ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສິ່ງມະຫັດສະຈັນ ທີ່ຄົນລາວ ທຸກຄົນຄວນຮູ້ໄວ້

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ທີ່ເອີ້ນວ່າມະຫັດສະຈັນ ເພາະກົດໝາຍລັດຖະທຳມະນູນໜວດນີ້ເປັນຜົນປະໂຫຍດຂອງເຮົາ ໃນຖານນະຄົນລາວ ສິ່ງທີ່ເຮົາຄວນຮູ້ຄືກົດໝາຍ ເພາະເປັນກາຕິກາ ກຳໜົດຂອບເຂດພຶດຕິກຳຂອງຄົນໃນສັງຄົມ ໃຫ້ຢູ່ຮ່ວມກັນຢ່າງສັນຕິສຸກ
ໂດຍສະເພາະກົດໝາຍອາຍາ ກົດໝາຍລັດຖະມະນູນ ແລະກົດໝາຍອື່ນໆ ທີ່ກ່ຽວພັນກັບວິຖີ ຊີວິດ ເລື່ອງກົດໝາຍເປັນສິ່ງທີ່ທຸກຄົນຕ້ອງຮູ້ ເພື່ອປົກປ້ອງຮັກສາສິດຜົນປະໂຫຍດຕົນເອງ ເພາະວ່າຖ້າເຮົາເຮັດຜິດກົດໝາຍແລ້ວ ມາອ້າງຄວາມຕໍ່ຫນ້າສານ ແລະເຈົ້າໜ້າທີ່ອົງການສຶບສວນ ສອບສວນ (ຕຳຫລວດ) ວ່າບໍ່ຮູ້ກົດໝາຍ ເພື່ອຫລີ້ກລ້ຽງການກະທຳຄວາມຜິດ ບໍ່ໄດ້ ເພາະຖ້າກົດໝາຍໃດ ໄດ້ຮັບຮອງມະຕິຕົກລົງຈາກສະພາ ແລ້ວ ປະກາດໃຊ້ຖືວ່າທຸກຄົນຕ້ອງຮັບຜິດຊອບຮ່ວມກັນ ກົດໝາຍທີ່ຂ້າພະເຈົ້າຍົກມາ ເປັນພຽງສ່ວນໜຶ່ງຂອງກົດໝາຍລັດຖະທຳມະນູນ ທີ່ກຳໜົດສິດທິ ເສລີພາບຂອງພົນລະເມືອງລາວ ທີ່ພັກລັດເພີ່ນໃຫ້ມາ ສິ່ງເຫົລ່ານີ້ຖືວ່າເປັນຜົນປະໂຫຍດເຮົາລ້ວນໆ ທີ່ຄົນສ່ວນຫລາຍມອງຂ້າມໄປ ເພາະສະນັ້ນ ພວກເຮົາຈົງອ່ານໄວ້ເຖີດ ທ່ານມີຄວາມຄິດເຫັນ ກ່ຽວກັບມາດຕາໃດຂ້ອງຄາໃຈ ຂໍຈົງຄອມເມັນ ລົງໄວ້ເເດ່ເດີ ຜູ້ຂ້າຈະມາແຊນຳໃຫມ່
ຈະເລີນທຳ

ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ

ມາດຕາ 34. ພົນລະເມືອງລາວ ແມ່ນຜູ້ທີ່ມີສັນຊາດລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດ ຕາ 35. ພົນລະເມືອງລາວ ໂດຍບໍ່ຈໍາແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.

ມາດ ຕາ 36(ໃໝ່). ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະຜູ້ທີ່ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະຜູ້ທີ່ຖືກສານຕັດສິນປົດສິດເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ.

ມາດຕາ 37. ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະຄອບຄົວ.

