ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສາເຫດໄດອານາຈັກລາວລ້ານຊ້າງ ຈິງເສີຍດິນເເດນໃຫ້ປະເທດສະຫຍາມ

ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>


໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ounhueane ຂຽນວ່າ...
ຄັນຊັ້ນເຮົາພາກັນໄປຕໍ່ສູ້ເອົາຄືນບໍ່


pai nam

★★★★★★★★

໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ເຫດທີ່ວ່າສະຫຍາມເອົາລາວເປັນຫົວເມືອງຂື້ນຄິດວ່າ
ໃນທົວໄປແລ້ວໃນສະໄໝນັ້ນກະສັດພະມ້າແລະກະສັດໄທ ລວມທັງລາວກໍລວນແຕ່ມີຍຸດທະສາດໃນການບໍລິຫານປະເທດ ທີ່ແຕກຕ່າງກັນ ບາງຄົນກໍ່ມັກໂລບ ໂກດ ຫຼົງ ເປັນທຳມະດາ ເພື່ອສ້າງຊື່ສຽງອິດທິພົນ.
ວັດທະຈັກຂອງສິ່ງຕ່າງໆໃນໂລກກໍ່ລ້ວນແຕ່ ມີຮຸ່ງເຮືອງ ຊຸດໂຊມ,ຕົກຕຳ່, ແລະພື້ນຕົວ ເປັນທຳມະດາ ໃນເວລານັ້ນອານາຈັກລາວລ້ານຊ້າງມີຄວາມອ່ອນແອຈາກທີ່ເຄີຍຮຸ່ງເຮືອງ ແລະເຂັມແຂງ ໃນເມືອ່ກ່ອນ ຍ້ອນຂາດຜູ້ບໍລິຫານປະເທດຊາດທີ່ສະຫຼຽວສະຫຼາດ ,ພາຍໃນຊາດມີຄວາມຂັດແຍ່ງກັນເປັນໃຫ່ຍ ເຮັດໃຫ້ປະເທດມີຄວາມອ່ອນແອ ດັ່ງນັ້ນກໍ່ເປັນໂອກາດຂອງອານາຈັກໄກ້ຄຽງທີ່ສວຍໃຊໂອກາດເພາະໃນໂອກາດເວລານັ້ນອານາຈັກໃກ້ຄຽງອາດເຂັມແຂງ ຈື່ງສາມາດຕີລ້ານຊ້າງໃຫ້ແຕກໃດ້ສະຫຍາມໃຊ້ອຸບາຍໃຫ້ແບ່ງອານາຈັກລ້ານຊ້ງອອກເປັນ ໓ ອານາຈັກແລ້ວສະຫຍາມກໍ່ປົກຄອງອານາຈັກລາວລ້ານຊ້າງ ແຕ່ວ່າລາວເສຍດິນແດນໃນປະຈຸບັນບໍ່ແມ່ນສະໄໝນັ້ນແຕ່ສະໃໝທີ່ຝັ່ຣງເຂົ້າມາແລ້ວແບ່ງດິນແດນລາວກັບໄທ ດັ່ງນັ້ນດິນແດນພາກອີ່ສານຈິ່ງເປັຮຂອງໄທ ສ່ວນໃນປະຈຸບັນຄືຝັ່ຣງປົກຄອງ ໃດ້ມາດ້ວຍການນຳພາຂອງພັກປະຊາຊົນລາວນຳພາເສຍສະຫຼະເລຶອດເນື້ອບໍ່ຮູ້ວ່າເທົ່າໃດຫັນນາ.


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຍ້ອນຄົນໃນຊາດ ຍາດກັນເປັນໃຫຍ່ ເພາະວ່າຕອນສະຫຍາມເຂົ້າລາວແມ່ນຫລັງຈາກທີ່ ພະເຈົ້າສຸລິຍະວົງສາ ສະຫວັນນະຄົດ
ອະນາຈັກລ້ານຊ້າງ ເຮັດໃຫ້ເຫດການບ້ານບ້ານເກີດຈາລະຈົນ ຈາກທາຍາດຂອງກະສັດທັ້ງຫລາຍ ເຮັດໃຫ້ລ້ານຊ້າງ ແບ່ງອອກເປັນ
3 ອະນາຈັກ ຄື ຫລວງພະບາງ ວຽງຈັນ ຈຳປາສັກ ແຕ່ລະອານາຈັກ ຕ່າງກໍຫາພັນທະມິດເພື່ອ ຈູ່ໂຈມອີກຝ່າຍໜຶ່ງ ຕອນນັ້ນ ອານາຈັກໃນຂົງເຂດໄກ້ໆ
ກະຕ່າງອ່ອນແອລົງ ເຊັນ ອານາຈັກພຸກາມ ຂອງມ່ຽນມາ ກະເຈີອະຍຸດທະຍາ ຕີແຕກ ແລະອີກອານາຈັກຂອງພະເຈົ້າເວ້ (ຫວຽດນາມ) ກະເກີດສົງຄາມກາງເມືອງ ຈຳປາສັກ ກະເລີຍໄດ້ຜູກພັນທະມິດກັບສະຫຍາມ ປີ ຄສ 1778 ສະຫຍາມກະໄດ້ຄອງຈຳປາສັກ ເປັນປະເທດລາດ ແລະກໍໄດ້ກີທາກອງທັບມາຕີເອົາວຽງຈັນ ແລ້ວໄດ້ນຳພະເເກ້ວມໍລະກົດກັບໄປກຸງເທບ 1705 ສຸດທ້າຍອານາຈັກລາວລ້ານຊ້າງກະຕົກເປັນເມືອງຂື້ນຂອງສະຫຍາມ ເປັນຕົ້ນມາ ນີ້ແຫລະຄືຜົນຂອງຄວາມບໍ່ປອງດອງກັນພາຍໃນຊາດ ເຮັດໃຫ້ເສຍດິນເເດນ ຢ່າງໜ້າເສຍດາຍ ເວັນກຳຈີງໆ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔໘ ກະທູ້
໑໕໘ ໂພສ
ນັກການກະທູ້
ແລ້ວເຮົາຈະເຊື່ອຫລັກການຂອງໃຜລະ ?
ກ່ອນອື່ນເຮົາຕ້ອງໄປສຶກສາຫລາຍໆຫລັກທິດສະດີແລ້ວນຳມາປຽບທຽບຫາເຫດຫາຜົນວ່າທິດສະດີໃດມີເຫດມີຜົນກວ່າກັນ
ພຮະອາຈານ ພຸດທະທາສ (ພຣະນັກປາດແຫ່ງພຸທທະສາດສະນາໃນຍຸກນີ້)ໄດ້ສະຫລຸບໄວ້ວ່າຄົນເຮົາເກີດມາເຮັດຫຍັງ?
ມີສາມພວກດັ່ງນີ້
ພວກທີ 1, ເກິດມາເພື່ອກິນ ຄົນໃນສະໄຫມນີ້ສິ່ງດຽວທີ່ສະແຫວງຫາກໍ່ຄືການກິນ ມີການຜະລິດ ການໂຄສະນາ ຫລາຍຄົນຫລົງໄຫລໃນການກິນ
ພວກທີ່ 2, ເກິດມາເພື່ອກາມ ກາມໃນທີ່ນີ້ຫມາຍເຖິງການຕອບສະໜອງຕາມຄວາມຕ້ອງການທາງຕາ ຄື ຮູບສວຍໆງາມໆ ທາງຫູ ຄື ສຽງມ່ວນໆ ທາງດັງ ຄື ກິ່ນອັນຫອມຫວນ ທາງລີ້ນ ໄດ້ແກ່ລົດຊາດອັນແຊບຊ້ອຍ ທາງກາຍຄື ສຳຜັດທີ່ຫນ້າປາດຖະໜາ ອ່ອນໆ ອວບໆ ນິ້ມໆ ນວນໆ ເມື່ອຄົນກິນທາງປາກອິ່ມແລ້ວກໍ່ສະແຫວງຫາກາມກັນຕໍ່
ພວກທີ່3, ເກິດມາເພື່ອກຽດ ເມື່ອໄດ້ມີກິນມີກາມ ກໍ່ມີກຽດ ມີຍົດ ຢາກຈະໃຫ້ຄົນເຄົາລົບນົບນ້ອມ ໄປໃສມີບໍດີ້ກາດຕິດຕາມຖືວ່າເປັນສິ່ງສູງສູກທີ່ເກິດມາ ເສຍກຽດນີ້ ເສີຍຊ້າງບໍ່ແໜງ(ຂອງລາວເຮົາ) ຫລືແມ່ນແຕ່ຊີວິດກໍ່ສະຫລະໄດ້ເພາະກຽດ
ຕາມຫລັກທາງພຸດທະສາສະນາຫລາຍຄົນກໍ່ຕອບມາແລ້ວວ່າເກິດມາເພື່ອໃຊ້ກັມ ຖ້າເຊັ່ນນັ້ນກໍ່ຄືການເກິດ ແລ້ວກໍ່ແກ່ ເຈັບ ຕາຍໄປ ໂດຍບໍ່ຕ່າງຫຍັງກັບສັດເດັຍລະສານໃນໂລກນີ້ ຄືເກິດມາໃຊ້ກັມ
ແຕ່ທີ່ຄົນເຮົາມີຫລາຍກວ່ານັ້ນກໍ່ຄືທັມ ທີ່ເຮັດໃຫ້ຄນສູງກວ່າສັດ ທັມມະ ຫລັກສິນທັມ ການສຶກສາ 3 ຢ່າງໄດ້ແກ່ ສຶກສາເລື່ອງສິນ ຄວບຄຸມທາງກາຍ ວາຈາ ທາງໃຈ ໃຫ້ຢູ່ໃນກອບຂອງສັງຄົມນັ້ນໆ ເຊັ່ນຊາວພຸດກໍ່ມີສິນຫ້າເປັນຕົ້ນ ສືກສາເລື່ອງສະມາທິ ເຮັດໃຫ້ໃຈສະຫງົບ ຕັ້ງໝັ້ນຢູ່ໃນຄວາມດີ ສຶກສາເລື່ອງປັນຍາ ສະແຫວງຫາຄວາມຮູ້ໃນການດຳເນີນຊີວິດ ທາງໂລກກໍ່ຄືສະແຫວງຫາວິຊາຕ່າງໆເພື່ອຫາວຽກເຮັດງານທຳ ມີວິຊາອາຊີບ ທາງທັມ ກໍ່ຄືສະແຫວງຫາຄວາມຫລຸດພົ້ນຈາກທຸກທັ້ງປວງ ຫລືຄວາມຈິງສູງສຸດໃນທາງພຸດທະສາສະນາກໍ່ຄືບໍ່ກັບມາວຽນວາຍຕາຍເກິດອີກ ຫຼືນິບພານນັ້ນເອັງ
ແລ້ວເຮົາຈະເລືອກເອົາແນວໃດ ວ່າເກິດມາເພື່ອກິນ ກາມ ກຽດ ຫລືສູງໄປກວ່ານັ້ນຈົນໃນທີ່ສຸດແຫ່ງການຫມົດທຸກ ແລ້ວເຮົາຈະຕອບຕົວເອງໄດ້ວ່າເຮົາເກິດມາເຮັດຫຍັງ
ຂໍຂອບໃຈ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ounhueane ຂຽນວ່າ...
ຄັນຊັ້ນເຮົາພາກັນໄປຕໍ່ສູ້ເອົາຄືນບໍ່


pai nam




ໃຜຊິໄປຕີເອົາກະໄປເດີ ແຕ່ຜູ້ຂ້ານິ ບໍ່ໄປນຳແຫລະ ເຮີໆ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຍ້ອນສະຫຍາມບໍ່ດີບໍ່ຮູ້ບຸນຄຸນ


