ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ອາຈານຕົ້ມຕຸນເອົາໂລໂກ ມຊ ບັງໜ້າ....

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໐ ກະທູ້
໑໐໐ ໂພສ
ຂາປະຈຳເວັບບອດ
ຢ່າງນີ້ກໍ່ມີດ້ອຍ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສ ເຈົ້າຂອງກະທູ້ ມີຄວາມແຄ້ນສ່ວນຕົວ ກັບ ອາຈານຜູ້ນັ້ນ
ບໍ່ສົມຄວນເອົາມາເວົ້າເຊັ່ນນີ້


໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ກະທູ້ນີ້ພໍສົມຄວນ ຖ້າຫາກອາຈານ ຫຼື ໜ່ວຍງານຂອງເພີ່ນມາເຫັນ ຈຂກທ ຈະເຮັດແນວໃດນໍ? ສິ່ງທີ່ທ່ານບໍ່ແນ່ນອນ ຫຼື ພຽງເຫັນພາບພາຍນອກຢ່າຟ້າວຕັດສີນ ບັນຫານັ້ນໆເດີ ອາດເຮັດໃຫ້ຈຸດນ້ອຍໆ ກາຍເປັນຈຸດໃຫຍ່ໆໄດ້ ດັ່ງ ຄູບາເພີ່ນເວົ້າມາຫັ່ນ '' ສິ່ງສັກສິດໃນສາກົນນະໂລກນີ້ຈົງຄຸ້ມຄອງເຈົ້າຄອງເວັບບ໋ອດດ້ວຍເຖີດ ສາທຸໆໆ'' (ກ່ຽວກັນບໍ່ນໍ)


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ

ໜ້າເຫັນໃຈ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໗ ກະທູ້
໒໒໙ ໂພສ
ນັກການກະທູ້

LET ME GO HOME

໐ ກະທູ້
໑໕ ໂພສ
ຂາປະຈຳເວັບບອດ
ອາຈານຄືພໍ່ແມ່ຄົນທີ່ສອງເດີ ເຫັນໃຈເພີນແດ່

ຄົນບໍ່ດີ ມີໄວ້ເຮັດຫຍັງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ກະທູ້ນີ້ພໍສົມຄວນ ຖ້າຫາກອາຈານ ຫຼື ໜ່ວຍງານຂອງເພີ່ນມາເຫັນ ຈຂກທ ຈະເຮັດແນວໃດນໍ? ສິ່ງທີ່ທ່ານບໍ່ແນ່ນອນ ຫຼື ພຽງເຫັນພາບພາຍນອກຢ່າຟ້າວຕັດສີນ ບັນຫານັ້ນໆເດີ ອາດເຮັດໃຫ້ຈຸດນ້ອຍໆ ກາຍເປັນຈຸດໃຫຍ່ໆໄດ້ ດັ່ງ ຄູບາເພີ່ນເວົ້າມາຫັ່ນ '' ສິ່ງສັກສິດໃນສາກົນນະໂລກນີ້ຈົງຄຸ້ມຄອງເຈົ້າຄອງເວັບບ໋ອດດ້ວຍເຖີດ ສາທຸໆໆ'' (ກ່ຽວກັນບໍ່ນໍ)


ກ່ຽວລະເນາະ ເພາະອາຈານຄົນນັ້ນຈະມາຟ້ອງເຈົ້າຂອງເວັບບ໋ອດ ເຮີໆ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ເຫັນໃຈຢູ່ ແຕ່ບໍ່ຮູ້ເລື່ອງລາວລະອຽດ ບໍ່ຂໍມີຄໍາເຫັນ....

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໗ ກະທູ້
໒໒໙ ໂພສ
ນັກການກະທູ້
.......................ບໍ່ມີ ຄໍາເຫັນ

LET ME GO HOME

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
...


໐ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ຂໍໂອນໜ່ວຍກີດໄປຮຽນຢູ່ ມຊ ຕໍ່ບໍ່ໄດ້ຫວາ
ກະລອງໄປລົມກັບເພີ່ນຄືນອີກກະດີໃດ


໐ ກະທູ້
໙໓ ໂພສ
ຂາປະຈຳເວັບບອດ
ຄໍາວ່າສູນມັນກໍ່ຄົງຈະໃຫ້ໄດ້ແຕ່ໃບຢັ້ງຢືນຕິເບາະຂ້ອຍວ່ານະ
ມັນອາດເປັນຄວາມບໍ່ຮອບຄອບຂອງເຈົ້າຂອງເວັບບອດເອງກະເປັນໄດ້ ຈັ່ງໃດກະຄ່ອຍຄິດພິຈາລະນາເດີ້


໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ກົດໝາຍອາຍາມາດຕາ:94 ວ່າດ້ວຍການນີທາ ແລະ ການໃສ່ຮ້າຍໄດ້ກຳນົດເອົາໄວ້ວ່າ
ບຸກຄົນໄດກໍ່ຕາມທີ່ເຮັດໃຫ້ບຸກຄົນອື່ນເສຍກຽດ,ເສຍສັກສີຢ່າງຮ້າຍແຮງດ້ວຍການເວົ້າ,ຂຽນຫລືດ້ວຍຮູບການອື່ນໆຈະຖຶກລົງໂທດຕັດອິດສະຫລະ
ພາບແຕ່ສາມເດືອນຫາໜື່ງປີຫລືດັດສ້າງໂດຍໍ່ຕັດອິດສະຫລະພາບ ແລະ ຈະຖຶກປັບໃໝແຕ່ 50.000- 300.000 ກີບ
ບຸກຄົນຜູ້ໄດຫາກໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີມູນຄວາມຈິງດ້ວຍການເວົ້າ,ຂຽນຫລືດ້ວຍຮູບການອື່ນໆທີ່ເຮັດໃຫ້ບຸກຄົນອື່ນເສຍກຽດ,ເສຍສັກສີ
ຢ່າງຮ້າຍແຮງຈະຖຶກລົງໂທດຕັດອິດສະຫລະພາບແຕ່ສາມເດືອນຫາໜື່ງປີຫລືດັດສ້າງໂດຍໍ່ຕັດອິດສະຫລະພາບ ແລະ ຈະຖຶກປັບໃໝແຕ່
50.000- 300.000 ກີບ
ດັ່ງນັ້ນຂ້າພະເຈົ້ຂໍແນະນຳວ່າໃຫ້ເຈົ້າຂອງກະທູ້ຕຶກຕອງໃຫ້ລະອຽດ ແລະ ຫາຫລັກຖານທີ່ມີຄວາມເຊື່ອຖືໄດ້ພຽງພໍກ່ອນທີ່ຈະມາເວົ້າໃຫ້ຄົນອື່ນແບບນີ້
ການທີ່ໃຜຜູ້ໜື່ງຈະເປັນຄົນຜິດນັ້ນມີແຕ່ສານເທົ່ານັ້ນເປັນຜູ້ທີ່ຕັດສິນ, ສະນັ້ນໃນປັດຈຸບັນເຈົ້າບໍ່ມີສິດທີ່ຈະໄປຊີ້ຊະຕາບຸກຄົນອື່ນວ່າເຂົາເຈົ້າເປັນຈຳເລີຍ
ບໍ່ວ່າໃນກໍລະນີໄດກໍ່ຕາ,ບອດນີ້ເປັນຂອງສາທາລະນະດັ່ງນັ້ນການທີ່ເຈົ້າກ່າວປະນາມຄົນອື່ນໃນທາງທີ່ບໍ່ດີມັນຈະເຮັດໃຫ້ເຂົາເຈົ້າເສື່ອມເສຍ ແຖມຜູ້ເສຍຫາຍຍັງມີສັກເປັນອາຈານຈະຖຶກຫລືຜິດກໍ່ຂໍໃຫ້ມັນເປັນໄປຕາມຂະບວນການດີກວ່າ
ສະມາຊິກພັນລາວກໍ່ຊ່ວຍໃຊ້ວິຈາລະນະຍານໃນການອ່ານ ແລະ ຕຳນິຕິຊົມແດ່ເດີຄົນເຮົາຢ່າຟັງຄວາມຂ້າງດຽວເພາະມັນຈະເຮັດໃຫ້ເຮົາຜິດໄປ
ນຳ
