕາມຫລັງ.
- ນອກນັ້ນ, ເຄື່ອງມືໃນການສຶກສາເດຕ້ອງມີການກຽມພ້ອມ ແລະ ສິ່ງໃດໃຫ້ແທກເຫມາະກັບສະພາບການ. ແລະ ວິທີການຊຸ່ມຕົວຢ່າງປະຊາກອນທີ່ກ່ຽວຂ້ອງໃນການສຶກສາເດຊິໃຊ້ວິທີຄືແນວໃດ? ມັນເປັນແບບກຸ່ມປະຊາກອນມີຂອບເຂດກຳນົດ ຫລື ບໍ່ມີກຳນົດ ແລະ ເຮົາຄວນໃຊ້ສູດໆໃດໃນການຊຸ່ມຫາ?
- ແບບສອບຖາມຈະໃຊ້ແບບປາຍເປີດ ຫລື ປາຍປິດ ຫລືຈະໃຊ້ຮ່ວມກັນ ແລະ ດ້ວຍເຫດຜົນອັນໃດຈຶ່ງເລືອກໃຊ້? ,
- ການວິເຄາະຈະໃຊ້ວິທີການໃດ? ແລະ ຈະໃຊ້ສູດໃດທາງຄະນິດສາດ, ໂປລແກລມທາງຄະນິດສາດ ຫລືຄອມພິວເຕີຕົວໃດມາວິເຄາະຕໍ່ກັບຂໍ້ມູນປະລິມານ ແລະ ຂໍ້ມູນຄຸນນະພາບ ເພື່ອຜົນລັບທີ່ຈະອອກມາ. ນອກນັ້ນ, ເຮົາຈະແບ່ງການວິໄຈອອກໄປໃນດ້ານໃດແດ່ ພ້ອມນັ້ນກໍ່ຕ້ອງອະທິບາຍເຖິງຕົວປ່ຽນທີ່ມີຢູ່ໂມ່ດ່ຽວຕ່າງໆ(Models) ອີກດ້ວຍ.

ບົດທີ 4: ຜົນຂອງການສຶກສາຄົ້ນຄວ້າ

- ບົດນີ້ຕ້ອງຈັດລຽງຜົນຂອງການສຶກສາຄົ້ນຄວ້າໃຫ້ຖືກຕ້ອງ ແລະ ລຽງຕາມລຳດັບຂອງຈຸດປະສົງໃນການສຶກສາທີ່ສະເຫນີໄປໃນບົດທີ່ຫນຶ່ງ
- ອະທິບາຍຄວາມຫມາຍຂອງຜົນທີ່ອອກມາເພື່ອສະແດງໃຫ້ເຫັນຕວາມແຕກຕ່າງທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ
- ອະທິບາຍຄວາມຫມາຍຂອງຜົນທີ່ອອກມາເພື່ອສະແດງໃຫ້ເຫັນຕວາມແຕກຕ່າງ ແລະ ເຂົ້າໃຈເຖິງຄວາມຫມາຍຂອງຂໍ້ມູນປະລິມານ ຫລືຂໍ້ມູນທີ່ເປັນຕົວເລກ ພ້ອມທຽບໃສ່ສະພາບການຕົວຈິງຂອງທ້ອງຖິ່ນສຶກສາ ແລະ ສະພາບການປະຈຸບັນໃນການອະທິບາຍ


ບົດທີ 5: ສະຫລຸບຜົນຂອງການຄົ້ນຄວ້າ

- ກ່າວເຖິງຄວາມສຳຄັນຂອງຜົນການສຶກສາທີ່ອອກມາ ແລະ ປະສົບການທີ່ຕົນຖອດຖອນໄດ້ຈາກການສຶກສາຄົ້ນຄວ້າໃນຄັ້ງນີ້ ທີ່ແນ່ນອນວ່າມັນເປັນບົດຮຽນອັນລ້ຳຄ່າຕໍ່ຕົນ ແລະ ສັງຄົມດ້ວຍ.
- ສະຫລຸບຜົນອອກມາໃຫ້ຖືກຕາມການຈັດລຽງແຕ່ລະຈຸດປະສົງຂອງການສຶກສາ ດັ່ງສະເຫມີໄປໃນບົດທີຫນຶ່ງ ເພື່ອຄວາມສະດວກ ແລະ ຄວາມເປັນລະບຽບໃນການເບິ່ງງ່າຍ.
- ການສະຫລຸບຜົນແມ່ນຕ້ອງໄຈ້ແຍກໃຫ້ເຫັນສອງແງ່ມູມທີ່ມີໃນແຕ່ລະບັນຫາເພື່ອສະແດງໃຫ້ເຫັນຈຸດດີ ແລະ ຈຸດດ້ອຍ (ຈຸດອ່ອນ)
- ນຳສະເຫມີຂໍ້ສະເຫນີແນະຂອງຕົນໃນການສົ່ງເສີມຈຸດດີໃຫ້ຫມັ້ນຄົງ ແລະ ເສີມຂະຫຍາມມູນເຊື້ອໃຫ້ນັບມື້ນັບເຂັ້ມແຂງຂຶ້ນ. ພ້ອມດຽວກັນນັ້ນກໍ່ຕ້ອງນຳສະເຫມີຂໍ້ສະເຫນີແນະໃນການກຳຈັດອ່ອນໃຫ້ຫມົດສິ້ນໄປ ບົນພື້ນຖານທິດສະດີທີ່ແທດເຫມາະ ແລະ ສະພາບການທີ່ເຫມາະສົມ
- ສະເຫມີແນະນຳເຖິງຜູ້ທີ່ຢາກຈະສຶກສາກ່ຽວກັບຫົວຂໍ້ນີ້ ກໍ່ຄືຫົວຂໍ້ອຶ່ນໆເຊັ່ນດຽວກັນ ວ່າຜ່ານການສຶກສາຂອງຕົນມາໃນຄັ້ງນີ້ມີຄວາມສະດວກ ຫລືຈຸດດີ, ຄວາມຫຍຸ້ງຍາກ ຫລືຈຸດອ່ອນຄືແນວໃດ? ແລະ ຄວນສະເຫນີແນະໃຫ້ຜູ້ທີ່ຢາກຈະສຶກສາໃນຂັ້ນຕໍ່ໄປຄວນຮັບມືກັບສິ່ງໃດ ແລະ ສຶກສາລົງເລິກດ້ານໃດຕື່ມ.

