ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ການສຶກສາບ້ານເຮົາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ການສຶກສາບ້ານເຮົາ » ສະມາທິຂອງເດັກນ້ອຍ..ພື້ນຖານທີ່ສຳຄັນຂອງ..Human Development

໑໔ ກະທູ້
໑ ໂພສ
ຂາປະຈຳເວັບບອດ



ສະມາທິ (Meditation)..ເປັນຄວາມຮູ້ທີ່ມີຢູ່ໃນສາດສະໜາຕ່າງໆ..ມາແຕ່ບູຮານ
ຄວາມສົນໃຈໃນການຫັດຮຽນຂຽນອ່ານ..ເປັນທຳມະຊາດຂອງຄົນທີ່ນິໄສຮັກການສຶກສາ


ທຳມະຊາດຂອງຄົນທີ່ຮັກການສຶກສາ..ກໍຕ້ອງມີຄວາມພາກພຽນ..ມີຄວາມຕັ້ງໃຈທີ່ໝັ້ນຄົງ
ຄວາມຕັ້ງໃຈທີ່ໝັ້ນຄົງ..ກໍຄືຄວາມຫມາຍຂອງຄຳວ່າ..ສະມາທິ (Meditation)

ສະມາທິ (Meditation)..ເປັນເລື່ອງຂອງຄວາມສາມາດ..ໃນການຄວບຄຸມອາລົມ (EQ)
ຊຶ່ງຢູ່ນອກເໜືອຈາກ..ລະບົບປະສາດຂອງຮ່າງກາຍ..ນອກເໜືອຈາກ..ຄວາມຮູ້ທາງວິທະຍາສາດ (IQ)


ຄວາມບໍ່ຮູ້..ບໍ່ເຂົ້າໃຈ..ຄວາມແຕກຕ່າງລະຫວ່າງ..ວິທະຍາສາດ (IQ)..ກັບການຄວບຄຸມອາລົມ (EQ)
ເຮັດໃຫ້ເຮົາ..ບໍ່ໄດ້ມີການພັດທະນາ..ການຝຶກສະມາທິ..ເພື່ອປະໂຫຍດທາງການສຶກສາ


ເດັກນ້ອຍທີ່ມີສະມາທິ..ກໍຄື..ເດັກນ້ອຍທີ່ມີຄວາມພ້ອມ..ໃນການຮຽນຮູ້




ການສັງເກດ..ພາວະທີ່ເດັກນ້ອຍມີສະມາທິ..ພື້ນຖານຂອງຄວາມເຂົ້າໃຈ

ໃນພະໄຕປິດົກ..ພະພຸດທະເຈົ້າ..ກ່າວຍົກຍ່ອງ..ສະຕິປັດຕະຖານ 4
ໃຫ້ເປັນຫຼັກໃນການປະຕິບັດທັມ..ຊຶ່ງກໍຄື..ການພິຈາລະນາ..ກາຍ..ເວທະນາ..ຈິດ..ທັມ
ຊຶ່ງຮຽງຂັ້ນຕອນ..ຈາກຄວາມຫຍາບ..ໄປຫາຄວາມລະອຽດ..ຂອງການສຳຜັດດ້ວຍຫັວໃຈ

ການສັງເກດ..ສະມາທິຂອງເດັກນ້ອຍ..ກໍມີຫຼັກ 4 ຢ່າງ..ຕາມສະຕິປັດຕະຖານ 4

1. ກາຍ..ໃນຮ່າງກາຍຂອງເຮົາ..ໂຄງກະດູກ..ຄືສ່ວນທີ່ແຂງແຮງທີ່ສຸດ
ດັງນັ້ນ..ໂຄງກະດູກ..ຈຶ່ງເປັນຫຼັກໃນການ..ພິຈາລະນາຮ່າງກາຍ

ໂຄງກະດູກ..ທີ່ສົມດຸນ..ແຂງແຮງ..ຈຶ່ງເປັນພື້ນຖານທີ່ສຳຄັນ..ອັນດັບໜຶ່ງ
ໃນພາວະທີ່ຮ່າງກາຍ..ຂອງເດັກນ້ອຍທີ່ມີສະມາທິ..ກະດູກສັນຫຼັງ..ແລະຄອ..ຈະຕັ້ງຕົງ
ແລະທີ່ສຳຄັນ..ຄອຈະຍືດຂື້ນ..ການສັງເກດສະມາທິໃນເດັກນ້ອຍ..ຈຶ່ງເບິ່ງທີ່ຄອເປັນຫຼັກ

2. ເວທະນາ..ຄືລະບົບປະສາດຂອງຮ່າງກາຍ 5 ຢ່າງ..ຕາມຫຼັກວຶທະຍາສາດ
ການຮວບຮວມປະສາດສຳຜັດ (Concentrated on Sense)..ກໍຄືການຝືກສະມາທິ
ເດັກນ້ອຍທີ່ມີປະສາດສຳຜັດດີ..ກໍຄືເດັກນ້ອຍທີ່ມີສະມາທິ..ມີຄວາມພ້ອມໃນການຮຽນຮູ້

3. ຈິດ..ຈິດຂອງມະນຸດ..ຈະສະແດງອອກມາເປັນອາລົມ (EQ)
ອາລົມຂອງເດັກນ້ອຍ..ຂື້ນກັບປັດໃຈຫຼາຍຢ່າງ..ແຕ່ທີ່ສຳຄັນຄື
ພຶດຕິກໍາຮັກການສຶກສາ..ຊຶ່ງມີຮາກຖານມາຈາກ..ວັດທະນະທໍາການລຽງລູກ
ເດັກນ້ອຍທີ່ບໍມີ..ພຶດຕິກໍາຮັກການສຶກສາ..ຄວນໄດ້ຮັບການດູແລ..ແລະແກ້ໄຂ

4. ທັມ..ກໍຄືຄວາມສົມດຸນ..ຫຼືກົດແຫ່ງຄວາມສມດຸນ
ເດັກນ້ອຍທີ່ມີຄວາມຄິດ..ມີຫຼັກການທີ່ສົມດຸນ..ກໍຈະມີພື້ນຖານການມີສະມາທິທີ່ດີ
ການມີຄວາມຄິດທັງ 2 ດ້ານ..ທັງດ້ານດີ..ດ້ານເສຍ..ຊຶ່ງເປັນພື້ນຖານການພິຈາລະນາ


ການເຫັນຂໍ້ດີ..ຂໍ້ເສຍໄດ້ພ້ອມກັນ..ກໍຄືອາລົມທີ່ສົມດຸນ..ກໍຄືສະມາທິນັ້ນເອງ




ການຝືກເດັກນ້ອຍ..ໃຫ້ມີສະມາທິ..ພື້ນຖານທີ່ສຳຄັນຂອງການສຶກສາ

ການມີຄວາມພ້ອມຂອງເດັກນ້ອຍ..ເປັນເລື່ອງທີ່ສຳຄັນ..ຕ້ອງເຂ້າໃຈປັນຫາກ່ອນ
ສິ່ງທີ່ເປັນປັນຫາກໍຄື..ອາລົມສະນຸກສະໜານ..ຢາກຫຼິ້ນ..ບໍມີຄວາມຕັ້ງໃຈຂອງເດັກນ້ອຍ

ຊຶ່ງເກີດຈາກການຢອກຫຼິ້ນ..ຂອງພໍແມ່ໃນຕອນເຊົ້າ..ເຮັດໃຫ້ເດ້ກນ້ອຍມີອາລົມມວນຊື່ນ
ມີອາລົມຢາກຫຼິ້ນ..ບໍມີສະມາທິ..ບໍ່ມີຄວາມຕັ້ງໃຈ..ຊື່ງມີຜົນຕ່ອເດັກນ້ອຍໄປຕະຫຼອດມື້
ເພາະວ່າໃນ 1 ມື້ເປັນ 1 ຮອບເວລາຂອງຮ່າງກາຍ (Body Clock)..ຕອນເຊົ້າສຳຄັນທີ່ສຸດ
ການຢອກຫຼິ້ນກັບເດັກນ້ອຍ..ເປັນການທໍາລາຍສະມາທິ..ທຳຮ້າຍເດັກນ້ອຍທີ່ຮຸນແຮງທີ່ສຸດ


