ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຄົນເກັ່ງ-ຄົນດີ ທີ່ລໍໂອກາດ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຖ້າເວົ້າເຖິງໂອກາດການຮຽນຂອງເດັກນ້ອຍທີ່ຢູ່ຊົນນະບົດ ຫລືເດັກນ້ອຍທີ່ກຳເນີດໃນຖານະຄອບຄົວທີ່ທຸກຈົນ ສ່ວນໃຫຍ່ແມ່ນບໍ່ຄ່ອຍໄດ້ມີໂອກາດຮຽນສູງຍ້ອນເສດຖະກິດຄອບຄົວບໍ່ອຳນວຍ ຈຶ່ງເຮັດໃຫ້ເຂົາຕ້ອງໄດ້ລໍຄອຍໂອກາດຈາກສັງຄົມພຽງຢ່າງດຽວ. ແຕ່ແລ້ວສັງຄົມສ່ວນໃຫຍ່ມັກຈະເບິ່ງບໍ່ເຫັນ ຄວາມດີ, ຄວາມມຸ່ງຫມັ້ນຕັ້ງໃຈຂອງເດັກກຸ່ມນັ້ນ ອັນເນື່ອງມາຈາກຄວາມຢາກຈະລວຍດ້ວຍຄວາມໄຮ້ຢຸດຕິທຳໃນນາມສ່ວນຕົວຫລາຍກວ່າ ຈຶ່ງເຮັດໃຫ້ເດັກດີ-ຮຽນເກັ່ງທີ່ຢາກຈະຄວ້າໂອກາດເພື່ອສ້າງຄວາມຝັນຂອງຕົນ ພ້ອມທີ່ຈະພັດທະນາຕົວເອງ, ຄອບຄົວ ກໍ່ຄືສັງຄົມນັ້ນ ຕ້ອງຖືກອຳນາດຄົນອື່ນມາບັງຕາຈົນເຂົາບໍ່ມີປັນຍາເບິ່ງເຫັນວັດຖຸສິ່ງຂອງທີ່ເຂົາຈະຄວ້າເອົາ ທັ້ງໆທີ່ພວກເຂົາເຈົ້າກໍ່ຮູ້ຢູ່ແກ່ໃຈວ່າມັນຄູ່ຄວນກັບພວກເຂົາ ແລະ ເປັນສິ່ງທີ່ພວກເຂົາສົມຄວນຈະໄດ້ຮັບມັນ. ການທີ່ເວົ້າແບບນີ້ກໍ່ບໍ່ໄດ້ຫມາຍຄວາມວ່າຈະຕີລວດກວດພຽງແຕ່ຢ່າງໃດ ມັນກໍ່ເປັນພຽງຊ່ອງຫວ່າງຫນຶ່ງຂອງກຸ່ມຄົນບໍ່ດີຈຳນວນຫນຶ່ງເທົ່ານັ້ນ ທີ່ສວຍໃຊ້ໂອກາດເປັນບ່ອນຫາກິນໂດຍບໍ່ຄຳນຶງເຖິງພາບລວມທີ່ຈະອອກມາໃນຕໍ່ຫນ້າ. ສະນັ້ນ, ຖ້າເວົ້າເຖິງຄົນມີຖານະ ມັນບໍ່ແນ່ສະເຫມີໄປວ່າ ທຸກຄົນຈະໄດ້ມາດ້ວຍຄວາມສື່ສັດສຸດຈະລິດ ຈົນເຮັດໃຫ້ມີຄຳແຄ້ນຂອງຄົນລໍສອດຂຶ້ນຕາມສັງຄົມວ່າ: "ເຮັດດີແລ້ວໄດ້ດີມີຢູ່ໃສ ເຮັດຊົ່ວແລ້ວໄດ້ດີມີບໍ່ອຶດ" ຕໍ່ກັບຄຳເວົ້າດັ່ງກ່າວນີ້ເຖິງເນື້ອໃນຄວາມຫມາຍຂອງມັນຈະບໍ່ດີກໍ່ຕາມ ແຕ່ປະກົດວ່າມັນໃຊ້ໄດ້ກັບສັງຄົມປະຈຸບັນ ແລະ ໄດ້ແຕ່ຫວັງວ່າຄົງຈະບໍ່ໃຊ້ໄດ້ກັບສັງຄົມໃນອານາຄົດ.