ເມື່ອເຮັດຜົນການວິໄຈເສັດສິ້ນກໍ່ມາເວົ້າເຖິງຂັ້ນຕອນຟໍແມັດຫນ້າເຈ້ຍ ໃຫ້ຖືກກັບຈຸດປະສົງບົນພື້ນຖານຫລັກການທີ່ທາງມະຫາໄລໄດ້ແນະນຳໄປ ກໍ່ເປັນອັນວ່າເສັດສິ້ນຫຍິບເປັນປຶ້ມສົ່ງ.

ສະນັ້ນເມື່ອເວົ້າເຖິງວຽກງານສຶກສາຄົ້ນຄວ້າ ຫລືການຂຽນບົດຈົບຊັ້ນຂອງນັກສຶກສາມັນບໍ່ແມ່ນເລື່ອງງ່າຍ ເຫັນມາຫລາຍຄົນແລ້ວທີ່ເກັ່ງແຕ່ຮຽນແຕ່ບໍ່ເກັ່ງໃນການເຮັດວຽກເປັນໂຄງການ ບາງຄົນເກັ່ງແລ້ວປະຫມາດ ຈົນເຮັດໃຫ້ນຳພາຕົນຕົກຕ່ຳ. ສະນັ້ນ, ທ້າຍນີ້ຢາກຂໍຝາກໃຫ້ທຸກຄົນເອົາໃສ່ໃນການສຶກສາຮ່ຳຮຽນ , ເຮັດວຽກດ້ວຍຄວາມຕັ້ງໃຈ ແລະ ອົດທົນ. ແລະ ຢາກຂໍຝາກຄຳສຸພາສິດໄວ້ວ່າ "ເຮົາພະຍາຍາມສຸດຂີດແລ້ວແຕ່ບໍ່ປະສົບຜົນສຳເລັດ ຍັງດີກວ່າຄົນທີ່ບໍ່ພະຍາຍາມຈັກຫນ້ອຍແຕ່ປະສົບຜົນສຳເລັດ(ໄດ້ມາໃນແບບແກມໂກງ)" ແລະ "ຄົນປະສົບຜົນສຳເລັດມັກແກ້ໄຂ ຄົນເຮັດບໍ່ໄດ້ມັກແກ້ຕົວ"


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ?



ອັນນີ້ ອັນຕະລາຍ ບັນຫານີ້ຕຳກັບຂ້ອຍເລີຍຕອນຄາວທີ່ຍັງຮຽນຢູ່ມັດທະຍົມ. ເສັງພາສາອັງກິດໄດ້ຄະແນນ 10 ທຸກຄັ້ງ
ມີຢູ່ຄັ້ງໜຶ່ງໄດ້ 9 ບໍ່ພໍໃຈເພາະເຮັດຖືກໝົດແລະກໍ່ໝັ້ນໃຈແຕ່ກ່ອນບໍ່ທັນໄດ້ເສັງແລ້ວວ່າຊິໄດ້ 10 ແຕ່ພັດວ່າໄດ້ 9 ເພາະ
ອາຈານບໍ່ຮູ້ວ່າມັນຖືກເລີຍໄປໝາຍໃຫ້ຜິດ ກໍ່ເລີຍໄປສອບຖາມແລະອະທິບາຍໃຫ້ເພິ່ນຟັງດ້ວຍເຫດຜົນພ້ອມເອກະສານ
ອ້າງອີງຖືໄປນຳເພິ່ນຈຶ່ງຂໍໂທດພ້ອມທັງຂອບໃຈທີ່ຂ້ອຍໄດ້ນຳເອົາເລື່ອງດັ່ງກ່າວມາອະທິບາຍໃຫ້ຟັງ ແລ້ວເພິ່ນກໍ່ໝາຍ
ໃຫ້ຂ້ອຍໄດ້ 10 ເຊິ່ງເປັນຄະແນນທີ່ຂ້ອຍຄວນຈະໄດ້ຮັບ ອິອິອິອິອິ.

ເທບແຫ່ງພາສາລາວ


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ເປັນກະທູ້ທີ່ໜ້າສົນໃຈແຕ່ວ່າຢາກຮູ້ເຫດຜົນທີ່ ເຈົ້າຂອງກະທູ້ຮູ້ວ່າບົດຕົວເອງຖືກໝົດເອົາອັນໃດມາຢັ້ງຢືນ ທັ້ງໆທີ່ຜູ້ກວດບົດເວົ້າວ່າບໍ່ຜ່ານແລ້ວແມ່ນໃຜ ເປັນຜູ້ຢັ້ງຢືນໃຫ້ວ່າບໍ່ຜ່ານ, ແຕ່ກະຮູ້ສຶກເຫັນໃຈທີ່ບົດບໍ່ຜ່ານຖ້າຫາກວ່າຄູອາຈານມີພຶດຕິກຳຢ່າງທີ່ວ່າແທ້ຄວນສົ່ງເລື່ອງໃຫ້ວິຊາການຂອງ ສະຖາບັນທີ່ກ່ຽວຂ້ອງຮັບຊາບ ເພາະວ່າເຄີຍມີກໍລະນີຄ້າຍຄືແນວນີ້ເກີດເກີດຂຶ້ນມາແລ້ວ ແລະ ອຈ ຜູ້ນັ້ນກໍ່ຖືກໃຫ້ອອກການ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບັນຫານິມັນກະມີຢູ່ແລ້ວ ສັງຄົມແຕ່ລະຍຸກກໍ່ມີ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ ແລະຄິດຢ່າງໃດກ່ຽວກັບຄູອາຈານທີ່ຢາກ
ໄດ້ແຕ່ເງິນ ບໍ່ຢາກໃຫ້ບົດນັກສຶກສາຜ່ານທັງໆທີ່ບົດຂອງນັກສຶກສາຖືກຕ້ອງແລ້ວ? ເລື່ອງນີ້ເກີດຂຶ້ນຈິງກັບນັກສຶກສາຂຽນບົດກຸ່ມໜຶ່ງ ບົດເຂົາ
ເຈົ້າຂຽນເອງ ບໍ່ໄດ້ຈ້າງຄົນອື່ນຂຽນໃຫ້ເພາະພວກເຂົາເປັນນັກສຶກສາທີ່ມີຄວາມຮູ້ສູງພໍສົມຄວນ ແຕ່ມີບັນຫາຫຼາຍເມື່ອເວລາໄປຜ່ານບົດຍ້ອນ
ວ່າ ຜູ້ທີ່ກວດກາບົດມີພຶດຕິກຳຄືດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.

