ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ເປັນຫຍັງເຮົາຮຽນມາແລ້ວພາກັນມາຕົກງານ....?

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໒ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ພະຍາຍາມເຮັດໃຫ້ເຂົາເຫັນວ່າເຮົາເປັນຄົນໜ້າເຊື່ອຖື ສັດຊື່ສຸດຈະລິດ ເອົາຈິງເອົາຈັງໃນໜ້າທີ່ການງານ.


໒ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ຖາມໂຕເຮົາເອງວ່າ ເຮົາດີກວ່າຄົນອື່ນຢູ່ບ່ອນໃດຈົນເຮັດໃຫ້ເຂົາຢາກຮັບເອົາເຮົາ ເຮົາມີຈຸດດີຈຸດເດັ່ນອັນໃດແດ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ການຕົກງານ ຫລືບໍ່ມີວຽກເຮັດມັນມີຫລາຍສາເຫດເຊັ່ນ: ການເລືອກວຽກ ຫລື ຄ່າຕອບແທນ, ໄປສະໝັກວຽກທີ່ບໍ່ກ່ຽວພັນກັບວິຊາທີ່ຮຽນມາ, ການບໍ່ຍອມທຸກກ່ອນຈຶ່ງຄິດເຖິງສຸກ, ການບໍ່ຍອມສະຫລະເພື່ອການສ້າງຜົນງານໃຫ້ຄົນເຫັນ(ຫວັງໄດ້ຢ່າງດຽວ) ແລະ ອື່ນໆ...


ຂ້ອຍກະວ່າຄືເຈົ້າຫັ້ນແລະ!
1, ຢາກເຮັດວຽກຢູ່ໃນເມືອງ, ນັ່ງໃນຫ້ອງແອ
2, ບໍ່ຢາກເປັນລູກນ້ອງຄົນອື່ນ ອ້າງວ່າໂຕເອງຈົບຕີ,ຈົບໂທ,ຈົບເອກມາ ແລ້ວສິໃຫ້ໄດ້ຕຳແໜ່ງດີກ່ວາຜູ້ທີ່ຈົບຊັ້ນສູງ ແລະຊັ້ນກາງ ແຕ່ຖ້າທຽບກັບປະຊົບການເຮັດວຽກເຂົາມີສູງກ່ວາໂຕເອງຢູ່ແລ້ວ.
3, ບໍ່ຢາກໄປເມືຶອງຕ່າງໆໃນຕ່າງແຂວງ ແບບບໍ່ຢາກທຸກ ຢ່າລືມວ່າຢູ່ທີ່ນັ້ນຍັງຕ້ອງການຄົນ.
4, ຫວັງຄ່າຕອບແທນສູງ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດສ່ວນລວມ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ແມ່ນຄວາມຜິດຂອງທ່ານດອກ
ການທີ່ມີຄົນຕົກງານຫຼາຍນັ້ນ
ມັນເກີດຈາກໜ້າວຽກທີ່ບໍ່ພຽງພໍຫຼາຍກວ່າ
ຈັ່ງໃດ໋ກະສູ້ຕໍ່ໄປເດີທ່ານເອີຍ


໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຄວາມພະຍາຍາມຢູ່ໃສຄວາມສຳເລັດກໍ່ຢູ່ທີ່ນັ້ນ
ຮຽນເກັ່ງໆມາໄປເຮັດວຽກຢູ່ໃສກະໄດ້
ສຳຄັນດຽວນີ້ມີແຕ່ຄົນເລືອກວຽກຫຼາຍກວ່າ
ມັນຈິ່ງເປັນສາເຫດໃຫ້ມີຄົນວ່າງງານຫຼາຍ


໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ບໍ່ຢາກເຮັດວຽກ ຢາກຢູ່ລ້າຄືທຸກມື້ນີ້ແລະ