ທ້າຍນີ້ຢາກຂໍຝາກແຮງໃຈເຖິງພາກສ່ວນທີ່ກ່ຽວຂ້ອງຈົ່ງໃຊ້ຈັນຍາບັນຢ່າງເຕັມທີ່ ເພື່ອກຳຈັດຊ່ອງຫວ່າງຂອງການສວຍໂອກາດໃຫ້ຫມົດໄປ ເພື່ອເຫັນແກ່ເດັກດ້ອຍໂອກາດຄົນເກັ່ງ-ຄົນດີທີ່ບໍ່ມີປັນຍາສູ້ ໃຫ້ເຂົາໄດ້ໃຊ້ຄວາມສາມາດເຕັມປ່ຽມໃນການພັດທະນາສັງຄົມ

ຂໍຂອບໃຈ.


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...

ຫມັ່ນຮຽນເນາະ ຫນ້າສົ່ງເສີມ....


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາວ່າການເຂົ້າເຮັດວຽກຄູ່ມື້ນີ້ກະຄັດກັນບໍ່ແມ່ນງ່າຍໃດ່ ແລະ ໃນພາກລັດແລ້ວຖ້າບໍ່ເກັ່ງແທ້ບໍ່ມີຜົນງານເຖິງເຈົ້າຈະມີອະພິສິດແນວໃດເຈົ້າກະຈະຢູ່ໃນລະດັບເກົ່ຕະລອດນັ້ນແຫລະ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...

ຫມັ່ນຮຽນເນາະ ຫນ້າສົ່ງເສີມ....


hehehehhehe

★★★★★★★★

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ເຮົາວ່າການເຂົ້າເຮັດວຽກຄູ່ມື້ນີ້ກະຄັດກັນບໍ່ແມ່ນງ່າຍໃດ່ ແລະ ໃນພາກລັດແລ້ວຖ້າບໍ່ເກັ່ງແທ້ບໍ່ມີຜົນງານເຖິງເຈົ້າຈະມີອະພິສິດແນວໃດເຈົ້າກະຈະຢູ່ໃນລະດັບເກົ່ຕະລອດນັ້ນແຫລະ


ບໍ່ມີ ເສັ້ນກະຄືເກົ່າຫັນແຫຼະ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນໄດ້ແຕ່ ຄຸນນະພາບດ້ອຍ ນະສະໄຫມນີ້

ຮັກນ້ອງຕອນເມົາ

໑ ກະທູ້
໘໓ ໂພສ
ຂາປະຈຳເວັບບອດ
ຄົນເກັ່ງ-ຄົນດີ ທີ່ລໍໂອກາດ ບໍ່ແມ່ນຂຽນວ່າຄົນເກັ່ງຄົນດີທີ່ຖ້າໂອກາດຫວາ

^___^ Let's Go!!!!!

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Nexttime ຂຽນວ່າ...
ຄົນເກັ່ງ-ຄົນດີ ທີ່ລໍໂອກາດ ບໍ່ແມ່ນຂຽນວ່າຄົນເກັ່ງຄົນດີທີ່ຖ້າໂອກາດຫວາ


ອຸ໋ຍ ຫຼົງໄປຢູ່ເບື້ອງຂວາ ( ນ້ຳຂອງ )ລະຫັ້ນ

M99NOY

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Nexttime ຂຽນວ່າ...
ຄົນເກັ່ງ-ຄົນດີ ທີ່ລໍໂອກາດ ບໍ່ແມ່ນຂຽນວ່າຄົນເກັ່ງຄົນດີທີ່ຖ້າໂອກາດຫວາ


ອຸ໋ຍ ຫຼົງໄປຢູ່ເບື້ອງຂວາ ( ນ້ຳຂອງ )ລະຫັ້ນ



ເອົາ ລໍ + ຖ້າ = ລໍຖ້າ = ມີຄວາມໝາຍຂຶ້ນກວ່າເກົ່າ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເດັກນ້ອຍພວກນີ້ ແມ່ນລູກຫຼານຜູ້ໃດ ເຂົາພໍຈະມີໂອກາດບໍ່?