ເຖິງບັນດາຄູອາຈານທີ່ອາດກຳລັງອ່ານກະທູ້ນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຄູທຸກຄົນຈະເປັນແບບນັ້ນໝົດ ແຕ່ຂ້າພະເຈົ້າເວົ້າເຈາະຈົງ
ແຕ່ຜູ້ທີ່ມີພຶດຕິກຳຄືທີ່ໄດ້ກ່າວມານີ້ເທົ່ານັ້ນ. ຖ້າຄູອາຈານຄົນໃດທີ່ມີພຶດຕິກຳຄືດັ່ງທີ່ກ່າວມານີ້ ເຊົາສາເພາະທ່ານກຳລັງສ້າງປະກົດການຫຍໍ້
ທໍ້ໃຫ້ແກ່ນັກສຶກສາ ດຶງຖວ່ງຄວາມພັດທະນາຂອງຊາດ. ນັກສຶກສາທີ່ເຂົາມີຄວາມຮູ້ ເຮົາຄວນຊຸກຍູ້ສົ່ງເສີ່ມເຂົາບໍ່ແມ່ນໄປດຶງເຂົາລົງແບບນັ້ນ ບ້ານເມືອງເຮົາຕ້ອງການນັກສຶກ
ສາທີ່ມີຄວາມຮູ້ຄວາມສາມາດມາພັດທະນາສ້າງສາປະເທດຊາດ.



ເລື່ອງພຶດຕິກຳແບບນີ້ ບໍ່ມີສະເພາະຄູອາຈານເດີ ມີໃຫ້ເຫັນຢູ່ທົ່ວຢູ່ໃນວົງການຂອງລັດ ໂດຍສະເພາະແມ່ນສາຍການຄູ້ມຄອງ ແລະ ປົກຄອງ ແມ່ນຕ້ອງມີຄຳວ່າ ດ່ວນ(ເງິນມາຂອງໄປທັນທີ ຫຼື ໝູໄປໄກ່ບິນມາ) ຫຼື ບໍ່ດ່ວນ(ເງິນບໍ່ມາຂອງໄປຊ້າຖ້າຫຼາຍເດືອນ). ເງິນທີ່ຈ່າຍຄ່າຄຳວ່າ ດ່ວນ ນັ້ນ ບໍ່ໄດ້ຕົກເປັນຂອງຊ່ວນລວມ ແຕ່ຫາກກາຍມາເປັນລາຍໄດ້ສ່ວນເກີນ(ລາຍໄດ້ເສີມ)ໃຫ້ແກບຸກຄົນໃດໜຶ່ງ ຊຶ່ງການປະພຶດດັ່ງກ່າວນີ້ປະຈຸບັນເກືອບເວົ້າໄດ້ວ່າ ມັນກາຍເປັນປະເພນີໄປແລ້ວ


໑໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ ແລະຄິດຢ່າງໃດກ່ຽວກັບຄູອາຈານທີ່ຢາກ
ໄດ້ແຕ່ເງິນ ບໍ່ຢາກໃຫ້ບົດນັກສຶກສາຜ່ານທັງໆທີ່ບົດຂອງນັກສຶກສາຖືກຕ້ອງແລ້ວ? ເລື່ອງນີ້ເກີດຂຶ້ນຈິງກັບນັກສຶກສາຂຽນບົດກຸ່ມໜຶ່ງ ບົດເຂົາ
ເຈົ້າຂຽນເອງ ບໍ່ໄດ້ຈ້າງຄົນອື່ນຂຽນໃຫ້ເພາະພວກເຂົາເປັນນັກສຶກສາທີ່ມີຄວາມຮູ້ສູງພໍສົມຄວນ ແຕ່ມີບັນຫາຫຼາຍເມື່ອເວລາໄປຜ່ານບົດຍ້ອນ
ວ່າ ຜູ້ທີ່ກວດກາບົດມີພຶດຕິກຳຄືດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.

ເຖິງບັນດາຄູອາຈານທີ່ອາດກຳລັງອ່ານກະທູ້ນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຄູທຸກຄົນຈະເປັນແບບນັ້ນໝົດ ແຕ່ຂ້າພະເຈົ້າເວົ້າເຈາະຈົງ
ແຕ່ຜູ້ທີ່ມີພຶດຕິກຳຄືທີ່ໄດ້ກ່າວມານີ້ເທົ່ານັ້ນ. ຖ້າຄູອາຈານຄົນໃດທີ່ມີພຶດຕິກຳຄືດັ່ງທີ່ກ່າວມານີ້ ເຊົາສາເພາະທ່ານກຳລັງສ້າງປະກົດການຫຍໍ້
ທໍ້ໃຫ້ແກ່ນັກສຶກສາ ດຶງຖວ່ງຄວາມພັດທະນາຂອງຊາດ. ນັກສຶກສາທີ່ເຂົາມີຄວາມຮູ້ ເຮົາຄວນຊຸກຍູ້ສົ່ງເສີ່ມເຂົາບໍ່ແມ່ນໄປດຶງເຂົາລົງແບບນັ້ນ ບ້ານເມືອງເຮົາຕ້ອງການນັກສຶກສາທີ່ມີຄວາມຮູ້ຄວາມສາມາດມາພັດທະນາສ້າງສາປະເທດຊາດ.