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ສັບສົນ

.ເຮີເຮີ



໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Singchai ຂຽນວ່າ...
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ

ມັນກ່າເວົ້າບໍ່ໄດ້ ບາງຄົນນະເວົ້າແຕ່ປາກໄດ້ ຕຳນິຄົນອື່ນເປັນ ແຕ່ຕົນເອງບໍ່ມີປັນຍາເຮັດ ສະນັ້ນ ມັນເປັນສິ່ງທີ່ແນ່ນອນຢູ່ແລ້ວ ທີ່ຄົນໂງ່ຈະຕົກເປັນທາດຂອງຄົນສະຫຼາດ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ສາວົກໄປໄສໝົດນໍ ຄືມິດແທ້ເນາະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ຂໍວິຈານນຳເເດ່ເດີຈັກຊຸດ ພໍໄດ້ຫອມປາກຫອມຄໍເນາະ
ຄືເລື່ອງປະຫວັດສາດນິໃຜໆ ກະເຂົ້າຂ້າງໂຕເອງທັ້ງນັ້ນແຫລະ ໃຜກະວ່າຕົນເອງເປັນພະເອກຕະຫລອດການ
ແຕ່ລະຄົນອອກມາວິຈານມາວິເຄາະ ສ່ວນຫລາຍກະມີແຕ່ສ້າງຄວາມຊອບທຳໃຫ້ແກ່ຕົນເອງຕະຫລອດ ບໍ່ຄ່ອຍເຫັນນັກວິຊາ
ການປະເທດໄດຕັ້ງໂຕຢູ່ກາງຈັກເທື່ອ ຄູບາເຄີຍຢູ່ໄທຫລາຍປີໄດ້ຍິນຄົນໄທບາງຄົນເວົ້າວ່າ ລາວເປັນອະນາເຂດຂອງໄທມາກ່ອນ
ບາງຄົນກະວ່າ ໄທຢູ່ພາກອີສານເປັນຂອງລາວມາກ່ອນ ຄືແຕ່ລະຄົນວິຈານປະຫວັດສາດບໍ່ຄືກັນ ເພາະວ່າການຮັບຂໍ້ມູນແຕ່ລະຄົນ
ມັນແຕກຕ່າງກັນ ນັກຂຽນປະຫວັດສາດທັ້ງຫລາຍບິດເບືອນເເດ່ ບາງເທື່ອກະຂຽນເຂົ້າຂ້າງຕົນເອງເເດ່ ມັນກະເລີຍເຮັດໃຫ້ຂໍ້ມູນ
ຄາດເຄື່ອນຈາກຄວາມເປັນຈີງ ຖ້າຈະມາຖຽງວ່າດິນເເດນບ່ອນນັ້ນ ບ່ອນນີ້ເປັນຂອງຄົນນັ້ນ ຄົນນີ້ ຄູບາວ່າຄືຊິບໍ່ຈົບຈັກເທື່ອດອກ
ຕາມຄວາມຄິດຄູບານິ ຄິດວ່າແຕ່ກ່ອນນິ ຕອນໄລຍະ ກຸ່ມພັກພວກອ້າຍລາວ ແລະຊາວໄທ ອົບພະຍົບມາຈາກກວ້າງຕຸງຈີນຕອນໃຕ້
ໂດຍຖືກໄລ່ຈາກຈັກກະພັດຈີນ ຂະຫຍາຍດິນແດນ ແລະໄດ້ແຍກໂຕມາຕັ້ງຖິ່ນຖານຢູ່ແຄມແມ່ນ້ຳຂອງ ແລະແມ່ນ້ຳເຈົ້າພະຍາ ຕັ້ງ
ອານາຈັກຂື້ນມາ ມີການບຽດບຽນໃຊ້ກຳລັງ ຍຶດຄອງທີ່ດິນເເດນຂອງກັນ ແລະກັນຕະຫລອດໃຜມີກຳລັງແຂງກວ່າກະໄດ້ປຽບເເດ່
ໃຜບໍ່ມີກຳລັງເຂັ້ມແຂງກະຕົກເປັນຫົວເມືອງຂື້ນ ຕອນນັ້ນຮູ້ສຶກວ່າມີຫລາຍອານາຈັກ ເຊັ່ນ ລ້ານຊ້າງ,ລ້ານນາ,ສຸໂຂໄທ,ພຸກາມ,ແລະ
ອະຍຸດທະຍາເປັນຕົ້ນ ແຕ່ລະອານາຈັກມີກະສັດປົກຄອງ ບາງອານາຈັກກະເປັນພັນທະມິດກັນ ໃນບາງເວລາ ບາງອານາຈັກກະເປັນ
ສັດຕູກັນ ໃນທີ່ນີ້ຢາກເວົ້າກ່ຽວກັບລ້ານນາ ເພາະວ່າມີຄົນວ່າເປັນຂອງລາວມາກ່ອນ ຖາມວ່າແມ່ນຢູ່ບໍ່ ແມ່ນແທ້ເພາະວ່າລ້ານນາເປັນພັນທະມິດ
ກັບລ້ານຊ້າງ ຕອນໜຶ່ງລ້ານນາ ກະສັດວ່າງກະສັດລົງພະເຈົ້າໂພທິສານ ເປັນກະສັດລ້ານຊ້າງໄດ້ສົ່ງຣາຊບຸດຄືພະເຈົ້າໄຊຍະເສດຖາທິລາດ ໄປປົກຄອງລ້ານນາ ເຖິງ 16 ປີ
ຫລັງຈາກພະເຈົ້າໂພທິສານຕາຍ ພະເຈົ້າໄຊຍະເສດຖາທິລາດກັບມາລ້ານຊ້າງຄືນ ແລະໄດ້ນຳພະເເກ້ວມໍລະກົດຈາກ ວັດບຸບຜາລາມມານຳ
ເຮັດໃຫ້ກະສັດຢູ່ລ້ານນາວ່າງກະສັດລົງ ຄົນທີ່ທຳໜ້າທີ່ແທນຄືເສນາອຳມາດໃນພະລາດຊະວັງບໍລິງານອານາຈັກ ຕໍ່ມາເສນາເກີດຄວາມຂັດແຍ້ງກັນ
ເປັນໃຫຍ່ ເຮັດໃຫ້ອານາຈັກພຸກາມ ຂອງມຽນມາໄດ້ໂອກາດບຸກໂຈມຕີເອົາຮຽບຮ້ອຍ ສະຫລຸບວ່າລ້ານນາເຄີຍເປັນຫົວເມືອງຂື້ນລ້ານຊ້າງ 11 ເດືອນ
ປະເດັນທີ່ ຂພຈ ຢາກວິເຄາະກະຄືມີຄົນມາອ້າງວ່າລ້ານນາເປັນຂອງລາວ ຂພຈ ວ່າບໍ່ຢາກຖືກປານໄດ ເພາະວ່າຖ້າສະຫຍາມມາອ້າງວ່າລາວເປັນຂອງສະຫຍາມ ແບບເຮົາອ້າງວ່າລ້ານນາເປັນຂອງລາວ ເຂົາກະບໍ່ຜິດໄດ ຖ້າເຮົາຊິຕັ້ງຂໍ້ສັງເກດແບບນີ້ ເພາະວ່າລ້ານຊ້າງ ຖືກສະຫຍາມປົກຄອງຫລາຍປີ ຕັ້ງແຕ່ 1728 ເຖິງ 1893 ໂດຍປະມານບໍ່ແນ່ໃຈ ເດີ ເລື່ອງ ຄສ ແຕ່ 1893 ນີ້ແມ່ນແນ່ນອນຢູ່ແລ້ວ
ເພາະວ່າປີ ຄສ ນີ້ຝຣັ່ງເສດມາໄລ່ໄທອອກໄປແລ້ວ .