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Nexttime ຂຽນວ່າ...
ຄົນເກັ່ງ-ຄົນດີ ທີ່ລໍໂອກາດ ບໍ່ແມ່ນຂຽນວ່າຄົນເກັ່ງຄົນດີທີ່ຖ້າໂອກາດຫວາ


ອຸ໋ຍ ຫຼົງໄປຢູ່ເບື້ອງຂວາ ( ນ້ຳຂອງ )ລະຫັ້ນ

ຈັ່ງແມ່ນຕົກພາສາລາວພວກນີ້ນະ ລໍ, ລໍຄອຍ, ລໍຖ້າ, ຖ້າ ທັງຫມົດນີ້ກ່າແມ່ນມີຄວາມຫມາຍດຽວກັນຫັ້ນແລະ ບາງທີເຮົາບໍ່ຢາກເວົ້າຍາວ ເຮົາກໍ່ເວົ້າສັ້ນໆ ຕົວຢ່າງ: ບາງທີ ເຮົາກຳລັງເຮັດຫຍັງຢູ່ກັບເຫດການໃດຫນຶ່ງເຮົາບໍ່ແນ່ໃຈ ແຕ່ເຮົາພະຍາຍາມທີ່ຈະຜ່ານຜ່າມັນໃຫ້ໄດ້ ເຮົາກໍ່ມັກເວົ້າວ່າ: ດຽວ! ລໍໂອກາດໃຫ້ມັນໄດ້ຈັງຫວະກ່ອນ ແລ້ວຄ່ອຍບຸກເຂົ້າຕອນນັ້ນ. ຖາມແດ່ ເປັນຄົນລາວແທ້ວະນິ?
ຈັ່ງແມ່ນຊາດ ສົງໄສສອງຄົນນີ້ຄົງຈະເປັນຕົວແທນຈາກພາກກາງປະເທດເພື່ອນບ້ານສົ່ງເຂົ້າມາກໍ່ກວນຫລາຍກວ່າ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ເຮົາວ່າການເຂົ້າເຮັດວຽກຄູ່ມື້ນີ້ກະຄັດກັນບໍ່ແມ່ນງ່າຍໃດ່ ແລະ ໃນພາກລັດແລ້ວຖ້າບໍ່ເກັ່ງແທ້ບໍ່ມີຜົນງານເຖິງເຈົ້າຈະມີອະພິສິດແນວໃດເຈົ້າກະຈະຢູ່ໃນລະດັບເກົ່ຕະລອດນັ້ນແຫລະ

ນີ້ກໍ່ເປັນອີກເຫດຜົນຫນຶ່ງ


໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ kydett ຂຽນວ່າ...
ເດັກນ້ອຍພວກນີ້ ແມ່ນລູກຫຼານຜູ້ໃດ ເຂົາພໍຈະມີໂອກາດບໍ່?

ແມ່ນແລະ ເປັນຕາດີຕົນ. ຊົນນະບົດບາງເຂດບໍ່ມີໄຟຟ້າໃຊ້ ເຂົາຕ້ອງໄຕ້ຕະກຽງຮຽນຫນັງສື ແຕ່ກ່າສົມກັບຄວາມຕັ້ງໃຈຂອງເຂົາແທ້ໄດ໋ ເຂົາຮຽນເກັ່ງອີ່ຫລີ ຖ້າເຂົາມີໂອກາດໄດ້ຮຽນສູງ ເຂົາຄືຊິເປັນບຸກຄະລາກອນອັນປະເສີດຂອງຊາດ ແລະ ປະກອບສ່ວນພັດທະນາຊາດໄດ້ດີ ວ່າແຕ່ວ່າຊິມີຄົນໃຈບຸນແນມເຫັນຄວາມດີຈຸດນີ້ບໍ່ນໍ້?