ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ໃຜຮຽນການຕະຫຼາດເຂົ້າມາຊ່ວຍຂ້ອຍແດ່

໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ໂຈດນີ້ແມ່ນຫາ%ເດີ້ລະໃຊ້ສູດເຟັກໂຕເຣຍຫາ

ໃນງານຄັ້ງໜື່ງມີສາວມາຮ່ວມງານ 5 ຄົນຖ້າທ້າວຈິໂກະຈະໄປຈີບສາວສອງຄົນມາເປັນແຟນໃນ 5 ຄົນນັ້ນມີສາວທີ່ມີແຟນແລ້ວ 2ຄົນ

1 ຈົ່ງຫາຄ່າຄວາມເປັນໄປໄດ້ທີ່ຈິໂກະຈະອົກຫັກທັງສອງຄັ້ງຈັກ%
2ໂອກາດທີ່ຈິໂກະຈະອົກຫັກ1ແລະສົມຫວັງ1ຈັກ%
3ໂອກາດທີ່ຈິໂກະຈະສົມຫວັງທັງສອງຄັ້ງຈັກ%

ໃຜເກັ່ງກະຊ່ວຍຂ້ອຍແດ່ເດີ້ຂ້ອຍງົງ


໐ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ຈະຖ້າເບິ່ງຜົນງານຕໍ່ໄປ

ເຮັດໃຫ້ດີທີ່ສຸດ... ກ່ອນຈະບໍ່ມີໂອກາດທີ່ຈະເຮັດຫຍັງ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ກ່ຽວກະການຕະຫຼາດເລີຍ..
ສະຖິຕິລ້ວນຯ..
ຂ້ອຍກະຢາກຊ່ວຍຫາຄຳຕອບຢູ່..
ແຕ່ສະຖິຕິເກຣດDເກີນໄປປປປ..


໐ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ອົກຫັກ100%


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ກ່ອນຈະຈາກລາວມາ ເຄີຍຮຽນສະຖີຕີນຳລູ້ນອ້າຍຢູ່5ມື້
ມື້ທີ່7ເມຍລາວເກີດລູກຊ້ຳ
ເຈັບໃຈເເກ້ບົດນີ້ບໍ່ອອກ
ໃຜເເກ້ໄດ້ຂໍ້ນີ້ຂໍ້ຄຳຕອບລະອຽດເເນ່ ເພື່ອບົດຣຽນໃນມື້ນັ້ນອາດນືກຂື້ນໄດ້ຈັກໂຕ


໑໑ ກະທູ້
໖໒໐ ໂພສ
ຊຳນານການເວັບບອດ

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
1) ( C22 / C52 )*100=10%
2) ( C21 * C31 / C52 )*100=60%
3) ( C32 / C52 )*100=30%

ໝັ້ນໃຈຖືກ 100%

Expert of Math apply, Math analysis and General Math

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ! ດຽວນີ້ຣຽນການຕະຫລາດມີແນວນີ້ແດ່ວະແລ້ວມັນມາກ່ຽວກັບການຕະຫລາດໄດ້ແນວໃດງົງ ຂະຫນາດເຣົາຣຽນຈົນສິຈົບລະ ຫລືວ່າຫລັກສູດໃໝ່ວະ?


໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ບໍ່ຮູ້ຄືກັນ...


໒ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ປານສູດ ການສຶບພັນໃນວິຊາຊີວະສາດ ຕອນຍັງຢູ່ມໍ 5, ມໍ 6 ພຸ້ນເນາະ, ຄ້າຍຄືວ່າ: ໄກ່ຜູ້ສີຂາວ ປະສົມພັນກັບໄກ່ແມ່ ສີດຳ ໄດ້ລູກອອກມາ ມີສີດຳຈັກ%, ສີຂາວຈັກ%


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເອີ! ດຽວນີ້ຣຽນການຕະຫລາດມີແນວນີ້ແດ່ວະແລ້ວມັນມາກ່ຽວກັບການຕະຫລາດໄດ້ແນວໃດງົງ ຂະຫນາດເຣົາຣຽນຈົນສິຈົບລະ ຫລືວ່າຫລັກສູດໃໝ່ວະ?


