ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເປັນຫຍັງເຮົາຮຽນມາແລ້ວພາກັນມາຕົກງານ....?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຂພຈ ກຸ້ມໃຈແຮງກ່ຽວກັບເລື່ອງຂອງການຕົກງານຄືດັ່ງທີ່ຮູ້ກັນແລ້ວວ່າປີໜື່ງໆນັກສຶກສາບັນດິດພາກັນຈົບຈາກມະຫາໄລບໍ່ແມ່ນໜ້ອຍພັນກວ່າຄົນ
ແຕ່ຮູ້ບໍ່ວ່າ1/3ຄົນເຮົາພາກັນຕົກງານກໍ່ເພາະວ່າວຽກຮອງຮັບມັນມີໜ້ອຍແລະອີກຢ່າງເວລາໄປສະໝັກວຽກເພີ່ນກະຖາມຫາແຕ່ປະສົບການແລ້ວຊິ ເຮັດແນວໃດດີເຮົາກໍ່ຫາຊິຮຽນຈົບໃໝ່ໆແລ້ວຊິເອົາປະສົບການມາແຕ່ທາງໃດ ເລື່ອງນີ້ກໍ່ເປັນບັນຫາຄິດໜັກແລະອີກຢ່າງການທີ່ບໍ່ມີເສັ້ນສາຍກໍ່ເປັນເລື່ອງທີ່ຍາກຄືກັນ ທ່ານຮູ້ບໍ່ວ່າຄົນຕົກງານສ່ວນໃຫຍ່ເຂົາເຮັດແນວໃດ...?
ມີບ່ອນໃດແດ່ທີ່ສະໝັກວຽແລ້ວເລີ່ມຈາກໜ້າວຽກເລີຍໂດຍບໍ່ມີການຖາມຫາເລື່ອງປະສົບການ...?

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລັ່ງແລ່ນເຂົ້າເຮັດວຽກນຳລັດດີກວ່າ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອື່ມ... ເວົ້າໄປແລ້ວມັນກໍ່ໜ້າຄົນຢູ່
ແຕ່ກໍ່ພະຍາຍາເຂົ້າໄວ້, ບ່ອນໃດຮັບສະໝັກວຽກກໍປະກອບເອກະສານແລ້ວເຂົ້າໄປຍື່ນໄວ້ໂລດ
ຢາກຈະມີດອກ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຕ້ອງສູ້ຕໍໆໄປ..ຕ້ອງເອົາຕົວຢ່າງເສດຖີພັນລ້ານຄົນຫນຶງ ທີຮຽນຈົບຫ້ອງປໍ5 ໄປສະມັກວຽກກະຍັງໄດ້.

ລາວໄປສະຫມັກເທື່ອທຳອິດຖືກປະເສດຈາກເຈົ້າຂອງບໍລິສັດ,ເພາະດັບການສຶກສາຈົບພຽງແຕ່ປໍ5.
ແຕ່ຮູ້ບໍວ່າລາວໄດ້ເຮັດວຽກຍ້ອນຫຍັງ? ລາວໄດ້ເຮັດວຽກຍ້ອນຄຳເວົ້າ ຂອງລາວສາມປະໂຫຍເທົ່ານັ້ນທີ່ລາວເວົ້າອອກໄປ,ຄື
-1 ໃຫ້ເຮັດຫຍັງກໍໄດ້
-2 ໃຫ້ເງິນເດືອນເທົ່າໄດກໍໄດ້
-3 ໃຫ້ເຮັດວຽກທຸກມື້ໂດຍບໍໃຫ້ພັກກໍໄດ້
ໃນເມື່ອລາວເວົ້າຈົບ ທາງບໍລິສັດກໍຮັບເອົາລາວເຂົ້າເຮັດວຽກທັງທີ.

ປະຈຸບັນລາວໄດ້ເປັນເສດຖີພັນລ້ານໄປແລ້ວແລະຍັງກາຍມາເປັນເຈົ້າຂອງໂຊຣູມຂາຍລົດໂຕໂຍຕ້າທີໃຫຍ່ທີສຸດໃນທະວີອາຊີ.

