ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສາເຫດໄດອານາຈັກລາວລ້ານຊ້າງ ຈິງເສີຍດິນເເດນໃຫ້ປະເທດສະຫຍາມ

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ມິດແລ້ວເນາະ ບາດນິ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນຄວາມແຕກແຍກພາຍໃນ

໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ก่อนหน้านี้ ไม่เคยคิดเลยว่า เพื่อนบ้านเรา (ลาว) รู้สึกอย่างไรกับเรื่องราวในอดีต

วันนีได้รับรู้บ้าง และก็เข้าใจความรู้สึกนั้นได้ดีขึ้น นะครับ

ยังไง ก็ยังรักเพื่อนบ้านเหมือนเดิม นะ

ก็แค่ "น้ำโขงกั้น" :)

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອີກບໍ່ດົນຫວຽດນາມກັບຈີນ ຊິຍຶດລາວເປັນອານານິຄົມໂດຍອັດຕະໂນມັດ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ເວົ່າແຮງໄປບໍ່ ຄູບາ ໃນເມືອງໄທຕະກີ້ ຮ້ອຍກວ່າປີ ຄົນຈີນພາກັນເຂົ້າມາຫຼາຍ ຈົນຄົນໄທພາກັນບໍ່ໄວ້ໃຈຄົນຈີນ ຣັດກ່ະມີນະໂຍບາຍກຽດກັນຄົນຈີນ ສ້າງຄ່ານິຍົມດູຖືກຄົນຈີນຕ່າງ ໆ ເຊ່ນ ຫ້າມຕັ້ງໂຣງຣຽນສອນພາສາຈີນ ພໍ່ແມ່ບໍ່ຍາກໃຫ້ລູກຜູ້ຍິງແຕ່ງງານກັບຄົນຈີນ ແຕ່ບາດນີ້ກ່ະບໍ່ມີແລ້ວ ເພາະວ່າຄົນຈີນກ່ະກາຍເປົນຄົນໄທໝດແລ້ວ ຊ້ຳເພິ່ນກ່ະຊອຍເຣົດໃຫ້ເສດທະກິດໄທເຕິບໃຫຍ່ຂຶ້ນ ແຕ່ກ່ະບໍ່ແນ່ຄືກັນ ຄົນຈີນສະໄຫມນີ້ບໍ່ຄືກັນກັບຄົນຈີນສະໄຫມກ່ອນ
ເບິ່ງດູໄປກ່ອນ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂ້ອຍປຽບທຽບກັບຄົນລາວອີສານໃນປະເທດໄທ ໄປຍູ່ບ່ອນໄດກ່ະກົມກືນໄປກັບສັງຄົມທ້ອງຖິ່ນ ຊູ່ມືນີ້ກຸງເທບມີຄົນລາວອີສານບໍ່ຕ່ຳກວ່າກຶ່ງໜຶ່ງ ຈົນບໍ່ຣູ້ວ່າໄຜເປົນລູກຈີນລູກໄທລູກລາວແລ້ວ ອົນນີ້ຂ້ອຍເຊື່ອມັ່ນວ່າໃນທີ່ສຸດຄົນຈີນຫຼືວຽດທີ່ມາເຮົດວຽກເຮົດງານໃນປະເທດລາວກ່ະຊິກາຍເປົນຄົນລາວໃນທີ່ສຸດ
ຄົນວຽດນາມກ່ະມີຫຼາຍໃນປະເທດໄທຄືກັນ ເພິ່ນເຂົ້າມາຕັ້ງແຕ່ກ່ອນສົງຄາມວຽດນາມກ່ອນສົງຄາມປົດປ່ອຍຈາກຝລັ່ງພູ້ນ່ະ ຈົນດຽວນີ້ຮອດຣຸ່ນຫຼານເຫຼນແລ້ວ ຄົນຊຸ້ມນີ້ກ່ະກາຍເປົນຄົນໄທໄປໝດແລ້ວ ຂ້ອຍມີໝູ່ເປົນຄົນວຽດຫຼາຍຍູ່ ກ່ະບໍ່ເຄີຍຄຶດວ່າຄົນຊຸ້ມນີ້ຊິມາຍາດແຍ່ງເອາເສດທະກິດຂອງປະເທດຂອງຂ້ອຍໄປດອກ

ສະໄຫມຂ້ອຍເປົນໄວຣຸ່ນເຄຍເດິນຂະບວນປະທ້ວງຄົນຍີ່ປຸ່ນ(Japan) ຍ່ອນຂ້ອຍເຂົ້າໃຈວ່າພວກນີ້ຊຶມາຍຶດຄອງເສດທະກິດຂອງປະເທດຂ້ອຍ ຈືໄດ້ວ່າພອລົດທູດຍີ່ປຸ່ນຜ່ານມາກ່ະຖຸຍນ້ຳລາຍໃສ່ລົດເພິ່ນ ຈົນມາດຽວນີ້ຂ້ອຍກ່ະເຂົ້າໃຈຂຶ້ນ ນຶກໄປກ່ະລະອາຍໃຈໂຕເອງ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Apichart ຂຽນວ່າ...