ຈະເລີນພອນ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ກົດໝາຍອາຍາມາດຕາ:94 ວ່າດ້ວຍການນີນທາ ແລະ ການໃສ່ຮ້າຍໄດ້ກຳນົດເອົາໄວ້ວ່າ
ບຸກຄົນໄດກໍ່ຕາມທີ່ເຮັດໃຫ້ບຸກຄົນອື່ນເສຍກຽດ,ເສຍສັກສີຢ່າງຮ້າຍແຮງດ້ວຍການເວົ້າ,ຂຽນຫລືດ້ວຍຮູບການອື່ນໆຈະຖຶກລົງໂທດຕັດອິດສະຫລະ
ພາບແຕ່ສາມເດືອນຫາໜື່ງປີຫລືດັດສ້າງໂດຍໍ່ຕັດອິດສະຫລະພາບ ແລະ ຈະຖຶກປັບໃໝແຕ່ 50.000- 300.000 ກີບ
ບຸກຄົນຜູ້ໄດຫາກໃສ່ຮ້າຍປ້າຍສີຜູ້ອື່ນໂດຍບໍ່ມີມູນຄວາມຈິງດ້ວຍການເວົ້າ,ຂຽນຫລືດ້ວຍຮູບການອື່ນໆທີ່ເຮັດໃຫ້ບຸກຄົນອື່ນເສຍກຽດ,ເສຍສັກສີ
ຢ່າງຮ້າຍແຮງຈະຖຶກລົງໂທດຕັດອິດສະຫລະພາບແຕ່ສາມເດືອນຫາໜື່ງປີຫລືດັດສ້າງໂດຍໍ່ຕັດອິດສະຫລະພາບ ແລະ ຈະຖຶກປັບໃໝແຕ່
50.000- 300.000 ກີບ
ດັ່ງນັ້ນຂ້າພະເຈົ້ຂໍແນະນຳວ່າໃຫ້ເຈົ້າຂອງກະທູ້ຕຶກຕອງໃຫ້ລະອຽດ ແລະ ຫາຫລັກຖານທີ່ມີຄວາມເຊື່ອຖືໄດ້ພຽງພໍກ່ອນທີ່ຈະມາເວົ້າໃຫ້ຄົນອື່ນແບບນີ້
ການທີ່ໃຜຜູ້ໜື່ງຈະເປັນຄົນຜິດນັ້ນມີແຕ່ສານເທົ່ານັ້ນເປັນຜູ້ທີ່ຕັດສິນ, ສະນັ້ນໃນປັດຈຸບັນເຈົ້າບໍ່ມີສິດທີ່ຈະໄປຊີ້ຊະຕາບຸກຄົນອື່ນວ່າເຂົາເຈົ້າເປັນຈຳເລີຍ
ບໍ່ວ່າໃນກໍລະນີໄດກໍ່ຕາ,ບອດນີ້ເປັນຂອງສາທາລະນະດັ່ງນັ້ນການທີ່ເຈົ້າກ່າວປະນາມຄົນອື່ນໃນທາງທີ່ບໍ່ດີມັນຈະເຮັດໃຫ້ເຂົາເຈົ້າເສື່ອມເສຍ ແຖມຜູ້ເສຍຫາຍຍັງມີສັກເປັນອາຈານຈະຖຶກຫລືຜິດກໍ່ຂໍໃຫ້ມັນເປັນໄປຕາມຂະບວນການດີກວ່າ
ສະມາຊິກພັນລາວກໍ່ຊ່ວຍໃຊ້ວິຈາລະນະຍານໃນການອ່ານ ແລະ ຕຳນິຕິຊົມແດ່ເດີຄົນເຮົາຢ່າຟັງຄວາມຂ້າງດຽວເພາະມັນຈະເຮັດໃຫ້ເຮົາຜິດໄປ
ນຳ
ຈະເລີນພອນ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຊິຍ່າງລົງຂີ້ຕົມ....ກະຕ້ອງເບິ່ງດີໆ ກອນ..ວ່າມັນມີປາ ຫຼ ມີແຕ່ ປີງ