ຄົນທີ່ເວົ້າມາຂາງເທິງນີ້ ລາວບໍ່ມີປະສົບການ,ລາວບໍມີໃປລິນຍາ ແຕ່ລາວມີຫຍັງບຸບໍຮູ້ນຳລາວ.
ເປັນຫຍັງລາວຄືໄດ້ກາຍມາເປັນເສດຖີ!! ຈັ່ງໄດກະຕ້ອງສູ້ໆໆໆນະເພື່ອນ.

ອ່າງອີງຈາກ: ຊີວິດຈິງຂອງສົມຊາຍ ເຈົ້າຂອງໂຊຣູມດີຢ້ຽມໃນປະເທດໄທຍ.




໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ເຂົ້າໃຈ ເພາະສ່ວນຫລາຍບໍລິສັດ ຫລື ຂະແນງວຽກງານໃດກໍ ຢາກໄດ້ຄົນທີ່ມີປະສົບການ ບໍ່ວາສິເປັນວຽກຫຍັງກະແລ້ວແຕ່. ຍ້ອນແນວນີ້ຖ້າມີສະຖານທີ່ໃດຮັບພະນັກງານກະ ສະຫມັກໄປກ່ອນ ຢ່າເລືອກບ່ອນເຮັດວຽກ ຫາປະສົບການ.


໖ ກະທູ້
໑໑໘ ໂພສ
ນັກການກະທູ້

Yao Yakuza

໖ ກະທູ້
໑໑໘ ໂພສ
ນັກການກະທູ້

Yao Yakuza

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຈເຢັນໆນັບຈາກນ້ອຍຫາໃຫຍ່, ນັບຈາກ0 ຫາ10ໄປເບີ່ງຫຼາຍບ່ອນເດີນ້ອງຊາຍ ,ໄປຫຼາຍແຂວງຫຼາຍບ່ອນຫຼາຍທີ່ເບີ່ງເດີ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒ ກະທູ້
໒໐໕ ໂພສ
ນັກການກະທູ້
ພະຍາຍາມຕໍ່ໄປ


໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ບໍ່ແມ່ນດອກ ເວລາຫາກະຜ່ານໄປເດືອນດຽວໜຶ່ງ ຍັງບໍ່ໄດ້ກະບໍ່ເປັນຫຍັງ ຫາຕໍ່ໄປ ສູ້ໆ

ຊົ່ວຢ່າງສ້າງສັນ

໒ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
-ມັນກະຫຼາຍກໍລະນີ:
@ທຳດີໄດ້ດີມີຢູ່ໃສ ທຳບາບໄດ້ດີ ກໍ່ດີໄປ ທຳຊົ່ວທຳບາບ ໄມ້ອາຍໄໝ?
@ຄົນເຮັງຂາຍອຸດຈະລະກະລວຍ ຄົນຊວຍຂາຍຄວາຍກະຫຼຸບ!


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະໄດ້ຍີນເຂົາຈົ່ມຢູ່
ຕາອິຕົນ ອິອິ

ຮັກນ້ອງຕອນເມົາ

໑ ກະທູ້
໑໒໕ ໂພສ
ນັກການກະທູ້
ເປັນຕາເຫັນໃຈນໍຈົບມາລະບໍ່ວຽກຮອງຮັບນະຄັນມີໂຮງຈັກໂຮງງານຫລາຍໆຄືຊີດີນໍ
ບາງປະເທດທີເສດຖະກີດດີນະຈົບລະດັບປະລີນຍາຕີນີ້ນະ ບໍອືດແຕ່ວຽກຮອງຮັບນະ
ຖ້າບາງຄົນຕົກງານກໍມີເງີນວ່າງງານໃຫ້ກີນ ມັນລະສະບາຍຂະນາດບ້ານເຮົາອີກຫ້າສີບປີບໍຮູ້ຊີມີເງີນວ່າງງານເງີນເຖົ້າກີນ
ຄືຊີດີຈັ່ງຈະເລີນຢ່າງແທ້ຈີງ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນສິ່ງທີ່ຂ້ອຍຍ້ານທີ່ສຸດຫຼັງຈາກຮຽນຈົບ..


