ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ບັນຫາກ່ຽວກັບສູນສຶກສາທາງໄກ ແລະ ຕໍ່ເນື່ອງ (ແບບສັງເຂບ)

໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້າພະເຈົ້າໄດ້ຮູ້ຂ່າວທີ່ເກີດຂື້ນຢູ່ໃນສະຖາ
ບັນການສຶກສາ ເຊິ່ງຢູ່ໃນໃຈກາງຂອງມະວິທະຍາໄລແຫ່ງຊາດ (ໂດຍແມ່ນສູນສຶກສາທາງໄກ ແລະ ຕໍ່ເນື້ອງ) “ເລື່ອງການຮຽນຈົບບໍ່ໄດ້ຮັບໃບປະກາດຂ້າພະເຈົ້າ” ເຄີຍເປັນນັກສຶກສາຢູ່ພະແນກພາສາອັງກິດມາກ່ອນທັງເປັນລູກສິດຂອງອາຈານ ສີລິ ທີ່ພວກທ່ານ
ເອີຍຊື່ຢູ່ນັ້ນ ຕາມທີ່ຂ້າພະເຈົ້າໄດ້ຮູ້ໄດ້ຮຽນນຳ ອາຈານສີລິ ລາວ ເປັນຄົນມີຈິດໃຈດີງາມເອື້ອເຜື້ອເພື່ອແຜ່ຊ່ວຍເຫຼື່ອ
ຄົນຜູ້ທີ່ຍາກຈົນ ດ້ອຍໂອກາດຊຸກຍູ້ນຳພາໃຫ້ການສຶກສາລູກສິດແຕ່ເໜື່ອເຖິງໃຕ້ໂດຍບໍ່ຈຳແນກເພດໄວ ຊົນຊາດ,
ຊົນເຜົ່າ ການທີ່ຂ້າພະເຈົ້າໄດ້ຮູ້ມາ ສູນສຶກສາທາງໄກແມ່ນໄດ້ຮັບການຊ່ວຍເຫຼືອຈາກ CIDA (Canada) ເຊິ່ງຖືກແຕ່ງຕັ້ງຈາກລັດທະມົນຕີ ກະຊວງສຶກສາໂດຍກົງ ແຕ່ປີ2006ແມ່ນ ທ່ານ ດ.ຣ ພອນແກ້ວ ຈັນທະມາລີ ເປັນຜູ້ອຳນວຍການ. ສ່ວນທ່ານ ອາຈານ ສີລິ ສຸວັນນະສີ ເປັນຮອງອຳນວຍການ(ໃນເວລາເລີ່ມຕົ້ນ)
ໃນການດຳເນີນງານໃນການຮຽນການສອນແມ່ນເລີ້ມແຕ່ປີ 2007-2010 ໂດຍພາຍໃຕ້ການຊີ້ນຳ,
ນຳພາຈາກຜູ້ອຳນວຍການສູນ ແລະ ເລື່ອງການຮຽນຈົບບໍ່ໄດ້ຮັບໃບປະກາດອາດຈະແມ່ນຂໍ້ບົກຜ່ອ່ງຂອງ
ປະສານງານກັບຂັ້ນເທິງທີ່ກ່ຽວຂ້ອງນີ້ເທົ່ານັ້ນ. ຂ້າພະເຈົ້າຄິດວ່າການສຶກສາກໍ່ແມ່ນໃຈກາງໜຶ່ງຂອງການພັດທະນາປະເທດຊາດ ເຖິງຈະສຶກສາຢູ່ໃນລະບົບຫຼືນອກລະບົບມັນກໍ່ເປັນຜົນດີທັງນັ້ນ. ດັ່ງນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮວມແຮງຮ່ວມໃຈກັນຫັນໜ້າເຂົ້າຫາກັນແລ້ວພ້ອມກັນຄົ້ນຄວ້າ
ປັນຫາທີ່ເກີດຂື້ນ.ຈະມາວິຈານກັນແບບນີ້ມັນບໍ່ສົມເປັນຜູ້ທີ່ໄດ້ຮັບການສຶກສາແລະບໍ່ສົມເປັນປັນຍາຊົນຂອງຊາດ.
ຂ້າພະເຈົ້າຂໍອະໄພນຳທ່ານທັງສອງທີ່ເອີ່ຍຊື່ຂື້ນມາເພາະເວົ້າຕາມຕົວຈິງ ຂໍໃຫ້ທີມງານຈົ່ງເຂັ້ມແຂງຕັ້ງໜ້າຕັ້ງ
ຕາປະຕິບັດວຽກງານຕໍ່ໄປ.ຂ້າພະເຈົ້າຂໍລະນຶກເຖິງອະນຸພາບຂອງພະລັດຕະນະໄຕທັງໝົດທຸກພະອົງຈົ່ງມາໂປດເມດຕາທຸກໆຄົນທີ່ມີເຈດຕະນາດີຕໍ່ການສຶກສາ ດ້ວຍເຖີດ…..!