ລາວ ແລະ ໄທ ເມື່ອກ່ອນເປັນເຜົ່າດຽວກັນທີ່ກຳເກີດມາຈາກມົນທົນຢູ່ນານ(ສ.ປ ຈີນ) ເຊິ່ງຈີນເຂົາຈະເອີ້ນເຜົ່ານີ້ວ່າ: ໄຕຈູ(ຈູແປວ່າເຜົ່າ) ກໍ່ຄືເຜົ່າໄຕທີ່ເຮົາຣຽກກັນນັ້ນເອງ ໄລຍະນັ້ນຢູ່ຂົງເຂດມົນທົນດັ່ງກ່າວໄດ້ເກີດຄວາມວຸ່ນວາຍ ຈຶ່ງເປັນເຫດເຮັດໃຫ້ເຜົ່າໄຕຕ້ອງຍົກຍ້າຍຖິ່ນຖານລົງມາທາງໃຕ້ ສ່ວນກຸ່ມທີ່ຍ້າຍໄປຢູ່ເຂດລຸ່ມແມ່ນ້ຳເຈົ້າພະຍານັ້ນເອີ້ນວ່າ: ເຜົ່າໄຕໃຫຍ່ (ພາກກາງຂອງໄທໃນປະຈຸບັນ) ສ່ວນພວກທີ່ຢູ່ເຂດລຸ່ມແມ່ນ້ຳຂອງ ແລະ ພູເຂົາທາງຕອນເໜືອນນີ້ເອີ້ນວ່າ: ເຜົ່າໄຕນ້ອຍ(ລາວ,ລາວອີ່ສານ ແລະ ພາກເໜືອຂອງໄທປະຈຸບັນ). ເມື່ອນັ້ນທັງສອງເຜົ່າກໍ່ໄດ້ດຳລົງຊີວິດ ແລະ ຮັກສາເຂດນ້ຳແດນດິນຂອງໃຜລາວ. ໄລຍະຕໍ່ມາໄດ້ເກີດມີການຍາດຊິງລາດຊະບັນລັງໃນຂົງເຂດເຜົ່າໄຕນ້ອຍ ຈົນເຮັດໃຫ້ເຜົ່າ ແລະ ດິນແດນດຽວກັນຕ້ອງແຕກແຍກເປັນສອງອານາຈັກຄື: ລ້ານຊ້າງ(ລາວປະຈຸບັນ ແລະ ລາວອີ່ສານຂອງໄທປະຈຸບັນ) ແລະ ລ້ານນາ(ພາກເໜືອຂອງໄທປະຈຸບັນ). ນອກຈາກດິນແດນຂອງເຜົ່າພູນ້ອຍຈະແຕກແຍກເປັນສອງອານາຈັກບໍ່ແລ້ວ ອານາຈັກລ້ານຊ້າງຍັງມີຄວາມຂັດແຍ່ງແຕກເປັນສາມອານາຈັກອີກດ້ວຍ(ອານາຈັກຫລວງພະບາງ, ອານາຈັກວຽງຈັນ, ອານາຈັກຈຳປາສັກ) ໃນໄລຍະຕໍ່ມາ. ພໍມາຮອດສະໄໝເຈົ້າຟ້າງຸ່ມ ມະຫາລາດ ທ່ານໄດ້ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ທ້ອນໂຮມອານາຈັກລາວລ້ານຊ້າງເອກະພາບ ລວມໄປເຖິງລ້ານນາທີ່ເປັນຂອງດິນແດນເຜົ່າໄຕນ້ອຍໃນເມື່ອກ່ອນອີກດ້ວຍ. ຕໍ່ມາພໍເຈົ້າຟ້າງຸ່ມສິ້ນພະຊົນການແຍ້ງຊິງລາດຊະບັນລັງກໍ່ມີຂຶ້ນອີກຄັ້ງ ແລະ ເຮັດໃຫ້ອານາຈັກສະຫຍາມ(ເຜົ່າໄຕໃຫຍ່)ສວຍໃຊ້ໂອກາດນີ້ໃນການແຊກແຊງຕີເອົາດິນແດນ. ໄລຍະໂລກຄັ້ງທີ່2ໄລຍະດຽວກັນນັ້ນ ຈັກກະພັດຝລັ່ງກໍ່ມາໄລພວກສະຍາມອອກໄປ ແຕ່ຝລັ່ງບໍ່ສາມາດໄລ່ພວກສະຫຍາມອອກດິນແດນລ້ານຊ້າງໃຫ້ໝົດໄດ້ ເຊິ່ງເປັນພຽງດິນແດນຝັ່ງຊ້າຍແມ່ນ້ຳຂອງ ແລະ ຝັ່ງຂວາໜ້ອຍດຽວເທົ່ານັ້ນ(ລາວໃນປະຈຸບັນ). ສ່ວນລາວອີ່ສານ ແລະ ລ້ານນາຍັງຕົກໃນກຳມືຂອງສະຫຍາມ ແລະ ຢູ່ໃນຄວາມຂັດຂອງກັນຢູ່ຂອງສະຫຍາມ ແລະ ຝລັ່ງ.

ສ່ວນທີ່ເນນເເວົ້າມານັ້ນມັນເປັນພຽງແຕ່ປະຫວັດສາດສະໄໝໃໝ່. ຕ້ອງຫວນຄືນປະຫວັດສາດສະໄໝ່ເກົ່າຕັ້ງແຕ່ການຍົກຍ້າຍຖິ່ນມາຈຶ່ງຈະຮູ້ວ່າ: ເຜົ່າໄຕນ້ອຍ, ເຜົ່າໄຕໃຫຍ່ ແມ່ນໃຜ ແລະ ມາຈາກໃສ ແລະ ອົບພະຍົບມາຕັ້ງຖິ່ນຖານຢູ່ໃສ. ສະຍາມແມ່ນໃຜ, ລ້ານຊ້າງ ແລະ ລ້ານນາແມ່ນໃຜ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ
1.ແຕກແຍກກັນ,,,ແບ່ງເປັນສາມອານາຈັກ,,,ເກີດສົງຄາມພາຍໃນ ລະຫວ່າງ ສາມອານາຈັກ ລາວຂ້າລາວ,,,,ທັງສາມອານາຈັກ ອ່ອນກໍາລັງລົງ,,,,
2,ເມື່ອອ່ອນກໍາລັງລົງ ສະຫຍາມ ກໍ່ໄດ້ສວຍໂອກາດ ຮຸຮານ
3,ຄວາມຄິດຂອງສະຫຍາມ ຕອນນັ້ນແມ່ນ,,,ບໍ່ຮູ້ວ່າມີຫຍັງ ຢຶດໄວ້ກ່ອນ ແລ້ວຈັງວ່າກັນ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້




[/color]

ລາວ ແລະ ໄທ ເມື່ອກ່ອນເປັນເຜົ່າດຽວກັນທີ່ກຳເກີດມາຈາກມົນທົນຢູ່ນານ(ສ.ປ ຈີນ) ເຊິ່ງຈີນເຂົາຈະເອີ້ນເຜົ່ານີ້ວ່າ: ໄຕຈູ(ຈູແປວ່າເຜົ່າ) ກໍ່ຄືເຜົ່າໄຕທີ່ເຮົາຣຽກກັນນັ້ນເອງ ໄລຍະນັ້ນຢູ່ຂົງເຂດມົນທົນດັ່ງກ່າວໄດ້ເກີດຄວາມວຸ່ນວາຍ ຈຶ່ງເປັນເຫດເຮັດໃຫ້ເຜົ່າໄຕຕ້ອງຍົກຍ້າຍຖິ່ນຖານລົງມາທາງໃຕ້ ສ່ວນກຸ່ມທີ່ຍ້າຍໄປຢູ່ເຂດລຸ່ມແມ່ນ້ຳເຈົ້າພະຍານັ້ນເອີ້ນວ່າ: ເຜົ່າໄຕໃຫຍ່ (ໄທໃນປະຈຸບັນ) ສ່ວນພວກທີ່ຢູ່ເຂດລຸ່ມແມ່ນ້ຳຂອງ ແລະ ພູເຂົາທາງຕອນເໜືອນນີ້ເອີ້ນວ່າ: ເຜົ່າໄຕນ້ອຍ(ລາວ,ລາວອີ່ສານ ແລະ ພາກເໜືອຂອງໄທປະຈຸບັນ). ເມື່ອນັ້ນທັງສອງເຜົ່າກໍ່ໄດ້ດຳລົງຊີວິດ ແລະ ຮັກສາເຂດນ້ຳແດນດິນຂອງໃຜລາວ. ໄລຍະຕໍ່ມາໄດ້ເກີດມີການຍາດຊິງລາດຊະບັນລັງໃນຂົງເຂດເຜົ່າໄຕນ້ອຍ ຈົນເຮັດໃຫ້ເຜົ່າ ແລະ ດິນແດນດຽວກັນຕ້ອງແຕກແຍກເປັນສອງອານາຈັກຄື: ລ້ານຊ້າງ(ລາວປະຈຸບັນ ແລະ ລາວອີ່ສານຂອງໄທປະຈຸບັນ) ແລະ ລ້ານນາ(ພາກເໜືອຂອງໄທປະຈຸບັນ). ນອກຈາກດິນແດນຂອງເຜົ່າພູນ້ອຍຈະແຕກແຍກເປັນສອງອານາຈັກບໍ່ແລ້ວ ອານາຈັກລ້ານຊ້າງຍັງມີຄວາມຂັດແຍ່ງແຕກເປັນສາມອານາຈັກອີກດ້ວຍ(ອານາຈັກຫລວງພະບາງ, ອານາຈັກວຽງຈັນ, ອານາຈັກຈຳປາສັກ) ໃນໄລຍະຕໍ່ມາ. ພໍມາຮອດສະໄໝເຈົ້າຟ້າງຸ່ມ ມະຫາລາດ ທ່ານໄດ້ນຳພາປະຊາຊົນລຸກຂຶ້ນຕໍ່ສູ້ທ້ອນໂຮມອານາຈັກລາວລ້ານຊ້າງເອກະພາບ ລວມໄປເຖິງລ້ານນາທີ່ເປັນຂອງດິນແດນເຜົ່າໄຕນ້ອຍໃນເມື່ອກ່ອນອີກດ້ວຍ. ຕໍ່ມາພໍເຈົ້າຟ້າງຸ່ມສິ້ນພະຊົນການແຍ້ງຊິງລາດຊະບັນລັງກໍ່ມີຂຶ້ນອີກຄັ້ງ ແລະ ເຮັດໃຫ້ອານາຈັກສະຫຍາມ(ເຜົ່າໄຕໃຫຍ່)ສວຍໃຊ້ໂອກາດນີ້ໃນການແຊກແຊງຕີເອົາດິນແດນ. ໄລຍະໂລກຄັ້ງທີ່2ໄລຍະດຽວກັນນັ້ນ ຈັກກະພັດຝລັ່ງກໍ່ມາໄລພວກສະຍາມອອກໄປ ແຕ່ຝລັ່ງບໍ່ສາມາດໄລ່ພວກສະຫຍາມອອກດິນແດນລ້ານຊ້າງໃຫ້ໝົດໄດ້ ເຊິ່ງເປັນພຽງດິນແດນຝັ່ງຊ້າຍແມ່ນ້ຳຂອງ ແລະ ຝັ່ງຂວາໜ້ອຍດຽວເທົ່ານັ້ນ(ລາວໃນປະຈຸບັນ). ສ່ວນລາວອີ່ສານ ແລະ ລ້ານນາຍັງຕົກໃນກຳມືຂອງສະຫຍາມ ແລະ ຢູ່ໃນຄວາມຂັດຂອງກັນຢູ່ຂອງສະຫຍາມ ແລະ ຝລັ່ງ.