ກ່ອນອື່ນຂ້ອຍຕ້ອງຂໍຖາມວ່າແມ່ນໃຜເປັນຜູ້ຢັ້ງຢືນໃຫ້ວ່າບົດນັກສຶກສາຖືກຕ້ອງຫມົດແລ້ວ? ຖ້ານັກສຶກສາຢັ້ງຢືນເອົານັກສຶກສາເອງ ແນ່ນອນວ່າທຸກຢ່າງແມ່ນຖືກສະເຫມີ. ສຳລັບຂ້ອຍເອງເປັນນັກສຶສາເຄີຍເຮັດວຽກເປັນຜູ້ຊ່ວຍອາຈານມາຢູ່ທີ່ ມ.ຊ ຖ້າຈະເວົ້າເຖິງການຂຽນບົດຕ້ອງປະກອບມີ 5 ບົດດ້ວຍກັນ ເຊິ່ງແຕ່ລະບົດຕ້ອງໃຫ້ມີເນື້ອໃນກ່ຽວຂ້ອງທີ່ຈະຕ້ອງກ່າວເຖິງດັ່ງນີ້: ບົດທີ 1: ພາກສະເຫນີ; ບົດທີ 2: ນິຍາມສັບ ແລະ ທົບທວນທິດສະດີທີ່ກ່ຽວຂ້ອງ; ບົດທີ 3: ວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນ; ບົດທີ 4: ຜົນຂອງການສຶກສາຄົ້ນຄວ້າ; ບົດທີ 5: ສະຫລຸບຜົນຂອງການຄົ້ນຄວ້າ. ແລະສຳລັບລາຍລະອຽດແຕ່ລະບົດມີດັ່ງນີ້:

ບົດທີ 1: ພາກສະເຫນີ

- ຕ້ອງເວົ້າເຖິງຄວາມເປັນມາ ແລະ ຄວາມສຳຄັນຂອງການສຶກສາຄົ້ນຄວ້າ ໂດຍເລີ່ມຈາກຄວາມສຳຄັນລະດັບມະຫາພາກ ລົງສູ່ຈຸລະພາກ ເພື່ອໃຫ້ເຫັນໄດ້ຈຸດສຳຄັນອັນພົ້ນເດັ່ນທີ່ຕົນຢາກສຶກສາທີ່ມັນເປັນປະເດັນພົ້ນເດັ່ນກະທົບຕໍ່ສັງຄົມໃນຍຸກປະຈຸບັນ ທີ່ຈູງໃຈເຮົາໃນການສຶກສາ
- ກ່າວເຖິງຈຸດປະສົງຂອງການຄົ້ນຄວ້າວ່າ ມີຈຸດປະສົງໃດແດ່ ແລະ ແຕ່ລະຈຸດປະສົງນັ້ນເປັນຈຸດປະສົງໃຫມ່ບໍ ຫລື ມີຈຸດປະສົງພົ້ນເດັ່ນຈາກຄົນທີ່ເຄີຍສຶກສາຜ່ານມາຄືແນວໃດ.
- ກ່າວເຖິງຄວາມສຳຄັນຂອງການສຶກສາໂດຍຫຍໍ້ທີ່ຄາດວ່າ ການສຶກສາໃນຄັ້ງນີ້ໄດ້ສ້າງຜົນປະໂຫຍດດ້ານດີ ແລະ ດ້ານການນຳໃຊ້ທັງຕົນ ແລະ ສັງຄົມຄືແນວໃດ.
- ກ່າວໂດຍຫຍໍ້ເຖິງວິທີການສຶກສາ ແລະ ໄລຍະເວລາຂອງການສຶກສາ ເພາະວ່າບໍ່ວ່າເຮົາຈະເຮັດວຽກງານໃດເຮົາຕ້ອງເຮັດເປັນໂຄງການ ມີລະບຽບແບບແຜນທີ່ແນ່ນອນໃນການກຳນົດເວລາ ແລະ ຫນ້າວຽກທີ່ຈະເຮັດວ່າ ຄວນເຮັດເວລາໃດ ເມື່ອໃດ ແລະ ຄວນພົວພັນຈາກພວກສ່ວນຫລືອົງການໃດທີ່ມີສ່ວນກ່ຽວຂ້ອງ
- ສະເຫມີໂດຍຫຍໍ້ກ່ຽວກັບວິທີວິເຄາະ ແລະ ວິໄຈຂໍ້ມູນວ່າ ເຮົາຈະໃຊ້ເຄື່ອງມືໃດແດ່

ບົດທີ 2: ນິຍາມສັບ ແລະ ທົບທວນທິດສະດີທີ່ກ່ຽວຂ້ອງ

- ນິຍາມຄວາມຫມາຍຂອງສັບສະເພາະ ແລະ ໃຫ້ຄວາມຫມາຍເຕັມກ່ຽວກັບສັບຫຍໍ້ ທີ່ມີຢູ່ໃນການສຶກສາຄັ້ງນີ້
- ນຳສະເຫນີທິດສະດີ ແລະ ຫລັກການ ຂອງບັນດານັກທິດສະດີຕ່າງຕ່າງ ຫລື ທີ່ມີໃນຕຳລາ ທີ່ເນື້ອໃນດັ່ງກ່າວກ່ຽວຂ້ອງກັບຫົວຂໍ້ຂອງການສຶກສາ ເພື່ອນຳມາຢັ້ງຢືນ ແລະ ສະແດງໃຫ້ເຫັນບາງສ່ວນເຖິງທິດສະດີທົ່ວໄປ ແລະ ການປະຕິບັດຕົວຈິງເພື່ອໄວ້ສະຫລຸບຜົນໃນຕອນທ້າຍວ່າມັນມີຄວາມແຕກຕ່າງກັນຫນ້ອຍຫລາຍພຽງໃດ?
- ນຳສະເຫມີທິດສະດີທີ່ກ່ຽວຂ້ອງຈາກບັນດາຜົນງານວິໄຈທີ່ຜ່ານມາ ພ້ອມສະແດງໃຫ້ເຫັນຈຸດເດັ່ນ ແລະ ຈຸດດ້ອຍຂອງແຕ່ລະຜົນງານວິໄຈ