ອ້າຍເວົ້າໄດ້ກິນໃຈນ້ອງຫຼາຍ ສັງຄົມໂລກນີ້ຢູ່ໃສກ່າດີ ຂໍພຽງແຕ່ເປັນຄົນດີ ຄົນໄທມີຍາຍກັນຢູ່ທົ່ວໂລກ ຄົນລາວກໍ່ມີຢັ່ງຍາຍກັນໄປທົ່ວໂລກຄືກັນ ກໍ່ບໍ່ເຫັນວ່າມີຫຍັງແປກ

໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຂ້ອຍເຄີຍໄດ້ຍິນເລື່ອງທີ່ອານາຈັກດາຍຫວຽດຍຶດຄອງລາວໃດ໋ແຕ່ບໍ່ຮູ້ລາຍລະອຽດຫຼາຊື່ໆ ແລະ ຂ້ອຍກາສົງໃສວວ່າເປັນຫຍັງທາງກະຊວງສຶກສາຈຶ່ງບໍ່ເອົາມາສອນແດ່ທັ້ງໆທີ່ມັນກາເປັນເລື່ອງໃນປະຫວັດສາດຂອງລາວເຊັ່ນດຽວກັນແຕ່ເປັນຫຍັງຂຶ່ງປິດບັງໄວ້

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ບໍ່ຕ້ອງຍ່ານດອກ....ຂ້ອຍຍາກຍຸໃຫ້ຄົນລາວເອົາເມຍເອາຜົວເປົນຄົນຈີນຄົນວຽດທີ່ມາເຮົດຍູ່ເຮົດກິນໃນປະເທດລາວເລີຍ ເລືອກເອາແຕ່ຄົນທີ່ເສດທະກິດເຂ້ມແຂົງເດີ ໄດ້ລູກອອກມາຈັງໄດກ່ະເປົນຄົນສັນຊາດລາວ ແລ້ວກໍ່ເພາະຍູ່ໃນວັດທະນະທຳລາວ ມັນກ່ະຊິຄຶດແບບລາວ ມີວັດທະນະທຳແບບລາວ ຮັກຊາດລາວ ຈົນຮອດລຸ່ນລູກລຸ່ນຫຼານມົນກ່ະກາຍເປົນຄົນລາວໝດແລ້ວ
ອັນໄດ໋ທີ່ຄົນລາວເຮົດບໍ່ເປົນເຣົດບໍໄດ້ ຍ່ອນບໍ່ມີປະສບການຫຼືເງິນທຸນ ຄຶດແນວນີ້ເຮາກ່ະຊິໄດ້ຄົນເກ່ງມາຊ່ອຍພັດທະນາເສດທະກິດປະເທດລາວ

໘໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ຂ້ອຍເຄີຍໄດ້ຍິນເລື່ອງທີ່ອານາຈັກດາຍຫວຽດຍຶດຄອງລາວໃດ໋ແຕ່ບໍ່ຮູ້ລາຍລະອຽດຫຼາຊື່ໆ ແລະ ຂ້ອຍກາສົງໃສວວ່າເປັນຫຍັງທາງກະຊວງສຶກສາຈຶ່ງບໍ່ເອົາມາສອນແດ່ທັ້ງໆທີ່ມັນກາເປັນເລື່ອງໃນປະຫວັດສາດຂອງລາວເຊັ່ນດຽວກັນແຕ່ເປັນຫຍັງຂຶ່ງປິດບັງໄວ້

ສົງໄສຜູ້ນີ້ບໍ່ເຄີຍຮຽນປະຫວັດສາດ ໃຫ້ໄປເປີດເບິ່ງປຶ້ມປະຫວັດສາດຄືນເບິ່ງເດີ ຫວຽດບໍ່ໄດ້ເຂົ້າມາຢຶດລາວ ພຽງແຕ່ຂໍໃຊ້ປະເທດລາວເປັນຖານທັບ ແລະ ຂໍກຳລັງຈາກລາວໃຫ້ຮ່ວມສາມັກຄີກັນໃນການຕີຕ້ານຝຼັ່ງ ໂດຍການໃຫ້ຄຳໝັ້ນສັນຍາວ່າ: ນີ້ຄືຄວາມສາມັກຄີໃນການຕີຕ້ານສັດຕູທີ່ພວກເຮົາທັງສອງປະເທດຈະຕ້ອງຮ່ວມມືກັນ ແລະ ຫຼັງຈາກໄດ້ໄຊຊະນະກັບມາ ແລະ ບ້ານເມືອງສະຫງົບສຸກແລ້ວ ຫວຽດຕ້ອງຖອນທະຫານອອກຈາກລາວ ແລະ ຮັກສາຜືນແຜ່ນດິນອັນຄົບຖ້ວນຂອງໃຜລາວ. ໃນເວລານັ້ນກຳລັງຂອງລາວກໍ່ອ່ອນນ້ອຍບໍ່ພຽງພໍທີ່ຈະຕີຕ້ານສັດຕູໄດ້ ພໍຫວຽດນາມໄດ້ຕົກລົງຮັບສັນຍາຈາກລາວ ລາວກໍ່ໄດ້ອະນຸຍາດໃຫ້ຫວຽດໃຊ້ປະເທດລາວເປັນຖານທັບ ແລະ ສົມທົບກຳລັງທາງທະຫານ ຈົນສາມາດຕີຈັກກະພັດຝຼັ່ງໃຫ້ປະລາໄຊ. ພໍໄດ້ຮັບໄຊຊະນະ ແລະ ທຸກຢ່າງສະຫງົບງຽບ ຫວຽດນາມກໍ່ໄດ້ປະຕິບັດຕາມສັນຍາຕາມທີ່ກຳນົດໄວ້ ເພື່ອບໍ່ໃຫ້ເກີດຄວາມບາດໝາງກັນ ແລະ ພື່ອເຫັນແກ່ຄວາມປອງດອງສາມັກຄີຄວາມເປັນອ້າຍນ້ອງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ສາທຸໆ ອະນຸໂມທະນາ ທີ່ໃຫ້ຄວາມຮ່ວມມື

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ກ່ອນຈະຕອບ, ຂໍໃຫ້ທ່ານ ອ່ານຄຳຖາມຂອງຜູ້ຖາມຄັກໆກ່ອນ: ຜູ້ຖາມຖາມວ່າ: ເປັນຫຍັງສະຫຍາມຄືມາເອົາລ້ານຊ້າງເປັນອານານິຄົມ?