ສ່ວນທີ່ເນນເເວົ້າມານັ້ນມັນເປັນພຽງແຕ່ປະຫວັດສາດສະໄໝໃໝ່. ຕ້ອງຫວນຄືນປະຫວັດສາດສະໄໝ່ເກົ່າຕັ້ງແຕ່ການຍົກຍ້າຍຖິ່ນມາຈຶ່ງຈະຮູ້ວ່າ: ເຜົ່າໄຕນ້ອຍ, ເຜົ່າໄຕໃຫຍ່ ແມ່ນໃຜ ແລະ ມາຈາກໃສ ແລະ ອົບພະຍົບມາຕັ້ງຖິ່ນຖານຢູ່ໃສ. ສະຍາມແມ່ນໃຜ, ລ້ານຊ້າງ ແລະ ລ້ານນາແມ່ນໃຜ

ຂໍແຊອີກເເດ່ເດີ ຕາມທີ່ຄູບາໄດ້ສຶກສາມາ ແລະວິເຄາະເຫດການ ປຽບທຽບຕາມ ຄ.ສ ນິນ່າ ຮູ້ສຶກວ່າມີຫລາຍບ່ອນແຕກຕ່າງຈາກພໍ່ອອກເດີ

ຂໍໂທດເດີ ເຈົ້າເອົາມາແຕ່ໄສນິ ເລື່ອງເຈົ້າວ່າເຜົ່າໄທໃຫຍ່ນ້ອຍ ຂ້ອຍບໍ່ຂັດຄ້ານແຕ່ທີ່ຄັດຄ້ານກະຄືເຈົ້າວ່າເຈົ້າຟ້າງຸ່ມໄດ້ສະວັນນະຄົດລົງເຮັດໃຫ້ລ້ານຊ້າງວຸ້ນວາຍ ອັນນີ້ບໍ່ແມ່ນ ພະເຈົ້າຟ້າງຸ່ມ ຖືກເນລະເທດໄປຢູ່ອະນາຈັກນ່ານເຈົ້າ 1374ເພາະພະອົງໃຊ້ພະຣາຊອຳນາດບໍ່ສົມຄວນ ໂດຍໃຫ້ຍິງສາວຈາກຕະກູນຜູ້ດີມາເປັນຄົນຮັບໃຊ້ໃນວັງ ບາງຄົນກະເວົ້າວ່າຫລັງຈາກພະເຫສີ ເພີ່ນຊິ້ນພະຊົນເຮັດໃຫ້ອຳນາດຕົກເປັນອຳມາດເສນາຄົນຂະເໝນ ຫລັງຈາກພະເຈົ້າຟ້າງຸ່ມໜີໄປແລ້ວ ພະເຈົ້າສາມເສນໄທ ເຊີງເປັນລາຊະບຸດ ຂື້ນຄອງລາດແທນ ພະເຈົ້າສາມເສນໄທໄດ້ແຕ່ງງານກັບລາດຊະທິດາ ຂອງກະສັດອະຍຸດທະຍາ(ໄທ) ມີຄວາມສຳພັນດີມາຕະຫລອດ ຫັລງຈາກພະອົງສາມເສນໄທ ຊິ້ນພະຊົນ ພະເຈົ້າລ້ານຄຳເເດງຄອງລ້ານຊ້າງຕໍ່ມາ ແຕ່ບໍ່ດົນເນື່ອງຈາກວ່າມີການຈາລະຈົນເກີດຂື້ນໃນເມືອງ ຈາກການຍາດຊີງຣາຊະບັນລັງກັນ ແຕ່ລ້ານຊ້າງຍັງບໍ່ແຕກ ເປັນ 3 ອານາຈັກ ຫລັງຈາກະລຍະສັ້ນໆ ໃນການຄອງລາຊຂອງພະເຈົ້າລ້ານຄຳເເດງ ຕໍ່ມາ ແມ່ນພະເຈົ້າວິຊຸນເປັນກະສັດ 1501 ຫາ 1520 ຫລັງຈາກນັ້ນ ເຈົ້າວິຊຸນສິ້ນພະຊົນ ພະເຈົ້າໂທິສານຂື້ນແທນ 1520 ຫາ 1547 ຫລັງຈາກເຈົ້າໂພທິສານສິ້ນພະຊົນ ໂດຍຊ້າງທັບຕາຍ ຕໍ່ມາພະເຈົ້າໄຊເສດຖາທິລາດ1548 ຫາ 1571 ຄອງອານາຈັກ ມີການສຳພັນດີກັບອະຍຸດທະຍາດີມາຕະຫລອດຊ່ວງນີ້ ບາງເທື່ອກະເຄີຍໄປຊ່ວຍກັນຕີ ອານາຈັກພຸກາມ ຂອງພະມ້າ ຕໍ່ມາເຈົ້າໄຊຍະເສດຖາທິລາດຕາຍ ກໍເລີຍເຮັດເສນາອຳມາດຍາດຣາຊບັນລັງອີກ ເຮັດໃຫ້ອານາຈັກອ່ອນແອ ເປີດໂອກາດໃຫ້ອານາຈັກພຸກາມຂອງພະມ້າ ມາຕີອານາຈັກລ້າງຊ້າງໄດ້ສຳເລັດ ແລະໄດ້ຕົກເປັນຫົວເມື່ອງຂື້ນແກ່ ພຸກາມເປັນເວລາ 30 ປີ ຕໍ່ມາພຸກາມອ່ອນກຳລັງລົງບວກກັບການຍາດບັນລັງຂອງອຳມາດລ້ານຊ້າງທັ້ງຫລາຍ ສຸດທ້າຍໄດ້ລ້ານຊ້າງກັບຄືນມາ ແລະໄດ້ກະສັດຄົນໃຫມ່ຊື່ວ່າ ພະເຈົ້າສຸຣິຍະວົງສາ1683 ຫາ 1695 ສຸຣິຍະວົງສາຕາຍ 1695 ຕໍ່ມາອະນາຈັກລ້ານຊ້າງໄດ້ແຍກເປັນ 3ຝ່າຍຄືວ່າຫັ້ນລະ ເຮົາຈະເຫັນໄດ້ວ່າ ອານາຈັກລາວລ້ານຊ້າງຍັງບໍ່ທັນມີບັນຫາຫຍັງເລີຍກັບສະຫຍາມ ແຕ່ຕອນຕໍ່ມາຫລັງສຸຣິຍະວົງສາຕາຍນີ້ແຫລະ ເຮັດໃຫ້ເສນາອຳມາດ ທັ້ງຫລາຍເເຍ້ງອຳນາດກັນເປັນເຫດໃຫ້ລ້ານຊ້າງ ແຍກອອກເປັນ 3 ອານາຈັກ ເຊີງແຕ່ລະອານາຈັກກະພະຍາຍາມໃຊ້ກຳລັງບຸກໂຈມຕີກັນ ແລະຫາຜູກມິດສຳພັນກັນ ກັບ ອານາຈັກອື່ນໆ ສຸດທ້າຍອານາຈັກຈຳປາສັກ ໄດ້ຜູກມິດກັບອາຍຸດທະຍາ ເຮັດໃຫ້ອາຍຸດທະຍາ ເປັນພັນທະມິດ ກັບຈຳປາສັກ ໃນຂະນະນັ້ນໄດ້ຍົກທັບມາບຸກໂຈມຕີວຽງຈັນ ແລະຫລວງພະບາງລາບຄາບໄປເລີຍ 3 ອານາຈັກຈິງເປັນຫົວເມືອງຂື້ນສະຫຍາມໂດຍສິ້ນເຊີງ ພໍແລ້ວເນາະ ໂດຍສັງເຂບ ແຕ່ເປັນທີ່ໜ້າສັງເກດທີ່ພໍ່ອອກເວົ້າມາວ່າ ຝຣັ່ງເສດແຜ່ອຳນາດມາຍຶດລາວຕອນສົງຄາມໂລກຄັ້ງທີ1 ອັນນີ້ບໍ່ແມ່ນເດີຂ້ອຍວ່າຕາມຄູບາວິເຄາະຕາມ ຄສ ນະ ຝຣັ່ງຍຶດລາວຈາສະຫຍາມປີ ຄສ 1893 ເດີ ແຕ່ສົາງຄາມໂລກຄັ້ງທີ1 ນັ້ນ ເກີດຂື້ນປີ 1914 ຫາ 1918 ເດີ ຄົນລະທົດສະວັດກັນເລີຍແຫລະ ແລະພໍ່ອອກວ່າລາວແຕກອອກເປັນ 3ອານາຈັກ ກ່ອນພະເຈົ້າຟ້າງຸ່ມມາປົກຄອງ ແລະໄດ້ໂຮມອານາຈັກ 3 ເຂົ້າເປັນອັນດຽວກັນ ອັນນີ້ຄູບາກະບໍ່ຮູ້ວ່າພໍ່ອອກອ່ານມາຈາກຕຳລາຫົວໃດ ເພາະເຫດການ 3 ອານາຈັກແຍກກັນນັ້ນ ມັນຄົນລະສັດຕະວັດກັນເລີຍ ຊ່ວງແຍກ 3 ອານາຈັກນັ້ນ ຕອນຫລັງ ສຸຣິຍະວົງສາ ຕາຍນະພໍ່ອອກຊ່ວງວັດຕະວັດທີ 19 ເອງ ແຕ່ເຈົ້າຟ້າງຸ່ມ ສັດຕະວັດ ທີ 15 ພຸ້ນຄົນລະຊີໂລກກັນເລີຍ ອັນນີ້ຄູບາສຶກສາປະຫວັດສາດໂດຍໃຊ້ ຄສ ເປັນຕົວວິເຄາະເຫດການລຽງລຳດັບ ທີ່ພໍ່ອອກອະທິບາຍມາ ເຮັດໃຫ້ຄູບາສັບສົນພໍ່ສົມຄວນ ຢາກໃຫ້ພໍ່ອອກສະເເດງ ຄສ ໃຫ້ມັນຊັດເຈນ ແລະບອກເເດ່ວ່າສຶກສາມາແຄ່ຕຳລາຫົວໃດ ບອກເເດ່ເດີ ຄູບາຊິໄດ້ໄປຫາມາອ່ານ ມັນອາດແຕກຕ່າງກັນເລື່ອງປະຫວັດສາດ ນິ ຊິເອົາແນ້ເອົານອນບໍ່ໄດ້ ເພາະແຕ່ລະຄົນກະເກີດບໍ່ທັນເນາະ ສູ່ຄົນ ສູ່ສຶກສາຈາກແຫ່ງທີ່ມາຕ່າງກັນ ແຕ່ຄູບາສຶກສາມາຈາກຂອງຝຮັ່ງຂຽນ ແລະກະນັກປະຫວັດສາດລາວ ລວມໆກັນ ແລະເຫດການຕ່າງໆຂອງສົງຄາມໂລກ ໂອເຄເນາະມີຫຍັງຂັດແຍ່ງກະບອກມາເເດ່ເດີ ຂອບໃຈເດີທີ່ໃຫ້ຄວາມຮ່ວມມມື ສະຫລຸບແລ້ວສະຫຍາມເຂົ້າຕອນຫລັງ ສຸຣິວົງສາຕາຍ ກ່ອນໜ໊ານີ້ສະຫຍາມສຳພັນດີກັບລ້ານຊ້າງມາຕະຫລອດ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ໂອຊິໄດ້ຂຽນຫລາຍແລ້ວເດນິ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ XxxMicB2bZaaxxX ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Ounhueane ຂຽນວ່າ...
ຄັນຊັ້ນເຮົາພາກັນໄປຕໍ່ສູ້ເອົາຄືນບໍ່


