ກະທູ້ມາໃໝ່ | ຫມວດ | ກະດານແຫ... » ການສຶກສາບ້ານເຮົາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຕ້ອງຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງພັນລາວແດ່ເນາະເພາະຂ້ອຍເອງກໍ່ຫາກໍ່ຮຽນປີສອງມາໄດ້ຈັກເດືອນປາຍອາຈານກະໃຫ້ຂຽນບົດລາຍງານລະ ງົງຕິບາດນິ ເລື່ອງທີ່ຈະຖາມກໍ່ຄືຄວນຈະຂຽນບົດລາຍງານແບບໃດດີ ກ່ຽວກັບບໍລິສັດຫຍັງດີ ຊິຊອກຂໍ້ມູນແນວໃດ ໃຜມີແບບຟອມການຂຽນແດ່ ໃຜເກັ່ງກະຊ່ວຍແນະນຳແດ່ເດີ້ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ໝາຍວ່າແນວໄດ ຕ້ອງການຂຽນບົດລາຍງານ ຂຽນແຜນການຕະຫລາດ ຂອງບໍລິສັດໄດ ບໍລິສັດໜຶ່ງຫວາ ຄັນແມ່ນຂຽນລັກສະນະແບບນີ້ ມີແຕ່ວ່າໄປຂໍແຜນການຕະຫລາດຂອງບໍລິສັດໄດໜຶ່ງທີ່ເຮົາສະດວກ ເພາະວ່າບາງບໍລິສັດເຂົາຈະບໍ່ເອົາແຜນການຕະຫລາດຂອງເຂົາມາເປີດເຜີຍ ທີ່ສາທາລະນະ ເພາະເປັນຄວາມລັບຂອງເຂົາ ສົງໄສອາດຈະຢ້ານບໍລິສັດຄູ່ແຂ່ງ ປັບກົນລະຍຸດ ເໜືອຊັ້ນເຂົາ ຫລືບໍ່ແມ່ນແຜນການຕະຫລາດ ເລື່ອງອື່ນໆກະສົ່ງຂໍ້ຄວາມາຫາໄດ້ເດີບາງທີ ຊ່ວຍໄດ້ ເພາະວ່າຮຽນການຕະຫລາດຄືກັນ
ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂ້ອຍກາກຳລັງງານເຂົາຄຶກັນ |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ຂ້ອຍກະວຽກບ້ານ5ອັນຖ້ວມຫົວດຽວນີ້ ສົງໄສຄືຈິຫມົດຄືນ
ຮັກນ້ອງຕອນເມົາ
|
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອືມມ.. ຖ້າບໍ່ຮູ້ບໍລິສັດຢູ່ລາວ.. ກະເອົາຢູ່ເມືອງນອກກະໄດ້.. ອືມມ.. ຕອນປີສອງຂ້ອຍໃຊ້ຂໍ້ມູນຂອງ ບ. ອາຣ໌ເອສ ໃນການເຮັດລາຍງານ.. ຖ້າຢາກໄດ້ຂໍ້ມູນເຂົ້າເວັບນີ້ເລີຍເນີ້ RS |
|
ຂຽນເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Dhammavariety ຂຽນວ່າ... ໝາຍວ່າແນວໄດ ຕ້ອງການຂຽນບົດລາຍງານ ຂຽນແຜນການຕະຫລາດ ຂອງບໍລິສັດໄດ ບໍລິສັດໜຶ່ງຫວາຄັນແມ່ນຂຽນລັກສະນະແບບນີ້ ມີແຕ່ວ່າໄປຂໍແຜນການຕະຫລາດຂອງບໍລິສັດໄດໜຶ່ງທີ່ເຮົາສະດວກ ເພາະວ່າບາງບໍລິສັດເຂົາຈະບໍ່ເອົາແຜນການຕະຫລາດຂອງເຂົາມາເປີດເຜີຍ ທີ່ສາທາລະນະ ເພາະເປັນຄວາມລັບຂອງເຂົາ ສົງໄສອາດຈະຢ້ານບໍລິສັດຄູ່ແຂ່ງ ປັບກົນລະຍຸດ ເໜືອຊັ້ນເຂົາ ຫລືບໍ່ແມ່ນແຜນການຕະຫລາດ ເລື່ອງອື່ນໆກະສົ່ງຂໍ້ຄວາມາຫາໄດ້ເດີບາງທີ ຊ່ວຍໄດ້ ເພາະວ່າຮຽນການຕະຫລາດຄືກັນ ແມ່ນແລ້ວອາຈານເພີ່ນໃຫ້ເຮັດແນວນັ້ນແຫຼະຍັງຄິດບໍ່ອອກເທື່ອນີ້ວ່າຈະເລີ່ມຈັງໃດແຫ່ງໂງໆຢູ່ |