ມາດຕາ 38. ພົນລະເມືອງລາວ ມີສິດໄດ້ຮັບການສຶກສາຮໍ່າຮຽນ, ຍົກສູງຄວາມກ້າວໜ້າ. ມາດຕາ 39(ໃໝ່). ພົນລະເມືອງລາວມີສິດເຮັດວຽກ ແລະປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບການຊ່ວຍເຫຼືອໃນກໍລະນີທີ່ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະໃນກໍລະນີອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດ ຕາ 40. ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລໍາເນົາ ແລະໃນການໄປມາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 41(ໃໝ່). ພົນລະເມືອງລາວ ມີສິດຮ້ອງທຸກ, ຮ້ອງຟ້ອງແລະສະເໜີຄວາມເຫັນຕໍ່ອົງການທີ່ກ່ຽວ ຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະຜົນປະໂຫຍດລວມ ຫຼືສິດ ແລະຜົນປະໂຫຍດສະ ເພາະຂອງຕົນ.
ຄໍາຮ້ອງທຸກ, ຄໍາຮ້ອງຟ້ອງ ແລະຄວາມເຫັນຂອງພົນລະເມືອງຕ້ອງໄດ້ຮັບການພິຈາລະນາ ແລະແກ້ໄຂຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດຕາ 42(ໃໝ່). ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານ ຮ່າງກາຍ, ກຽດສັກສີ ແລະເຄຫະສະຖານ. ພົນລະເມືອງລາວຈະບໍ່ຖືກຈັບຕົວ ຫຼືກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄໍາສັ່ງຂອງໄອຍະການ ຫຼືສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດ ຕາ 43. ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາ.

ມາດຕາ 44. ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະເດີນຂະບວນ ທີ່ບໍ່ຂັດກັບລະບຽບກົດໝາຍ.

ມາດຕາ 45. ພົນລະເມືອງລາວມີສິດເສລີພາບໃນການຄົ້ນຄວ້າ ແລະນໍາໃຊ້ຄວາມກ້າວໜ້າ ທາງ ດ້ານວິທະຍາສາດ, ເຕັກນິກ ແລະເຕັກໂນໂລຢີ, ປະດິດສ້າງສິລະປະວັນນະຄະດີ ແລະດໍາເນີນການເຄື່ອນໄຫວວັດທະນະທໍາ ທີ່ບໍ່ຂັດກັບລະບຽບກົດໝາຍ.

ມາດຕາ 46. ລັດປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ .

ມາດຕາ 47. ພົນລະເມືອງລາວ ມີພັນທະເຄົາລົບລັດຖະທໍາມະນູນ ແລະກົດໝາຍ, ປະຕິບັດລະບຽບການອອກແຮງງານ, ລະບຽບການດໍາລົງຊີວິດຂອງສັງຄົມ ແລະຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.

ມາດຕາ 48. ພົນນລະເມືອງລາວມີພັນທະເສຍພາສີ ແລະສ່ວຍສາອາກອນຕາມລະບຽບກົດໝາຍ.

ມາດຕາ 49. ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.

ມາດ ຕາ 50. ຊາວຕ່າງດ້າວ ແລະຜູ້ບໍ່ມີສັນຊາດ ກໍມີສິດໄດ້ຮັບການປົກປ້ອງສິດ ແລະເສລີພາບ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສິດຮ້ອງຟ້ອງຕໍ່ສານ ແລະອົງການທີ່ກ່ຽວຂ້ອງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີພັນ ທະເຄົາລົບລັດຖະທໍາມະນູນ ແລະກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ມາດ ຕາ 51. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທໍາການຕໍ່ສູ້ເພື່ອອິດສະລະພາບ, ຄວາມເປັນທໍາ, ສັນຕິພາບ ແລະພາລະກິດວິທະຍາສາດ.

[/size]

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ດີໆໆໆໆໆ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແບງປັນ

ຮັກແທ້ຄືແມ່

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄິດດີ ເວົ້າດີ ເຮັດດີ

໓ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
good job thank you


໑ ກະທູ້
໔໙໗ ໂພສ
ຊຳນານການເວັບບອດ
ອ່ານໝົດເເລ້ວ ບໍ່ຮູ້ຈະໃຫ້ຂໍ້ຄີດເຫັນ ເພາະບໍ່ເຂົ້າໃຈກົດໝາຍ
ເເຕ່ຂອບໃຈສຳລັບຂໍ້ມູນດີໆ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ລັດຖະທຳມະນູນ ໜວດນີ້ ສຳຄັນຕໍ່ພວກເຮົາຄົນລາວອີຫລີ
ເພາະທາງພັກລັດໃຫ້ສິດທິ ເສລີພາບ ທີ່ເຮົາເຮັດໄດ້