pai nam


ໄປນາມມມ

ຮັກນ້ອງຕອນເມົາ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂ້ອຍກ່າເອົາມາຕາມປື້ມປະຫວັດສາດ ແລະ ຕາມພົງສາວະດານລາວຫັ້ນແລະ ຄູບາ. ແຕ່ວ່າປະຫວັດສາດກ່ອນໜ້າຍຸກເຈົ້າຟ້າງຸ່ມນັ້ນ ອານາຈັກຂອງເຜົ່າໄຕນ້ອຍກໍ່ໄດ້ມີການແຕກແຍກກັນຢູ່ແລ້ວ ພໍມາຮອດຍຸກເຈົ້າຟ້າງຸ່ມກໍ່ໄດ້ມີການທ້ອນໂຮມອານາຈັກລ້ານຊ້າງເອກະພາບ ໂດຍເລີ່ມຈາກຊຽງດົງຊຽງທອງ(ຫຼວງພະບາງໃນປະຈຸບັນ) ແລ້ວຈາກນັ້ນກໍ່ມາຕີເອົາເມືອງໄຜ່ໜາມ(ວຽງຈັນໃນປະຈຸບັນ) ແລ້ວເຄື່ອງທັບໄປຕີເອົາທາງພາກໃຕ້ ແລະ ລ້ານນາໄດ້ສຳເລັດ ໃນໄລຍະນັ້ນປະເທດລາວມີຄວາມກວ້າງໃຫຍ່ໄພສານພໍສົມຄວນ ແລະ ມີນ້ຳຂອງໄຫຼຜ່ານໃຈກາງຂອງປະເທດ ດຽວນີ້ນ້ຳຂອງເກືອບວ່າເປັນຊາຍແດນໄປແລ້ວ. ແຕ່ສ່ວນປະຫວັດສາດສະໄໝເກົ່າໃຫ້ເຈົ້າອ່ານເບິ່ງດີໆ ເຜົ່າໄຕ ບໍ່ແມ່ນ ເຜົ່າໄທ ດຽວນີ້ເຜົ່າໄຕຢູ່ມົນທົນຢູ່ນານຍັງມີຢູ່ ເຊິ່ງຊາວຈີນຈະເອີ້ນເຜົ່ານີ້ວ່າ: ໄຕຈູ(ຈູ ໃນພາສາຈີນແປວ່າ ເຜົ່າ) ຖ້າເຮົາເດີນທາງໄປເຂດສິບສອງພັນນາ(ຈີນ) ສາມາດສື່ສານພາສາລາວກັບເຂົາໄດ້. ສ່ວນການແຕກແຍກຂອງລ້ານຊ້າງໃນໄລຍະຕໍ່ມາໃນປະຫວັດສາດສະໄໝໃໝ່ນີ້ ກໍ່ພໍດີຖືກຊ່ວງສະຫຍາມ ກັບຈັກກະພັດຝລັ່ງເຂົ້າມາຮຸກຮານ. ຕາມປະຫວັດສາດໄທ ສ່ວນໃຫຍ່ເປັນປະຫວັດສາດທີ່ປິ້ນຄວາມຈິງຂອງປະຫວັດສາດ ເພາະຈຸດປະສົງຂອງໄທຄືຢາກໃຫ້ຄົນຍຸກໃໝ່ລືມເລື່ອງຊົ່ວໆທີ່ບັນພະບູລຸດຂອງໄທເຄີຍທຳໄວ້ກັບລາວ. ສະນັ້ນ, ຈະເຊື່ອເຂົາຫຼາຍບໍ່ໄດ້


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຄູບາບໍ່ໄດ້ວ່າ ບໍ່ຖືກເດີ ອັນເຜົ່າຫັ້ນ ຕາມພົງສະວະດານ ກະວ່າແບບນັ້ນແຫລະ ແຕ່ຊ່ວງຫລັງໆ
ທີ່ພໍ່ອອກວ່າຝຣັ່ງມາຍຶດລາວຊ່ວງສົງຄາມໂລກຄັ້ງທີ 1 ອັນນີ້ກາລັນຕີ ຮຽບຮ້ອຍ ບໍ່ແມ່ນເດັດຂາດ
ເພາະມັນຄົນລະຊ່ວງກັນ ແລະທີ່ພໍ່ອອກວ່າອານາຈັກລ້າງຊ້າງແຕກແຍກກັນກ່ອນ ເຈົ້າຟ້າງຸ່ມ ມາໂຮມເຂົ້າ
ເປັນປຶກ ເປັນແຜ່ນ ແທ້ທີ່ຈີງ ອານາຈັກລ້ານຊ້າງ ແຍກເປັນ 3 ຊ່ວງຫລັງເຈົ້າສຸຣິຍະວົງສາ ຕາຍເດີ ບໍ່ແມ່ນກ່ອນເຈົ້າຟ້າງຸ່ມ
ເຈົ້າຟ້າງຸ່ມ 1345 ໂດຍປະມານ ສ່ວນສຸຣິວົງສາ ຊ່ວງ 1688 ໂດຍປະມານນະ ບໍ່ແນ່ ແຕ່ໃນ ຄສ ພວກນີ້ແຫລະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ຄູບາບໍ່ໄດ້ວ່າ ບໍ່ຖືກເດີ ອັນເຜົ່າຫັ້ນ ຕາມພົງສະວະດານ ກະວ່າແບບນັ້ນແຫລະ ແຕ່ຊ່ວງຫລັງໆ
ທີ່ພໍ່ອອກວ່າຝຣັ່ງມາຍຶດລາວຊ່ວງສົງຄາມໂລກຄັ້ງທີ 1 ອັນນີ້ກາລັນຕີ ຮຽບຮ້ອຍ ບໍ່ແມ່ນເດັດຂາດ
ເພາະມັນຄົນລະຊ່ວງກັນ ແລະທີ່ພໍ່ອອກວ່າອານາຈັກລ້າງຊ້າງແຕກແຍກກັນກ່ອນ ເຈົ້າຟ້າງຸ່ມ ມາໂຮມເຂົ້າ
ເປັນປຶກ ເປັນແຜ່ນ ແທ້ທີ່ຈີງ ອານາຈັກລ້ານຊ້າງ ແຍກເປັນ 3 ຊ່ວງຫລັງເຈົ້າສຸຣິຍະວົງສາ ຕາຍເດີ ບໍ່ແມ່ນກ່ອນເຈົ້າຟ້າງຸ່ມ
ເຈົ້າຟ້າງຸ່ມ 1345 ໂດຍປະມານ ສ່ວນສຸຣິວົງສາ ຊ່ວງ 1688 ໂດຍປະມານນະ ບໍ່ແນ່ ແຕ່ໃນ ຄສ ພວກນີ້ແຫລະ

ສົງຄາມໂລກຄັ້ງທີ່1ຢູ່ໃສ ຂະນ້ອຍວ່າສົງຄາມໂລກຄັ້ງທີ່ສອງ ກ່າພໍດີຖືກຊ່ວງສະຫຍາມກັບຝລັ່ງຍາດຊິງກັນປົ້ນເອົາດິນລາວຫັ້ນແລະ ອັນຂະນ້ອຍເວົ້ານີ້ແມ່ນຊ່ວງປະຫວັດສາດສະໄໝໃໝ່ແລ້ວ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ້ອຍວ່າ ໃນ ສະໄໝ ທີ່ ພະມ່າ ເຂົ້າມາຕີລາວ ຕີໄທຍ ເຂົ້າມາປົກຄອງ ວຽງຈັນ ແລະ ອະຍຸດທະຍາ ສະຫຍາມບໍ່ຢາກເປັນເມືອງຂຶ້ນຂອງພະມ່າ
ຈືງຂໍກຳລັງຈາກວຽງຈັນເພື່ອຕໍ່ຕ້ານພະມ່າ ແຕ່ວ່າ ກະສັດວຽງຈັນ ບໍ່ຢາກສູ້ກັບພະມ່າ ຍ້ອນຫຍັງກໍ່ບໍ່ຮູ້ ກະສັດຫລວງພະບາງຢາກສູ້ກັບພະມ່າບໍ່ຢາກເປັນເມືອງຂຶ້ນຂອງພະມ່າ ຈຶງໄດ້ຕັ້ງໂຕບໍ່ຂຶ້ນກັບວຽງຈັນ ພຣະວໍພຣະຕາ ກໍ່ບໍ່ຢາກເປັນເມືອງຂື້ນຂອງພະມ່າ ແຕ່ກໍ່ເຮັດຫຍັງບໍ່ໄດ້ຍ້ອນກຳລັງທະຫານມີບໍ່ຫລາຍ ຈຶງເຮັດໄດ້ແຕ່ເອົາທະຫານໜີໄປສ່ວນຫນຶ່ງ ໄປຢູ່ອີກຝັ່ງແມ່ນ້ຳແລະຕັ້ງໂຕເປັນກະບົດບໍ່ຂື້ນກັບວຽງຈັນ
ຍ້ອນວ່າກະສັດວຽງຈັນ ບໍ່ຢາກສູ້ກັບພະມ່າ ປະຊາຊົນທົ່ວໄປບໍ່ເຫັນດີນຳ ກະບົດມີເຕັມບ້ານເຕັມເມືອງ
ການແພ້ສົງຄາມໃຫ້ສະຫຍາມ ກອງທັບພຣະວໍພຣະຕາ ກັບກອງທັບຫລວງພະບາງ ກໍ່ໄດ້ຮ່ວມມືກັບສະຫຍາມ ມາສູ້ກັບກະສັດວຽງຈັນ
ສະຫລູບຄື ກະສັດວຽງຈັນ ສະໃຫມນັ້ນ ບໍ່ຟັງສຽງປະຊາຊົນ ກະເລີຍຕ້ອງເສັຍດິນແດນບາງສ່ວນໄປຍ້ອນຄວາມອ່ອນແອ ອັນນີ້ເປັນຂໍ້ຄິດເຫັນຂ້ອຍເທົ່ານັ້ນ