ຂພຈ ຄິດວ່າ:
1. ຍ້ອນໄລຍະນັ້ນ ຍັງຢູ່ໃນໄລຍສັກດີນາ, ດັ່ງນັ້ນ ຄຳວ່າ "ສັກດີນາ" ກໍ່ຄື: ຜູ້ປົກຄອງທີ່ມີອຳນາດເຫນືອກວ່າ ມັກກົດຂີ່ຂຸດຮິດ ແລະ ຢຶດຄອງ ຜູ້ທີ່ອ່ອນແອຢູ່ສະເຫມີ, ຊຶ່ງນີ້ເປັນຄວາມໂລບມາກໂລພາ ແລະ ເປັນດ້ານມຶດຂອງມະນຸດ.

2. ຍ້ອນຫວັງເອົາສັບໃນດີນສິນໃນນ້ຳຂອງລາວ ເພື່ອຈະນຳໄປສ້າງຄວາມລ້ຳລວຍໃຫ້ພວກສະຫຍາມ, ຫມາຍຄວາມວ່າ: ສະຫຍາມຢາກສະເຫວີຍສຸກຢູ່ບົນຄວາມທຸກຂອງລາວລ້ານຊ້າງ.

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນເຣົາທຸກຄົນບໍ່ວ່າອາດີດກໍ່ຄືປະຈຸບັນ ເກີດມາຄຽງຄູ່ກັບການໂລບມາກໂລພາທຸກຄົນ ຕ່າງແຕ່ວ່າໃຜສິໂລບຫນ້ອຍຫລາຍກ່ວາ ອຳນາດຍົດຖາບັນດາສັກຍ່ອມເປັນເຫດໃຫ້ຄົນເຣົາຊ່ວງເສັງຊີງດີຊີງເດັ່ນກັນ ທຸກຍຸກທຸກສະນະໄຫມນະປະຈຸບັນນີ້ກໍ່ຍັງເປັນເຊັ່ນເດີມ ສ່ິງທີ່ເສຍໄປແລ້ວມັນເອົາກັບຄືນມາບໍ່ໄດ້ ປ່ວຍໃຫ້ມັນເປັນປະຫວັດສາດເພື່ອໃຫ້ຄົນຫລຸ່ນຫລັງໄດ້ສືກສາ ແລະເປັນບົດຣຽນໃຫ້ແກ່ຜູ້ທີ່ປົກຄອງບ້ານເມືອງໃນປະຈຸບັນນຳເອົາມາເປັນຄະຕິເພື່ອບໍ່ໃຫ້ປະຫວັດສາດຊ້ຳຣອຍ ແມ່ນຢູ່ສຸພາສິດບູຣານລາວເຄີຍເວົ້າວ່າ "ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ" ແຕ່ຢ່າລືມຍັງມີອີກຄຳຫນຶ່ງທີ່ວ່າ "ຂອງເກົ່ານຳເອົາມາເລົ່າຜິດກັນ" ສິ່ງສຳຄັນທີ່ສຸດຄືປະຈຸບັນ ແລະອານາຄົດ...