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ມີຄວາມຮູ້ດີໆໆມາໃຫ້ອ່ານ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ດີທີ່ສຸດໃນໂລກເລີຍ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ມາດຕາ 44 ຄວນຈື່ໄວ້ໃຫ້ດີ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ກໍ່ມະຫັດສະຈັນຄືກັນ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Anouphone ຂຽນວ່າ...
ອັນນີ້ກໍ່ມະຫັດສະຈັນຄືກັນ


ພວກຊາດິດ ເປັນໂລກຈິດອ່ອນໆ ມັກທຳຮ້າຍຮ່າງກາຍຕົນເອງ(ຜູ້ອື່ນ)

ຄິດດີ ເວົ້າດີ ເຮັດດີ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮີໆໆ ເຈັບແທນເນາະ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໐ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ເປັນຕາຢ້ານ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ໄວ້ໄດ້ປະໂຫຍດ


໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ເອົາຮູບນີ້ມາ ໃຜກະບໍ່ສົນໃຈ ເນື້ອຫາໂຕເທິງເນາະ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໖ ກະທູ້
໑໑໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Anouphone ຂຽນວ່າ...
ອັນນີ້ກໍ່ມະຫັດສະຈັນຄືກັນ


ພວກຊາດິດ ເປັນໂລກຈິດອ່ອນໆ ມັກທຳຮ້າຍຮ່າງກາຍຕົນເອງ(ຜູ້ອື່ນ)

555+ ກະວ່າຫັນແຫຼະເນາະ

Yao Yakuza

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ khu1000lao ຂຽນວ່າ...
ຂອບໃຈທີ່ແບງປັນ


ບໍ່ມາຕໍ່ຍອດເນາະ ເພີ່ນຫັ້ນນ່າອາຈານ

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PeterYao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Anouphone ຂຽນວ່າ...
ອັນນີ້ກໍ່ມະຫັດສະຈັນຄືກັນ


ພວກຊາດິດ ເປັນໂລກຈິດອ່ອນໆ ມັກທຳຮ້າຍຮ່າງກາຍຕົນເອງ(ຜູ້ອື່ນ)

555+ ກະວ່າຫັນແຫຼະເນາະ



ມະຫັດສະຈັນເນາະ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ກະເປັນສີ່ງໜື່ງທີ່ຄວນຮູ້ໄວ້ກະບໍ່ເສຍຫາຍ


໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ


໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ່ານແລ້ວມະຫັດສະຈັນຫລາຍ ພູມໃຈເດ
ແຕ່ທິດສະດີກັບຕົວຈິງ ທ່ານກະຄົງຮູ້


໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຍິງຊາຍມີສິດ ແລະບົດບາດເທົ່າທຽມກັນຕໍ່ໜ້າກົດໝາຍ
ແລ້ວໃນທາງການເຄື່ອນໄຫວການດຳລົງຊີວິດຕົວມັນກໍ່ຍັງເປັນແບບນັ້ນ


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈທີ່ແບງປັນ


໖ ກະທູ້
໖໕ ໂພສ
ຂາປະຈຳເວັບບອດ
ຂອບໃຈ

ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ

໑໒ ກະທູ້
໑໘໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Chack ຂຽນວ່າ...
ອ່ານແລ້ວມະຫັດສະຈັນຫລາຍ ພູມໃຈເດ
ແຕ່ທິດສະດີກັບຕົວຈິງ ທ່ານກະຄົງຮູ້


ກະມັນບໍ່ສອດຄ່ອງກັນຫັ້ນລະ ຈິງວ່າມັນມະຫັດສະຈັນ 55

ພຸດສາວົກ ເກີດມາລຸຍ
ມິດມາເພາະນ້ຳໃຈມີ ມີໜີເພາະນ້ຳໃຈລົດ ມິດໝົດເພາະນ້ຳໃຈແຫ້ງ

໗ ກະທູ້
໒໓໒ ໂພສ
ນັກການກະທູ້
ຈົ່ງພູມໃຈທີ່ໄດ້ເກີດເປັນຄົນລາວ..........................................WE ARE LAOs...............................


໗ ກະທູ້
໒໓໒ ໂພສ
ນັກການກະທູ້
japanese-tattoo-01.jpg


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍ ໆໆໆໆໆ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໐ ກະທູ້
໘໐ ໂພສ
ຂາປະຈຳເວັບບອດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>