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຫລັງຈາກທີ່ສະຫຍາມຕີວຽງຈັນໄດ້ແລ້ວ ກໍ່ສາມາດຕີເມືອງຊຽງແສນແລະຊຽງຕຸງ ໄລ່ທະຫານພະມ່າອອກໄປໄດ້ສຳເລັດ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ໂອ ສົງຄາມໂລກຄັ້ງທີ 2 ເນາະ ລືມໄປ
ຄັນສົງຄາມໂລກຄັ້ງທີ2 ແຫ່ງໄກ 1939 ຫາ 1945 ເພາະວ່າຝຣັ່ງມາໄລ່ສະຫຍາມແຕ່ ຄສ 1893 ພຸ້ນ
ນັບແຕ່ນັ້ນມາກະຄອງລາວມາເລີຍ ແຕ່ລ້ານນານັ້ນ ເຄີຍຕົກເປັນຫົວເມືອງຂື້ນລ້ານຊ້າງແຕ່ຄາວໄຊຍະເສດຖາທິລາດພຸ້ນ
ສຸດທ້າຍ ຕອນທີ່ໄຊຍະເສດຖາທິລາດ ກັບມາຄອງລ້ານຊ້າງເຮັດໃຫ້ອຳມາດເສນາຂັດແຍ່ງກັນ ເປັນຈຸດບອດໃຫ້ອານາຈັກພຸກາມ
ໂຈມຕີ ເຮັດໃຫ້ລ້ານນາເສຍເມືອງໃຫ້ແກ່ພຸກາມ ແຕ່ຕອນສົງຄາມໂລກຄັ້ງທີ2ນັ້ນ )ຮັ່ງເສດມີບັນຫາ ກັບສະຫຍາມເລື່ອງດິນເເດນ
ຝຮັ່ງແມ່ນ້ຳຂອງ ໄຊຍະບູລີ ກັບ ຈຳປາສັກ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ອ່ານມາຫຼາຍມື້ແລ້ວຂອອອກຄວາມເຫົນຈັກນ້ອຍ ອັນນີ້ເວົ່າຕາມເອກກະສານໄທເດີ ຜິດຖືກກ່ະຂໍອະໄພ
ສະໄໝກ່ອນເຈົ້າສຸຮຶຍະວົງສາ ລາວຍັງແບ່ງເປົນ ວຽງຈັນ ກັບ ຫຼວງພະບາງ(ແຕ່ກໍ່ຍັງໄມ່ແຕກແຍກກັນຊັດເຈນ)ຫຼັງຈາກເຈົ້າສຸຮຶຍະວົງສາຕາຍ ພະຍາແສນເມືອງ (ພະຍາເມືອງຈັນ)ຍຶດອຳນາດ ຊິເອາພະທິດາ“(ຫຼືອ ຫຼານກ່ະບໍ່ຈື)ເຈົ້າສຸຮິຍະວົງສາເປົນມະເຫສີ ລາວບໍຍອມກ່ະເລີຍໜີໄປຫາພະຄູໂພນສະເມົດ ທ່ານກ່ະພາລົງນ້ຳຂອງໜີໄປ ໄລຍະນັ້ນນາງກະມີທ້ອງ(ມີຄັນ)ຍູ່ແລ້ວ ບໍ່ຮູ້ວ່າໄຜເປັນພໍ
ພະຄູໂພນສະເມົດນຳປະຊາຊນໄປຕັ້ງເມືອງຫຼາຍເມືອງ ຈົນມາຮອດນະຄອນຈຳບາກ...(ບໍ່ຈືຊື່ເຕັມຄືກັນ)ຄືອຈຳປາສັກດ໋ຽວນີ້ ຕະກີ້ເປົນເມືອງພວກ ສ່ວຍ ພວກຂ່າ ຂະເໝນ ມີຜູ້ຍຶງປົກຄອງ ຊື່ນາງແພງ ນາງກ່ະຍົກໃຫ້ພະຄູປົກຄອງ ໄລຍະນັ້ນພະທຶດາເຈົ້າສຸຮຶຍະວົງສາຄອດລູກອອກມາແລ້ວເປົນຊາຍ ຄັ້ນໃຫຍ່ແລ້ວພະຄູກ່ະໃຫ້ມາປົກຄອງນະຄອນຈຳບາກ ເອິ້ນຊື່ໃໝ່ວ່າ ນະຄອນຈຳປາສັກ ແຕ່ນັ້ນມາອານາຈັກລ້ານຊ້າງກ່ະເລິຍມີ 3 ອານາຈັກແຍກກັນປົກຄອງບໍ່ຂຶ້ນຕໍ່ກັນ ຄື ວຽງຈັນ ຫຼວງພະບາງ ຈຳປາສັກ
ຍັງມີຕ່ອເດີ້ ໄປກິນເຂົ້າງາຍກ່ອນ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ແລ້ວມາຕໍ່ເດີ ກຳລັງອ່ານຢູ່ ແຕ່ໃຊ້ພາສາໃຫ້ມັນກະຊັບເເດ່ເດີ ເຮີໆໆ ຄູບາອ່ານໄປ ມຶນໄປນຳ ຮ່າໆໆໆ ແຕ່ກະຂອບໃຈເດີທີ່ອຸດສາຂຽນມາແຊນຳ
ເລື່ອງປະຫວັດສາດນີ້ ຕ້ອງຖົກຖຽງໃຫ້ເຖິງທີ່ສຸດ ເພາະວ່າແຕ່ລະຄົນສຶກສາຕຳລາມາຄົນລະເຫລັ້ມ ຊິມາວິນິໄສວ່າຂອງຕົນຖືກທີ່ສຸດກະບໍ່ໄດ້
ມັນເປັນເລື່ອງລະອຽດອ່ນເນາະ ຈັງໃດກະຂໍຄວາມຮ່ວມມືນຳທ່ານສະມາຊິກເເດ່ເດີ ຂອບໃຈຫລາຍໆ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຄັ້ນຕໍ່ມາວຽງຈັນວຸ່ນວາຍມີກະສັດປົກຄອງອີກຫຼາຍອົງ ຖຶງປີ 1698 ເຈົ້າໄຊອົງເວ້(ພະໄຊຍຍະເຊດຖາທິຣາດທີ່ 2)ເປົນກະສັດ ພະອົງໃຫ້ອະນຸຊາໄປປົກຄອງຫຼວງພະບາງ ຕໍ່ມາຫຼານເຈົ້າສຸຮຶຍະວົງສາ 2 ຄົນຍົກທັບມາຍຶດຫຼວງພະບາງໄດ້ ຈິງຍກທັບຊຶມາຕີວຽງຈັນອີກ ເຈົ້າໄຊອົງເວ້ຈິງເຮົດສັນຍາຕົກລົງແບ່ງເຂດແດນກັນ ວຽງຈັນກັບຫຼວງພະບາງຈິງແບ່ງເປັນ 2 ອານາຈັກ ໃນສະໄໝນັ້ນ ແຕ່ຕໍ່ມາກໍ່ແຍກເປັນ 3 ອານາຈັກອີກ ຄືທີ່ເລ່າມາທາງເທຶ່ງ

ບັ້ນນີ້ມາຖຶງບັ້ນທີ່ວ່າເປົນຫຍັງສະຫຍາມຈິງຍົກໄປຕີລ້ານຊ້າງ

ພະໄຊອົງເວ້ຄອງຣາດຖຶງປີ 1730 ກົຕາຍ ພະໂອຣົດຄອງຣາດຕໍ່ ພະນາມວ່າ ເຈົ້າສິຮິບຸນຍະສານ ສະໄໝນີ້ເກິດກະບົດຫຼາຍເທື່ອ ແຕ່ທີ່ສຳຄັນຄື ພະວໍແລະພະຕາ ພົງສາວະດານລາວ ວ່າເປົນຄົນດຽວກັນ ຄືພະວໍຣະປິຕາ ມີຄວາມຂັດແຍ້ງກັບພະເຈົ້າສິຮິບຸນຍະສານ ເຣື່ອງການຕັ້ງອຸປະຮາດ ກ່ະເລີຍ ໜີໄປຕັ້ງແຂງເມືອງຍູ່ ໜອງບັວລຳພູປະເທດໄທ ປະຈຸບັນ ພະເຈັ້າສິຮິບຸນຍະສານກໍ່ຍົກທັບໄປຜາບ ເຈົ້າພະວໍຖືກຂ້າຕາຍ ເຈັ້າພະຕາກ່ະໜີໄປພຶ່ງ ເຈົ້ານະຄອນຈຳປາສັກ ເຈົ້ານະຄອນຈຳປາສັກບໍພໍພະໄທ ແຕ່ກ່ະໃຫ້ເຈົ້າພະຕາຕັ້ງບ້ານເຮືອນຍູ່ທີ່ບ້ານດູ່ບ້ານແກປາຍເມືອງຈຳປາສັກ ພ້ອມທັ້ງເວົ້າຂໍໂທດໃຫ້ເຈົ້າພະຕາຕໍ່ພະເຈົ້າສິຮິບຸນຍະສານ