໐ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ປະເທດລາວ ຈະເຄີຍຕົກເປັນເມືອງຂຶ້ນຂອງໃຜກໍ່ເປັນອາດິດໄປໝົດແລ້ວ ຢ່າໄປຄິດ ແລະ ຖຽງກັນຫຼາຍຈັກໜ່ອຍ ຫວຽດນາມ ແລະ ຈີນ ຊິເອົາໄປອີກ. ຮູ້ບໍດຽວນີ້ຫວຽດນາມ ແລະ ຈີນ ມາຍຶດຄອງອາຊີບ, ທີ່ຢູ່ຂອງບັນດາທ່ານແລ້ວຍັງບໍ່ຮູ້ສຶກຕົວອີກ. ມົວແຕ່ຫຼີ້ນແຕ່ທ່ຽວນັ້ນລະການຮຽນກໍ່ເອົາ, ການງານກໍ່ບໍ່ສູ້, ຮູ້ແຕ່ເວົ້າແຕ່ວ່າຊາວບ້ານຊາວເມືອງ ຕໍ່ວ່າຕໍ່ຂານລັດຖະບານອັນໆລັດຖະບານ 100 ກວ່າຄົນນັ້ນປົກປ້ອງທ່ານບໍ່ໄດ້ໝົດດອກ ທ່ານຕ້ອງປົກປ້ອງຕົວເອງອັນໃດທີ່ເປັນຂອງລາວກໍ່ຂ້ຽວເຮັດສາ ການຮຳ່ການຮຽນກໍ່ໃຫ້ທັນຊາວບ້ານຊາວເມືອງເຂົາ ຈຶ່ງຈະຊິຮູ້ເຮັດຮູ້ທັນເຂົາ ວ່າອັນໃດດີອັນໃດບໍ່ດີ ຊ່ວຍພັກຊ່ວຍລັດແດ່ເຮົາກໍ່ເປັນພົນລະເມືອງລາວກິນເຂົ້າຈຳ້ປາແດກຄືກັນຊ່ວຍເປັນຫູເປັນຕານຳກັນ ເຮົາຄືປະເທດລາວ ແລະ ປະເທດລາວກໍ່ຄືເຮົາ ເຮົາຂາດປະເທດບໍ່ໄດ້ ແລະ ປະເທດກໍ່ຂາດເຮົາບໍ່ໄດ້ຄືກັນ ຢ່າປະໃຫ້ຄົນຕ່າງດ້າວທ້າວຕ່າງແດນມາຍາດທີ່ດິນ ແລະ ບ່ອນທຳມາຫາກິນຂອງເຮົາ. ຂ້ອຍຄິດແລ້ວລັດຖະບານ ແລະ ປະຊາຊົນລາວເຮົາເສຍປຽບຫຼາຍໃນດ້ານການທຳມາຫາກິນການລົງທຶນຕ່າງໆ ຂອງຊາວຕ່າງປະເທດຫັ້ນເຂົາເຈົ້າມາເຊົ່າ-ສຳປະທານທີ່ດິນເພື່ອລົງທຶນ ເຂົາຈ່າຍຄ່າເຊົ່າ-ສຳປະທານ 1 ເທົ່າ ແລ້ວເຂົາກໍ່ໃຊ້ມັນຈົນ 3-4 ເທົ່າ ( ຕົວຢ່າງ ຈີນມາສຳປະທານຂຸດຄົ້ນບໍ່ຄຳ 30 ປີ ເຊີ່ງໃນບົດໂຄງການຂອງເຂົາແມ່ນເຮັດວຽກ 8 ຊົ່ວໂມງຕໍ່ວັນ ແຕ່ທີ່ຈິງແລ້ວເຂົາຂຸດຄົ້ນທັງເວັນທັງຄືນເປັນ 24 ຊົ່ວໂມງຕໍ່ວັນ ກໍ່ເທົ່າກັບ 4 ເທົ່າຂອງການສຳປະທານ) ແລ້ວຮູ້ບໍ ຊຳ້ບໍ່ໜຳເຂົາຍັງເຮັດໃຫ້ສິ່ງແວດລ້ອມເສຍຫາຍ ປາຕາຍສັດຕາຍທົ່ວຖີບທົວແດນ ຄົນລາວບໍ່ຮູ້ເລື່ອງກໍ່ເອົາມາກິນເປັນພະຍາດຕະພຶດຕະພື ອັນນີ້ລະທີ່ຮູ້ບໍເທົ່າບໍ່ທັນເຂົາ ອີກຢ່າງໜຶ່ງລູກຫຼານຂອງພວກເຮົາໃຫ່ຍຂຶ້ນມາເຂົາເຈົ້າມີຄວາມຮູ້ແຕ່ບໍ່ມີບ່ອນເຮັດແລ້ວຊິວ່າແນວໃດ. ຖ້າທ່ານ ຮູ້ວ່າຍ້ອນຫຍັັງລາວຈຶ່ງເປັນແບບນັ້ນກໍ່ພະຍາຍາມຫາວິທີແກ້ໄຂສາ ແກ້ໄຂແນວໃດ ແກ້ໄຂທີ່ກະໂຕທ່ານເອງນັ້ນລະ ເລີ່ມຕົ້ນສຶກສາຮຳ່ຮຽນແຕ່ຕອນນີ້, ມື້ນີ້ ແລະ ເວລານີ້ສາ ເພື່ອວ່າມື້ອື່ນເຮົາຈະມີຄວາມຮູ້ທັນເຂົາ ແລະ ເອົາດິນແດນຂອງລາວເຮົາກັບຄືນມາ ແລະ ບໍ່ໃຫ້ໃຜມາຂົມເຫັງອີກ O K ?

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຄົນເຮົາຢູ່ກັບປະຈຸບັນ
ເປັນມັນອະດິດ.. ບໍ່ຕ້ອງຄິດຫຼາຍ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
thanks you for share idea in my webboss
every comment it good for me

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອຕອນຂ້ອຍຍັງເຍົາໄວ..
ຂ້ອຍໄດ້ຮຽນປະຫວັດສາດ..
ຂ້ອຍຮູ້ສຶກຫົດຫູ່ໃຈ..
ແຕ່ຂ້ອຍບໍ່ເຄີຍເອົາມັນໂກດແຄ້ນຝັງໃຈ..
ເພາະມັນຜ່ານມາຫຼາຍຮ້ອຍປີ..
ແລະຄົງບໍ່ມີເຄື່ອງຍ້ອນເວລາໃຫ້ຂ້ອຍກັບໄປດັບໄຟ..

ແຕ່ເມື່ອການເວລາຜ່ານມາເຖິງປີ 2010..
ເຫດການໄຟໄໝ້ຕະຫຼາດທາດຫຼວງເມື່ອຊ່ວງໃກ້ປີໃໝ່ລາວ..
ຂ້ອຍຮູ້ສຶກຫົດຫູໃຈເຖິງວ່າບໍ່ມີໃຜໃນຄອບຄົວທຳມາຄ້າຂາຍຢູ່ຫັ້ນ..
ແຕ່ຂ້ອຍກໍເຂົ້າໃຈວ່າມັນໄດ້ມອດໄໝ້ໄປແລ້ວ..
ຮູ້ສຶກເຫັນໃຈພໍ່ຄ້າແມ່ຄ້າທີ່ແທບຈະສິ້ນເນື້ອປະດາຕົວ..