ບໍ່ວ່າ ບໍ່ໄດ້ຮຽນວິຊານີ້ເລີຍຈັກຫນ້ອຍ ?


໑໐ ກະທູ້
໓໒ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ thypomepon ຂຽນວ່າ...
ເອີ! ດຽວນີ້ຣຽນການຕະຫລາດມີແນວນີ້ແດ່ວະແລ້ວມັນມາກ່ຽວກັບການຕະຫລາດໄດ້ແນວໃດງົງ ຂະຫນາດເຣົາຣຽນຈົນສິຈົບລະ ຫລືວ່າຫລັກສູດໃໝ່ວະ?



ຂ້ອຍກະບໍ່ຮູ້ຄືກັນແນວຫຼັກສູດເພີ່ນແນວນີ້ເພີ່ນໃຫ້ຮຽນຫຍັງກະຕ້ອງຮຽນນຳເພີ່ນແຫຼະປ່ຽນໃຈກະບໍ່ທັນລະແນວປີສອງແລ້້ວ

ທຸກມື້ນີ້ຄ່ອຍໄດ້ແຕ່ຄິດວ່າຢ່າມັນແຫຼະເອົາປະສົບການ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ຄູບາຄິດແບບເຊີງການຕະຫລາດແບບບໍ່ຍາກເລີຍ ງ່າຍໆເດີພີ່ນ້ອງ
ຄິດໃນເຊີງການຕະຫລາດນັ້ນ ແມ່ນທ້າວຈິໂກະ ປຽບສະເໝືອນສິນຄ້າ ແລະການບໍລິການ ສາວທັ້ງ 5 ເປັນຜູ້ບໍລິການ ຫຼືລູກຄ້າ
2 ຄົນນັ້ນມີແຟນ ແຕ່ 3 ຄົນບໍ່ມີ . ທ້າວຈິໂກະ ເປັນນັກການຕະຫລາດໃນຕົວ ຕ້ອງກຳໜົດເອົາສາວ 3 ຄົນນັ້ນເປັນຕະຫລາດ ກຸ່ມເປົ້າໝາຍ ຫລັກ
( primary target) ເພາະສາວທັ້ງ 3 ບໍ່ມີແຟນເພາະ ສະນັ້ນໂອກາດສາວທັ້ງ 3 ຈະມາຕິດພັນທ້າວຈິໂກະ ຫລາຍກວ່າ ສ່ວນສາວທັ້ງ 2 ນັ້ນ ເປັນກຸ່ມເປົ້າໝາຍຕະຫລາດສຳຮອງ ( secondary target ) ເພາະເຂົາມີແຟນ ໂອກາດຈີບຂອງທ້າວຈິໂກະ ສາວທັ້ງ2ນັ້ນຍາກ ແຕ່ມີແນວໂນ້ມຈະຈີບຕິດ ໃນອິນາຄົດ ຖ້າສາວທັ້ງ 2 ເບື່ອ ຫຼືຍົກເລີກກັບສິນຄ້າທີ່ເຂົ້າບໍລິໂພກຢູ່ ຄືແຟນເຂົານັ້ນເອງ ເພາະສະນັ້ນທ້າວຈິໂກະຈິງມີໂອກາດໄດ້ສາວນັ້ນມາເປັນລູກຄ້າເພີ້ມອີກ 2 ຄົນ ຖ້າທ້າວຈິໂກະ ມີກົນລະຍຸດທາງການຕະຫລາດດີ ແລະບໍລິການເປັນທີ່ພໍໃຈຂອງ ສາວທັ້ງ 2 ນັ້ນ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