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ດຽວມື້ອື່ນຊີຫາຂ່າວມາໃຫ້ຕື່ມ ຮັບຮອງວ່າເປັນຂໍ້ມູນທີ່ຖືກຕ້ອງ ແລະ ເຊື່ອຖືໄດ້ແນ່ນອນ


໑ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສັງຄົມລາວເຮົາມີຈຸດດີຫລາຍປະການ ແຕ່ຄຽງຄູ່ກັບຈຸດດີດັ່ງກ່າວນັ້ນ ກໍ່ໍຍ່ອມມິຈຸດອ່ອນເປັນທຳມະດາ
ຈຸດອ່ອນທີ່ວ່ານີ້ກໍ່ຄື: ການບໍລິໂພກຂໍ້ມູນຂ່າວສານ (ທີ່ບໍ່ມີການພິຈາລະນາ ຫລື ຮ້ອງວ່າຂ່າວລື)
ມັນໄດ້ພິສູດໄປແລ້ວວ່າຂ່າວລື ຫລື ເລື່ອງເຂົ້າໃຈຜິດນັ້ນມັນມີອິດທິພົນຕໍພວກເຮົາຫລາຍພຽງໃດ
ທ່ານຄົງບໍ່ທັນລືມກ່ຽວກັບເລື່ອງ: "ທານາຄານພົງສະຫວັນ" ແມ່ນນບໍ່
ອັນນັ້ນກໍ່ເປັນຂ່າວລືທີ່ບໍ່ມີຄວາມຈິງ ເປັນຄວາມປະສົງຂອງຜູ້ທີ່ບໍ່ຫວັງດີ
ເຮັດໃຫ້ສັງຄົມລາວວຸ້ນວາຍສັບສົນ ບໍ່ມີຄວາມສະຖຽນລະພາບ ພຽງເວົ້າພຽງຄຳດຽວຄື: ເຂົາວ່າ......

ສ່ວນເລື່ອງສູນສຶກສາທາງໄກ ແລະ ຕໍ່ເນື່ອງ ນີ້ກໍ່ຄືກັນ
ເຮົາບໍ່ຄວນເຊື່ອຫລາຍຈົນເກີນໄປ ຈົ່ງໄຊ້ວິຈາລະນະຍານ
ເລື່ອງມັນບໍ່ແມ່ນຄວາມຜິດຂອງຜູູ້ໄດ້ຜູ້ຫນຶ່ງ ເພາະວ່າອົງກອນ ຫລື ສູນ ບໍ່ໄດ້ມີການເຮັດວຽກຕາມລຳພັງໃຈ
ແຕ່ເຮັດວຽກເປັນຫມູ່ຄະນະ ເປັນຂັ້ນເປັນຕອນ


ແລ້ວຈະຫາຂໍ້ມູນມາໃຫ້ຕື່ມອີກ




໑ ກະທູ້
໑໑໖ ໂພສ
ນັກການກະທູ້
ຂ້ອຍເຄີຍເປັນນັກສຶກສາ ຫຼັກສູດໄລຍະສັ້ນຢູ່ນັ້ນ ແລະ ເຂົ້າໃຈວ່າ ສູນນີ້ ບໍ່ໄດ້ຕັ້ງຂຶ້ນມາລອຍໆ ມີການຕິດຕາມກວດກາ ຈາກເຈົ້າຂອງໂຄງການຄັກແນ່ (CIDA)
ເລື່ອງທີ່ເກີດ ຂຶ້ນ ອາດເປັນການ ໃຫ້ຂໍ້ມູນທີ່ຜິດພາດ ແລະ ການເຂົ້າໃຈຜິດຫຼາຍກົ່ວ