ແຕ່ເມື່ອເວລາຜ່ານໄປບໍ່ຮອດປີ..
ກຳແພງສັງກະສີມາອ້ອມຮອບຊາກຕະຫຼາດເອົາໄວ້..
ຂ້ອຍສົງໄສສຳປະທານວ່າແມ່ນຂອງຜູ້ໃດ..??
ແລະເມື່ອໄດ້ຮູ້ຍິ່ງເຮັດໃຫ້ຮູ້ສຶກຫົດຫູ່ ແລະ ອະນາດໃຈ..
ເມື່ອຕໍ່ຈາກນີ້ໄປ..................... ມັນກາຍເປັນຂອງນາຍທຶນ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະຫວັດສາດບໍ່ຮູ້ວ່າແຕ່ກ່ອນຈັ່ງໃດ..
ຮູ້ແຕ່ມັນລົບດ້ວຍພະບາດຂອງຜູ້ຊະນະສົງຄາມ..
ແລ້ວຜູ້ນັ້ນຈະຂຽນປະຫວັດສາດໜ້າໃໝ່ຂຶ້ນມາ..

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າປະຫວັດສາດມັນໄດ້ຜ່ານມາແລ້ວ..
ຖ້າເຮົາເອົາມັນມາໂຕ້ຖຽງກໍອາດຈະບໍ່ຈົບບໍ່ສິ້ນ..
ເປັນຫຍັງເຮົາຈຶ່ງບໍ່ໃຊ້ຊີວິດຕາມການເດີນເຂັມເວລາ..
ມື້ອື່ນຖ້າເຮົາຢູ່..
ຈົ່ງປະລະປະຫວັດສາດໄວ້ຂ້າງຫຼັງ..
ໃຫ້ເປັນພຽງສິ່ງເຕືອນໃຈ..
ແລ້ວໃຊ້ຊີວິດໃນມື້ຕໍ່ໄປໃຫ້ມີຄຸນຄ່າທີ່ສຸດດີກວ່າ..

໖ ກະທູ້
໖໕ ໂພສ
ຂາປະຈຳເວັບບອດ
ເອກະສານສະບັບໜຶ່ງບອກວ່າ
ຫລັງຈາກທີ່ພະເຈົ້າຕາກສິນສາມາດຄອງບັນລັງສະຫຍາມໄດ້ ບໍ່ດົນ
ກໍມີຄວາມຫວາດລະແວງວ່າລ້ານຊ້າງວຽງຈັນເປັນໃຈຕໍ່ພະມ້າ (ເຫດມາຈາກລ້ານຊ້າງຫຼວງພະບາງທີ່ແຕກແຍກກັບລ້ານຊ້າງວຽງຈັນຢູ່ແລ້ວ ໄດ້ສົ່ງຂ່າວ ຕວັະຍັວະໄປໃຫ້ເຈົ້າຕາກສິນ ວ່າ ຕອນນີ້ວຽງຈັນໄປມີສຳພັນກັບພະມ້າ ແລະ ເຈົ້າຕາກສິນກໍຫຼົງເຊື່ອ)
ດັ່ງນັ້ນ, ອາໄສວ່າວຽງຈັນຍັງສັບສົນວຸ້ນວາຍຫຼາຍຈຶ່ງຍົກທັບໄປຕີເອົາວຽງຈັນ ນັ້ນເປັນຈຸດເລີ່ມຕົ້ນຂອງການເປັນເມືອງຂຶ້ນຂອງສະຫຍາມ

ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
.............

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໓ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Singchai ຂຽນວ່າ...
1, ຍ້ອນ ໂລບມາກ ໂລພາ
2, ຍ້ອນ ຫູນວກ ຕາບອດ

ກໍ່ເລີຍກາຍເປັນຈຸດອ່ອນໃຫ້ຄົນຕ່າງຊາດຍຶດຄອງ
ດຽວນີ້ແຮງໄປກັນໃຫຍ່ເລີຍ ຂ້ານ້ອຍຜິດຖຽງກັບຊາວຕ່າງຊາດມາຫລາຍໆໆ ເທື່ອ ເພື່ອປົກປ້ອງສິດຂອງຄົນບ້ານເຮົາ ແຜ່ນດິນເຮົາ ບໍ່ແມ່ນຈະໃຫ້ເຂົາມາໃຊ້ສິດເຫນືອຄົນບ້ານເຮົາເດີ ເຖິງຈະຖືກຈັບຂໍ້ຫາບໍ່ຕ້ອນຮັບ ແຂກຄົນຕ່າງຊາດກໍ່ພູມໃຈ.
ເບິ່ງແຕ່ວ່າໄປຕະຫລາດ ຟາກລົດຊື່ໆໆ ກໍ່ແມ່ນຄົນຈີນ ອັນເປັນຕາເຈັບໃຈແຮງ ກໍ່ຄື ປີ້ ຟາກລົດ ເປັນພາສາ ຈີນລາຍໂຄ້ຍໂຍ້ຍ ເຂົາຂຽນດ່າເຮົາກໍ່ບໍ່ຮູ້
ເລື້ອງເທົ່ານີ້ຊື່ໆໆ ຄົນລາວເຮັດບໍ່ໄດ້ຊັ້ນບໍ່ ຍັງໃຫ້ຄົນຕ່າງຊາດມາເຮັດໃຫ້ ຕາຍໆໆໆ. ເປັນຫ່ວງອະນາຄົດເດັກນ້ອຍເດນໍ

