ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ຕໍ່ສະພາບເສດຖະກິດປັດຈຸບັນທ່ານຄິດວ່າອາທິດໜຶ່ງຕ້ອງເຮັດວຽກຈັກຊົ່ວໂມງ ຈິ່ງສາມາດຫາເງິນມາລ້ຽງຕົນເອງ ແລະ ຄອບຄົວ

໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ໃນສະພາບເສດຖະກິດປັດຈຸບັນ ຄ່າຄອງຊີບນັບມື້ນັບສູງຂຶ້ນ ແຕ່ລາຍຮັບຂອງບຸກຄົນບໍ່ໄດ້ສູງຂຶ້ນນຳໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ແລະ ບັນດາຕົວເມືອງໃຫ່ຍອື່ນໆ , ສະນັ້ນ ມັນຈຶ່ງບັງຄັບໃຫ້ພວກເຮົາຕ້ອງໄດ້ເຮັດວຽກຫລາຍບອ່ນ ໂດຍປົກກະຕິເຮົາຈະມີວຽກເສີມ ພວກເຮົາຈະມີບອ່ນເຮັດວຽກຫລັກ ມື້ໜຶ່ງ ເຮັດ 8ໂມງ-5ໂມງ ຈັນຫາສຸກ ຫລືບາງບອ່ນວັນເສົາຈະເຮັດເຄິ່ງມຶ້, ຕອນແລງຕ້ອງເຮັດວຽກເສີມບາງຄົນກະໄປສອນ, ແລະ ບາງຄົນກໍ່ໄປເຮັດວຽກອີກບ່ອນອື່ນທີ່ຕ້ອງການໃຫ້ຊ່ວຍໃນພາກແລງ ຫລືຖ້າບໍ່ມີທາງເລືອກແທ້ໆກໍ່ຕ້ອງເຮັດວຽກໃນວັນເສົາວັນທິດເພີ່ມເຕີມ. ສຳລັບທ່ານຜູ້ທີ່ມີວຽກເຮັດປະຈຳ ທ່ານຄິດວ່າການດຳລົງຊີວິດຂອງທ່ານເປັນຄືແນວນີ້ບໍ່ ໃນສະພາບເສດຖະກິດໃນປັດຈຸບັນ. ຖ້າຫາກທ່ານມີຂໍ້ແນະນຳໃດແກ່ພວກເຮົາກ່ຽວກັບການເຮັດວຽກ , ການດຸ່ນດ່ຽງການເຮັດວຽກ ແລະ ການພັກຜ່ອນ, ຂໍໃຫ້ທ່ານປະກອບຄຳເຫັນໃນກະທູ້ນີ້ດ້ວຍ


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ຂະແໜງບໍລິຫານທຸລະກິດ ຄົນຮຽນຫຼາຍໂພດ

ເເຕ່ຂອ້ຍກະມັກຢ່າງໜື່ງຍີນວ່າຜູ້ຍີງງາມຫຼາຍ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະແໜງອື່ນຄືບໍ່ເອົາມາເວົ້ານຳ


໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ອີ່ປາວ່າ....ບໍ່ຈຳເປັນຕ້ອງສະເໜີເງິນເດືອນຂັ້ນນັ້ນຂັ້ນນີ້ດອກ...ຖ້າເຮັດນຳລັດມັນກໍມີລະບຽບການທີ່ກຳນົດໄວ້ເປັນຂັ້ນ ເປັນຊັ້ນແລ້ວ ປ່ຽນແປງບໍ່ໄດ້ ແລະ ນະໂຍບາຍຕໍ່ພະນັກງານກໍມີການກຳນົດໄວ້ລະອຽດແລ້ວ....ສຳລັບເອກະຊົນກໍຄົງອີງໃສ່ກົດໝາຍແຮງງານ ແລະ ກົດໝາຍອື່ນໆທີ່ກ່ຽວພັນ...ຍົກເວັ້ນແຕ່ມີການຮັບວຽກມາເຮັດພິເສດ ແມ່ນສຸດແທ້ແຕ່ຈະຕົກລົງກັນໄດ້....


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ຈົບມາໄດ້ແຕ່ໃບປະກາດ ແຕ່ບໍ່ໄດ້ຄວາມຮູ້ຕິດມານຳເຂົາກໍບໍ່ເອົາຫລອກ ແລະກໍຄົນຮຽນຈົບ ບໍລິຫານທຸລະກິດ ກໍຫລາຍໆໆໆໆແຕ່ລະປີ












໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາບໍ່ໄດ້ຮຽນບໍລິຫານທຸລະກິດ ແຕ່ກະຍັງຢາກໄດ້ເງິນຫຼາຍໆ

ຄິດດີ ເວົ້າດີ ເຮັດດີ

໑໕ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆ ສຳລັບຄຳຄິດຄຳເຫັນໃນເວັບໄຊເຮົາ


໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຶຫຶ ເຫັນເຂົາເຫີກັນໄປຮຽນແຕ່ບໍລິຫານ
ບໍ່ຮູ້ວ່າເປັນຫຍັງ

ຮັກນ້ອງຕອນເມົາ

໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