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ການຕົກງານ ຫລືບໍ່ມີວຽກເຮັດມັນມີຫລາຍສາເຫດເຊັ່ນ: ການເລືອກວຽກ ຫລື ຄ່າຕອບແທນ, ໄປສະໝັກວຽກທີ່ບໍ່ກ່ຽວພັນກັບວິຊາທີ່ຮຽນມາ, ການບໍ່ຍອມທຸກກ່ອນຈຶ່ງຄິດເຖິງສຸກ, ການບໍ່ຍອມສະຫລະເພື່ອການສ້າງຜົນງານໃຫ້ຄົນເຫັນ(ຫວັງໄດ້ຢ່າງດຽວ) ແລະ ອື່ນໆ...


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ຄຳຄົມຕົວນີ້ແມະ ງານງອກຕະຫຼອດ:
ຢ່ານອນຕື່ນສວາຍ ຢ່າອາຍທຳກິນ ຢ່າໝິ່ນເງິນໜ້ອຍ ຢ່າຄ່ອຍວາດສະໜາ ສີ່ປະໂຫຍກນີ້ເຮັດໄດ້ແມ່ນໄດ້ວຽກໂລດ. ບາງຄົນຕິເງິນ ບາງຄົນຕິວຽກ ຢາກໄປເຮັດບ່ອນດີໆ ເຂົາເຈົ້າກະຕ້ອງໄດ້ເບິ່ງຄຸນນະວຸດ ກັບປະສົບການລະນໍ້. ຕິເພິ່ນຕິໂຕບໍ່ໄດ້

ຄິດດີ ເວົ້າດີ ເຮັດດີ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ໂດຍໆໆ ຂອບໃຈຫລາຍໆນຳທຸກໆຄຳຄອມເມັນ ຂໍໃຫ້ທຸກທ່ານປະສົບຜົນສຳເລັດໃນໜ້າທີ່ການງານ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ກະຍັງວ່າຢູ່ເສຍທັ້ງເງີນທັ້ງເວລາຮຽນແພງກະແພງຈົບອອກມາລ່ະບໍ່ມີວຽກເຮັດ

ທີ່ຈິງຂ້ອຍກະເຄີຍສືກສາເບີ່ງປັນຫານີ້ຢູ່ປະເທດໄທຍ້ອນວ່າດຽວນີ້ສ່ວນຫຼາຍກະເຈົ້າຈະຈ້າງພວກຈົບຊັ້ນສູງຫຼາຍກວ່າເພາະພວກນີ້ຮຽນລະໄດ້ເຮັດ
ຕົວຈິງເລີຍສ່ວນພວກຈົບປະລິນຍາສ່ວນຫຼາຍຮຽນເອາແຕ່ທິດສະດີກະເຈົ້າຄ້ານມາສອນເພີ່ມຄັນບ້ານໃຜບໍ່ມີທຸລະກິດໃຫ້ລູກໃຫ້ຫຼານກະຄືຊິຫາວຽກຍາກ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະພະຍາຍາມຊອກໄປເທື່ອລະໜ້ອຍ....
ບາງທີ່ວຽກທີ່ເຮົາໄປສະໝັກອາດຈະບໍ່ເໝາະສົມກັບເຮົາກະມີ...
ຕ້ອງມີມື້ໜື່ງແຫລ....ທີ່ຈະໄດ້ວຽກຕາມທີ່ເຮົາມັກນະ...ຢ່າໃຈຮ້ອນ


໔ ກະທູ້
໗໒ ໂພສ
ຂາປະຈຳເວັບບອດ
ສູ້ໆເດີ, ເປັນກຳລັງໃຈໃຫ້ກັບທຸກຄົນທີ່ຮຽນຈົບແລ້ວຍັງບໍ່ມີວຽກເຮັດ

ຄວາມພະຍາຍາມຢູ່ໃສ ຄວາມພະຍາຍາມຢູ່ທີ່ນັ້ນ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຈົບໃຫມ່ເປັນຄືກັນ ຊົ່ວສິຫາວຽກໄດ້ເກືອບປີ ສູ້ຕໍ່ໄປ