ແມ່ນລະເຫັນນຳທີ່ວ່າຊາວຈີນມາມີອິດທິພົນໃນລາວຫລາຍ ບໍ່ມັກແທ້ໆໄດແບບນີ້ເນາະ ເລື່ອງເລັກໆນ້ອຍໆ ກະຍັງໃຫ້ຊາວຕ່າງຊາດມາຄອງ
ຫລືວ່າລາວເຮົາບໍ່ມີໃຜເຮັດບໍນໍ ມີ 2 ປະທດດຽວນີ້ຊິກືນກິນລາວໃນອະນາຄົດອັນໄກ້ຫວຽດນາມ ແລະຈີນ ລະວັງໂຕໄວ້ລາວ ຢ່າປ່ອຍປະລະເລີຍ
ຢ່າໄປຄິດວ່າເຂົາມີບຸນຄຸນຕໍ່ເຮົາ ເຄີຍຮ່ວມສຸກຮ່ວມມທຸກກັນມາກ່ອນ ໃນການກອບກູ້ເອກະລາດ ແລະມາປ່ອຍໃຫ້ຫວຽດຄອງລາວບາງຄົນມີບໍ່ມີຮອດໜັງສືຍັງຢູ່ໄດ້ຕຳຫລວດປ່ອຍປະລະເລີຍບໍ່ສົນໃຈຊ້ຳ ຫວຽດເຂົ້າມາເກີດລູກເກີດຫລານ ເຕັມບ້ານ ເຕັມເມືອງ ໄດ້ຮຽນສຶກສາສູງໆ ໄດ້ມີວຽກເຮັດຂັ້ນສູງສຸດທ້າຍຍຶດລາວໂດຍປະລິຍາຍອັນນີ້ເວົ້າແບບຫຍໍ້ໆເດີ ຢ່າໃຫ້ອະທິບາຍຍາວຫລາຍເດີ ຈັກໜ່ອຍຊິວ່າບໍ່ເຂົ້າກັບເຈຕະນາລົມພັກລັດ ເພີ່ນອີກລະ ເອີມີອີກຄຳຂັວນໜຶ່ງ ທີ່ວ່າ ພັກນຳພາ ລັດຄຸ້ມຄອງ ປະຊາຊົນ ເປັນເຈົ້າ ຄຳຂວັນ 3 ພະຍາງນີ້ ຂ້ອຍຕັ້ງຂໍ້ສັງເກດວ່າ ໂຕທຳອິດ ແລະທີ່2 ນິ ພັກນຳພາ ລັດຄຸ້ມຄອງ ເອີຖືກ ແຕ່ໂຕ ທີ 3 ນິ ຄູບາບໍ່ຄ່ອຍແນ່ໃຈປານໄດເດີ ເພາະວ່າ ຢູ່ໃນເມືອງນິ ຮູ້ສຶກວ່າ ໃນຕະຫລາດ ຮ້ານຄ້າ ທີ່ດິນ ແຖວນອກ ຊານເມືອງນິ ປະຊາຊົນບໍ່ໄດ້ເປັນເຈົ້າແລ້ວ ແຕ່ຫວຽດນາມ ກັບຈີນເປັນເຈົ້າ. ແປກໃຈເດ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ຂ້ອຍເຄີຍໄດ້ຍິນເລື່ອງທີ່ອານາຈັກດາຍຫວຽດຍຶດຄອງລາວໃດ໋ແຕ່ບໍ່ຮູ້ລາຍລະອຽດ

ຂ້ອຍກະເຄີຍຍິນຢູ່
ລອງຟັງເບິ່ງຜູ້ນີ້ເວົ້າ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ຂ້ອຍເຄີຍໄດ້ຍິນເລື່ອງທີ່ອານາຈັກດາຍຫວຽດຍຶດຄອງລາວໃດ໋ແຕ່ບໍ່ຮູ້ລາຍລະອຽດ

ຂ້ອຍກະເຄີຍຍິນຢູ່
ລອງຟັງເບິ່ງຜູ້ນີ້ເວົ້າ

ມີ2 ສ່ວນ ຫວຽດນາມເຄີຍຍຶດພື້ນແຜ່ນດິນລາວຕອນເຈົ້ານ້ອຍເມືອງພວນ ຈັບເຈົ້າອະນຸວົງໃຫ້ສະຫຍາມ ພໍດີເຮັດໃຫ້ພະເຈົ້າອັນນຳ ເມືອງເວ້ ຊົງພິໂລດໜັກ
ກໍເລີຍຈັບເຈົ້ານ້ອຍເມືອງພວນໄປປະຫານຊີວິດ ແລະຕໍ່ມາໄດ້ຍຶດເອົາແຜ່ນດິນຂອງຊຽງຂວາງຂື້ນກັບຫວຽດນາມຕັ້ງແຕ່ມື້ນັ້ນມາ
ສ່ວນທີ2 ແມ່ນພື້ນທີ່ດິນທ່າແຂກ ແລະສະຫວັນ ສ່ວນໜຶ່ງກະເປັນຂອງຫວຽດນາມ ຫລັກຖານບໍ່ຊັດເຈນ ສ່ວນທີ2ນີ້ ຊິໄປຫາຂໍ້ມູນມາໃຫມ່ເດີ
ແຕ່ທີ່ຮູ້ມາ ເພາະເອົາຂໍ້ສັນນິຖານຈາກຝຣັ່ງເສດ ເຄີຍອ້າງຄວາມຊອບທຳວ່າ ລາວເປັນສ່ວນໜຶ່ງຂອງຫວຽດນາມ ເພື່ອຍຶດຂອງລາວແທນສະຫຍາມ
ກະຄືທີ່ດິນເມືອງພວນ ທ່າແຂກ ແລະສະຫວັນ ແຕ່ ຂພຈ ບໍ່ແນ່ໃຈວ່າລາວເສຍດິນເເດນທ່າແຂກ ສະຫວັນ ຕອນໃດ ເລື່ອງນີ້ບໍ່ມີໃນປະຫວັດສາດລາວ ເຫດຜົນ ໃຜໆກະຮູ້ວ່າພັກລັດ ລາວເຮົາມີຄວາສຳພັນກັບຫວຽດຊ່ຳໃດ ແຕ່ຢາກຮູ້ໄປອ່ານຂອງຄົນຝຣັ່ງຂຽນ ວ່າ ເຫດການເປັນແບບໃດກັນແທ້