ບົດທີ 3: ວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນ

- ບົດນີ້ຈະອະທິບາຍລະອຽດເຖິງວິທີການສຶກສາຄົ້ນຄວ້າ ແລະ ວິໄຈຂໍ້ມູນເປັນອັນລະອຽດດັ່ງທີ່ສະເຫມີໄປໃນບົດທີ່ຫນຶ່ງວ່າ ຂັ້ນຕອນກະກຽມວີຫຍັງແດ່? ແລະ ຈະດຳເນີນຂໍຂໍ້ມູນຈາກພາກສ່ວນໃດ? ອົງກອນທີ່ກ່ຽວຂ້ອງ ອົງກອນໃດກ່ອນ ແລະ ອົງກອນໃດຕາມຫລັງ.
- ນອກນັ້ນ, ເຄື່ອງມືໃນການສຶກສາເດຕ້ອງມີການກຽມພ້ອມ ແລະ ສິ່ງໃດໃຫ້ແທກເຫມາະກັບສະພາບການ. ແລະ ວິທີການຊຸ່ມຕົວຢ່າງປະຊາກອນທີ່ກ່ຽວຂ້ອງໃນການສຶກສາເດຊິໃຊ້ວິທີຄືແນວໃດ? ມັນເປັນແບບກຸ່ມປະຊາກອນມີຂອບເຂດກຳນົດ ຫລື ບໍ່ມີກຳນົດ ແລະ ເຮົາຄວນໃຊ້ສູດໆໃດໃນການຊຸ່ມຫາ?
- ແບບສອບຖາມຈະໃຊ້ແບບປາຍເປີດ ຫລື ປາຍປິດ ຫລືຈະໃຊ້ຮ່ວມກັນ ແລະ ດ້ວຍເຫດຜົນອັນໃດຈຶ່ງເລືອກໃຊ້? ,
- ການວິເຄາະຈະໃຊ້ວິທີການໃດ? ແລະ ຈະໃຊ້ສູດໃດທາງຄະນິດສາດ, ໂປລແກລມທາງຄະນິດສາດ ຫລືຄອມພິວເຕີຕົວໃດມາວິເຄາະຕໍ່ກັບຂໍ້ມູນປະລິມານ ແລະ ຂໍ້ມູນຄຸນນະພາບ ເພື່ອຜົນລັບທີ່ຈະອອກມາ. ນອກນັ້ນ, ເຮົາຈະແບ່ງການວິໄຈອອກໄປໃນດ້ານໃດແດ່ ພ້ອມນັ້ນກໍ່ຕ້ອງອະທິບາຍເຖິງຕົວປ່ຽນທີ່ມີຢູ່ໂມ່ດ່ຽວຕ່າງໆ(Models) ອີກດ້ວຍ.

ບົດທີ 4: ຜົນຂອງການສຶກສາຄົ້ນຄວ້າ

- ບົດນີ້ຕ້ອງຈັດລຽງຜົນຂອງການສຶກສາຄົ້ນຄວ້າໃຫ້ຖືກຕ້ອງ ແລະ ລຽງຕາມລຳດັບຂອງຈຸດປະສົງໃນການສຶກສາທີ່ສະເຫນີໄປໃນບົດທີ່ຫນຶ່ງ
- ອະທິບາຍຄວາມຫມາຍຂອງຜົນທີ່ອອກມາເພື່ອສະແດງໃຫ້ເຫັນຕວາມແຕກຕ່າງທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງ
- ອະທິບາຍຄວາມຫມາຍຂອງຜົນທີ່ອອກມາເພື່ອສະແດງໃຫ້ເຫັນຕວາມແຕກຕ່າງ ແລະ ເຂົ້າໃຈເຖິງຄວາມຫມາຍຂອງຂໍ້ມູນປະລິມານ ຫລືຂໍ້ມູນທີ່ເປັນຕົວເລກ ພ້ອມທຽບໃສ່ສະພາບການຕົວຈິງຂອງທ້ອງຖິ່ນສຶກສາ ແລະ ສະພາບການປະຈຸບັນໃນການອະທິບາຍ


ບົດທີ 5: ສະຫລຸບຜົນຂອງການຄົ້ນຄວ້າ

- ກ່າວເຖິງຄວາມສຳຄັນຂອງຜົນການສຶກສາທີ່ອອກມາ ແລະ ປະສົບການທີ່ຕົນຖອດຖອນໄດ້ຈາກການສຶກສາຄົ້ນຄວ້າໃນຄັ້ງນີ້ ທີ່ແນ່ນອນວ່າມັນເປັນບົດຮຽນອັນລ້ຳຄ່າຕໍ່ຕົນ ແລະ ສັງຄົມດ້ວຍ.
- ສະຫລຸບຜົນອອກມາໃຫ້ຖືກຕາມການຈັດລຽງແຕ່ລະຈຸດປະສົງຂອງການສຶກສາ ດັ່ງສະເຫມີໄປໃນບົດທີຫນຶ່ງ ເພື່ອຄວາມສະດວກ ແລະ ຄວາມເປັນລະບຽບໃນການເບິ່ງງ່າຍ.
- ການສະຫລຸບຜົນແມ່ນຕ້ອງໄຈ້ແຍກໃຫ້ເຫັນສອງແງ່ມູມທີ່ມີໃນແຕ່ລະບັນຫາເພື່ອສະແດງໃຫ້ເຫັນຈຸດດີ ແລະ ຈຸດດ້ອຍ (ຈຸດອ່ອນ)
- ນຳສະເຫມີຂໍ້ສະເຫນີແນະຂອງຕົນໃນການສົ່ງເສີມຈຸດດີໃຫ້ຫມັ້ນຄົງ ແລະ ເສີມຂະຫຍາມມູນເຊື້ອໃຫ້ນັບມື້ນັບເຂັ້ມແຂງຂຶ້ນ. ພ້ອມດຽວກັນນັ້ນກໍ່ຕ້ອງນຳສະເຫມີຂໍ້ສະເຫນີແນະໃນການກຳຈັດອ່ອນໃຫ້ຫມົດສິ້ນໄປ ບົນພື້ນຖານທິດສະດີທີ່ແທດເຫມາະ ແລະ ສະພາບການທີ່ເຫມາະສົມ
- ສະເຫມີແນະນຳເຖິງຜູ້ທີ່ຢາກຈະສຶກສາກ່ຽວກັບຫົວຂໍ້ນີ້ ກໍ່ຄືຫົວຂໍ້ອຶ່ນໆເຊັ່ນດຽວກັນ ວ່າຜ່ານການສຶກສາຂອງຕົນມາໃນຄັ້ງນີ້ມີຄວາມສະດວກ ຫລືຈຸດດີ, ຄວາມຫຍຸ້ງຍາກ ຫລືຈຸດອ່ອນຄືແນວໃດ? ແລະ ຄວນສະເຫນີແນະໃຫ້ຜູ້ທີ່ຢາກຈະສຶກສາໃນຂັ້ນຕໍ່ໄປຄວນຮັບມືກັບສິ່ງໃດ ແລະ ສຶກສາລົງເລິກດ້ານໃດຕື່ມ.