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ໂທດໆ ຂຽນຜິດ


໒ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ຊິຍ່າງລົງຂີ້ຕົມ....ກະຕ້ອງເບິ່ງດີໆ ກ່ອນ..ວ່າມັນມີປາ ຫຼື ມີແຕ່ ປີງ


໔ ກະທູ້
໑໒໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃບຢັ້ງຢືນກໍ່ສາມາດໄປຍືນສະໝັກວຽກໄດ້ຄືກັນ....
ແຕ່ກະມີພຽງບາງບໍລິສັດທີ່ຕ້ອງການໃບປະກາດ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສູນແຫ່ງນີ້ຕັງຢູ່ໃສ?


໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ກ່ອນຊິເວົ້າຫຍັງກະຕ້ອງມີຫລັກຖານແລະເຂົ້າໃຈຈະແຈ້ງລະອຽດກ່ອນເດີພີ່ນ້ອງເອີຍ ເພິ່ນກະບໍ່ແມ່ນຄົນທຳມະດາສາມັນ ເພິ່ນມີຜົນງານດີເດັ່ນໃນດ້ານວຽກງານການສຶກສາຢູ່ລາວຫລາຍໃດ ບໍ່ແມ່ນເຈົ້າເຂົ້າໃຈຫຍັງຜິດເບາະ,ໝູ່ຂ້ອຍຮຽນຈົບລຸ້ນທຳອິດແຕ່ສີ່ປີກ່ອນລາວກະບໍ່ເຫັນມີບັນຫາຫຍັງດຽວນີ້ກະເຮັດວຽກຢູ່
ທະນາຄານການຄ້າຕ່າງປະເທດໄດ້ສາມສີ່ປີມານີ້ແລ້ວ
ລາວກະເອົາໃບຈົບພາສາຈາກຮ.ຮ ນີ້ໄປຍື່ນຄືກັນເຂົາເຈົ້າກະບໍ່ເຫັນຊິມີບັນຫາຫຍັງ
ປ.ລ : ກ່ອນຊິເວົ້າຫລືຂຽນຫຍັງລົງໄປຄວນຄິດໃຫ້ດີໆເດີ
ດ້ວຍຄວາມເປັນຫ່ວງ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
In the real society, there are both BAD or GOOD persons. People should search information as much as possible and verify the true. I personally thanks the Talker to raise this TOPIC (Everybody has a right to share an ideas and comment to those topics discussion...)


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ລະດຽວນີ້ເປັນແນວໃດ? ໃບຢັ້ງຢືນກໍ່ເອົາໄປສະມັກວຽກໄດ້ຫວາ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Sabaidee all.
according to read all comments on this web. many people had many ideas and had many suggestion. It seems this news not a small problem but it is a big problem to whom that refer to now because shown Name, Surname and institution(including NUOL organization).
In my personality, should think before said and commented this statements.what is the true and what is the wrong? Where is the problem form?
Please, did not inform like this before the true because here not only Lao people play this web(Lao in Laos and in overseas) including foreigners.. Please, inform to whom is the organization of this institution as NUOL. or inform to Ministry of Education of Laos if it is possible.

This problem has to be solve and explain as soon as possible.

Hopefully.

BK


໑ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ໂອໂຫເປັນແບບນີ້ຮຽນມາ 3 ປີ ບໍໄດ້ຫຍັງຖ້າແມ່ນຄວາມຈິງ ເອົາໝາກກ້ວຍຢັດກົນມັນເລີຍ ເອົາແບບຈຳຯ ມັນຈຶ່ງບໍ່ລືມຕະຫຼອດຊີວິດ


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ມີຄຳເຫັນແຕ່ບໍ່ເວົ້າ ອິໆໆໆ

K.Soubandith

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຈັກນ່ອຍຊີຫາຄຳຕອບມາໃຫ້


໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ໂອແມ່ນເບາະ
ກຳລັງສິສົ່ງຫລານໄປຮຽນຢູ່ໂຮງຮຽນນັ້ນພໍດີໃດນິ
ຂອບໃຈທີ່ບອກໃຫ້ຮູ້ເດີ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມັນເປັນພຽງຄວາມເຂົ້າໃຈຜິດກັນຊື່ໆດອກ,​ ບັນຫານີ້ເພິ່ນກຳລັງແກ້ໄຂຢູ່
ບໍ່ມີໃຜທີ່ຢາກມີບັນຫາ, ແຕ່ເມື່ອມັນເກີດມີບັນຫາມາແລ້ວ ກໍ່ຕ້ອງແກ້ໄຂ ແລະ ອາດຈະໄຊ້ເວລາແນ່ຈັກນ່ອຍ
ບໍ່ແມ່ນວ່າບັນຫາເກີດມື້ນີ້ ແລ້ວຈະສາມາດແກ້ໄຂໄດ້ໃນມື້ນີ້ມຶ້ດຽວເລີຍ
ແລະ ການແກ້ໄຂບັນຫາກໍ່ຕ້ອງອາໃສຄົນຫລາຍຄົນ ທີ່ສຳຄັນແມ່ນຄວາມເຂົ້າໃຈ (ຢ່າເຂົ້າໃຈຜິດ) ສັງຄົມລາວເຮົາເປັນສັງຄົມແຫ່ງການຊ່ວຍເຫລືອ
ເມື່ອເຮົາເຫັນຄົນອື່ນມີບັນຫາ ເຮົາກໍ່ແກ້ຊ່ວຍກັນ, ແລະ ຖ້າບໍ່ຊ່ວຍກໍ່ໍບໍ່ຄວນຊ້ຳເຕີມ


໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຫາກະໄດ້ເຂົ້າມາອ່ານ .. ແລະ ເທົ່າທີ່ຮູ້ ແລະ ເຂົ້າໃຈ, ໃນຖານະທີ່ເຄີຍເປັນນັກຮຽນ ຫຼັກສູດໄລຍະສັ້ນຢູ່ນັ້ນ ພໍຈະເຂົ້າໃຈໄດ້ດັ່ງນີ້:

ສູນສຶກສາທາງໄກ ແມ່ນສູນໜຶ່ງ ທີ່ຂຶ້ນກັບ ມ.ຊ ແຕ່ໄດ້ຮັບທຶນຊ່ວຍເຫຼືອ ຈາກອົງການ ຊີດາ. ເປົ້າໝາຍ ແມ່ນເພື່ອ ໃຫ້ຜູ້ທີ່ບໍ່ມີເງື່ອນໄຂ ທີ່ຢູ່ຫ່າງໄກ ສາມາດ ສຶກສາ ແລະ ເຊື່ອມຕໍ່ການສຶກສາໄດ້ ໂດຍບໍ່ຕ້ອງເຂົ້າມາຮຽນໃນໂຮງຮຽນ ຫຼື ໃນສູນ

ໂດຍທາງສູນ ມີຄວາມພະຍາຍາມ ຈະໃຫ້ສາມາດໂອນໜ່ວຍກິດຂອງ ໂຮງຮຽນອຶ່ນ ເຂົ້າມາສຶກສາຕໍ່ ໃນສູນ ແລະ ຂອງສູນ ອອກໄປ ໃຫ້ກັບໂຮງຮຽນອຶ່ນ.. ຫຼື ເວົ້າງ່າຍໆ ຄື ເປັນ ສູນກາງ ການເຊື່ອມຕໍ່ ດ້ານການສຶກສາ

ການຮຽນຈົບຈາກສູນ ແຫ່ງນີ້ ຈະໄດ້ຮັບໃບຢັ້ງຢືນ ວ່າໄດ້ຜ່ານຫຼັກສູດຕ່າງໆ ມາແລ້ວ ເຊິ່ງສາມາດນຳໄປໃຊ້ໄດ້ຕົວຈິງ ເພື່ອສຶກສາ ຫຼື ເຊື່ອມຕໍ່ໄດ້ ກັບທາງໂຮງຮຽນ ທີ່ຍອມຮັບຮູ້ (ເປົ້າໝາຍ ແມ່ນ ມ.ຊ)

ບໍ່ແນ່ໃຈວ່າ ໂຄງການເພິ່ນ ບັນລຸໄປຮອດຈຸດໃດແລ້ວ. ເຊິ່ງທາງ ຊີດ້າເອງ ກໍມີກອບກຳນົດຂອງໂຄງການ ແລະ ຕິດຕາມຜົນງານຂອງສູນ.

ການເຮັດວຽກຂອງສູນ ບໍ່ໄດ້ເຮັດຂຶ້ນມາລອຍໆ ມີການຕິດຕາມກວດກາ ເປັນຂັ້ນ ເປັນຕອນ ຈາກທາງ ມ.ຊ ແລະ ທາງເຈົ້າຂອງໂຄງການເອງ
ເຂົ້າໃຈວ່າ ເຈົ້າຂອງກະທູ້ ອາດຮູ້ສຶກບໍ່ພໍໃຈ ທີ່ຮຽນມາສາມປີ ບໍ່ໄດ້ໃບປະກາດ... ແຕ່ ໃຫ້ກັບໄປຄິດວ່າ ໃບປະກາດ ກັບໃບຢັ້ງຢືນ ມັນຕ່າງກັນແນວໃດ. ສິ່ງທີ່ທ່ານໄດ້ໄປ ນັ້ນ ມັນກະເປັນການຢັ້ງຢືນແລ້ວ ວ່າທ່ານໄດ້ຜ່ານຫຼັກສູດໃດມາ, ສິ່ງທີ່ທ່ານໄດ້ຮຽນມາ ມັນຈະຢູ່ກັບຕົວທ່ານເອງ ບໍ່ແມ່ນ ຢູ່ກັບໃບປະກາດທີ່ທ່ານໄດ້

ປ.ລ ສຳລັບຜູ້ທີ່ຫາບ່ອນຮຽນ ໃຫ້ທ່ານສຶກສາລະອຽດ ກ່ຽວກັບບ່ອນທີ່ທ່ານຈະຮຽນນັ້ນໆ

ຜິດພາດປະການໃດ ກໍຂໍອະໄພ

ສັດໂລກ ຍ່ອມເປັນໄປຕາມກຳ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>