M99NOY

໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ຕັ້ງແຕ່ເກີດມາບໍ່ເຄີຍອາຍຸຫລາຍປານນິຈັກເທື່ອ ນີ້ລະຄືປະສົບການ
ຜ່ານຮ້ອນຜ່ານຫນາວມາຫລາຍ ແຕ່ກະຍັງບໍ່ຕາຍ ຍ້ອນວ່າມີປະສົບການໃນການມີຊີວິດ
ຖ້າຕາຍໄປແລ້ວຊິເອົາປະສົບການມາບອກດອກ


໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ຖ້າເກັ່ງແທ້ສິຢ້ານຫັຍງ ແກາະ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ການຕົກງານ ເກິດມາຈາກຫລາຍສາເຫດ ອາດມາຈາກຕົວເຮົາເອງ ເລືອກວຽກ ບໍ່ກະຕື້ລືລົ້ນຫາວຽກງານ
ຫຼືອາດມາຈາກບໍລິສັດ ຫຼືຕະຫລາດເເຮງງານສະພາບທາງການເງີນບໍ່ຄ່ອງ ກິດຈະການບໍ່ດີ ລົດຈຳນວນພະນັກງານລົງ
ວິທີການເເກ້ປັນຫາ ລັດຖະບານ ຄວນກຳໜົດ ການຕົກງານ ເປັນອາຊີບຢ່າງໜຶ່ງຂອງປະເທດ ຮາາາ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໒໕ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ຄວາມພະຍາຍາມຢູ່ໃສຄວາມສຳເລັດກໍ່ຢູ່ທີ່ນັ້ນ
ຮຽນເກັ່ງໆມາໄປເຮັດວຽກຢູ່ໃສກະໄດ້
ສຳຄັນດຽວນີ້ມີແຕ່ຄົນເລືອກວຽກຫຼາຍກວ່າ
ມັນຈິ່ງເປັນສາເຫດໃຫ້ມີຄົນວ່າງງານຫຼາຍ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄດ້ເງິນໃຫ້ໄປຫາເງິນ.........ຢາກໄດ້ວຽກກະໃຫ້ໄປຊອກຫາວຽກ.
ຢູ່ຊື່ໆ ບໍ່ມີດ໋ອກວຽກ ແລະເງິນສິແລ່ນມາຫາຮອດປະຕູເຮືອນ.


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄືຍຕົກງານ ມີແຕ່ບໍ່ມີງານເຮັດກໍ່ເລືຍບໍ່ໄດ້ເຮັດງານ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ພະຍາຍາມຫາໄປເລື່ອຍໆ ເພື່ອສະສົມປະສົບການເດີທ່ານ


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ໃຜວ່າຢູ່ລາວວ່າງງານມັນບໍ່ແມ່ນຕີ່
ຖ້າບໍ່ມີວຽກເຮັດແທ້ໄປເຮັດນາກໍ່ໄດ້,ຈະເຮັດທັງເວັນທັງຄຶນກໍ່ໄດ້
ແຕ່ສ່ວນໃຫ່ຍຄົນລາວບໍ່ມັກອອກແຮງງານ, ຢາກຢູ່ລ້າໆແຕ່ໃຫ້ໄດ້ເງິນຫຼາຍໆ ເປັນໄປໄດ້ຍາກທີ່ສຸດ
ງານທຳຢູ່ລາວບໍ່ໄດ້ອຶດແຕ່ຄົນລາວເລີກງານ, ຂີ້ຄານຫຼາຍກວ່າ ແລະ ມັກກິນຫຼາຍກວ່າເຮັດແບບນີ້ກໍ່ຄາຄືກັນ
ເບິ່ງການຮຽນກໍ່ຮູ້,ຕອນຮຽນຊື້ເອົາຄະແນນ:ຕອນເສັງຊື້ໃບປະກາດ ແລະ ຮຽນ ປູກຟັງກໍ່ບໍ່ມີໃຜຢາກຮຽນ
ຄັນຮຽນວິຊານີ້ບໍ່ອຶດວຽກຊິເຮັດ
ດິນລາວເປົ່າວ່າງ,ບໍ່ມີໃຜປູກຫຍັງ,
ໂຮງານແປ້ງມັນຕົ້ນ,ນ້ຳຕານ....ຂາດວັດຖຸດີບປ້ອນ ແລ້ວຈະວ່າແນວໃດດີ