ເມື່ອເຮັດຜົນການວິໄຈເສັດສິ້ນກໍ່ມາເວົ້າເຖິງຂັ້ນຕອນຟໍແມັດຫນ້າເຈ້ຍ ໃຫ້ຖືກກັບຈຸດປະສົງບົນພື້ນຖານຫລັກການທີ່ທາງມະຫາໄລໄດ້ແນະນຳໄປ ກໍ່ເປັນອັນວ່າເສັດສິ້ນຫຍິບເປັນປຶ້ມສົ່ງ.

ສະນັ້ນເມື່ອເວົ້າເຖິງວຽກງານສຶກສາຄົ້ນຄວ້າ ຫລືການຂຽນບົດຈົບຊັ້ນຂອງນັກສຶກສາມັນບໍ່ແມ່ນເລື່ອງງ່າຍ ເຫັນມາຫລາຍຄົນແລ້ວທີ່ເກັ່ງແຕ່ຮຽນແຕ່ບໍ່ເກັ່ງໃນການເຮັດວຽກເປັນໂຄງການ ບາງຄົນເກັ່ງແລ້ວປະຫມາດ ຈົນເຮັດໃຫ້ນຳພາຕົນຕົກຕ່ຳ. ສະນັ້ນ, ທ້າຍນີ້ຢາກຂໍຝາກໃຫ້ທຸກຄົນເອົາໃສ່ໃນການສຶກສາຮ່ຳຮຽນ , ເຮັດວຽກດ້ວຍຄວາມຕັ້ງໃຈ ແລະ ອົດທົນ. ແລະ ຢາກຂໍຝາກຄຳສຸພາສິດໄວ້ວ່າ "ເຮົາພະຍາຍາມສຸດຂີດແລ້ວແຕ່ບໍ່ປະສົບຜົນສຳເລັດ ຍັງດີກວ່າຄົນທີ່ບໍ່ພະຍາຍາມຈັກຫນ້ອຍແຕ່ປະສົບຜົນສຳເລັດ(ໄດ້ມາໃນແບບແກມໂກງ)" ແລະ "ຄົນປະສົບຜົນສຳເລັດມັກແກ້ໄຂ ຄົນເຮັດບໍ່ໄດ້ມັກແກ້ຕົວ"


ນັກສຶກສາຂຽນບົດກຸ່ມນັ້ນແມ່ນນ້ອງຂອງຂ້ອຍເອງແລະກະໝູ່ເຂົາເຈົ້າເພາະເຮັດເປັນກຸ່ມ ແລະບໍ່ແມ່ນນັກສຶກສາ ມ.ຊ ບໍ່ສຳຄັນດອກວ່າ
ຢູ່ໃສ ບ່ອນໃດກະຊິເປັນຄືກັນຫັ້ນລະ. ຂອບໃຈທີ່ເຂົ້າມາສະແດງຄວາມຄິດເຫັນ. ໂຄງຮ່າງຂອງແຕ່ລະສະຖາບັນບໍ່ແມ່ນວ່າຈະຄືກັນ
ໝົດ ບາງບ່ອນມີ 5 ບົດ ບາງບ່ອນມີ 4 ອີງຕາມຟໍແມັທຂອງແຕ່ລະສະຖາບັນໄດ້ວາງອອກ. ໃຜກໍ່ຮູ້ວ່າບົດນີ້ເວົ້າເຖິງຫຍັງ ບົດນັ້ນເວົ້າ
ເຖິງຫຍັງ ເລື່ອງງ່າຍໆ ແຕ່ບັນຫາບັນບໍ່ໄດ້ຢູ່ທີ່ບົດແລະຟໍແມັທຂອງສະຖາບັນນັ້ນ ບັນຫາມັນຢູ່ທີ່ຮູບລັກສະນະຂອງປະເພດບົດວິໄຈ. ຂ້ອຍໝາຍຄວາມວ່າ ຜູ້ທີ່ກວດບົດບໍ່ມີຄວາມຮູ້ດ້ານການວິໄຈ ລຶ້ງເຄີຍແຕ່ປະເພດບົດແບບເດີມໆ ເມື່ອມີບົບໃໝ່ມາໃຫ້ກວດພັດບໍ່ຮູ້
ຕົວຢ່າງ ການວິໄຈລູກຄ້າ (customer research) ຍັງບໍ່ຮູ້, ການວິໄຈຮູບບແບບສຳຫຼວດ ກະບໍ່ຮູ້ ເວົ້າເອົາແຕ່ທາງເພິ່ນ. ບົດຂອງ
ພວກເຂົາເຈົ້າຖືກຕ້ອງແນ່ນອນເພາະວ່າເຮັດມີຫຼັກການໄດ້ສຶກສາຄົ້ນຄວ້າຜົນງານການວິໄຈຂອງຫຼາຍໆທ່ານແລ້ວນຳມາເປັນແນວ
ທາງໃນການຂຽນບົດ. ການວິໄຈຖືກຕ້ອງຕາມແບບລັກສະນະຂອງການວິໄຈ. ຕ້ອງຂໍໂທດນຳຫຼາຍໆທີ່ບໍ່ໄດ້ເລົ່າລາຍອະອຽດໃຫ້ຟັງ ດັ່ງນັ້ນເຈົ້າຈຶ່ງຢາກຮູ້ວ່າບົດນັ້ນຖືກຫຼືບໍ່ ນັກສຶກສາໄປຕັດສິນໃຈເອົາເອງບໍ່ຈັກວ່າມັນຖືກ. ອັນນີ້ ບໍ່ແມ່ນນໍ ບົດນັ້ນຖືກຕ້ອງແນ່ນອນເພື່ອ
ຄວາມແນ່ໃຈເຂົາໄດ້ເອົາໄປໃຫ້ຄູອາຈານທີ່ມີຄວາມຮູ້ດ້ານການວິໄຈຫຼາຍໆທ່ານກວດໃຫ້ແລ້ວເພິ່ນກະວ່າ ນຳໃຊ້ໄດ້ແລ້ວ ແລະກະ
ຍັງເອົາໄປຖາມອາຈານທີ່ຢູ່ໃນສະຖາບັນນັ້ນ ເພິ່ນກະວ່າໃຊ້ໄດ້ແລ້ວ ມີແຕ່ພວກບ້າກຸ່ມນັ້ນຫັ້ນຕິວ່າບໍ່ຜ່ານ.ຍ້ອນຄວາມຂະຫຍັນຂອງ
ພວກນັກສຶກສາຂຽນບົດກຸ່ມນັ້ນ ຕໍ່ມາເພິ່ນກະເລີຍອະນຸບາດໃຫ້ຂຶ້ນປ້ອງກັນ ເມື່ອຂຶ້ນປ້ອງກັນແລ້ວຄະນະກຳມະການ (Committee
member) ກະໃຫ້ຜ່ານ. ເຫຼື່ອນັ້ນແມ່ນຂັ້ນຕອນການຂຶ້ນຫົວໜ້າປົກສະຖາບັນ ໄປເສຍຄ່າຂຶ້ນຫົວກະເສຍແລ້ວ ເສຍຄ່າໃບປະກາດ
ກະເສຍແລ້ວແລະສຸດທ້າຍແມ່ນໄປລໍ້ເອົາລາຍເຊັນຈາກຄະນະກຳມະການແລະຄູທີ່ປຶກສາ. ກຳມະການກະເຊັນແລ້ວ ຄູທີ່ປຶກສາກະ
ເຊັນແລ້ວ ບັດນີ້ເອົາເອກະສານໄປມອບໃຫ້ອາຈານອີກຄົນໜຶ່ງທີ່ເປັນຜູ້ຮັບຜິດຊອບເອົາໃບແປະກາດໃຫ້ນັກສຶກສາ ສໍ້ເຈົ້າອີກວ່າ ມີອາຈານທີ່ເປັນຄູທີ່ປຶກສາອີກຄົນໜຶ່ງບໍ່ຢາກໃຫ້ຜ່ານວ່າຊັ້ນ ທັງໆທີ່ກຳມະການເຊັນແລ້ວໃດ໋ຫັ້ນ ມັນຊິໄປກ່ຽວຫຍັງກັບອາຈານຄົນນັ້ນ
ອີກ. ຮ້ວຍ! ສຸດທ້າຍນັກສຶກສາຂຽນບົດກຸ່ມນັ້ນທົນຕໍ່ພຶດຕິກຳຂອງບັນດາຄູອາຈານຄົນນັ້ນບໍ່ໄຫວ ເລີຍເອົາເລື່ອງນີ້ຂຽນເປັນບົດລາຍ
ງານໃຫ້ ທ່ານຜູ້ມີຕຳແໜ່ງສູງໃນການເມືອງຂັ້ນແຂວງ ຫຼັງຈາກທີ່ເພິ່ນອ່ານບົດລາຍງານແລ້ວ ເພິ່ນກະຢຽບຮອດສະຖາບັນ ດ້ວຍ
ຕົວເອງ ເຂົ້າໄປສົນທະນາກັບອຳນວຍການສະຖາບັນນັ້ນ. ອຳນວຍການເອງກະເວົ້າວ່າ “ ຮ້ວຍ ເລື່ອງແນວນີ້ກະມີຊ້ຳບໍ່?” ແລ້ວກໍ່
ໄດ້ເອີ້ນຜູ້ທີ່ກ່ຽວຂ້ອງຂຶ້ນມາເວົ້າ. ແນ໋ ບາດນີ້ເຫັນວ່າຊິບໍ່ໃຫ້ໄວປະໂທໃບປະກາດນະ!


