ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການສຶກສາບ້ານເຮົາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມາກແລະອັງແກນເຄີຍກ່າວໄວ້ວ່າ ມະນຸດກໍ່ສ້າງສະພາບແວດລ້ອມຄືແນວໃດ ສະພາບແວດລ້ອມກໍ່ຈະຫລໍ່ຫລອມມະນຸດຄືແນວນັ້ນ. ຂ້າພະເຈົ້າຄຶດສົງສານໃນໃຈທີ່ບ້ານເຮົາເມືອງເຮົາສ້າງສະພາບແວດລ້ອມທີ່ເຕັມໄປດ້ວຍສິ່ງມຶ່ນເມົາຈົນເໜືອທີ່ຈະພັນລະນາໄດ້. ຂ້າພະເຈົ້າຂີ່ລົດໄປຕາມຖະໜົນບໍ່ຫ່າງກັນຮ້ອຍແມັດກໍຈະເຫັນປ້າຍຮ້ານເຫລົ້າກະຈາຍໄປໝົດ, ຮ້າຍແຮງໄປກວ່ານັ້ນໃກ້ກັບສະຖານການສຶກສາກໍແທບວ່ານັບບໍ່ລົ້ນ, ຖ້າສົມທຽບລະຫວ່າງສະຖານທີ່ໃຫ້ຄວາມຮູ້ໃຫ້ການສຶກສາ ເປັນຕົ້ນຫໍສະໝຸດ, ຮ້ານຂາຍປຶ້ມ..ແລ້ວມັນໂລດໂຕນກັນປານຟ້າກັບດິນ. ເຮັດໃຫ້ທັງຜູ້ໃຫຍ່ຜູ້ນ້ອຍນັກຮຽນນັກສຶກສາໃສ່ໃຈການຮຽນພຽງແຕ່ໃນຫ້ອງທີ່ເຫລືອຢູ່ຮ້ານຕ່າງໆທີ່ກະຈາຍກັນໄປ. ຫລາຍຄົນຄົງໄດ້ຍິນນົກກາງແກຂາວກາງຮ້ານ, ເບິ່ງໄປຮ້ານໃດກໍແມ່ນແຕ່ຊຸດນັກສຶກສາຂາວອ້າບລ້າບ, ບາດເບິ່ງຢູ່ຫໍສະໝຸດບໍ່ເຫັນພໍຄົນ. ເມື່ອຊາວໜຸ່ມຂອງຊາດເປັນແນວນີ້ ເຮັດໃດປະເທດຊາດຈຶ່ງຊິພັດໄປກັບປະເທດບ້ານເພິ່ນ. ເວົ້າແນວນີ້ກໍບໍ່ແມ່ນທັງໝົດບໍ່ຕັ້ງໃຈຮຽນ ກໍມີຢູ່ທີ່ຕັ້ງໜ້າສຶກສາຄົ້ນຄວ້າຮ່ຳຮຽນ, ແຕ່ກໍຄືວ່າເຫລັກຫລາຍກວ່າຖ່ານ. |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄົນມັກກິນເບຍແຕ່ຮຽນດີກະມີ
ຊົ່ວຢ່າງສ້າງສັນ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຖ້າປ່ຽນຮ້ານເບຍໃຫ້ເປັນຫ້ອງສະໝຸດໄດ້ຄືຊິດີເນາະຊັ້ນນະ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ແມ່ນ ຜູ້ໃຫຍ່ຄວນເບິ່ງຈູດນີ້ໃຫ້ດີ ບໍ່ແມ່ນວ່າຫາແຕ່ຜົນປະໂຫຍດໃຫ້ແກ່ຕົນເອັງຢ່າງດຽວ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຮິໆ ມາຈອບ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ AmArtGiRL ຂຽນວ່າ... ເຮິໆ ມາຈອບປ່ວນດີເນາະ ຮ່າໆໆໆ ຄັນຈະເວົ້າແລ້ວ: ຮ້ານເຫຼົ້າເຂົ້າໄປກະດື່ມແຕ່ນ້ຳເມົາ ເຂົ້າຫ້ອງສະມຸດບໍ່ຕ້ອງຂຸດກໍຫາກເຈິຄວາມຮູ້ເດີ້ ພີ່ນ້ອງເອີຍ
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄົນລາວທີ່ມັກອ່ານ ໄດ້ເຄິ່ງໜຶ່ງຂອງຄົນຫວຽດນາມກໍຄົງດີ.... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂ້ອຍທັງມັກອ່ານແລະມັກດື່ມ.
ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ມີເວລາຮຽນແດ່ ມີຫຼີ້ນມີດື່ມແດ່ອອກສັງຄົມ ເອົາແຕ່ຮຽນຢ່າງດຽວ ບຶດຫນື່ງກະເປັນບ້າ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເຮັດວຽກແລ້ວ... |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄົນມັກກິນເບຍແຕ່ຮຽນດີກະມີ
ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ເສດຖະກິດ ການຕະຫຼາດ ກະແບບນີ້ລະ
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄົນມັກກິນເບຍກະຮຽນເກັງຄືກັນເຂົ້າຮ້ານເຫຼົ້າຮ້ານເບຍລະມີຄວາມສຸກດີ
ວິທີຂຽນເວບໄຊມີຫຍັງແນ່?
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຄວາມຈິງຄົນລາວກະມັກອ່ານໄດ໋.. ເຫັນໜັງສືທຳນາຍຝັນ.. ມີມັນທຸກບ້ານ.................................. |
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ເມົາດີກວ່າວຸ້ນວານຍແນວອື່ນ
ພັນທະຫົວໃຈ::
|
|
ຂຽນເມື່ອ ຫລາຍກວ່າ 10 ປີ ກ່ອນໜ້ານີ້
ກະແວະເຂົ້າກິນເບຍເນາະ
ຄົນເຮົາເລືອກເກິດບໍ່ໄດ້....
|
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ໂທດຂອງຄວາມເມົາ ເຫຼົ້າເບຍປະເພດເຄື່ອງມືນເມົາຕ່າງໆເຫຼົ່ານີ້ປະຈຸບັນເຫັນວ່າເປັນສິ່ງທີ່ຂາດບໍ່ໄດ້ໃນການພົບປະສ້າງສັນໃນສັງຄົມແຕ່ບາງຄັ້ງເຮົາອາດຈະບໍ່ຮູ້ ແລະ ເຂົ້າໃຈລະອຽດກ່ຽວກັບໂທດຂອງມັນຈຶ່ງພາກັນມ່ວນຊື່ນເພີ້ດເພີນໄປກັບມັນ ຄວາມຈິງປະເພດສິ່ງມືນເມົາເຫຼົ່ານີ້ເປັນເຫດໃຫ້ເຮົາເສຍທັ້ງຊັບສິນເສຍໝູ່ຄູ່ເສຍຄວາມຮູ້ສຶກຂອງຄວາມເຄີຍເປັນຄົນທີ່ຮູ້ຈັກກັນມາກ່ອນເພາະສຸລາກໍ່ໃຫ້ເກີດປາກສຽງທະເລາະວິວາດກັບບຸກຄົນເຫຼົ່ານີ້,ເມື່ອດື່ມເຂົ້າຫຼາຍແລ້ວຈະເກີດພະຍາດ,ຖືກດູໝິ່ນນິນທາຈາກຄົນທັ້ງຫຼາຍ,ເຮັດໃຫ້ເຮົາໝົດມາລະຍາດອັນດີງາມ ແລະ ບໍ່ມີຄວາມລະອາຍກັບບຸກຄົນທຸກຊັ້ນ,ໝົດຄວາມເຄົາລົບນັບຖືຈາກບຸກຄົນອ້ອມຂ້າງເຮັດໃຫ້ຄົນອື່ນຂາດຄວາມເຊື່ອໝັ້ນໃນຕົນເອງບໍ່ມີຄວາມເຄົາລົບບຸກຄົນທີ່ຄວນເຄົາລົບ ແລະ ສະຖານທີ່ຕ່າງໆ, ພ້ອມນັ້ນຍັງເຮັດໃຫ້ປັນຍາເຊື່ອມຖອຍຕາມລໍາດັບຕາມປະລິມານຂອງສຸລາ ຫາກລິດສຸລາໄດ້ແຜ່ໄປໃນສະຖານທີ່ແຫ່ງໃດແແຫ່ງໜຶ່ງແລ້ວສະຖານທີ່ແຫ່ງນັ້ນຈະບໍ່ມີຄວາມສຸກ ແຕ່ຈະເຕັມໄປດ້ວຍເລື່ອງລາວຕ່າງໆ ມີການຊົກຕີກັນ ບາງຄັ້ງເຄື່ອງມືນເມົາເຫຼົ່ານີ້ກໍ່ປຽບເໝື່ອນດັ່ງຢາເສີມບ້າເພາະຄົນດີໆມີສະຕິສົມບູນພໍດື່ມຢານີ້ເຂົ້າໄປບໍ່ພໍເທົ່າໃດນາທີ ຄວາມບໍ່ມີສະຕິຈະເລີ່ມສະແດງອອກມາທັນທີທາງກາຍວາຈາໂດຍການອວດຮັ່ງອວດມີອວດດີອວດສະຫຼາດ ແລະ ອວດເກັ່ງກ້າສາມາດເຫຼົ້ານີ້ເປັນຕົ້ນ ຍ້ອນລິດຂອງສຸລາເຂົ້າໄປທຳລາຍໃຈເຮັດໃຫ້ໃຈເສຍຫຼັກແລ້ວ ສະຕິປັນຍາເຊິ່ງເປັນເຄື່ອງຮັກສາກາຍ,ຮັກສາວາຈາ ແລະ ຮັກສາຄວາມດີຕ້ອງລົ້ມສະລາຍ ສາມາດທຳຄວາມຊົ່ວໄດ້ສາລະພັດຢ່າງໂດຍບໍ່ຮູ້ສຶກຕົວສິ່ງທີ່ເຮົາກະທຳໃນເວລາເມົາຂາດສະຕິນັ້ນຄົນປົກກະຕິທຳມະດາບໍ່ສາມາດເຮັດໄດ້ ການທຳຄວາມຊົ່ວໃນເວລາເມົາບໍ່ໄດ້ປະກອບດ້ວຍສະຕິເພາະສະຕິ ຫຼື ເຄື່ອງຄອບຄຸມກາຍ,ວາຈາ ແລະ ໃຈນັ້ນຖືກທຳລາຍດ້ວຍອານຸພາບຂອງລິດສຸລາອັນເປັນເຫດໃຫ້ ຂາດຄວາມລະອາຍເສຍຄວາມເປັນມະນຸດ ສະນັ້ນທ່ານທັງຫຼາຍທີ່ໄດ້ຮູ້ເຫັນ ແລະ ເຄີຍເປັນທາດຂອງຄວາມເມົາມາແລ້ວບໍ່ຫຼາຍກໍ່ໜ້ອຍກໍ່ຄົງຈະເຂົ້າໃຈ ແລະ ຮັບຮູ້ເຖິງອາລົມດັ່ງກ່າວວ່າເປັນລັກສະນະແບບໃດເຖິງຈະຮູ້ເຂົ້າໃຈລະອຽດປານໃດກໍ່ຕາມເມື່ອເຮົາບໍ່ສາມາດປະຕິເສດ ແລະ ຫຼີກລ້ຽງກັບສິ່ງນີ້ໄດ້ແຕ່ກໍ່ໍຂໍໃຫ້ຢູ່ກັບສິ່ງນີ້ກີນດື່ມແບບມີສະຕິໃຫ້ສົມມາພາຄວນເພື່ອປ້ອງກັນຕົວເອງບໍ່ໃຫ້ເປັນທາດຄວາມເມົາແລ້ວຈະນຳຄວາມເດືອດຮ້ອນຄວາມສູນເສຍອັນເກີດຈາກປາກສຽງການທະເລາະວິວາດຮ້າຍໄປກວ່ານັ້ນອຸປະຕິເຫດຕາມມາໃຫ້ເຮົາຕ້ອງສູນເສຍເວລາສູນເສຍຊັບສິນສູນເສຍອະໄວຍະວະບາງສ່ວນບາງຄັ້ງອາດເຖິງແກ່ຊີວິດສະນັ້ນຈົ່ງຢຸດສາເພື່ອອານາຄົດທີ່ດີເພື່ອຄົນທີ່ເຮົາຮັກ ແລະ ຮັກເຮົາ. |
