ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຂ່າວດີສຳຫລັບການສຶກສາບ້ານເຮົາ

໒໕ ກະທູ້
໑໐໒ ໂພສ
ນັກການກະທູ້
ລາວຈະຂຍາຍລະບົບ ອິນເທີແນັດໃນໂຮງຮຽນ
ຈະເຣີນສຸກ
2010-07-27
ກະຊວງ ສຶກສາທິການ ເລັ່ງຂຍາຍ ລະບົບ ອິນເທີແນັດ ໃນໂຮງຮຽນ ທົ່ວປະເທດ ໃຫ້ໄດ້ 1200 ກ່ວາແຫ່ງ ພາຍໃນ 5 ປີ

ກະຊວງ ສຶກສາທິການ ແລະ ພາກສ່ວນ ກ່ຽວຂ້ອງ ຮ່ວມກັນ ເລັ່ງຂຍາຍ ລະບົບ ອິນເທີແນັດ ໄປສູ່ ໂຮງຮຽນ ລະດັບຕ່າງໆ ໃນຂົງເຂດ ທົ່ວປະເທດ ເພື່ອເປັນການ ສົ່ງເສີມ ນັກຮຽນ ໃນທ້ອງຖິ່ນຕ່າງໆ ສາມາດເຂົ້າ ຊອກຫາ ຂໍ້ມູນ ແລະ ຄວາມຮູ້ ເຊື່ອມຕໍ່ກັບ ໂລກພາຍນອກ ໃຫ້ຫລາຍຂຶ້ນ. ເຖິງຢ່າງໃດ ກໍຕາມ, ໂຄງການ ດັ່ງກ່າວ ສ່ວນຫລາຍ ຈະເຣີ້ມ ປະຕິບັດ ໃນໂຮງຮຽນ ທີ່ມີເງື່ອນໄຂ ເໝາະສົມກ່ອນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງສຶກສາ:


”ໂຄງການຕິດຕັ້ງ ອິນເທີແນັດ ໃນຈໍານວນ ໂຮງຮຽນ ທັງໝົດ 1,295 ແຫ່ງ, ພາຍໃນ ກໍານົດ 5 ປີ ກະເພື່ອພັທນາ ຄວາມຮູ້ ຄວາມສາມາດ ໃຫ້ແກ່ນັກຮຽນ ນັກສຶກສາ ນໍາໃຊ້ ເທັກໂນໂລຈີໃໝ່ ຕິດຕໍ່ກັບ ໂລກພາຍນອກ ໄດ້ຕໍ່ໄປ.”


ໂຄງການ ຕິດຕັ້ງ ອິນເທີແນັດ ໃນໂຮງຮຽນ ມີມູນຄ່າ ທັງໝົດ ປະມານ 3 ລ້ານດອນລາ ສະຫະຣັຖ, ໂດຍເປັນເງິນ ຊ່ອຍເຫລືອລ້າ ຈາກບໍຣິສັດ ເອກກະຊົນ ພາຍໃນ ປະເທດ ທີ່ຕ້ອງການເພີ້ມ ໂອກາດ ໃຫ້ແກ່ນັກຮຽນ, ນັກສຶກສາ ໃນເຂດທ້ອງຖິ່ນ ທີ່ຍັງຂາດເຂີນ ລະບົບ ອິນເທີແນັດ. ນັກສຶກສາ ສາມາດຝຶກຝົນ ການໃຊ້ ອິນເທີແນັດ ເພື່ອພັທນາ ຄວາມຮູ້ສ່ວນຕົວ ແລະ ຊອກຫາ ຄວາມຮູ້ຈາກ ລະບົບ ສື່ສານ ທີ່ແພ່ຫລາຍ ໃນທົ່ວໂລກ ໃຫ້ຫລາຍຂຶ້ນ. ນອກຈາກນັ້ນ ກໍຈະເຮັດ ໃຫ້ນັກຮຽນ ມີຄວາມສາມາດ ເທົ່າທຽມ ກັບນັກຮຽນ ທີ່ຮຽນ ຢູ່ໃນເຂດ ເມືອງໃຫຍ່ ທີ່ສາມາດ ເຂົ້າເຖິງ ລະບົບ ອິນເທີແນັດ ໄດ້ຫລາຍກ່ວາ.

ໂຄງການ ດັ່ງກ່າວ ຈະໃຊ້ເວລາ ຕິດຕັ້ງ ໃນ 5 ປີ ນັບແຕ່ປີ 2010 ເປັນຕົ້ນໄປ, ຊຶ່ງພາກສ່ວນ ກ່ຽວຂ້ອງ ຕັ້ງຄວາມຫວັງວ່າ ຈະສາມາດ ຂຍາຍເຄືອຂ່າຍ ອິນເທີແນັດ ໃນໂຮງຮຽນ ທົ່ວປະເທດ ໃຫ້ໄດ້ 1200 ກ່ວາແຫ່ງ. ພາກສ່ວນ ກ່ຽວຂ້ອງ ຍອມຮັບວ່າ ການຕິດຕັ້ງ ອິນເທີແນັດ ໃນເບື້ອງຕົ້ນ ຈໍາເປັນ ທີ່ຈະຕ້ອງ ອີງໃສ່ ເງື່ອນໄຂ ເໝາະສົມ ໃນໂຮງຮຽນ ທີ່ມີ ຄວາມພ້ອມ, ຊຶ່ງກຸ່ມໂຮງຮຽນ ຊັ້ນມັທຍົມ ຈະເປັນກຸ່ມ ທໍາອິດ ທີ່ຈະໄດ້ຮັບ ໂອກາດນັ້ນ. ສ່ວນລະດັບ ປະຖົມສຶກສາ ແລະ ອື່ນໆ ກໍຈະຄ່ອຍ ຂຍາຍ ໃນປີຕໍ່ໄປ.

ພ້ອມດຽວກັນນັ້ນ, ພາກສ່ວນ ກ່ຽວຂ້ອງ ກໍມີຄວາມ ຈໍາເປັນ ທີ່ຈະຕ້ອງ ຈັດການອົບຮົມ ໃຫ້ຄວາມຮູ້ ແກ່ນັກຮຽນ ນັກສຶກສາ ກ່ຽວກັບ ການນໍາໃຊ້ ຄອມພິວເຕີ ແລະ ອິນເທີແນັດ ອີກດ້ວຍ, ເພາະ ປັດຈຸບັນ ໃນເຂດຫ່າງໄກ, ປະຊາຊົນ ສ່ວນຫລາຍ ຍັງບໍ່ມີ ຄວາມຮູ້ ກ່ຽວກັບ ເທັກໂນໂລຈີ ພໍເທົ່າໃດ.

Copyright © 1998-2010 Radio Free Asia. All rights reserved.


໐ ກະທູ້
໑໓໐ ໂພສ
ນັກການກະທູ້
ຖືກວ່າເປັນຂ່າວດີ ແຕ່
ບ້ານຂອ້ຍກະຊິຮອດຢູ່ບໍ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີ່ມ ດີກວ່າບໍ່ເລີ່ມ ສ້າງໂອກາດດີໆໃຫ້ແກ່ນັກຮຽນ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າໄປໃຫ້ທົ່ວເຖິງນິຄືຈະດີນໍ
ສົ່ງເສີມໃຫ້ນັກຮຽນໄດ້ຮັບຮູ້ໂລກຂື້ນຕືມ
ຊົມເຊີຍ

ຮັກແທ້ຄືແມ່

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອີອີອີ... ຊົມເຊີຍ...

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