ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ປະກາດຮັບສະໝັກນັກສຶສາປະລິນຍາໂທບ້ານເຮົາ

໔ ກະທູ້
໙ ໂພສ
ຂາປະຈຳເວັບບອດ
ປະກາດຮັບສະໝັກນັກສຶກສາປະລິນຍາໂທ
ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດຈະໄດ້ເປີດຮັບເອົານັກສຶກສາເຂົ້າຮຽນຫຼັກສູດປະລິນຍາໂທ ວິທະຍາສາດສັງຄົມ ຊຸດ ທີ 2 ໃນສົກສຶກສາ 2010-2011 ຈຳນວນ 2 ສາຂາ ຄື :
1). ສາຂາ ການພັດທະນາສັງຄົມ (Master of Social Development)
2). ສາຂາ ການຈັດການຊັບພະຍາກອນວັດທະນາທຳ (Master of Arts in Cultural Resource Management)
ຜູ້ສົນໃຈຢາກສະໝັກເຂົ້າຮຽນສາມາດມາພົວພັນຊື້ຄຳຮ້ອງ ແລະ ແບບ ຟອມໄດ້ທີ່ຫ້ອງ 206 ພະແນກຄົ້ນຄ້ວາວິທະຍາສາດ ແລະ ຫຼັງປະລິນຍາຕີ, ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃນໂມງລັດຖະການ. ການຂາຍຄຳຮ້ອງແມ່ນຈະໄດ້ເລີ່ມແຕ່ວັນທີ 1-30 ກັນຍາ 2010. ສ່ວນເວລາສອບເສັງ ແລະ ການສຳພາດແມ່ນຈະແຈ້ງໃຫ້ຊາບຕາມຫຼັງ. ທ່ານສາມາດສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ 021 770876, 99801403, 55699080, 99644462 ຫຼື email: done_dn@ymail.com, donefss@gmail.com

ປະກາດຮັບນັກສຶກສາປະລິນຍາໂທ

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແວະມາທັກບໍ່ມີຄຳເຫັນ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ການຮຽນແມ່ນ ຟຣີ ບໍ່?


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ຖ້າບໍ່ຟຣີ ຄ່າເລົ່າຮຽນເທົ່າໃດ?


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່າຮຽນປະມານເທົ່າໃດນໍ່


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
ການຮຽນແມ່ນ ຟຣີ ບໍ່?
ຖ້າບໍ່ຟຣີ ຄ່າເລົ່າຮຽນເທົ່າໃດ?

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ ທ່ານຜູ້ທີ່ຕັ້ງ ກະທູ້ ນີ້ ຕອບໃຫ້ແດ່ວ່າ: ການຮຽນແມ່ນ ຟຣິ ບໍ່?, ຖ້າບໍ່ຟຮີແມ່ນຈະຕ້ອງຈ່າຍເງີນເທົ່າໃດ?, ຈ່າຍແນວໃດ?


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
24ລ້ານ ສອງປີ

M99NOY