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ແມ່ນ |
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ອາມິດຕະພຸດ.ເກີດແກ່ເຈັບຕາຍ.ກຳກົດບ່ໍໄດ້,ດັ່ງນັ້ນຈົ່ງປ່ອຍວ່າງ.ປ່ອຍໃຫ້ເປັນໄປຕາມເວນກຳ.ສຸດແລ້ວແຕ່ບຸກຄົນໃດຊີເລືອກທາງເດີນຂອງຊີວິດ.ຖ້າຊີວິດນີ້ຈະໄປຖີ້ມໄວ້ກັບຮ້ານເຫຼົ້າຮ້ານເບຍກະຢ່າເຂົາເຈົ້າຊະ.ເຮົາພະຍາຍາມເຮັດໃນສີ່ງທີ່ມີປະໂຫຍດແກ່ສັງຄົມ,ແກ່ປະເທດຊາດ ແລະ ຍາດວົງຕະກູນເຮົາກໍ່ພໍແລ້ວ |
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ມາຈອບເບິງ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ມີສຸລາ ຕ້ອງມີນາລີ..... ມີນາລີ ບໍ່ມີສຸລາກໍ່ໄດ້ ຖ້າເວົ້າເລື້ອງເຫຼົ້າເລື້ອງເບຍ ບ້ານເຮົາມີການໂຄສະນາໜ້ອຍທີ່ສຸດເຖິງຜົນກະທົບ....ບາດໂຄສະນາຂາຍລຸດແລກແຈກແຫມ ຮ້ານເບຍປົ່ງປານໜໍ່ໄມ້ ຖ້າຈະໃຫ້ຢຸດດື່ມສິ່ງມືນເມົາຄືຈະເປັນໄປກໍ່ໄດ້ ຖ້າດື່ມໜ້ອຍເປັນໄປໄດ້ຢູ່ ແລະ ຍັງບໍ່ມີກົດໝາຍວ່າ ເດັກນ້ອຍອາຍຸ ຈັກປີບໍ່ໃຫ້ດື່ມ ມີແຕ່ຫ້າມດື່ມເກິນຂະໜາດ
ດອກຈຳປາ ດອກໄມ້ປະຈຳຊາດລາວ ທີ່ປວງຊົນເບິ່ງຂ້າມ
|
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ຂະໜາດໃກ້ສິເສັງ ຊວນກັນໄປຕິວບົດຮຽນກະຍັງກິນເບຍ = = |
|
ຂຽນເມື່ອ ຫລາຍກວ່າ 9 ປີ ກ່ອນໜ້ານີ້
ຂໍແຈມນຳແນ່ ຄວາມຈິງແລ້ວການສ້າງຮ້ານເຫຼົ້າເບຍແມ່ນໃຜເປັນຜູ້ອະນຸຍາດ ສົ່ງເສີມສິ່ງມຶນເມົາແມ່ນໃຜເປັນໂຕການ ຜົນປະໂຫຍດສູງສຸດແມ່ນໃຜເປັນຜູ້ໄດ້ ຜົນກະທົບແມ່ນໃຜເປັນຜູ້ຮັບ ຖ້າຢາກແກ້ໄຂເຮົາຕ້ອງແກ້ໄຂບ່ອນຕົ້ນເຫດພຸ້ນ ຂ້ອຍກະບໍ່ມັກປານໃດ ທີ່ເຫັນ ນ.ສ ເຂົ້າຮ້ານເຫຼົ້າຮ້ານເບຍ ບາງກຸ່ມເມົາແລ້ວກະເຂົ້າຮອດບ້ານພັກ (ໃຜກ້າຢືນຢັນໄດ້ວ່າບໍ່ມີ) |