Anti-Old Lao Language Organization (AOLLO)
ອົງການລົບລ້າງການນຳໃຊ້ພາສາລາວຮູບແບບເກົ່າ

໑໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ network ຂຽນວ່າ...
ຄິດຢ່າງໃດກ່ຽວກັບຄູອາຈານທີ່ບໍ່ມີຄວາມຮູ້ກ່ຽວກັບບົດວິໄຈແລ້ວຕັດສິນວ່າ ບົດນັກສຶກສາບໍ່ຜ່ານ ແລະຄິດຢ່າງໃດກ່ຽວກັບຄູອາຈານທີ່ຢາກ
ໄດ້ແຕ່ເງິນ ບໍ່ຢາກໃຫ້ບົດນັກສຶກສາຜ່ານທັງໆທີ່ບົດຂອງນັກສຶກສາຖືກຕ້ອງແລ້ວ? ເລື່ອງນີ້ເກີດຂຶ້ນຈິງກັບນັກສຶກສາຂຽນບົດກຸ່ມໜຶ່ງ ບົດເຂົາ
ເຈົ້າຂຽນເອງ ບໍ່ໄດ້ຈ້າງຄົນອື່ນຂຽນໃຫ້ເພາະພວກເຂົາເປັນນັກສຶກສາທີ່ມີຄວາມຮູ້ສູງພໍສົມຄວນ ແຕ່ມີບັນຫາຫຼາຍເມື່ອເວລາໄປຜ່ານບົດຍ້ອນ
ວ່າ ຜູ້ທີ່ກວດກາບົດມີພຶດຕິກຳຄືດັ່ງທີ່ໄດ້ກ່າວມາຂ້າງເທິງນີ້.

ເຖິງບັນດາຄູອາຈານທີ່ອາດກຳລັງອ່ານກະທູ້ນີ້ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າ ຄູທຸກຄົນຈະເປັນແບບນັ້ນໝົດ ແຕ່ຂ້າພະເຈົ້າເວົ້າເຈາະຈົງ
ແຕ່ຜູ້ທີ່ມີພຶດຕິກຳຄືທີ່ໄດ້ກ່າວມານີ້ເທົ່ານັ້ນ. ຖ້າຄູອາຈານຄົນໃດທີ່ມີພຶດຕິກຳຄືດັ່ງທີ່ກ່າວມານີ້ ເຊົາສາເພາະທ່ານກຳລັງສ້າງປະກົດການຫຍໍ້
ທໍ້ໃຫ້ແກ່ນັກສຶກສາ ດຶງຖວ່ງຄວາມພັດທະນາຂອງຊາດ. ນັກສຶກສາທີ່ເຂົາມີຄວາມຮູ້ ເຮົາຄວນຊຸກຍູ້ສົ່ງເສີ່ມເຂົາບໍ່ແມ່ນໄປດຶງເຂົາລົງແບບນັ້ນ ບ້ານເມືອງເຮົາຕ້ອງການນັກສຶກ
ສາທີ່ມີຄວາມຮູ້ຄວາມສາມາດມາພັດທະນາສ້າງສາປະເທດຊາດ.