ພັນທະຫົວໃຈ::

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ salak ຂຽນວ່າ...
ໃຜວ່າຢູ່ລາວວ່າງງານມັນບໍ່ແມ່ນຕີ່
ຖ້າບໍ່ມີວຽກເຮັດແທ້ໄປເຮັດນາກໍ່ໄດ້,ຈະເຮັດທັງເວັນທັງຄຶນກໍ່ໄດ້
ແຕ່ສ່ວນໃຫ່ຍຄົນລາວບໍ່ມັກອອກແຮງງານ, ຢາກຢູ່ລ້າໆແຕ່ໃຫ້ໄດ້ເງິນຫຼາຍໆ ເປັນໄປໄດ້ຍາກທີ່ສຸດ
ງານທຳຢູ່ລາວບໍ່ໄດ້ອຶດແຕ່ຄົນລາວເລີກງານ, ຂີ້ຄານຫຼາຍກວ່າ ແລະ ມັກກິນຫຼາຍກວ່າເຮັດແບບນີ້ກໍ່ຄາຄືກັນ
ເບິ່ງການຮຽນກໍ່ຮູ້,ຕອນຮຽນຊື້ເອົາຄະແນນ:ຕອນເສັງຊື້ໃບປະກາດ ແລະ ຮຽນ ປູກຟັງກໍ່ບໍ່ມີໃຜຢາກຮຽນ
ຄັນຮຽນວິຊານີ້ບໍ່ອຶດວຽກຊິເຮັດ
ດິນລາວເປົ່າວ່າງ,ບໍ່ມີໃຜປູກຫຍັງ,
ໂຮງານແປ້ງມັນຕົ້ນ,ນ້ຳຕານ....ຂາດວັດຖຸດີບປ້ອນ ແລ້ວຈະວ່າແນວໃດດີ[/quote


thanks

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bayrbac ຂຽນວ່າ...
ຖ້າເກັ່ງແທ້ສິຢ້ານຫັຍງ ແກາະ





kan keng bor yan dok

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສູ້ເຂົ້າໄວ້ເພື່ອຜົນສຳເລັດພາຍໜ້າ


໖ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ປີໜ້າກາຊິຈົບແລ້ວ.....ຄິດຍາກຊິຊອກວຽກເຮັດເດ..ຮຽນກາຍາກແລ້ວ ກົ່ວຊິຈົບ ຍັງຊິຊອກເຮັດວຽກອີກ


ການຮຽນຮູ້ສິ່ງໃໝ່ໆ.....ແມ່ນສິ່ງດີທີ່ສຸດ

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ລອງເຂົ້າໄປເບີ່ງແມ໋ທ່ານ ບາງທີອາດມີວຽກທີ່ເໝາະກັບທ່ານ
Link


໔ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
ສະຫມັກໄປໂລດ ບາງບ່ອນເຮົາອາດຄິດວ່າມັນເກີນໂຕຢ້ານບໍ່ໄດ້ກາຢື່ນໄປໂລດ ລະກາຕ້ອງກຽມຕົວໃຫ້ພ້ອມນຳ ມີຫຼາຍບ່ອນຢູ່ທີ່ບໍ່ຕ້ອງການປະສົບການ ເພາະເຂົາເຈົ້າອາໄສວ່າຈ້າງນັກສຶກສາຈົບໃຫມ່ບໍ່ມີປະສົບການໄດ້ລາຄາຖຶກ (ແຕ່ເງິນເດືອນກໍຢູ່ລະດັບປານກາງ ບໍ່ໜ້ອຍຫຼາຍໄດ໋) ແລ້ວນັກສຶກສາຈົບໃຫມ່ກໍກຳລັງຮ້ອນວິຊາ ຂ້ອຍເຊື່ອຈັງຊັ້ນ ເພາະເຄີຍເຈິຄົນແນວນີ້ມາແນ່ແລ້ວຈຳນວນໜຶ່ງ ດັ່ງນັ້ນສູ້ຕໍ່ໄປເດີ້ ເອົາໃຈຊ່ວຍ

