ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສຳຜັດທີ່ 6..ຄວາມແຕກຕ່າງ..ວິທະຍາສາດ(IQ)..ກັບສາດສະໜາ(EQ)

໑໔ ກະທູ້
໑ ໂພສ
ຂາປະຈຳເວັບບອດ






ໃນທາງການແພດ..ປະສາດສຳຜັດຂອງມະນຸດມີພຽງ 5 ຢ່າງເທົ່ານັ້ນ
ຄື..ຕາ..ຫູ..ດັງ..ລິ້ນ..ກາຍ(ຜິວໜັງ)..ຕາມລະບົບເສັ້ນປະສາດ


ແຕ່ໃນທາງພຸດທະສາສະໜານັ້ນ..ປະສາດສຳຜັດມີ 6 ຢ່າງ
ຄືເພິ່ມປະສາດສຳຜັດທາງໃຈ..ທີ່ບໍ່ມີໃນລະບົບເສັ້ນປະສາດຂອງຣ່າງກາຍ

ຄວາມແຕກຕ່າງນີ້..ເຮັດໃຫ້ລະບົບການສຶກສາໃນທາງວິທະຍາສາດ
ເນັ້ນໄປທາງດ້ານ..ການພັດທະນາ..ຄວາມສະຫຼາດທາງດ້ານ IQ


ຊຶ່ງແຕກຕ່າງກັບທາງສາສະໜາພຸດ..ທີ່ໃຫ້ຄວາມສຳຄັນທາງດ້ານ EQ
ຫຼືຄວາມສາມາດໃນການຄວບຄຸມອາລົມ..ຊຶ່ງຕ້ອງໃຊ້ປະສາດສຳຜັດທາງໃຈ

ຄວາມສາມາດໃນການຄວບຄຸມອາລົມ (EQ)..ກະຄື..ຄວາມສາມາດໃນການຄວບຄຸມຕົນເອງ





ຄວາມສະຫຼາດທາງດ້ານ IQ ແລະ EQ..ປັນຫາຂອງລະບົບການສຶກສາ

ໃນທາງສາສະໜາພຸດນິ້ນ..ບໍ່ໄດ້ສົນໃຈວ່າ..ຄົນສະຫຼາດຫຼືໂງ່..IQ..ຕ່ຳຫຼືສູງ
ແຕ່ສຶເບິ່ງທີ່ຄວາມພາກພຽນ..ຄວາມພະຍາຍາມ..ຄວາມມຸ່ງມັ່້ນຕັ້ງໃຈ
ສາສະນາພຸດ..ໃຫ້ຄວາມສຳຄັນກັບ..ຄວາມພຽນແລະມັດຊິມາປະຕິປະທາ..ເທົ່ານັ້ນ


ແມ້ວ່າໃນລະບົບການສຶກສາ..ສິມີການຮຽນທາງດ້ານສິລະປະສາດແລະປັດຊະຍາກະຕາມ
ກະບໍ່ໄດ້ເຮັດໃຫ້..ຄວາມສາມາດໃນການຄວບຄຸມອາລົມ..ຄວບຄຸມຕົນເອງໄດ້ດີພອ
ເພາະວ່າບໍ່ແມ່ນ..ພື້ນຖານການພັດທະນາ..ການຄວບຄຸມອາລົມທີ່ແທ້ຈິງ

ການທີ່ລະບົບການສຶກສາ..ໃຫ້ຄວາມສຳຄັນທາງດ້ານວິທະຍາສາດ..ຫຼື IQ ດ້ານດຽວນັ້ນ
ມີຜົນໃຫ້..ຄວາມສາມາດໃນການ..ຄວາມຄຸມອາລົມ (EQ) ຂອງຄົນຕົກຕ່ຳລົງ
ບໍ່ຕ່າງກັບ..ລົດຍົນທີ່ກຳລັງເຄື່ອງຍົນສູງ..ແຕ່ລະບົບການຄວບຄຸມຂອງລົດຕ່ຳ
ກະເປັນສາເຫດ..ໃຫ້ເກີດອຸປະຕິເຫດໄດ້ງ່າຍ..ເພາະວ່າລົດທີ່ແລ່ນໄວ..ຄວບຄຸມໄດ້ຍາກ


ການທີ່ຄວາມຮູ້..ໃນທາງວິທະຍາສາດ..ມີການພັດທະນາຢ່າງໄວ..ໃນຫຼາຍສິບປີມານີ້
ເຮັດໃຫ້ເກິດຄວາມບໍ່ສົມດຸນ..ລະຫວ່າງ IQ ແລະ EQ ໃນລະບົບການສຶກສາ
ໂດຍທີ່ເຮົາອາດສິລືມໄປວ່າ..ລະບົບການສຶກສານັ້ນ..ຄືການພັດທະນາຄົນດີ..ໃຫ້ກັບສັງຄົມ


ຄວາມສະຫຼາດທາງດ້ານອາລົມ (EQ)..ຄືພື້ນຖານຂອງການເປັນຄົນດີ




ສຳຜັດທີ່ 6 ພື້ນຖານຂອງຄວາມສະຫຼາດທາງດ້ານອາລົມ (EQ)