ເດັກນ້ອຍທຸກຄົນ..ເກິດມາມີພຶດຕິກໍາຮັກການສຶກສາ..ໂດຍທຳມະຊາດ
ແຕ່ກໍຖຶກທຳລາຍ..ດ້ວຍຄວາມຮັກລູກທີ່ບໍ່ຖຶກຕ້ອງຂອງພໍແມ່..ທີ່ບໍ່ມີຄວາມເຂັ້າໃຈ
ການຝຶກເດັກນ້ອຍໃຫ້ເກັ່ງ..ໃຫ້ສະຫຼາດ..ຕ້ອງຝຶກໃຫ້ຮູ້ຈັກຄວາມລຳບາກ..ຮູ້ຈັກແກ້ປັນຫາ
ວັດທະນະທຳການລຽງລູກ..ເປັນພື້ນຖານທີ່ສຳຄັນທີ່ສຸດ..ຂອງລະບົບການສຶກສາ


ການຝຶກສະມາທິ..ຂອງເດັກນ້ອຍ..ສາມາດຍຶດຫຼັກສະຕິປັດຕະຖານ 4 ໄດ້ດັງນີ້

1. ໂຄງກະດູກ..ສາມາດຝຶກເດັກນ້ອຍ..ໃຫ້ມີໂຄງກະດູກທີ່ສົມດຸນ..ແຂງແຮງ
ກະດູກສັນຫຼັງຕັ້ງຕົງ..ໄດ້ໂດຍການຫຼິ້ນກິລາ ເຊ່ນ Single Bar, Parallel Bars

2. ເວທະນາ..ຄືການຝຶກຮວບຮວມປະສາດສຳຜັດ (Concentrated on Sense)
ທຳມະຊາດຂອງຮ່າງກາຍ..ຍາມເຮົາຫຼັບຕາລົງ..ປະສາດສຳຜັດຈະເຮັດງານໂດຍອັດຕະໂນມັດ
ເຊ່ນ ການຫຼັບຕາຍ່າງເທິ່ງໄມ້ກະດານ..ກັບໄປກັບມາ..ແບບດຽວກັບການເດີນຈົງກົມ
ການວາງໜັງສືໄວ້ເທິ່ງຫົວ..ແລ້ວຫຼັບຕາຍ່າງກັບໄປກັບມາ..ແບບດຽວກັບການຝຶກນາງແບບ

3. ຈິດ..ການຝຶກຈິດໃຫ້ມີສະມາທິ..ສາມາດເຮັດໄດ້ງ່າຍໆ..ໂດຍການຮັກສາສີລ 5
ແຕ່ເດັກນ້ອຍ..ອາດຈະຍັງບໍ່ເຂົ້າໃຈເລື່ອງຂອງສີລ..ຕ້ອງຄ່ອຍໆອະທິບາຍໃຫ້ເຂົ້າໃຈ
ເພາະວ່າ..ສີລ 5 ເປັນຮາກຖານຂອງສະມາທິ..ຕາມຄຳກ່າວທີ່ວ່າ..ສີລ..ສະມາທິ..ປັນຍາ

4. ທັມ..ການຝຶກໃຫ້ເດັກນ້ອຍເຂົ້າໃຈທັມ..ກໍຄືການເຂົ້າໃຈທຳມະຊາດຂອງຄວາມສົມດຸນ
ສາມາດຝຶກໄດ້ດ້ວຍການໃຊ້ຕະລາງຂໍ້ດີ..ຊໍ້ເສຍ..ໃຫ້ເດັກນ້ອຍສະແດງຄວາມຄິດເຫັນ
ເດັກນ້ອຍທີ່ສາມາດເຫັນຂໍ້ດີ..ຂໍ້ເສຍໄດ້ພ້ອມກັນ..ຈະມີອາລົມຂອງສະມາທິໂດຍອັດຕະໂນມັດ


ສະມາທິຂອງເດັກນ້ອຍ..ພື້ນຖານທີ່ສຳຄັນຂອງ..Human Development




໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
leo ja h long bg der

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