^_^ sleepy girl

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວຽກມັນບໍ່ພໍຄົນ
ຄົນຈຶ່ງລົ້ນວຽກ
ຈັ່ງໃດກະ ສູ້ໆເດີ້

I believe in the IMPOSSIBLE

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ສູ້ໆເດີ້ສຳລັບໃຜຍັງບໍ່ທັນໄດ້ວຽກເຈົ້າຂອງກະທູ້ຂໍເປັນກຳລັງໃຈໃຫ້ເດີ້

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໐ ກະທູ້
໗໘ ໂພສ
ຂາປະຈຳເວັບບອດ
ວຽກງານອັນໄດ໋ພໍຫຍິບໄດ້ຈັບໄດ້ກໍ່ເອົາໄວ້ກ່ອນ ຄ່ອຍຫາຊ່ອງທາງຫາໂອກາດລໍຈັງຫວະດີໆຄ່ອຍຂະຫຍັບຂະຫຍາຍກໍ່ໄດ້
ຈົບມາກໍ່ໃຊ່ວ່າຈຳເປັນຕ້ອງໄດ້ເຮັດວຽກທີ່ໂຕເຮົາຮ່ຳຮຽນມາດອກ ພິກວິກິດໃຫ້ເປັນໂອກາດ ເມື່ອໂອກາດມາເຖີງຍ່າປ່ອຍຜ່ານ


໗ ກະທູ້
໒໓໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ...
ການຕົກງານ ຫລືບໍ່ມີວຽກເຮັດມັນມີຫລາຍສາເຫດເຊັ່ນ: ການເລືອກວຽກ ຫລື ຄ່າຕອບແທນ, ໄປສະໝັກວຽກທີ່ບໍ່ກ່ຽວພັນກັບວິຊາທີ່ຮຽນມາ, ການບໍ່ຍອມທຸກກ່ອນຈຶ່ງຄິດເຖິງສຸກ, ການບໍ່ຍອມສະຫລະເພື່ອການສ້າງຜົນງານໃຫ້ຄົນເຫັນ(ຫວັງໄດ້ຢ່າງດຽວ) ແລະ ອື່ນໆ...


ຂ້ອຍກະວ່າຄືເຈົ້າຫັ້ນແລະ!
1, ຢາກເຮັດວຽກຢູ່ໃນເມືອງ, ນັ່ງໃນຫ້ອງແອ
2, ບໍ່ຢາກເປັນລູກນ້ອງຄົນອື່ນ ອ້າງວ່າໂຕເອງຈົບຕີ,ຈົບໂທ,ຈົບເອກມາ ແລ້ວສິໃຫ້ໄດ້ຕຳແໜ່ງດີກ່ວາຜູ້ທີ່ຈົບຊັ້ນສູງ ແລະຊັ້ນກາງ ແຕ່ຖ້າທຽບກັບປະຊົບການເຮັດວຽກເຂົາມີສູງກ່ວາໂຕເອງຢູ່ແລ້ວ.
3, ບໍ່ຢາກໄປເມືຶອງຕ່າງໆໃນຕ່າງແຂວງ ແບບບໍ່ຢາກທຸກ ຢ່າລືມວ່າຢູ່ທີ່ນັ້ນຍັງຕ້ອງການຄົນ.
4, ຫວັງຄ່າຕອບແທນສູງ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດສ່ວນລວມ


ຖືກຕ້ອງທີ່ຊູ້ດດດດດດດດດດດດດດດດດດ.......


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນທີ່ສຸດກໍ່ພົບ ເພື່ອນ ຮວ່ມສະຕາກຳ ແລ້ວ
ບັນຫານີ້ບໍໄດ້ມີ ແຕ່ເຮົາຄົນດຽວ
ເຖິວຈະໄດ້ວຽກ ແລ້ວເງິນເດືອນຍັງຕຳອີກ ຄ່ານ້ຳມັນຍັງບໍ່ພໍ
ຄິດມາລະອຸກ ກັບຊີວິດເດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>