ສຳຜັດດ້ວຍຫັວໃຈ..ຫຼືສຳຜັດທີ່ 6 ຂອງມະນຸດນັ້ນ..ອາດເກິດຂຶ້ນໄດ້ໂດຍທຳມະຊາດ
ແຕ່ໃນທາງພຸດທະສາສະໜາ..ເກິດຊຶ້ນໄດ້ກັບຄນທີ່ມີຈິດໃຈສະອາດ..ຈິດມີຄວາມລະອຽດ
ຫຼືຄົນທີ່ຮັກສາສິນ 5..ຈົນມີຄວາມສົມບູນຂອງສິນ..ຊຶ່ງເປັນພື້ນຖານທີ່ສຳຄັນຂອງການເປັນຄົນດີ

ການຮວບຮວມປະສາດສຳຜັດ (Concentrated on Sense) ຫຼືການຝຶກສະມາທິ (Meditation)
ກະຄືການຝືກສຳຜັດທີ່ 6 ຫຼືທີ່ເຮັາເອິ້ນວ່າ..ການສຳຜັດດ້ວຍຫັວໃຈ..ແຕ່ໃນທາງພຸດທະສາສະໜາ
ຄົນທີ່ທຳການຝຶກ..ຕ້ອງຮັກສາສິນ 5 ໃຫ້ມິ່ນຄົງ..ໃຫ້ມີຄວາມສົມບູນຂອງສິນ


ການພັດທະນາ..ການຄວບຄຸມອາລົມ (EQ) ໃນລະບົບການສຶກສາ..ອາດມີຄວາມຍຸ້ງຍາກ
ແຕ່ຖ້າເຮົາເຂົ້າໃຈ..ພື້ນຖານຂອງສິນ 5 ແລ້ວ..ອາດບໍ່ໄດ້ມີຄວາມຍາກລຳບາກ..ຢ່າງທີ່ຄິດ

ພື້ນຖານຂອງສິນ 5..ເກິດຈາກການເຫັນຄຸນ..ເຫັນໂທດຂອງສັບພະສິ່ງ
ເມື່ອເຫັນຄຸນ..ເຫັນໂທດໄດ້ພ້ອມກັນ..ສິເກິດຄວາມລະອາຍຕໍ່ບາບ
ຄວາມລະອາຍຕໍ່ບາບ..ກໍ່ໃຫ້ເກິດສິນ..ນັ່ນຄືທີ່ມາຂອງການເກິດສິນໃນຈິດໃຈຄົນ


ການໃຊ້ຕະລາງ..ຂໍ້ດີ..ຂໍ້ເສຍ..ໃນການຝຶກເດັກນ້ອຍ..ໃຫ້ເກິດການຄິດ..ເກີດການພິຈາລະນາ
ຝຶກໃຫ້ເດັກນ້ອຍ..ສາມາດເຫັນຄຸນ..ເຫັນໂທດໄດ້ພ້ອມໆກັນ..ຊຶ່ງນັ່ນກະຄື..ພື້ນຖານຂອງສິນ
ພື້ນຖານຂອງການສຳຜັດດ້ວຍຫັວໃຈ..ຊອງຄວາມສາມາດໃນການຄວບຄຸມອາລົມ (EQ)..ນັ່ນເອງ


ການເຫັນຄຸນ..ເຫັນໂທດໄດ້ພ້ອນກັນ..ພື້ນຖານຂອງການຄວບຄຸມອາລົມ (EQ)




໑ ກະທູ້
໑໑໖ ໂພສ
ນັກການກະທູ້
ສາສໜາພຸດ ເປັນສາສໜາທີ່ມີຄຸນຄ່າທາງຈິດໃຈ. ແຕ່ຊາວບ້ານທຳມະດາສາມັນ ບໍ່ເຂົ້າໃຈເຖິງເນື້ອແທ້ຂອງຄຳສອນ ການນັບຖື ແລະ ກາວໄຫວ້ ແມ່ນ ຖືເປັນທຳນຽມ ສືບທອດເທົ່ານັ້ນ ຫາໄດ້ມາຈາກ ການເຂົ້າໃຈ ເຖິງຄຳສອນ (70% ຂອງຄົນສ່ວນໃຫຍ່)

ໂດຍສ່ວນຕົວ ຄິດວ່າ ໜ້າຈະໃຫ້ມີວິຊາ ພຸດທະສາສໜາ ເປັນວິຊາໜຶ່ງ ໃນຫຼັກສູດສາມັນ, ເພື່ອປູກຝັງຈິດສຳນຶກ ໃຫ້ກັບນັກຮຽນ ນັກສຶກສາ ເຊິ່ງກໍຄື ປັນຍາຊົນ ໃນອະນາຄົດ

ປ.ລ: ນີ້ ເປັນຄວາມຮູ້ສຶກສ່ວນບຸກຄົນ ບໍ່ສາມາດ ກະຣັນຕີໄດ້ວ່າ ຖືກຕ້ອງ, ຜິດພາດປະການໃດ ກໍຂໍອະໄພ.

ສັດໂລກ ຍ່ອມເປັນໄປຕາມກຳ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เปันบดความที่ข้าพะเจ้ายอมฮับว่า ดีหลาย.... สามาดตอบข้อข้องใจว่าสาดสะหนากับวิทะยาสาด อะทิบายได้แนวใด

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