ເລື່ອງພຶດຕິກຳແບບນີ້ ບໍ່ມີສະເພາະຄູອາຈານເດີ ມີໃຫ້ເຫັນຢູ່ທົ່ວຢູ່ໃນວົງການຂອງລັດ ໂດຍສະເພາະແມ່ນສາຍການຄູ້ມຄອງ ແລະ ປົກຄອງ ແມ່ນຕ້ອງມີຄຳວ່າ ດ່ວນ(ເງິນມາຂອງໄປທັນທີ ຫຼື ໝູໄປໄກ່ບິນມາ) ຫຼື ບໍ່ດ່ວນ(ເງິນບໍ່ມາຂອງໄປຊ້າຖ້າຫຼາຍເດືອນ). ເງິນທີ່ຈ່າຍຄ່າຄຳວ່າ ດ່ວນ ນັ້ນ ບໍ່ໄດ້ຕົກເປັນຂອງຊ່ວນລວມ ແຕ່ຫາກກາຍມາເປັນລາຍໄດ້ສ່ວນເກີນ(ລາຍໄດ້ເສີມ)ໃຫ້ແກບຸກຄົນໃດໜຶ່ງ ຊຶ່ງການປະພຶດດັ່ງກ່າວນີ້ປະຈຸບັນເກືອບເວົ້າໄດ້ວ່າ ມັນກາຍເປັນປະເພນີໄປແລ້ວ


ແມ່ນຢູ່ດອກວ່າມັນເປັນປະເພນີໄປແລ້ວ ຄັນນັກສຶກສາທີ່ບໍ່ມີຄວາມສາມາດເຮັດບົດແລ້ວເອົາເງິນໄປຈ້າງອາຈານເຮັດບົດຫຼືເອົາ
ເງິນຢື່ນໃຫ້ອາຈານຍຄ່າຜ່ານທາງກະເລື່ອງຂອງເຂົາດ໋ອກແນວນັ້ນ ໃຜກະເຂົ້າໃຈ ເລື່ອງສໍ້ໂກງອື່ນໆໃຜກະເຂົ້າໃຈ ແຕ່ອັນນີ້
ບົດຖືກແທ້ໆຍັງມາສໍ້ກັນ ສໍ້ແນວບໍ່ສໍ້.

Anti-Old Lao Language Organization (AOLLO)
ອົງການລົບລ້າງການນຳໃຊ້ພາສາລາວຮູບແບບເກົ່າ

໑໑ ກະທູ້
໑໑໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ peaceful ຂຽນວ່າ...
ເປັນກະທູ້ທີ່ໜ້າສົນໃຈແຕ່ວ່າຢາກຮູ້ເຫດຜົນທີ່ ເຈົ້າຂອງກະທູ້ຮູ້ວ່າບົດຕົວເອງຖືກໝົດເອົາອັນໃດມາຢັ້ງຢືນ ທັ້ງໆທີ່ຜູ້ກວດບົດເວົ້າວ່າບໍ່ຜ່ານແລ້ວແມ່ນໃຜ ເປັນຜູ້ຢັ້ງຢືນໃຫ້ວ່າບໍ່ຜ່ານ, ແຕ່ກະຮູ້ສຶກເຫັນໃຈທີ່ບົດບໍ່ຜ່ານຖ້າຫາກວ່າຄູອາຈານມີພຶດຕິກຳຢ່າງທີ່ວ່າແທ້ຄວນສົ່ງເລື່ອງໃຫ້ວິຊາການຂອງ ສະຖາບັນທີ່ກ່ຽວຂ້ອງຮັບຊາບ ເພາະວ່າເຄີຍມີກໍລະນີຄ້າຍຄືແນວນີ້ເກີດເກີດຂຶ້ນມາແລ້ວ ແລະ ອຈ ຜູ້ນັ້ນກໍ່ຖືກໃຫ້ອອກການ


ເຮັດວຽກນຳລັດຖະບານແຫ່ງ ສ.ປ.ປ.ລາວ ບໍ່ມີວ່າຊິໄລ່ອອກ ຢ່າງເກັງກະມີແຕ່ໃຫ້ຍ້າຍ.

Anti-Old Lao Language Organization (AOLLO)
ອົງການລົບລ້າງການນຳໃຊ້ພາສາລາວຮູບແບບເກົ່າ

໘ ກະທູ້
໕໑ ໂພສ
ຂາປະຈຳເວັບບອດ
ຂໍສະແດງຄວາມເສຍໃຈນຳຫຼາຍໆທ່ານ ທີ່ຕ້ອງເມື່ອຍນຳຄົນ ປະເພດນີ, ແຕ່ກະຊື່ນຊົມກັບການຕໍ່ສູ້ໃຫ້ໄດ້ມາຊຶ່ງຄວາມຍຸດຕິທຳ. ອັນນັ້ນປັນຫາອ່ອນທ່ານເອີ໋ຍ, ຄັ້ນ ໄປເຈີ ຂະບວນການສືບສວນສອບສວນ
ຫຼືຄະດີຄວາມຕ່າງໆກໍ່ ເອກຄືກັນ, ວຽກຄວນແລ້ວບໍແລວ ໂຍນໄປໂຍນມາ ຖ້າຫັ້ນຖ້າໜີ ເປັນປັນຫາໃຫຍ່ຂອງສັງຄົມລາວ ໄປເບຶ່ງຫ້ອງຂັງແຕ່ລະບ່ອນ ແຕ່ລະເມືອງ ຄັບກັນປານຄອກໄກ່ພັນໃ


໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ແມນຫວາ

ຮັກແທ້ມີຢູ່ໃສຫວະ?

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະວ່າຄືກັນ ເຮົາບໍ່ຄັກບໍ່ມ່ວນໃຈ ກະຖາມໄປກະສໍ້ໄປຈົນເກີດຜົນໂລດ

ຄິດດີ ເວົ້າດີ ເຮັດດີ