ວ່າແຕ່ຈົບຫຍັງມລະນີ່


໑ ກະທູ້
໑໐໒ ໂພສ
ນັກການກະທູ້
ຂ້ອຍກາປີເຕັມໆຄ່ອຍໄດ້ວຽກ ໃຫ້ສະໝັກໄປໂລດ ບາງບ່ອນອາດຈະບໍ່ໄດ້ສົນໃຈປະສົບການພຽງຢ່າງດຽວ ຖ້າຄະແນນເຮົາດີ ຄູນສົມບັດ ບຸກຄະລິກການເວົ້າຈາດີ ກໍ່ອາດເຂົ້າຕາໃຜບາງຄົນກໍ່ໄດ້ ທີ່ສຳຄັນແມ່ນສະແດງໃຫ້ເຂົາເຈົ້າເຫັນເຖິງຄວາມຕັ້ງໃຈ ເອົາໃຈໃສ່ ແລະ ກະຕືລືລົ້ນ ເຖິງບໍ່ມີປະສົບການຂ້ອຍກະຈະພະຍາຍາມຮຽນຮູ້ ປະມານນີ້ກໍມີເປີເຊັນສູງແລ້ວທີ່ຈະໄດ້ວຽກ ຈັ່ງໃດກາເອົາໃຈຊ່ວຍເດີ້ໃຫ້ໄດ້ວຽກເຮັດງານທຳທີ່ດີ


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກ່ອນຊິເລີ້ມຮຽນຫັ້ນ ບໍ່ໄດ້ສຳລວດເບິ່ງກ່ອນບໍ່ວ່າວິຊາໃດທີ່ມີຄວາມຮຽກຮ້ອງຫຼາຍທີ່ສຸດ? ເມື່ອ ສາມສິບປີກ່ອນ ອາວອາຍຸໄດ້ ຊາວເອັດປີ ຢາກເຂົ້າຮຽນແພດ ສາດ ຈື່ງຮຽນແລະຈັດຕຽມຄະແນນສອງປີກະຍັງບໍ່ຮອດໃສ ເລີຍປ່ຽນໃຈໄປເລືອກຮຽນທຸຣະກິດ ໂອຍ ຈົບອອກມາແຮງຍາກເພາະບໍ່ມີພື້ນຖານດ້ານການຄ້າ ມາກ່ອນ ພໍ່ແມ່ເຮັດຄ້າຂາຍຢູ່ບ້ານກໍຈິງ ແຕ່ໂຕເອງບໍ່ໄດ້ເຕີບໃຫຍ່ນຳຄອບຄົວເລີຍບໍ່ມີໂອກາດໄດ້ຮຽນຈາກເພິ່ນ ດັ່ງນັ້ນວຽກຫຍັງມີພໍເຮັດກໍເຮັດໄປໝົດ ບໍ່ຕິ ເວລາຊາວປີຜ່ານໄປພະຍາຍາມເຮັດທຸຣະກິດທີ່ຮຽນມາ ມັນກະບໍ່ງ່າຍປານໃດເດີ້ ຕ້ອງລົ້ມລະລາຍແລະໝົດໂຕເຖິງສາມຄັ້ງ ພີ່ນ້ອງໝູ່ຄູ່ຄົນ ຮັກແພງ ພາກັນແຕກໜີໝົດແຫຼ.ເທື່ອທີ່ສີ່ຈື່ງສຳເຣັດ ໄດ້ເຫັນເງີນລ້ານນຳເຂົາ. ຊີວິດຕ້ອງຕໍ່ສູ້ໄດ໊ ຫຼານເອີຍ ລົ້ມລຸກຄຸກຄານຈັກນ່ອຍກໍໃຫ້ອົດທົນເອົາ ແນ່ນອນຖ້າບໍ່ຍອມແພ້ບໍ່ຍອມເລີກລົ້ມຄວາມຕັ້ງໃຈງ່າຍໆ ມື້ນື່ງຕ້ອງພົບຄວາມສຳເຣັດໄດ້ດັ່ງໃຈຫວັງເປັນແນ່. ສິບສອງປີແລ້ວເດນີ່ ປີລະສອງສາມລ້ານ ເຖິງປານນັ້ນເຮົາກໍບໍ່ປະມາດນໍ້ ຕ້ອງຮຽນໄປນຳເລີຍໆ ຄິດວ່າຖ້າໂຊກເຂົ້າຂ້າງອາດຈະເຮັດໃຫຍ່ນຳເພິ່ນໄດ້ຈັກເທື່ອນື່ງ ຢາກເຮັດໃຫ້ໄດ້ປີລະຮ້ອຍລ້ານ ນຳເພິ່ນລອງເບິ່ງ. ຈິງຢູ່ບາງຄັ້ງວິຊາຮຽນມາອາດຈະໝູນໃຊ້ທັນທີບໍ່ໄດ້ແຕ່ຕ້ອງພະຍາຍາມຕໍ່ໄປ ແລ້ວມື້ນື່ງກໍຈະພົບຄວາມສຳເຣັດໄດ້.


໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ປະສົບການດີໆເກີດຈາກຄວາມອົດທົນ ເຮັດຫຍັງກ່ອນກະໄດ້ຢ່າຕິວຽກ ເດີ

ຂອບໄຈ໋ :D ຂອບໃຈ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີບ່ອນໃດແດ່ທີ່ສະໝັກວຽແລ້ວເລີ່ມຈາກໜ້າວຽກເລີຍໂດຍບໍ່ມີການຖາມຫາເລື່ອງປະສົບການ...?

ແມ່ນບັນດາຜູ່ທີ່ໄດ້ປຣິນຍາມາຈາກ ຮາວາດ ຫຼື ແອມ ໄອ ທີແທບວ່າວຽກຄອຍຖ້າໂລດ!!


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຂອບໃຈອີກຄັ້ງ....ເດີ້

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ລອງຖາມກະຊວງແຮງງານເບິ່ງ ວ່າ ໄດ້ວາງມາດຕະການແກ້ໄຂເລື່ອງຫວ່າງງານນີ້ແນວໃດບໍ່, ຖ້າປ່ອຍແບບນີ້ຕໍ່ໄປ ຂ້າພະເຈົ້າກໍ່ອຸກໃຈນຳເລື່ອງບັນຫາຫວ່າງງານນີ້ຄືກັນ.


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄ່ອຍຫາໄປ ເລື້ອຍໆເດິ
ຢືນຟອມໄວ້ຫຼາຍໆບ່ອນ ໂລດ
ຢ່າຕິວຽກ
ຊົ່ວຊິໄດ້ບໍງ່າຍປານໄດເດິ ນ້ອງ
ເຮົາຕ້ອງພະຍາຍາມ

ຮັກແທ້ຄືແມ່

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ບໍ່ເລືອກງານບໍ່ຢາກຈົນ..
+++ຍີ້ມເຂົາໄວ+++


໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າຄິດວ່າ ປະສິດທິພາບຍັງບໍ່ສູງ ອີກຢ່າງໜຶ່ງຕະຫຼາດຮອງຮັບຍັງເຫຼືອ ແລະ ບໍ່ພໍ ເຊັ່ນ:
ນັກສຶກສາທີ່ຮຽນສາຂາກ່ຽວກັບທຸລະກິດຫຼາຍເກີນໄປຈົນລົ້້ນ ເຊັ່ນ: ຄະນະເສດຖະສາດ
ຕະຫຼາດບາງແຫ່ງເຊັ່ນ ຂະແໜງການສຳຫຼວດທາງດ້ານທໍລະນີສາດ ທໍລະນີຟີຊິກ ທໍລະນີເຄມີ ພູມີສາດ ຕະຫຼາດຍັງຕ້ອງການຫຼາຍຢູ່
ຂ້າພະເຈົ້າເຄີຍເຮັດວຽກຮ່ວມກັບ ກົມທໍລະນີສາດ ແລະ ກົມບໍ່ແຮ່ ຍັງຂາດນັກວິຊາການດ້ານນີ້ຢູ່



ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>