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ wunwan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ຂ້ອຍເຄີຍໄດ້ຍິນເລື່ອງທີ່ອານາຈັກດາຍຫວຽດຍຶດຄອງລາວໃດ໋ແຕ່ບໍ່ຮູ້ລາຍລະອຽດ

ຂ້ອຍກະເຄີຍຍິນຢູ່
ລອງຟັງເບິ່ງຜູ້ນີ້ເວົ້າ

ມີ2 ສ່ວນ ຫວຽດນາມເຄີຍຍຶດພື້ນແຜ່ນດິນລາວຕອນເຈົ້ານ້ອຍເມືອງພວນ ຈັບເຈົ້າອະນຸວົງໃຫ້ສະຫຍາມ ພໍດີເຮັດໃຫ້ພະເຈົ້າອັນນຳ ເມືອງເວ້ ຊົງພິໂລດໜັກ
ກໍເລີຍຈັບເຈົ້ານ້ອຍເມືອງພວນໄປປະຫານຊີວິດ ແລະຕໍ່ມາໄດ້ຍຶດເອົາແຜ່ນດິນຂອງຊຽງຂວາງຂື້ນກັບຫວຽດນາມຕັ້ງແຕ່ມື້ນັ້ນມາ
ສ່ວນທີ2 ແມ່ນພື້ນທີ່ດິນທ່າແຂກ ແລະສະຫວັນ ສ່ວນໜຶ່ງກະເປັນຂອງຫວຽດນາມ ຫລັກຖານບໍ່ຊັດເຈນ ສ່ວນທີ2ນີ້ ຊິໄປຫາຂໍ້ມູນມາໃຫມ່ເດີ
ແຕ່ທີ່ຮູ້ມາ ເພາະເອົາຂໍ້ສັນນິຖານຈາກຝຣັ່ງເສດ ເຄີຍອ້າງຄວາມຊອບທຳວ່າ ລາວເປັນສ່ວນໜຶ່ງຂອງຫວຽດນາມ ເພື່ອຍຶດຄອງລາວແທນສະຫຍາມ
ກະຄືທີ່ດິນເມືອງພວນ ທ່າແຂກ ແລະສະຫວັນ ແຕ່ ຂພຈ ບໍ່ແນ່ໃຈວ່າລາວເສຍດິນເເດນທ່າແຂກ ສະຫວັນ ຕອນໃດ ເລື່ອງນີ້ບໍ່ມີໃນປະຫວັດສາດລາວ ເຫດຜົນ ໃຜໆກະຮູ້ວ່າພັກລັດ ລາວເຮົາມີຄວາສຳພັນກັບຫວຽດຊ່ຳໃດ ແຕ່ຢາກຮູ້ໄປອ່ານຂອງຄົນຝຣັ່ງຂຽນ ວ່າ ເຫດການເປັນແບບໃດກັນແທ້

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເສິກສົງຄາມພ່າຍແພ້ນັ້ນຍ້ອນການຂາດການຕຽມການ, ຂາດການວາງແຜນ, ມີກຳລັງພົນທະຫານທີ່ອ່ອນນ້ອຍ, ມີການແບ່ງພັກແບ່ງພວກ ຂາດຄວາມສາມັກຄີ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຄູບາ ເວົ້າບໍ່ຍ່ານໄຝເລີຍ ເດ່ !