ອາຈານ ທີ່ເຮັດວຽກຢູ່ນັ້ນ ເປັນບຸກຄົນທີ່ໜ້ານັບຖື, ການເຮັດວຽກຂອງສູນ ບໍ່ແມ່ນຈະເອົາຕາມໃຈບຸກຄົນໃດຄົນໜຶ່ງເປັນຫຼັກ ແຕ່ຫາກຕ້ອງເຫັນດີ ຈາກທາງຄະນະ ແລະ ຂັ້ນເທິງ.

ປ.ລ ຂໍ້ມູນ ຂ່າວສານ ສະໄໝນີ້ ມັນແລ່ນມາຫາເຖິງທີ່ ດັ່ງນັ້ນ ຄວນຕຶງຕອງໃຫ້ດີກ່ອນຈະສົ່ງຕໍ່ ຫຼື ເສີມເຕີມແຕ່ງຫຍັງ ໃຫ້ກັບຂ່າວສານນັ້ນອອກໄປ :D

ສັດໂລກ ຍ່ອມເປັນໄປຕາມກຳ

໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຈະແຈ້ງແລ້ວ

ຊົ່ວຢ່າງສ້າງສັນ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນ ຖືກຕ້ອງ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄວາມຈິງແລ້ວມັນເປັນຄວາມຜິດພາດແມ່ນບໍ່ນັກສຶກສາໃນສູນແຫ່ງນີ້ຈຶ່ງໄດ້ພຽງແຕ່ໃບຢັ້ງຢືນເທົ່ານັ້ນ
ເພາະຂ້າພະເຈົ້າກະຍັງສົນໃຈຄືກັນກ່ຽວກັບເລື່ອງນີ້ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ໄດ້ສຶກສາຢູ່ທີ່ນັ້ນກໍ່ຕາມແຕ່ກໍ່ສົນໃຈ
ເພາະໄດ້ຍິນນັກສຶກສາຫລາຍຄົນຢູ່ໃນແຫ່ງນັ້ນພາກັນວິຈານວ່າຮຽນມາແລ້ວບໍ່ໄດ້ຮັບໃບປະກາດ ເຊິ່ງພວກເຂົາເສຍໃຈຫລາຍວ່າຊັ້ນ
ຈັ່ງໃດກະຂອບໃຈເຈົ້າຂອງກະທູ້ເດີ້ ຊ່ວຍກະຈ່າງແຈ້ງອີກແດ່...

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຄວາມຈິງແລ້ວມັນເປັນຄວາມຜິດພາດແມ່ນບໍ່ນັກສຶກສາໃນສູນແຫ່ງນີ້ຈຶ່ງໄດ້ພຽງແຕ່ໃບຢັ້ງຢືນເທົ່ານັ້ນ
ເພາະຂ້າພະເຈົ້າກະຍັງສົນໃຈຄືກັນກ່ຽວກັບເລື່ອງນີ້ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ໄດ້ສຶກສາຢູ່ທີ່ນັ້ນກໍ່ຕາມແຕ່ກໍ່ສົນໃຈ
ເພາະໄດ້ຍິນນັກສຶກສາຫລາຍຄົນຢູ່ໃນແຫ່ງນັ້ນພາກັນວິຈານວ່າຮຽນມາແລ້ວບໍ່ໄດ້ຮັບໃບປະກາດ ເຊິ່ງພວກເຂົາເສຍໃຈຫລາຍວ່າຊັ້ນ
ຈັ່ງໃດກະຂອບໃຈເຈົ້າຂອງກະທູ້ເດີ້ ຊ່ວຍກະຈ່າງແຈ້ງອີກແດ່...

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊິເວົ້າວ່າຫຍັງກະຄິດກ່ອນເດີ ພີ່ນ້ອງຊາວ 1000ລາວເຮົາ
ອັນສູນທີ່ວ່ານິຫ້ານຄັນມີບັນຫາຄາໃຈລະເຂົ້າໄປຫາເພິນໂລດ ຈະດີທີ່ສຸດ

ຮັກແທ້ຄືແມ່