ຕໍ່ມາເຈົ້າພະຕາຜິດໃຈກັບເຈົ້ານະຄອນຈຳປາສັກອີກ ເຈົ້າພະຕາກ່ະຍ້າຍໄປຕັ້ງຍູ່ບ້ານດອນມົດແດງເຂດປະເທດໄທປະຈຸບັນ ແລ້ວກໍ່ໃຫ້ຄົນຖືສານໄປຂໍເຂົ້າເຝົ້າພະເຈົ້າແຜ່ນດິນໄທ ຂໍເປົນຂ້າຂັນທະສີມາ ສະໄໝນີ້ເມືອງໄທເພິ່ງປົດແອກຈາກປະເທດພະມ່າ ຕັ້ງເມືອງຍູ່ກຸງທົນບຸຮີ ຍູ່ຄົນລະຝັ່ງແມ່ນ້ຳເຈົ້າພະຍາກັບກຸເທບ

ສະໄໝນັ້ນທັ້ງໄທແລະລາວຍັງມີການລົບກັບພະມ້າຍູ່ ພະເຂ້າສຸຮິຍະວົງແຫ່ງຫລວງພະບາງຟ້ອງຕໍ່ໄທວ່າພະເຈົ້າສິຮິບຸນຍະສານເປົນໃຈກັບພະມ່າ ກັບພະເຈົ້າສິຮິບຸນຍະສານຍົກທັບໄປຕີເຈົ້າພະຕາທີ່ບ້ານດອນມົດແດງ ແລ້ວຂ້າເຈົ້າພະຕາຕາຍ ລູກຊາຍເຈ້າພະຕາກໍ່ເລີຍມາຟ້ອງພະເຈົ້າຕາກກະສັດໄທອີກ ພະເຈົ້າຕາກກໍ່ເລີຍຖືອໂອກາດນີ້ຂະຫຍາຍອຳນາດ ຍົກພົນໄປຕີທັບຂອງວຽງຈັນທີ່ບ້ານດອນມົດແດງແຕກແລ້ວກໍ່ຍົກຕໍ່ໄປຕີເມືອງນະຄອນຈຳປາສັກແຕກອີກ ກອງທັບວຽງຈັນແຕກທັບໄປຖຶງວຽງຈັນ ພະເຈົ້າສິຮິບຸນຍະສານກໍ່ເລຍຈັດທັບອອກຕັ້ງຣັບ ຕະຫຼອດທາງ ເມືອງພັນພ້າວ ໜອງຄາຍ ນະຄອນພະນົມ ທັບໄທຍກໍ່ຕາມຕີແຕກຫມດ ຈົນມາຖຶງວຽງຈັນ ກໍ່ລ້ອມເມືອງໄວ້ ພະເຈ້າສຸຮິຍະວົງເຈ້າເມືອງຫຼວງພະບາງ ຊຶ່ງຄຽດແຄ້ນພະເຈ້າສິຮິບຸນຍະສານຍູ່ກໍ່ຍົກທັບມາປິດລ້ອມວຽງຈັນດ້ານເໜືອ ຣົບກັນໄດ້ 4 ເດືອນ ພະເຂົ້າສິຮິບຸນຍະສານກໍ່ເລີຍຖອຍໜີອອກຈາກເມືອງ ປີ 1779 ເມື່ອໄທໄດ້ເມືອງວຽງຈັນແລ້ວກວດເກົບຊັບສິນກວດຕ້ອນຜູ້ຄົນຊາວວຽງຈັນພ້ອມທັ້ງພະແກ້ວມໍລະກົດແລະພະບາງໄປກຸງເທບ
ນັບແຕ່ນັ້ນອານາຈັກລ້ານຊ້າງກໍ່ຕກເປົນເມືອງຂຶ້ນແກ່ສະຫຍາມ

ຂ້າພະເຈ້າຈຶ່ງສະຫຼຸບໂດຍຍໍ່ ວ່າສາເຫດທີ່ລ້ານຊ້າງຕກເປົນເມືອງຂຶ້ນສະຫຍາມກ່ະຍ່ອນ
1. ຄວາມບໍ່ເປົນເອກກະພາບຂອງກະສັດລາວທັ້ງວຽງຈັນ ຫຼວງພະບາງ ຈຳປາສັກ ເຮົດໃຫ້ບ້ານເມືອງອ່ອນແອ ສັດຕູເຂ້ມແຂົງກວ່າ
2. ສະຫຍາມກຳລັງຍາກຂະຫຍາຍອຳນາດແລະຕ້ອງກາຮຜູ້ຄົນໄປເປົນພົນລະເມືອງ ຍ່ອນສະຫຍາມເອງຫາກກໍ່ປົດແອກຈາກພະມ່າ ຜູ້ຄົນຖືກກວດຕ້ອນໄປເມືອງພະມ່າຄືກັນ ບໍ່ມີໄພຣ່ພົນຂະຫຍາຍເມືອງຂະຫຍາຍເສດທະກິດ ເມື່ອປະສົບໂອກາດຄືມີຄວາມຂົດແຍ້ງໃນໝູ່ກະສັດລາວ ກັບສາເຫດເຈົ້າພະຕາທີ່ສະຫຍາມຖືວ່າເປົນຂ້າຂັນທະສີມາຂອງສະຫຍາມຖືກຂ້າ ກໍ່ເລີຍເອາໂອກາດນີ້ຍຶດເອາລ້ານຊ້າງເປົນເມືອງຂຶ້ນ
ເອາຊຳນີ້ກ່ອນເນອະ ພິມຊຳນີ້ກ່ະແກ້ແລ້ວແກ້ອີກມັນບໍ່ເຫັນຫຸ່ງ



໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຂອບໃຈຫລາຍໆ ອ່ານແລ້ວໄດ້ຂໍ້ຄິດມາກໆເລີຍ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ພວກເຮົາຄົນລາວຄົງຈື່ໄດ້ບົດທ່ອງຂຶ້ນໃຈ ວ່າ ປະເທດຊາດຂ້ອຍຊື່ເມືອງລາວລວງກ້ວາງຍາວສຸດຕາເຫລືອອ່ານນ້ຳຂອງຜ່ານໄຫລຜ່າທາງກາງມີຫົນທາງຖະນົນສະອາດປະເທດຊາດກ້ວາງໃຫຍ່ໄພສານເຮົາລູກຫລານເກີດມາພາຍຊ້ອຍໃຫຍ່ແລະນ້ອຍພ້ອມກັນສ້າງສາ ການທີ່ເສັຍດີນແດນໃຫ້ແກ່ສັກດີນາສະຫຍາມ ພວກເຂົາໄດ້ເຂ່ນຂ້າປູ້ນສະດົມເອົາສັບສົມບັດຂອງຊາດໄປຢ່າງຫລວງຫລາຍ ນັບທັງຝັ່ງຂວາຂອງແມ່ນ້ຳຂອງ ອັນໄດ້ເຮັດໃຫ້ຄົນລາວ ສາຍເລືອດລາວທຸກຄົນມີຈິດໃຈຄຽດແຄ້ນສັກດີນາສະຫຍາມ ສະແດງອອກ ໃນເວລາເກີດເສີກທີ່ບໍແຕນ ປະຊາຊົນແຕ່ນ້ອຍຈົນເຖົ້າ ລ້ວນແລ້ວແຕ່ຈະພ້ອມກັນຈັບປືນຕໍ່ສູ້ກັບສັດຕູຜູ້ມາບຽນຍືດດີນແດນລາວ(ຂໍ້ມູນນີ້ແມ່ນການຖາມປະຊາຊົນເຂດເມືອງແກ່ນທ້າວແຂວງໃຊຍະບູລີໃນປີ1988)
ສາຍເຫດຕົ້ນຕໍກໍ່ແມ່ນຄົນພາຍໃນຊາດຂາດຄວາມສາມະຄີ ປະຫວັດສາດໄດ້ບົ່ງຍອກແລ້ວ ແລະປະຈຸບັນນີ້ ພວກເຣົາຄົນລາວທຸກຄົນຕ້ອງມີຄວາມຮັກແພງສາມະຄີກັນ ສ້າງສາພັດທະນາປະເທດຊາດຕາມແນວທາງນະໂຍບາຍຂອງພັກແລະລັດວາງອອກໃນແຕ່ລະໄລຍະ ເຮັດໃຫ້ປະເທດຊາດພວກເຮົາໃຫ້ມີຄວາມຮຸ່ງເຮືອງສີວິໄລເທື່ອລະກ້າວ.ຂໍໂທດທີ່ຂຽນຍາວເກີນໄປ ,ຖ້າແມ່ນຄົນລາວຕ້ອງຮັກກັນ

ຈະພັດທະນາໃຫ້ສປປ ລາວແນວໃດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ?ໃຫ້ ເປັນໝໍ້ໄຟແຫ່ງອາຊຽນແນວໃດ?
ຕາມແນວຄີດຂອງຂ້ອຍແລ້ວ ຢາກພັດທະນາ ສປປ ລາວ ເປັນປະເທດໝໍ້ໄປແຫ່ງອາຊຽນນັ້ນ ພວກເຮົາທຸກຄົນຕອ້ງພ້ອມກັນເອົາໃຈໃສ່ປົກປັກຮັກສາແຫລ່ງກຳເນີດຂອງຕົ້ນນ້ຳລຳທານຕ່າງໆ ບໍ່ໃຫ້ມີການບົກແຫ້ງ ເພື່ອນຳໃຊ້ນ້ຳດັ່ງກ່າວມາຜະລີດກະແສໄຟຟ້າ ແລະນຳໃຊ້ເຂົ້າໃນການກະສິກຳ ດັ່ງນັ້ນມັນຈິ່ງມີຄວາມຈຳເປັນຕ້ອງໃຫ້ທຸກຄົນເປັນເຈົ້າການຮັກສາປ່າໄມ້ ຕົ້ນນ້ຳຕ່າງໆ ໄປຄຽງຄູ່ກັບການປູກປ່າໄມ້ໃຫ້ມີຄວາມຍືນຍົງ ຫັນການກະສິກຳ ໄປເປັນການຜະລີດປອດສານ ເຄມີ ສູມໃສ່ການປົກປັກຮັກສາຮີດຄອງປະເພນີຂອງແຕ່ລະຊົນເຜົ່າ ນຳໃຊ້ທ່ແຮງດັ່ງກ່າວ ເພື່ອກາຍເປັນແຫລ່ງທ່ອງທ່ຽວທຳມະຊາດຕີດພັນກັບວັດທະນາທຳ ນຳໃຊ້ສີນຄ້າກະສິກຳທີ່ປອດສານພີດ ເຮັດໃຫ້ຊີວິດຂອງປະຊາຊົນແຕ່ລະເຜົ່າໃຫ້ດີຂື້ນຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020 ຢາກໄດ້ແນວນັ້ນ ທຸກໆພາກສ່ວນໃນສັງຄົມຕ້ອງສູມໃສ່ໜ້າທີ່ວຽກງານຂອງຕົນເອງ ໃຫ້ປະສົມຜົນລຳເລັດເປັນຢ່າງດີໃນທຸກດ້ານ ເພາະຢາກເຮັດໄດ້ຄືເວົ້າມານັ້ນ ທຸກໆວຽກງານໃນສັງຄົມມີບົດບາດແລະຄວາມສຳຄັນຄືກັນໝົດທຸກວຽກງານ ຖ້າມີຄຳເຫັນຜີດພາດໄປກໍຂໍອະໄພໄວ້ນະທີ່ນີ້ດ້ວຍ.

໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ ມີແຕ່ຜູ້ຮູ້ ຕັ້ວ ນີ່

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເບື່ອທີ່ສຸດບາງຄົນລືມຄວາມເປັນລາວໄປ.......ບໍ່ພໍເທົ່າໃດເວົ້າພາສາບ້ານເພີ່ນເຂົາເອີ້ນວ່າ.............

ຈະພັດທະນາໃຫ້ສປປ ລາວແນວໃດໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ?ໃຫ້ ເປັນໝໍ້ໄຟແຫ່ງອາຊຽນແນວໃດ?
ຕາມແນວຄີດຂອງຂ້ອຍແລ້ວ ຢາກພັດທະນາ ສປປ ລາວ ເປັນປະເທດໝໍ້ໄປແຫ່ງອາຊຽນນັ້ນ ພວກເຮົາທຸກຄົນຕອ້ງພ້ອມກັນເອົາໃຈໃສ່ປົກປັກຮັກສາແຫລ່ງກຳເນີດຂອງຕົ້ນນ້ຳລຳທານຕ່າງໆ ບໍ່ໃຫ້ມີການບົກແຫ້ງ ເພື່ອນຳໃຊ້ນ້ຳດັ່ງກ່າວມາຜະລີດກະແສໄຟຟ້າ ແລະນຳໃຊ້ເຂົ້າໃນການກະສິກຳ ດັ່ງນັ້ນມັນຈິ່ງມີຄວາມຈຳເປັນຕ້ອງໃຫ້ທຸກຄົນເປັນເຈົ້າການຮັກສາປ່າໄມ້ ຕົ້ນນ້ຳຕ່າງໆ ໄປຄຽງຄູ່ກັບການປູກປ່າໄມ້ໃຫ້ມີຄວາມຍືນຍົງ ຫັນການກະສິກຳ ໄປເປັນການຜະລີດປອດສານ ເຄມີ ສູມໃສ່ການປົກປັກຮັກສາຮີດຄອງປະເພນີຂອງແຕ່ລະຊົນເຜົ່າ ນຳໃຊ້ທ່ແຮງດັ່ງກ່າວ ເພື່ອກາຍເປັນແຫລ່ງທ່ອງທ່ຽວທຳມະຊາດຕີດພັນກັບວັດທະນາທຳ ນຳໃຊ້ສີນຄ້າກະສິກຳທີ່ປອດສານພີດ ເຮັດໃຫ້ຊີວິດຂອງປະຊາຊົນແຕ່ລະເຜົ່າໃຫ້ດີຂື້ນຫລຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020 ຢາກໄດ້ແນວນັ້ນ ທຸກໆພາກສ່ວນໃນສັງຄົມຕ້ອງສູມໃສ່ໜ້າທີ່ວຽກງານຂອງຕົນເອງ ໃຫ້ປະສົມຜົນລຳເລັດເປັນຢ່າງດີໃນທຸກດ້ານ ເພາະຢາກເຮັດໄດ້ຄືເວົ້າມານັ້ນ ທຸກໆວຽກງານໃນສັງຄົມມີບົດບາດແລະຄວາມສຳຄັນຄືກັນໝົດທຸກວຽກງານ ຖ້າມີຄຳເຫັນຜີດພາດໄປກໍຂໍອະໄພໄວ້ນະທີ່ນີ້ດ້ວຍ.

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ໂອ ສົງຄາມໂລກຄັ້ງທີ 2 ເນາະ ລືມໄປ
ຄັນສົງຄາມໂລກຄັ້ງທີ2 ແຫ່ງໄກ 1939 ຫາ 1945 ເພາະວ່າຝຣັ່ງມາໄລ່ສະຫຍາມແຕ່ ຄສ 1893 ພຸ້ນ
ນັບແຕ່ນັ້ນມາກະຄອງລາວມາເລີຍ ແຕ່ລ້ານນານັ້ນ ເຄີຍຕົກເປັນຫົວເມືອງຂື້ນລ້ານຊ້າງແຕ່ຄາວໄຊຍະເສດຖາທິລາດພຸ້ນ
ສຸດທ້າຍ ຕອນທີ່ໄຊຍະເສດຖາທິລາດ ກັບມາຄອງລ້ານຊ້າງເຮັດໃຫ້ອຳມາດເສນາຂັດແຍ່ງກັນ ເປັນຈຸດບອດໃຫ້ອານາຈັກພຸກາມ
ໂຈມຕີ ເຮັດໃຫ້ລ້ານນາເສຍເມືອງໃຫ້ແກ່ພຸກາມ ແຕ່ຕອນສົງຄາມໂລກຄັ້ງທີ2ນັ້ນ )ຮັ່ງເສດມີບັນຫາ ກັບສະຫຍາມເລື່ອງດິນເເດນ
ຝຮັ່ງແມ່ນ້ຳຂອງ ໄຊຍະບູລີ ກັບ ຈຳປາສັກ

ເຖິງຈະມາໄລ່ກ່ອນໜ້ານັ້ນ ແຕ່ບັນຫາຄວາມເຄັ່ງຕຶງຂອງສະຫຍາມກັບຝລັ່ງຄູບາວ່າມັນແກ່ຍາວຈັກປີ?


໐ ກະທູ້
໙ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຄວາມຈິງກ່າມີຫຼາຍປະເທດຢູ່ໄດທີ່ມາຮຸກຮານລາວນະ ບໍ່ວ່າຈະເປັນອາເມຣິກາ(ທຸກມື້ນີ້ລະເບີດຍັງເກັບບໍ່ໝົດ), ຝລັ່ງທໍລະຍົດຄົນລາວຈົນກະທັ້ງຈັບເອົາແມ່ມານ ແລະ ເດັກນ້ອຍໃສ່ກະສອບຖິ້ມລົງນ້ຳຂອງທັງເປັນ, ສະຫຍາມມາລັກຫອບເອົາວັດຖຸອັນມີຄ່າທີ່ເປັນພູມເປັນຍາຊາວບ້ານ ແລະ ວັດຖຸທາງດ້ານພຸດທະສາດສະໜາ ຈາກລາວໄປ, ເກນຄົນລາວໄປຂຸດຄອງແສນແສບ, ຈູດເຜົາວຽງຈັນໃຫ້ໄໝ້ຮາບຄາບ, ຕີຍາດເອົາແຜ່ນດິນລ້ານຊ້າງຈົນລາວເສຍແຜ່ນດິນ(ລາວອີ່ສານ ແລະ ລາວລ້ານນາໃນປະຈຸບັນ ຄົນລາວຢູ່ໃສກໍ່ດີກໍ່ຍັງຮັກ ແລະ ຫ່ວງແຫນຕໍ່ແຜ່ນດິນແມ່ສະເໝີ ຂໍແຕ່ວ່າຄົນປະເທດນັ້ນຢ່າກົດຂີ່ຂົ່ມເຫັງຄົນລາວກໍ່ພໍ) ນອກຈາກນີ້ຍັງມີປະເທດອື່ນໆທີ່ມາຮຸກຮານລາວ. ແຕ່ວ່າຕໍ່ກັບປະເທດອື່ນ ຄົນລາວຖືວ່າອາດີດເປັນບົດຮຽນທີ່ຜ່ານພົ້ນໄປ ຫັນມາເປັນມິດຕໍ່ກັນ ທຸກມື້ນີ້ຮ່ວມມືກັນພັດທະນາຊາດ ແຕ່ວ່າຕໍ່ກັບໄທນີ້ເປັນຫຍັງຄົນລາວສ່ວນໃຫຍ່ຈຶ່ງກຽດຊັງຝັງໃຈຕະຫຼອດມາ ຄຳຕອບມີຢູ່ວ່າ ຍ້ອນຄົນໄທສ່ວນໃຫຍ່ບໍ່ຮັກຄວາມສະຫງົບ ແລະ ດູຖູກຄົນລາວ ແລະ ປະເທດລາວມາໂດຍຕະຫຼອດ ຖ້າຢາກໃຫ້ຄົນລາວມີຄວາມຮູ້ສຶກຕໍ່ໄທດີຂຶ້ນ ໄທຕ້ອງປັບນິດໄສຂອງຕົວເອງ



ມັກຄວາມເຫັນນີ້


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ lathsamee ຂຽນວ່າ...
ເບື່ອທີ່ສຸດບາງຄົນລືມຄວາມເປັນລາວໄປ.......ບໍ່ພໍເທົ່າໃດເວົ້າພາສາບ້ານເພີ່ນເຂົາເອີ້ນວ່າ.............


ຂໍໂທດ ການເວົ້າພາສາອື່ນ ບໍ່ໄດ້ໝາຍຄວາມວ່າຈະບໍ່ຮັກຊາດລາວ ຖາມວ່າຖ້າຄົນລາວໄປເວົ້າພາສາຫວຽດ ຈີນ ອັງກິດ ຖາມວ່າພວກເຂົາເຫົລ່ານັ້ນຮັກຊາດລາວ ຢູ່ຫຼືບໍ່ ພວກເຮົາສ່ວນຫລາຍມີອະຄະຕິ ກັບໄທ ແທ້ທີ່ຈີງຖ້າຈະເອົາພາສາຕ່າງຊາດມາເປັນຕົວວັດແບບນີ້ ເວົ້າພາສາອື່ນ ກະມີຄວາມໝາຍເທົ່າກັບໄທ ຫັ້ນແຫລະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>