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ IndoChina ຂຽນວ່າ...
ຄວາມຈິງກ່າມີຫຼາຍປະເທດຢູ່ໄດທີ່ມາຮຸກຮານລາວນະ ບໍ່ວ່າຈະເປັນອາເມຣິກາ(ທຸກມື້ນີ້ລະເບີດຍັງເກັບບໍ່ໝົດ), ຝລັ່ງທໍລະຍົດຄົນລາວຈົນກະທັ້ງຈັບເອົາແມ່ມານ ແລະ ເດັກນ້ອຍໃສ່ກະສອບຖິ້ມລົງນ້ຳຂອງທັງເປັນ, ສະຫຍາມມາລັກຫອບເອົາວັດຖຸອັນມີຄ່າທີ່ເປັນພູມເປັນຍາຊາວບ້ານ ແລະ ວັດຖຸທາງດ້ານພຸດທະສາດສະໜາ ຈາກລາວໄປ, ເກນຄົນລາວໄປຂຸດຄອງແສນແສບ, ຈູດເຜົາວຽງຈັນໃຫ້ໄໝ້ຮາບຄາບ, ຕີຍາດເອົາແຜ່ນດິນລ້ານຊ້າງຈົນລາວເສຍແຜ່ນດິນ(ລາວອີ່ສານ ແລະ ລາວລ້ານນາໃນປະຈຸບັນ ຄົນລາວຢູ່ໃສກໍ່ດີກໍ່ຍັງຮັກ ແລະ ຫ່ວງແຫນຕໍ່ແຜ່ນດິນແມ່ສະເໝີ ຂໍແຕ່ວ່າຄົນປະເທດນັ້ນຢ່າກົດຂີ່ຂົ່ມເຫັງຄົນລາວກໍ່ພໍ) ນອກຈາກນີ້ຍັງມີປະເທດອື່ນໆທີ່ມາຮຸກຮານລາວ. ແຕ່ວ່າຕໍ່ກັບປະເທດອື່ນ ຄົນລາວຖືວ່າອາດີດເປັນບົດຮຽນທີ່ຜ່ານພົ້ນໄປ ຫັນມາເປັນມິດຕໍ່ກັນ ທຸກມື້ນີ້ຮ່ວມມືກັນພັດທະນາຊາດ ແຕ່ວ່າຕໍ່ກັບໄທນີ້ເປັນຫຍັງຄົນລາວສ່ວນໃຫຍ່ຈຶ່ງກຽດຊັງຝັງໃຈຕະຫຼອດມາ ຄຳຕອບມີຢູ່ວ່າ ຍ້ອນຄົນໄທສ່ວນໃຫຍ່ບໍ່ຮັກຄວາມສະຫງົບ ແລະ ດູຖູກຄົນລາວ ແລະ ປະເທດລາວມາໂດຍຕະຫຼອດ ຖ້າຢາກໃຫ້ຄົນລາວມີຄວາມຮູ້ສຶກຕໍ່ໄທດີຂຶ້ນ ໄທຕ້ອງປັບນິດໄສຂອງຕົວເອງ

ອືມແມ່ນແລ້ວ ອານາຈັກຫົງສາວະດີ ຂອງພະມ້າ ກະປົກຄອງລ້ານຊ້າງວຽງຈັນ ຄືກັນ ຕອນສະໄຫມເຈົ້າສີລິບຸນຍະສານ ປົກຄອງ
ທີ່ບອກວ່າຄົນໄທບໍ່ຮັກຄວາມສະຫງົບ ຢ່າວ່າຊັ້ນ ເຂົາກະຮັກຄືກຫັນໝົດຫັ້ນລະ ແຕ່ບໍລິບົດທາງສັງຄົມ ການເມືອງຂອງເຂົາມັນເປັນເຫດຊື່ໆ
ສ່ວນດູຖູກນັ້ນ ເປັນບາງຄົນ ບໍ່ໝົດທຸກຄົນດອກ ສ່ວນຫລາຍພວກໄວລຸ່ນ ບ້າຝຣັ່ງ ທີ່ດູຖຶກລາວ ແຕ່ລະດັບປັນຍາຊົນເຂົາບໍ່ດູຖູກດອກ ສຳຜັດມາແລ້ວ ດ້ວຍຕົວ ຂພຈ ເອງ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຊູ່ມື້ນີ່ຄົນລາວຮູ້ຈັກຄົນໄທສ່ວນຫຼາຍກະຜ່ານໂທລະພາບຫຼືເວົບບອດ ປະເທດໄທມີເວົບບອດຢູ່ເປົນສິບພັນບອດ ມີທັ້ງເວົບໄວລຸ່ນ ເວບຂາຍຂອງ ເວບຊ່າວສານ ເວບລາມົກອານາຈານ ເວບການເມືອງ ທຸກເວົບລ້ວນແຕ່ມີນະໂຍບາຍຂອງໂຕເອງ ແມ່ນໄຜສັ່ງຫ້າມກ່ະຍາກ
ຜູ້ໄດ໋ມັກເຂົ້າໄປເບິ່ງເວັບໄດ໋ກໍຊິມີທັດສະນະ ຖືກຄອບງຳໄປຕາມເນື້ອຫາຂອງເວົບນັ້ນ ຄືໂຕຢ່າງເວັບບໍ່ດີທີ່ມີຄົນບາງຄົນເວົ້າຮ້າຍໃສ່ປະເທດລາວ ອ່ານຫຼາຍເທື່ເຂົ້າກໍຊິຄຶດວ່າຄົນໄທຄຶດແນວນັ້ນໝດຊູຄົນ ຄວາມຈິງມັນກ່ະມີບໍ່ກີ່ຄັນດອກ ແລ້ວອັນເວົບດີ ໆ ກ່ະບໍ່ຄ່ອຍມີໄຜແນະນຳໃຫ້ໄປເບິ່ງ ເພາະວ່າມົນອ່ານແລ້ວມັນກ່ະບໍ່ມີອຶຫຍັງ ບໍ່ມີປະເດົນໃຫ້ເວົ້າ

ນັອງຕົ້ນນ້ຳ ອິນດູໄຊນ່າ ເພິ່ນມີທັດສະນະບໍ່ມົກຄົນໄທ ອົນນີ້ ຂພຈ ກ່ະເຂົ້າໃຈລາວຢູ່ ແຕ່ເວລາແຊດກັນກ່ະບໍ່ໄດ້ເວົ້າຮ້າຍໃສ່ກັນ ເພິ່ນກ່ະເວົ້າກັບ ຂພຈ ຄືດຽວກັບ ຂພຈເປັນອ້າຍເພິ່ນອີຫຼີ ຂພຈກ່ະຂໍຊົມເຊີຍ

ແມ່ນແລ້ວ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

ໜ້າທີ່ 3 ຈາກທັງໝົດ 4 ໜ້າ <<<1234>>>